google-site-verification: google0d91bc93cfc88895.html ພືດຕະກຸນຖົ່ວ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Thursday, May 14, 2020

ພືດຕະກຸນຖົ່ວ

ພືດຕະກຸນຖົ່ວ   ພືດຕະກຸນຖົ່ວແມ່ນເປັນພືດໜຶ່ງທີ່ສາມາດປັບປຸງດິນໃຫ້ມີຄວາມອຸດົມສົມບູນໄດ້ດີ ເພາະວ່າພືດຕະກຸນຖົ່ວດັ່ງກ່າວ ມີຄຸ່ນສົມບັດພິເສດຄື: ຮາກພືດຕະກຸນຖົ່ວສາມາດສ້າງປຸ່ມຢູ່ຮາກຖົ່ວໃນປຸ່ມດັ່ງກ່າວມີຈຸລິນຊີຈຳພວກໄຣໂຊບຽມ ຢູ່ຈຳນວນຫຼາຍ ໄຣໂຊບຽມນີ້ສາມາດດຶງເອົາທາດໄນໂຕຣເຈນ ຈາກອາກາດມາໃຊ້ ເມື່ອພືດເນົ່າເປື້ອຍຍ່ອຍສະດາຍລົງດິນແລ້ວກໍ່ຈະເພີມທາດໄນໂຕຣເຈນ ແລະ ອິນຊີວັດຖຸໃຫ້ແກ່ດິນ.        ພືດຕະກຸນຖົ່ວສາມາດເປັນຝຸ່ນອິນຊີຊະນິດໜຶ່ງໂດຍໄດ້ຈາກລຳຕົ້ນ ແລະ ໃບ ຂອງພືດຕະກຸນຖົ່ວທີປູກໄວ້ຫຼືເກີດຂຶ້ນເອງຕາມທຳມະຊາດ ເມື່ອຮອດເວລາທີ່ພືດຈະເລີນເຕີບໂຕເຕັມທີ່ຄື:ພືດອອກດອກຈົນຮອດດອກບານເຕັມທີ່ ກໍ່ຕັດໄຖກົບ ຫຼື ໄຖກົບລົງດິນທັງຕົ້ນ ແລະ ໃບ ຫຼື ປະໄວ້ເປັນເສດພືດປົກຄຸມໜ້າດິນ ຫຼັງຈາກນັ້ນກໍ່ປະໃຫ້ເນົ່າເປື້ອຍຍ່ອຍສະດາຍລົງສູ່ດິນກໍ່ຈະ ຊ່ວຍເພີມທາດອາຫານພືດ ແລະ ເພີມອິນຊີວັດຖຸໃຫ້ແກ່ດິນ ຊຶ່ງເປັນປະໂຫຍດສຳລັບພືດທີ່ຈະປູກຕໍ່ໄປ.    ລັກສະນະພືດຕະກຸນຖົ່ວນຳໃຊ້ເພື່ອປັບປຸງດິນ ຫຼື ນຳໃຊ້ມາປູກສະຫຼັບກັບພືດຫຼັກ ປູກງ່າຍຈະເລີນເຕີບໂຕ ແລະ ອອກດອກໃນໄລຍະເວລາສັ້ນ ໃຫ້ນ້ຳໜັກຊີວະມ້ວນສານປຽກສູງຄື: ຫຼາຍກວ່າ 2000ກິໂລຕໍ່ 1600 ຕາແມັດ ເປັນພືດທົນແລ້ງ, ທົນຕໍ່ນ້ຳຖ້ວມຂັງ 2-3 ວັນໄດ້ ແລະ ສາມາດປູກໄດ້ທຸກລະດູການມີຄວາມທົນທານກັບພະຍາດ ແລະ ແມງໄມ້ໄດ້ດີ ສາມາດຜະລິດເມັດພັນໄດ້ຫຼາຍ ແລະ ຂະຫຍາຍພັນໄດ້ໄວ ເກັບກ່ຽວ ແລະ ຕັດງ່າຍ ມີລຳຕົ້ນ ແລະ ໃບ ເປື້ອຍສະດາຍໄວ ກຳຈັດງ່າຍ ຫຼື ບໍ່ມີລັກສະນະການກະຈາຍພັນເປັນວັດສະພືດ ປະເພດພືດຕະກຸນຖົ່ວນຳໃຊ້ເພື່ອປັບປຸງດິນ ຫຼື ປູກສະຫຼັບກັບພືດຫຼັກ ຍ່ອຍສະດາຍໄວເພີມທາດອາຫານພືດໃຫ້ແກ່ດິນໄດ້ດີ ຮາກສາມາດສ້າງປຸ່ມເກັບທາດອາຫານພືດມີຫຼາຍ (ປຸ່ມໄຣໂຊບຽມ) ປູກງ່າຍໃຫ່ຍໄວ ມີຮາກ, ໃບ ແລະ ລຳຕົ້ນຫຼາຍ ແບ່ງຕາມຄວາມເໝາະສົມທີ່ປັບປຸງດິນ ຫຼື ປູກສະຫຼັບກັບພືດຫຼັກ ມີ 4 ປະເພດ ຄື: ຖົ່ວທີ່ໄຖກົບແລ້ວຍຶອຍສະດາຍໄວໃນສະພາບພື້ນທີ່ຕ່າງກັນ ເຊັ່ນ:ປໍເທືອງ (Crotalaria sp.), ຕົ້ນສະໂນ.


ພືດຕະກຸນຖົ່ວ


ພືດຕະກຸນຖົ່ວແມ່ນເປັນພືດໜຶ່ງທີ່ສາມາດປັບປຸງດິນໃຫ້ມີຄວາມອຸດົມສົມບູນໄດ້ດີ ເພາະວ່າພືດຕະກຸນຖົ່ວດັ່ງກ່າວ ມີຄຸ່ນສົມບັດພິເສດຄື: ຮາກພືດຕະກຸນຖົ່ວສາມາດສ້າງປຸ່ມຢູ່ຮາກຖົ່ວໃນປຸ່ມດັ່ງກ່າວມີຈຸລິນຊີຈຳພວກໄຣໂຊບຽມ ຢູ່ຈຳນວນຫຼາຍ ໄຣໂຊບຽມນີ້ສາມາດດຶງເອົາທາດໄນໂຕຣເຈນ ຈາກອາກາດມາໃຊ້ ເມື່ອພືດເນົ່າເປື້ອຍຍ່ອຍສະດາຍລົງດິນແລ້ວກໍ່ຈະເພີມທາດໄນໂຕຣເຈນ ແລະ ອິນຊີວັດຖຸໃຫ້ແກ່ດິນ.
      ພືດຕະກຸນຖົ່ວສາມາດເປັນຝຸ່ນອິນຊີຊະນິດໜຶ່ງໂດຍໄດ້ຈາກລຳຕົ້ນ ແລະ ໃບ ຂອງພືດຕະກຸນຖົ່ວທີປູກໄວ້ຫຼືເກີດຂຶ້ນເອງຕາມທຳມະຊາດ ເມື່ອຮອດເວລາທີ່ພືດຈະເລີນເຕີບໂຕເຕັມທີ່ຄື:ພືດອອກດອກຈົນຮອດດອກບານເຕັມທີ່ ກໍ່ຕັດໄຖກົບ ຫຼື ໄຖກົບລົງດິນທັງຕົ້ນ ແລະ ໃບ ຫຼື ປະໄວ້ເປັນເສດພືດປົກຄຸມໜ້າດິນ ຫຼັງຈາກນັ້ນກໍ່ປະໃຫ້ເນົ່າເປື້ອຍຍ່ອຍສະດາຍລົງສູ່ດິນກໍ່ຈະ ຊ່ວຍເພີມທາດອາຫານພືດ ແລະ ເພີມອິນຊີວັດຖຸໃຫ້ແກ່ດິນ ຊຶ່ງເປັນປະໂຫຍດສຳລັບພືດທີ່ຈະປູກຕໍ່ໄປ.

ລັກສະນະພືດຕະກຸນຖົ່ວນຳໃຊ້ເພື່ອປັບປຸງດິນ ຫຼື ນຳໃຊ້ມາປູກສະຫຼັບກັບພືດຫຼັກ

  1. ປູກງ່າຍຈະເລີນເຕີບໂຕ ແລະ ອອກດອກໃນໄລຍະເວລາສັ້ນ ໃຫ້ນ້ຳໜັກຊີວະມ້ວນສານປຽກສູງຄື: ຫຼາຍກວ່າ 2000ກິໂລຕໍ່ 1600 ຕາແມັດ
  2. ເປັນພືດທົນແລ້ງ, ທົນຕໍ່ນ້ຳຖ້ວມຂັງ 2-3 ວັນໄດ້ ແລະ ສາມາດປູກໄດ້ທຸກລະດູການມີຄວາມທົນທານກັບພະຍາດ ແລະ ແມງໄມ້ໄດ້ດີ
  3. ສາມາດຜະລິດເມັດພັນໄດ້ຫຼາຍ ແລະ ຂະຫຍາຍພັນໄດ້ໄວ
  4. ເກັບກ່ຽວ ແລະ ຕັດງ່າຍ ມີລຳຕົ້ນ ແລະ ໃບ ເປື້ອຍສະດາຍໄວ
  5. ກຳຈັດງ່າຍ ຫຼື ບໍ່ມີລັກສະນະການກະຈາຍພັນເປັນວັດສະພືດ

ປະເພດພືດຕະກຸນຖົ່ວນຳໃຊ້ເພື່ອປັບປຸງດິນ ຫຼື ປູກສະຫຼັບກັບພືດຫຼັກ

  1. ຍ່ອຍສະດາຍໄວເພີມທາດອາຫານພືດໃຫ້ແກ່ດິນໄດ້ດີ
  2. ຮາກສາມາດສ້າງປຸ່ມເກັບທາດອາຫານພືດມີຫຼາຍ (ປຸ່ມໄຣໂຊບຽມ)
  3. ປູກງ່າຍໃຫ່ຍໄວ ມີຮາກ, ໃບ ແລະ ລຳຕົ້ນຫຼາຍ

ແບ່ງຕາມຄວາມເໝາະສົມທີ່ປັບປຸງດິນ ຫຼື ປູກສະຫຼັບກັບພືດຫຼັກ ມີ 4 ປະເພດ ຄື:

  1. ຖົ່ວທີ່ໄຖກົບແລ້ວຍຶອຍສະດາຍໄວໃນສະພາບພື້ນທີ່ຕ່າງກັນ ເຊັ່ນ:ປໍເທືອງ (Crotalaria sp.), ຕົ້ນສະໂນ.
ປໍເທືອງ (Crotalaria sp.)
ປໍເທືອງ (Crotalaria sp.)

ປໍເທືອງ (Crotalaria sp.)
ປໍເທືອງ (Crotalaria sp.)

ຕົນສະໂນ
ຕົ້ນສະໂນ
2. ຖົ່ວທີປູກຄຸມດິນຢູ່ສວນໄມ້ໃຫ້ໝາກ, ປູກສະຫຼັບກັບການປູກສາລີ ເພື່ອຄຸມວັດສະພືດຕົ້ນ ແລະ ໃບ ເປັນພຸ້ມ ແລະ ເປັນໄປຕາມໜ້າດິນ ທີສາມາດປັບປຸງດິນເຊັ່ນ: ຖົ່ດດິນເຄືອ,ຖົ່ວລາຍ, ຖົ່ວຮິງມ້າ, ຫຍ້າໜາມແກ້ວບໍ່ມີໜາມ

ຖົ່ວດິນເຄືອ
ຖົ່ວດິນເຄືອ

3. ຖົ່ວທີໃຫ້ຝັກ ແລະ ແກ່ນ ເປັນອາຫານຂອງຄົນ ແລະ ສັດ ຫຼັງເກັບກ່ຽວແລ້ວໄຖກົບລຳຕົ້ນ, ໃບ ຫຼື ປະໄວ້ປົກຄຸມໜ້າດິນ ໃຫ້ຍ່ອຍສະດາຍຍົງດິນ ເຊັ່ນ: ຖົ່ວຂຽວ,ຖົ່ວພຸ່ມ, ຖົ່ວເຫຼືອງ, ຖົ່ວດິນ, ຖົ່ວແດງ, ຖົ່ວພູ ແລະ ຖົ່ວ

ຖົ່ວພຸມ
ຖົ່ວພຸມ
4. ພືດຕະກຸນຖົ່ວເປັນຊົງພຸມ ຫຼື ເປັນຕົ້ນໃຫ່ຍ ນອກຈາກຈະປັບປຸງດິນແລ້ວຍັງສາມາດນຳໃຊ້ເປັນປະໂຫຍດຢ່າງອຶ່ນອີກດ້ວຍ ເຊັ່ນ: ຕົ້ນກະຖິນ, ຕົ້ນຄາມຍອມຜ້າ, ຖົ່ວແຮ ແລະ ຕົ້ນຂີ້ເຫຼັ້ກ

ຖົ່ວແຮ
ຖົ່ວແຮ





No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ