google-site-verification: google0d91bc93cfc88895.html ແນວພັນເຂົ້າໜຽວໃໝ່ “ສາລະວັນ 1: SLV1” ແນວພັນທ້ອງຖິ່ນ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Monday, March 02, 2020

ແນວພັນເຂົ້າໜຽວໃໝ່ “ສາລະວັນ 1: SLV1” ແນວພັນທ້ອງຖິ່ນ

ແນວພັນໃຫມ່ຂອງເຂົ້າ

ແນວພັນເຂົ້າສາລະວັນ 1 (SLV1) ເປັນແນວພັນເຂົ້າໜຽວຄັດເລືອກໂດຍ ທ່ານ ບຸນເລີດ ພົມມະສິດຊາວນາ ບ້ານມ່ວງ ເມືອງວາປີ ແຂວງສາລະວັນ. ແນວພັນສາລະວັນ 1 ມີອາຍຸສັ້ນ ໃນລະດັບ 120-125ວັນ, ຜົຜະລິດສູງອີງໃສ່ການປູກຕົວຈິງໃນພື້ນທີ່ຊາວນາໄດ້ລະດັບ 4-5ຕ/ຮຕ, ກິນອ່ອນ ແລະ ສາມາດປູກໄດ້ທັງລະດູຝົນ ແລະ ລະດູແລ້ງ. ຊື່ສາຍພັນແມ່ນ TDK10338-B-B-53-SLV-1-B ໄດ້ມາຈາກການປະສົມລະຫວ່າງ ແນວພັນ B6144F-MR-6-0-0 ກັບ ແນວພັນTDK 7 ທີ່ສູນຄົ້ນຄວ້າເຂົ້າລະດູແລ້ງ 2007-08. ຈຸດປະສົງ ຂອງການປັບປຸງພັນຄູ່ນີ້ແມ່ນຕ້ອງການແນວພັນອາຍຸສັ້ນ, ກິນອ່ອນ ແລະ ປັບຕົວເຂົ້າກັບສະພາບແວດລ້ອມ. ຫຼັງປະສົມພັນແລ້ວປູກຄັດເລືອກທີ່ສູນຮອດຊົ່ວທີ 4 ແລ້ວສົ່ງໄປໃຫ້ໂຮງຮຽນຊາວນາບ້ານມ່ວງ ເມືອງວາປີ ແຂວງສາລະວັນ ຊາວນາຂອງໂຄງການພັດທະນາ ລະບົບການຄົ້ນຄວ້າ ແລະ ຜະລິດເມັດພັນພືດ (DARE: Democratizing Agricultural Research and Extension) ຄັດເລືອກຕໍ່ໃນຊົ່ວທີ 5 ແລະ 6 ໃນແລ້ງ 2012-13 ແມ່ນ ທ່ານບຸນເລີດ ພົມມະສິດປູກຄັດເລືອກຊົ່ວ 5 ແລະ 6 ກາຍເປັນສາຍພັນຄົງຕົວ ແລະ ຂະຫຍາຍທົດສອບການກິນດີ ແລະ ປູກຂະຫຍາຍເມັດແລກປ່ຽນ ແຈກຢາຍໃນບ້ານ ແລະ ບ້ານອື່ນໆ ແລະ ຄັດເລືອກເອົາສາຍພັນດັ່ງກ່າວເປັນແນວພັນສາລະວັນ 1

ປະຫວັດຂອງແນວພັນ

ແນວພັນສາລະວັນ 1 ແມ່ນແນວພັນໄດ້ຈາກການປະສົມພັນລະຫວ່າງ B6144F MR-6-0-0 ແລະ TDK 7. ແນວພັນທ່າດອກຄໍາ 7: ແມ່ນແນວພັນປັບປຸງຂອງລາວ, ເປັນແນວພັນທີ່ໃຫ້ຜົນຜະລິດ ສູງຮອດ 6ໂຕນເຮັກຕາ ໃນນາທີ່ອຸດົມສົມບູນ, ກິນອ່ອນດີ, ຈຸດອ່ອນບໍ່ທົນຕໍ່ພະຍາດໄໝ້ (ໂຄງການຮ່ວມມືລາວ-ອີຣີ, 2000). 
ແນວພັນເຂົ້າ B6144F-MR-6-0-0: ເປັນແນວພັນເຂົ້າພັນປັບປຸງ ສາມາດປູກທັງນາ ແລະ ໄຮ່ໄດ້ອາຍຸສັ້ນແຕ່ຄຸນນະພາບບໍ່ດີ.

ວິທີການ: ສູນຄົ້ນຄວ້າເຂົ້ານາພອກໄດ້ປະສົມລະຫວ່າງແນວພັນ B6144F-MR-6-0-0 ກັບແນວພັນTDK 7 ໃຊ້ຮູບແບບປະສົມພັນ ແບບດ່ຽວໃນລະດູແລ້ງ 2007-08. ແນວພັນ B6144FMR-6-0-0 ເປັນແນວພັນເຂົ້າຈ້າວຜົນຜະລິດສູງ(5-6ໂຕນ/ເຮັກຕາ) ສາມາດປູກທັງໃນນາ ແລະ ໃນໄຮ່ (Arobic rice) ພັນປັບປຸງເຊິ່ງລໍາຕົ້ນແຂງແຮງທົນທານຕໍ່ພະຍາດແມງໄມ້ ສັດຕູພືດດີອາຍຸສັ້ນແຕ່ຄຸນນະພາບການກິນບໍ່ດີ.

ແນວພັນເຂົ້າ TDK7: ເປັນແນວພັນປັບປຸງຂອງລາວ ຈາກສູນຄົ້ນຄວ້າເຂົ້າ, ຄຸນນະພາບການກິນດີ, ຜົນຜະລິດດີໄດ້ສູງຮອດ 6 ໂຕນ ໃນດິນອຸດົມສົມບູນອອກນໍາໃຊ້ບໍ່ພໍເທົ່າໃດປີ ຖືກທໍາລາຍຂອງພະຍາດໃໝ້ຈຸດປະສົຂອງ ການສ້າງຄູ່ປະສົມແມ່ນປັບປຸງພັນເຂົ້າທ່າດອກຄໍາ 7 ໃຫ້ມີຄວາມຕ້ານທານຕໍ່ພະຍາດໄໝ້. ຫຼັງຈາກປະສົມພັນ ໄດ້ F1 ກໍໄດ້ປູກສືບຕໍ່ຄັດ ເລືອກຈົນຮອດ F4 ແລ້ວສົ່ງໄປໃຫ້ໂຮງຮຽນຊາວນາບ້ານມ່ວງ ເມືອງວາປີ ແຂວງສາລະວັນ ຄັດເລືອກຕໍ່ໃນຊົ່ວທີ 5 ແລະ 6 ໃນລະດູ 2012-13 ແມ່ນທ່ານບຸນເລີດ ພົມມະສິດປູກຄັດເລືອກຊົ່ວ 5 ແລະ 6 ກາຍເປັນສາຍພັນຄົງຕົວ ແລະ ຂະຫຍາຍທົດສອບການກິນດີ ແລະ ປູກຂະຫຍາຍເມັດແລກປ່ຽນແຈກຢາຍໃນບ້ານ ແລະ ບ້ານອື່ນໆມາເຖິງປະຈຸບັນ (ແຜນວາດຂ້າງລຸ່ມ)


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ