ຄວາມສໍາຄັນຂອງເຄືີ່ອງປ່າຂອງດົງ
ຜະລິດຕະພັນເຄືີ່ອງປ່າຂອງດົງເປັນປັດໃຈສໍາຄັນໜຶ່ງ ໃນການພັດທະນາຊີວິການເປັນຢູ່ຂອງປະຊາຊົນໃນເຂດຊົນນະບົດ, ເພືີ່ອນໍາໄປສູ່ການຫຼຸດຜ່ອນຄວາມທຸຈົນຂອງປະຊາຊົນໃນອະນາຄົດ, ເຄືີ່ອງປ່າຂອງດົງມີຄວາມຈໍາເປັນສຸດຕໍ່ກັບການບໍາລຸງຊີວິດ ແລະ ສ້າງເສດຖະກິດຄອບຄົວ ໃນບັນດາປະເທດທີ່ກໍາລັງພັດທະນາເຄືີ່ອງປ່າຂອງດົງມີຄວາມສໍາຄັນ 3 ປັດໃຈໃຫຍ່ຄືີ:
- ສໍາຄັນຕໍ່ກັບການບໍາລຸງຊີວິດ
ເຄືີ່ອງປ່າຂອງດົງໄດ້ຕອບສະໜອງສະບຽງອາຫານ, ຢາປົວພະຍາດ ແລະ ວັດສະດຸກໍ່ສ້າງສໍາລັບທີົ່ທີົ່ພັກອາໄສ ແລະ ສ້າງລາຍຮັບປະຈໍາວັນໃຫ້ແກ່ຄອບຄົວ.
2. ສໍາຄັນທາງດ້ານສິົ່ງແວດລ້ອມ
ເຄື່ອງປ່າຂອງດົງເປັນສວນໜຶ່ງທີສາມາດອະນຸລັກປ່າໄມ້, ແຫຼ່ງນໍ້າ ແລະ ບັນຊີວະນາໆພັນ, ນັກວິທະຍາສາດ ໄດ້ໃຫ້ການຄົ້ນຄວ້າ ແລະ ເຫັນວ່າເຄື່ອງປ່າຂອງດົງ ມີສວນຊ່ວຍໃຫ້ຫລາຍຊີວະນາໆພັນສາມາດ ຄືນສູ່ສະພາບນິເວດວິທະຍາເດີມຂອງຕົນເອງ, ເປັນການປ້ອງກັນແຫລ່ງທີ່ຢູ່ອາໄສຂອງສັດປ່າ ແລະ ອະນຸລັກປ່າໄມ້ນໍາ.
3. ສໍາຄັນທາງດ້ານເສດຖະກິດ
ເຄືີ່ອງປ່າຂອງດົງສາມາດສ້າງລາຍຮັບອັນສໍາຄັນຕໍໍດ້ານເສດຖະກິດຂອງປະຊາຊົນກໍ່ຄືປະ ເທດທີກໍາລັງພັດທະນາໃນໂລກ, ຖ້າຈະທຽບແລ້ວອາດຈະສູງກວ່າລາຍຮັບໄມ້ທ່ອນ. ຢູ່ໃນຊົນນະບົດ, ຕົວເມືອງ ແລະ ຕະຫລາດສາກົນຜະລິດຕະພັນເຄືີ່ອງປ່າຂອງດົງປະເພດທີເປັນຢາພື້ນເມືອງ ແມ່ນມີການຂະ ຫຍາຍຕົວໄວກວ່າການຕະຫລາດອຸດສາຫະກໍາໄມ້ທ່ອນ. ການຕະຫລາດເຄື່ອງປ່າຂອງດົງມີການຂະຫບາຍຕົວປະມານ 20 %ໃນແຕ່ລະປີ.
ເຄື່ອງປ່າຂອງດົງເປັນປັດໃຈສໍາຄັນທີົ່ສຸດໃນການບໍາລຸງຊີວິດ ແລະ ສ້າງເສດຖະກິດພາຍໃນຄອບ ຄົວເຊັ່ນ: ເປັນອາຫານ, ໄມ້ປຸກສ້າງ ແລະ ເສດຖະກິດ, ໃນໄລຍະຜ່ານມາລາຍຮັບເປັນເງິນຍັງຕໍ່າຍ້ອນລະບົບການຕະຫລາດຍັງຈໍາກັດ, ລະບົບເສັັ້ນທາງຄົມມະນາຄົມຍັງບໍ່ສະດວກ, ຂາດເຕັກນິກໃນການຈັດສັນ ຄຸ້ມຄອງ ແລະ ເກັບກູ້ແບບຍືນຍົງ (ຄະນະວິທະຍາສາດປ່າໄມ້, 2008).
ເຄືີ່ອງປ່າຂອງດົງທີົ່ເປັນຢາ
ກ. ແຂມ
ແຂມຊື້ພາສາລາວ ຊື່ພາສາອັງກິດເອີ້ນວ່າ Tall reed, Khagra reed ມີຊືວິທະຍາສາດວ່າ Phragmites karka ເປັນພຶດທີ່ຈັດຢູ່ໃນຕະກຸນ ຫຍ້າ (Poaceae) ມີອາຍຸຫລາຍລະດູ ແລະ ທົນຕໍຄວາມແຫ້ງແລ້ງໄດ້ດີ ມັກເກີດເປັນກຸ້ມໃຫຍ່ຕາມພື້ນທີ່ພູມພຽງ ຢູ່ໄດ້ທຸກສະພາບພື້ນທີ່ທັງພື້ນທີ່ນ້ຳຂັງ ແລະ ແຫ້ງແລ້ງ ເປັນພຶດທີ່ເກີດຂື້ນຕາມທີ່ມະຊາດ ມີ້ເຫງົ້າໃຫຍ່ ລຳຕົ້ນສູງ 2-3ມ ແຜ່ນໃບຊາຫຍາບ ແຂງ ມີຂົນແຂງຄາຍຫນາມຕາມລ່ຽມໃບ ເວລາສຳຜັດຈຶ່ງຮູ້ສຶກ ໃບຍາວຮຽວປາຍໃບແຫລມຄ້າຍຄືກັບໃບເລົາ, ໃບອ້ອຍ ໃບຍາວແຕ່ 30ຊມ-80ຊມ ແຕ່ບາງເຂດທີ່ພົບເຫັນຕາມທຳມະຊາດ ຍາວເຖິງ 120ຊມ ໃບກວ້າງ ແຕ່ 1-3ຊມ, ກາບໃບຫຸ້ມຫໍ່ລຳຕົ້ນມີຂົນຫຸ້ມ ຈະອອກດອກເປັນຊໍ່ ທີ່ປາຍຍອດ ດອກສີນ້ຳຕານ ມີດອກໃຫຍ່ ປະມານ 50ຊມ.
1) ການນໍາໃຊ້ແຂມ
ຊໍ່ດອກແຂມທີ່ຕິດຢູ່ກັບກ້ານຊໍ່ ສ່ວນຫລາຍ ປະຊາຊົນຈະນໍາເອົາມາເຮັດຟອຍກວາດເຮືອນ (ຍູກວດ), ໜໍ່ອ່ອນເອົາມາເຜົາກິນມີລົດຊາດແຊບດີ ແລະ ດ້ວງທີ່ອາໃສ່ຢູ່ໃນໜໍ່ອ່ອນກໍສາມາດກິນໄດ້ດ້ວຍການໜື້ງ ຫລື ຕົ້ມໃຫ້ສຸກນອກຈາກນັັ້ນ ໃບແຂມຍັງສາມາດນໍາມາເປັນອາຫານຂອງສັດຕື່ມອີກ.
ໃນການປູກສວນຫລາຍຈະປູກໃນຕົ້ນເດືີອນ 4-6 ເພາະຊວງນີ້ຕົ້ນແຂມກໍາລັງຈະເລີນເຕີບໂຕ ຫລື ແຕກໜໍ່ອ່ອນອອກ, ໄລຍະຂອງການປູກ 2x2 m/ຕົ້ນໃນ 1 ha ຈະປູກໄດ້ 2,500 ຕົ້ນ, ອຸປະກອນນໍາໃຊ້ການປູກມີຈົກ ຫລື ສຽມຂຸດ, ພ້າຖາງ, ຂະໜາດຂອງຂຸມ 30x30x30 cm ແລ້ວກໍ່ນໍາເອົາໜໍ່ ຫລື ເຫົ້ງາຕົ້ນແຂມໄປປູກໃສ່ຂຸມທີ່ກຽມໄວ້ ແລ້ວຖົມດິນໃຫ້ລະອຽດ, ຫົດນໍ້າ ແລະ ບົວລະບັດຮັກສາ ເພື່ອໃຫ້ຮາກເຫົ້ງາດອກແຂມຕິດເກາະກັບດິນ ແລະ ຂະຫຍາຍຕົວໄດ້ດີ.
ແຂມສາມາດນໍາມາປູກໄດ້ ແລະ ຂະຫຍາຍພັນຕາມປ່າທໍາມະຊາດບ່ອນທີ່ຄ້ອຍຊັນ, ຕາມຮ່ອມພູຮ່ອມຜາ, ແຄມທາງລົດ, ຕາມປ່າແຈ້ງໂດຍສະເພາະດິນທີ່ຂາດຄວາມອຸດົມສົມບູນເປັນສີເຫລືອງ ເຊິ່ງພົບເຫັນຫລາຍໃນເຂດພາກເໜືີອຂອງລາວ, ເຊິ່ງມີຄວາມສູງຈາກລະດັບໜ້ານໍ້າທະເລປະມານ 300-1,500 m.
ດອກແຂມເປັນສິນຄ້າທີ່ມີລາຄາ ທີ່ທ້ອງຕະຫລາດມີຄວາມຕ້ອງການຫລາຍ ດັ່ງນັັ້ນ ດອກແຂມທີ່ປະຊາຊົນເກັບມາແມ່ນຈະມີແມ່ຄ້າມາຮັບຊື້ໃນແຕ່ລະດູການ, ເຊິ່ງລາຄາຂາຍແມ່ນ 10,000-15,000 ກີບ/kg (ປີ 2020 ) ແລະ ນອກນັັ້ນ ຍັງສາມາດນໍາມາຜະລິດເປັນເຄື່ອງໃຊ້ເຊັ່ນ: ຟອຍກວດເຮືີອນຂາຍໃນລາຄາ 7, 000-10,000 ກີບ/ກ້ານ.
ແຂມເກັບກູ້ໃນລະຫ່ວາງເດືອນ 1-2 ໄລຍະການເກັບກູ້ຂອງດອກແຂມແມ່ນ 1 ປີ, ຫລັງຈາກແຂມອອກດອກໄດ້ປະມານ 3 ເດືີອນຈຶ່ງສາມາດເກັບກູ້ໄດ້. ວິທີການເກັບກູ້ສ່ວນຫລາຍຈະໃຊ້ພ້າ ຫລື ກ່ຽວຕັດເອົາ ເຊິ່ງການເກັບກູ້ແມ່ນຈະເລືອກຕັດເອົາສະເພາະແຕ່ລໍາ ທີ່ມີດອກໃຫຍ່ ແລະ ງາມ ຫລັງຈາກເກັບມາແລ້ວກໍ່ຕາກໃຫ້ແຫ້ງຕີເອົາແກ່ນອອກ, ຈີກເຮັດເປັນເສັັ້ນເກັບຮັກສາໄວ້ໃນສ່າງ ຫລື ສົົ່ງຂາຍໃຫ້ພໍ່ຄ້າ.
ຂ. ຕົ້ນຂ່າ
ການນໍາໃຊ້ ແລະ ການກະຈາຍພັນ
ຂ່າ ມີຫລາຍຊະນິດທີ່ໄດ້ນໍາໃຊ້ກັນໃນປະເທດລາວ ແຕ່ຍັງສັບສົນໃນການຈໍາແນກຊື່ເຊັ່ນ: ຂ່າຫລວງ, ຂ່າໃຫຍ່ ແລະ ຂ່າບ້ານ ປົກກະຕິແມ່ນມີການປູກກັນຕາມຮົ້ວສວນໃນບ້ານ, ແຕ່ວ່າຂ່າແດງ, ຂ່າປ່າ ແລະ ຂ່າຫອມແມ່ນເກີດຢູ່ຕາມປ່າທໍາມະຊາດ.
ໝາກ ແລະ ພາກສ່ວນອື່ນຂອງຂ່າມີກິ່ນຫອມ ແລະ ໃຊ້ເປັນເຄື່ອງເທດປຸງອາຫານ. ຮາກອ່ອນ ແລະ ຊໍ່ດອກອອ່ນຂອງຂ່າ ໃຊ້ກິນເປັນອາຫານຄືກັນກັບຜັກ, ຢູ່ໃນປະເທດລາວ ແລະ ໄທ ຫົວຂ່າອ່ອນ ຫລື ຮາກອ່ອນແມ່ນສໍາຄັນໂດຍສະເພາະໃນການປຸງແກງຕົວຢ່າງແມ່ນຕົ້ມຍໍາ.
ຂ່າ ມັກເກີດຕາມທໍາມະຊາດໃນປ່າປ່ຽນໃບປະສົມ, ປ່າດົງດິບ, ປ່າໄມ້ປ່ອງ,ບ່ອນເປີດໂປ່ງໃກ້ໆນ້ຳ, ບ່ອນຊັ້ນດິນເລິກ ແລະ ບາງບ່ອນກໍມີການປູກເປັນສວນ ແຕ່ຂ່າເປັນພືດມັກແສງສະຫວ່າງ ມັກພື້ນທີ່ເປີດແປນ ຈະມີການຂະຫຍາຍຕົວດີກວ່າໃນປ່າທໍາມະຊາດ ແລະ ມີດິນລະບາຍນ້ຳໄດ້ດີ.
ຄົນລາວເຮົາໄດ້ເກັບໝາກຂ່າຂາຍ ໃຫ້ຄົນຈີນເພື່ອປຸງແຕ່ງເປັນຢາຍ່ອຍອາຫານ, ປົວອາການເຈັບທ້ອງ, ຖອກທ້ອງ ແລະ ທ້ອງຂີ້ຮາກ. ນ້ຳມັນລະເຫີຍທີ່ສະກັດຈາກຮາກ ແລະ ໃບຂອງຂ່າໃຊ້ຮັກສາທາດລົ້ມ, ໂລກປະສາດ ແລະ ໂລກຜີວໜັງ. ຫົວ ແລະ ໝາກ ແມ່ນນໍາໃຊ້ເປັນຕົວເສີມກິ່ນຫອມໃນຢາ.
ຄ. ຫວາຍຂົມ
ຫວາຍເກີດເປັນສູມຄວາມສູງ 2.5-3 m ຈາກນັັ້ນ ກໍ່ຊອກຫາລາມຕົ້ນໄມ້ອື່ນເພື່ອຊົງຕົວ ແລະ ມີເສັັ້ນເລືອຂື້ນໄປຕາມຕົ້ນໄມ້ເຊິ່ງອອກດອກໃນເດືອນ 11-12. ໃບຍາວ 0.6-1 m. ກົກກ້ານໃບດ້ານເທິງຍາວ 8-15 Cm, ມີລັກສະນະເປັນຂົນຂອບໃບມີໜາມ, ກາບໃບສີຂຽວ ແລະ ໜາມຄືເຂັມສີ ເຫລືອງມີປາຍສີດໍາຍາວ 0.5- 2 Cm. ພວງດອກຍາວ 1.5-2.5 m. ແລະ ມີມືເກາະ, ແຊງດອກຍ່ອນລົງ ໝາກຍາວ 1.4 Cm, ກ້ວາງ 0.8 Cm ເກດໝາກຂາວ ຫລື ສີເຫລືອງອ່ອນ, ຂອບເປັນເສັັ້ນດໍາບາງໝາກເປັນ ຂັັ້ວນ, ແກ່ນເປັນສີລາຍ.
ຫວາຍມັກເກີດຕາມທຸກປະເພດປ່າໂດຍສະເພາະເກີດຕາມປ່າດົງດິບ, ປ່າປະສົມ, ປ່າຟຸ່ມ, ເຂດດິນຕ່ຳ ທີ່ມັກມີນ້ຳຖ້ວມ, ຄວາມສູງຈາກລະດັບໜ້ານ້ຳທະເລ 200-3,000 m. ປະເທດລາວພົບເຫັນທຸກພາກແຕ່ເໜືອເຖິງໃຕ້
ຫວາຍ [Wai]
ຊື່ວິທະຍາສາດໂດຍລວມ: Calamus spp.
ຊື່ທົ່ວໄປເປັນພາສາອັງກິດ: rattan palm
ຂ້ອຍແມ່ນຕົ້ນຫວາຍ ຊຶ່ງນອນໃນຕະກຸນດຽວກັນກັບຕົ້ນພ້າວ, ຕົ້ນໝາກ ແລະ ຕົ້ນຕານ ດັ່ງນີ້ເປັນຕົ້ນ ແຕ່ຕ່າງຈາກຊະນິດອື່ນໃນຕະກຸນ ຢູ່ບ່ອນວ່າ ລຳຕົ້ນມີໜາມ, ເມື່ອແກ່ ລຳຕົ້ນຈະເປັນເຄືອ ພາດເກາະໃສ່ຕົ້ນໄມ້ ຫຼື ງ່າໄມ້ອື່ນ ອັນໄດ້ເຮັດໃຫ້ຜູ້ຄົນມັກເອີ້ນຂ້ອຍວ່າ “ເຄືອຫວາຍ” ແລະ ຕ່າງອີກອັນໜຶ່ງ ແມ່ນໝາກຫວາຍ ມີເປືອກຫຸ້ມເປັນ ເກັດໆ. ຢູ່ຕາມທຳມະຊາດຂອງບ້ານເຮົາ ຫວາຍມີຫຼາຍຊະນິດ ເຊັ່ນ: ຫວາຍແດງ (Calamus gurub), ຫວາຍຫາງໜູ (Calamus solitarius), ຫວາຍຂົມ (Calamus palustris), ຫວາຍຂີ້ໄກ່ (Myrialepis paradoxa), ຫວາຍພຸ່ມ (Calamus acanthophyllus), ຫວາຍທູນ (Calamus poilanei) ດັ່ງນີ້ ເປັນຕົ້ນ. ຂ້ອຍຂະຫຍາຍພັນຢູ່ທົ່ວໄປເຊັ່ນ: ອາຟຼິກກາ, ອິນເດຍ, ສີລັງກາ, ບໍລິເວນພູຫິມາໄລ, ພາກໃຕ້ຂອງຈີນ ລົງມາຈົນເຖິງແຫຼມມາເລເຊຍເຊັ່ນ: ມ່ຽນມ້າ, ໄທ, ລາວ, ຫວຽດນາມ, ມາເລເຊຍແລະ ກຳບູເຈຍ. ສຳລັບໃນປະເທດລາວພົບແຕ່ເໜືອເຖິງໃຕ້, ຫວາຍເກີດຢູ່ໃນດິນທຸກປະເພດ ຕາມປ່າຫຼາຍຊະນິດ, ໃນທຸກສະພາບພູມມີອາກາດ, ແຕ່ສ່ວນຫຼາຍ ເກີດໃນປ່າດົງດິບ, ປ່າປະສົມ ໃນບໍລິເວນທີ່ມີຄວາມຊຸ່ມຊື່ນສູງ. ຕົ້ນຫວາຍ ທຸກຊະນິດ ເກີດເປັນສຸມ, ລຳຕົ້ນມີກາບຫຸ້ມ, ມີໜາມແຫຼມ ແລະ ແຂງ, ແຕ່ຈະຫຼົ່ນອອກໄປເມື່ອລຳແກ່, ມີທັງ ຊະນິດທີ່ມີລຳຍາວເຖິງ 150 ແມັດ, ຊະນິດມີລຳສັ້ນພຽງແຕ່ 50 ຊມ. ເສັ້ນຜ່າສູນກາງຂອງລຳ ແຕ່ 0.3 ຊມ. ເຖິງ 20 ຊມ. ໃບ ແມ່ນໃບປະສົມແບບຂົນນົກ ຄ້າຍຄືໃບພ້າວ, ສ່ວນປະກອບຂອງໃບ ມີ: ກາບໃບທີ່ຫຍາບ, ກ້ານໃບ ຍາວ ແລະ ແຂງ, ໃບຍ່ອຍ ແລະ ມືເກາະສຳລັບບາງຊະນິດ. ຊໍ່ດອກ ອອກເປັນຊໍ່ຍາວ ອອກຢູ່ປາຍຍອດຂອງລຳ ຫຼື ຕາມຂໍ້ຂອງລຳຕົ້ນ, ມີຊໍ່ດອກຜູ້ ແລະ ຊໍ່ດອກແມ່ຕ່າງກັນ ຢູ່ພາຍໃນສຸມດຽວ ກັນ.ໝາກຂອງຂ້ອຍເປັນຊິ້ນສ່ວນໜຶ່ງທີ່ເພິ່ນໃຊ້ໃນການຈັດຈຳແນກຊະນິດແບບງ່າຍໆໄດ້ເພາະແຕ່ລະຊະນິດມີຈຸດພິເສດ ແຕກຕ່າງກັນໄປ. ນອກນັ້ນ ລະດູອອກດອກ ແລະໝາກຫວາຍ ແຕ່ລະຊະນິດກໍແຕກຕ່າງກັນອີກ, ສ່ວນຫຼາຍອອກຕະຫຼອດປີ ແຕ່ມີຫວາຍບາງຊະນິດເວລາເປັນໝາກ ຈະໃຊ້ເວລາເປັນປີ ໝາກຈິ່ງສຸກໄດ້. ປະຊາຊົນນຳ ໃຊ້ຫວາຍຢ່າງກວ້າງຂວາງ ແຕ່ສະໄໝບູຮານມາ ດັ່ງຍອດອ່ອນຂອງຫວາຍ ເພິ່ນໃຊ້ປຸງແຕ່ງອາຫານຍອດນິຍົມຂອງຄົນລາວທົ່ວໄປ ເຊັ່ນ ແຈ່ວຫວາຍ, ອ່ອມຫວາຍ, ເປັນຜັກກັບລາບ,… ດັ່ງນີ້ ເປັນຕົ້ນ. ພວກເຈົ້າເຄີຍ ເຫັນເຂົາເຈົ້າຂາຍເຄື່ອງຫັດຖະກໍາຕາມຮ້ານ ຫຼື ເປັນເຄ່ືອງໃຊ້ຢູ່ໃນເຮືອນ ເຊັ່ນ: ພາເຂົ້າ, ຕິບເຂົ້າ, ຂັນໃສ່ບາດ, ກະຕ່າແລະ ເຄື່ອງເຟີນິເຈິທີ່ສວຍງາມ ນັ້ນແມ່ນເຮັດມາຈາກລຳ ຫຼື ເຄືອຂອງຂ້ອຍນັ້ນເອງ ເພາະມັນມີຄວາມໝັ້ນໜຽວ ແຕ່ສາມາດ ປັບດັດເພື່ອໃຫ້ໄດ້ຮູບຊົງທີ່ຕ້ອງການໄດ້ງ່າຍ ຄຽງຄູ່ໄປກັບຄວາມສະງ່າງາມ. ຍ້ອນແນວນັ້ນ ຕະຫຼາດຄວາມຕ້ອງການຫວາຍ ທັງພາຍໃນ ແລະ ພາຍນອກ ຈຶ່ງສູງຂຶ້ນຢ່າງບໍ່ຢຸດຢັ້ງເລີຍອັນເຮັດໃຫ້ຂ້ອຍຖືກຂຸດຄົ້ນຫຼາຍ ຈົນວ່າຫວາຍບາງຊະນິດ ຖືກຈັດເປັນພືດຫາຍາກແລ້ວ ດັ່ງ ຫວາຍທູນ ຍ້ອນລຳໃຫຍ່ ລາຄາສູງ, ຫວາຍຫາງໜູ ຍ້ອນແຂງ ແລະ ທົນທານ,...ແຕ່ຍັງດີ ໃນປະເທດເຮົາ ຍັງມີຜູ້ຄົນຈຳນວນໜຶ່ງ ໄດ້ລິເລີ້ມປູກຫວາຍ ເປັນສິນຄ້າ ເພື່ອການບໍລິໂພກ ແລະ ໃຊ້ຜລິດເຄື່ອງຫັດຖະກຳ. ຫວາຍເປັນພືດ ທີ່ທົນທານ ແລະ ເຕີບໂຕຊ້າ ພວກເຮົາຄວນເພີ່ມທະວີການປູກຕົ້ນຫວາຍ ເພື່ອການຊົມໃຊ້ຕາມຄວາມຕ້ອງການ ແລະ ເພື່ອໃຫ້ລຸ້ນລູກຫຼານ ໄດ້ຊົມໃຊ້ ສົມກັບຄຸນຄ່າທີ່ແທ້ຈິງຂອງຫວາຍດ້ວຍ.
ງ. ໝາກແໜ່ງກວາງຕຸງ
ລັກສະນະພືີດສາດ ແລະ ການກະຈາຍພັນ
ໃນປະເທດລາວຈະມີໝາກແໜ່ງຊະນິດ A.Ovoideum, A.villosum, ໝາກແໜ່ງແດງ, ໝາກແໜ່ງຂຽວ ແລະ ອີກຫລາຍໆຊະນິດ ນອກນັັ້ນ ໝາກແໜ່ງຍັງມີການກະຈາຍຢູ່ປະເທດອິນເດຍ, ພາກໃຕ້ຂອງປະເທດຈີນ, ພະມ້າ, ຫວຽດນາມ, ກໍາປູເຈຍ ແລະ ປະເທດມາເລເຊຍ.
ໝາກແໜ່ງກວາງຕຸງມີຕົ້ນກໍາເນີດມາຈາດປະເທດຈີນ ເປັນພືດລົ້ມລຸກລໍາຕົ້ນສູງປະ ມານ 1-2 m ໃບດ່ຽວມີຂະໜາດໃຫຍ່ ເສັ້ນກ້ານໃບຂະໜານ, ກົກກ້ານໃບເປັນກາບ, ຫລັງໃບສີເຂັັ້ມ, ໜ້າໃບສີເຫລືອມ ແລະ ໝື່ນ. ມີຮາກເຫົ່ງາໜາແໜ້ນອອກດອກເປັນຈ້ ຸມຕາມຮາກເຫງົ່າ, ເກສອນຜ້ ູ ແລະ ເກ ສອນແມ່ຢ່ ູດອກດ່ຽວກັນ ດອກອອກບໍລິເວນຮາກ ມີຊໍົ່ດອກເປັນສາມລ່ຽມ ແລະ ປາຍແຫລມ ຫລັງຈາກດອກປະສົມພັນປະມານ 100 ວັນ ໝາກຈະສຸກແກ່ ມີສີແດງເຂັັ້ມ ແລະ ສີຂຽວ ແກ່ໃນເດືອນ 7-8.
ໂດຍທົ່ວໄປແລ້ວ ໝາກແໜ່ງມັກເກີດປົນກັບປ່າໄມ້ປ່ອງຕາມແຄມສາຍນ້ຳ, ໃນປ່າຜັດໃບປະສົມ, ປ່າດົງດິບ ແລະ ປ່າເລົ່າແກ່ຕາມພືີ້ນທີົ່ເປັນດິນຜຸຜຸຍ ແລະ ດິນປົນຊາຍສູງຈາກລະດັບໜ້ານ້ຳທະເລ 500-1,000 m. ຕ້ອງການແສງສະຫວ່າງປະມານ 50 % ຖ້າຫາກມີແສງສະຫວ່າງຫລາຍເກີນໄປຈະມີຕົ້ນໃຫຍ່ໃບຫລາຍແຕ່ຜົນຜະລິດໝາກຈະໜ້ອຍ.
ການປູກ ແລະ ການບົວລະບັດຮັກສາ
ໝາກແໜ່ງ ສາມາດຂະຫຍາຍພັນດ້ວຍແກ່ນ ແລະ ເຫົ້ງາຊ່ວງໄລຍະທີເໝາະສົມການປູກແມ່ນໃນເດືອນ 5-6, ໄລຍະຫ່າງຂອງການປູກແມ່ນ 1x1 m, ຂະໜາດຂອງຂຸມ 20x30x20 Cm, ໃນ 1 ha ສາມາດໝາກແໜ່ງໄດ້ 10,000 ຕົ້ນ. ໝາກແໜ່ງຈະຂະຫຍາຍໜໍ່ໄດ້ໂດຍໃຊ້ເວລາ 2 ປີ ຂືີ້ນໄປ. ການປູກດ້ວຍເຫົ້ງາ ແລະ ແກ່ນ ມີເນື້ອໃນດັ່ງນີ້:
- ການປູກດ້ວຍເຫົ້ງາ: ເລືີອກເອົາໜໍ່ທີບໍ່ທັນເປັນໝາກເຊິ່ງມີອາຍຸປະມານ 8-12 ເດືີອນ, ໜໍ່ອ່ອນສູງປະມານ 10-30 Cm, ເບ້ຍທີຈະນໍາມາປູກຕ້ອງມີໃບຫລາຍສຸດບໍ່ໃຫ້ເກີນ 2 ຫລື 3 ໃບ ໃຊ້ເວລາ 2-3 ປີ ຕົ້ນໝາກແໜ່ງສາມາດໃຫ້ຜົນຜະລິດໄດ້, ການປູກດ້ວຍເຫົ້ງາແມ່ນຈະໃຫ້ຜົນຜະລິດໄວກ່ວາການປູກດ້ວຍແກ່ນ, ຫລັງຈາກປູກແລ້ວຕ້ອງໄດ້ບົວລະບັດຮັກສາເປັນຕົ້ນເສຍຫຍ້າໃນຊວງໄລຍະຕົ້ນໝາກແໜ່ງຍັງນ້ອຍ ແຕ່ຢ່າງນ້ອຍ 3 ຄັັ້ງ/ປີ, ເມື່ອຕົ້ນໝາກແໜ່ງມີລວງສູງປະມານ 60 Cm ຂືີ້ນໄປອະນາໄມ 1-2 ຄັັ້ງ/ປີກໍໄດ້, ເພາະຊະນິດຕ່າງໆບໍົ່ສາມາດເກີດຂືີ້ນໄດ້.
ການປູກດ້ວຍແກ່ນ: ແມ່ນເລືີອກເອົາໝາກທີ່ສຸກດີ ແລະ ເປັນໜ່ວຍຂ້ອນຂ້າງໃຫຍ່, ແກະເປືອກອອກແລ້ວນໍາໄປກ້າເລີຍ ຖ້າຫາກປະໄວ້ຫລາຍວັນຈະເຮັດໃຫ້ເປີເຊັນການແຕກງອກຫຼຸດລົງ.
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ