google-site-verification: google0d91bc93cfc88895.html ການວາງແຜນໂຄງການອ່າງໂຕ່ງຂອງຊຸມຊົນ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Monday, July 25, 2016

ການວາງແຜນໂຄງການອ່າງໂຕ່ງຂອງຊຸມຊົນ

ການວາງແຜນໂຄງການອ່າງໂຕ່ງຂອງຊຸມຊົນ

ໜ່ວຍງານຂອງໂຄງການອ່າງໂຕ່ງຢູ່ແມ່ນໍ້າອໍແກນໄດ້ປະຕິບັດຕາມຂັ້ນຕອນໃນການເລີ່ມຕົ້ນປົກປັກຮັກສາອ່າງໂຕ່ງຂອງພວກເຂົາດັ່ງລຸ່ມນີ້:

1. ຊອກຫາຂໍ້ມູນກ່ຽວກັບສະພາບຂອງອ່າງໂຕ່ງ

ຢູ່ໃນກຸ່ມປະກອບດ້ວຍຫົວໜ້າກຸ່ມ, ອາຈານສອນ,ແລະ ຜູ້ອື່ນໆ ໄປຢ້ຽມຢາມສະຖານທີ່ສໍາຄັນເພື່ອກວດເບິ່ ງສະພາບຂອງອ່າງໂຕ່ງ. ມັນອາດຈະໃຊ້ເວລາທີ່ ແຕກຕ່ າງກັນນີ້ແມ່ ນຂຶ້ນກັບຂະໜາດຂອງອ່າງໂຕ່ງ, ມັນອາດ ຈະໃຊ້ເວລາພຽງແຕ່ 1ມື້, ຫຼືເປັນຫຼາຍອາທິດ.
ໄປກວດສອບເບິ່ ງທາງນໍ້າທີ່ສໍາຄັນ ແລະ ຈົດບັນທຶກລາຍລະອຽດວ່າມັນມີການຕິດພັນກັບແມ່ນໍ້າ
ສາຍໃດ. ຈົດບັນທຶກວ່າຜູ້ໃດອາໄສຢູ່ສ່ວນໃດຂອງອ່າງໂຕ່ງ ແລະ ດິນແລະ ຊັບພະຍາກອນໄດ້ຖືກໃຊ້ຄືແນວ ໃດໃນບໍລິເວນທີ່ຕ່າງກັນ. ໄປຢ້ຽມຢາມບ່ ອນທີ່ ຜູ້ຄົນໄປເອົານໍ້າ,ສະຖານທີ່ ນັ້ນນໍ້າອາດຈະມີການປົນເປື້ອນ (ເຊັ່ນວ່າໃກ້ໂຮງງານ, ລ້ຽງສັດ, ບ່ອນຖີ້ມຂີ້ເຫຍື້ອ) ແລະ ບໍລິເວນອື່ນໆທີ່ເຫັນວ່າສໍາຄັນ.
ປຶກສາຫາລືກັບຜູ້ອື່ ນໆກ່ ຽວກັບການປ່ ຽນແປງທີ່ ພວກເຂົາສາມາດສັງເກດເຫັນໃນໄລະຍະຜ່ານມາ.ນາຍ ພານ ແລະ ຄົນຫາປາເຂົາຮູ້ຈັກວ່າສັດຢູ່ບ່ອນໃດ ແລະ ຮູ້ອີກວ່າມັນເຄີຍຢູ່ບ່ອນໃດ. ພວກມັນອາໄສຢູ່ບ່ອນທີ່ແຕກຕ່າງກັນໃນເວລາທີ່ຕ່າງກັນ. ຢູ່ໃນຊຸມຊົນຂອງພວກທ່ານມີຜູ້ຊ່ຽວຊານກ່ຽວກັນອ່າງໂຕ່ງເປັນຈໍານວນຫຼວງຫຼາຍ. 

2. ສ້າງແຜນວາດ ຫຼື ແຕ້ມຮູບອ່າງໂຕ່ງ 

ຫຼັງຈາກການໄປກວດສອບເບິ່ງອ່າງໂຕ່ງ, ໃຫ້ປຶກສາຫາລືກັນກັບສິ່ງທີ່ທ່ານໄດ້ຮຽນຮູ້ ແລະຈະເຮັດແນວໃດດີທີ່ຈະສາມາດແລກປ່ຽນຂໍ້ມູນກັບຊຸມຊົນ. ປຶກສາກ່ຽວກັບສິ່ງທີ່ເປັນສາເຫດເຮັດໃຫ້ເກີດອັນຕະລາຍກັບດິນ ແລະ ນໍ້າ. ຂໍ້ມູນລຸ່ມນັ້ນສາມາດຊ່ວຍໃຫ້ພວກທ່ານສາມາດສ້າງແຜນທີ່ຂອງອ່າງໂຕ່ງ ແລະ ໝາຍໃສ່ສະຖານສໍາຄັນຕ່າງໆ. ຜູ້ອາວຸໂສສາມາດຊ່ວຍໄດ້ຫຼາຍເຊັ່ນກັນ ເພາະວ່າພວກທ່ານສາມາດແຕ້ມແຜນວາດກ່ຽວກັບສິ່ງຕ່າງໆແລະ ພວກມັນມີການປ່ຽນແປງຄືແນວໃດ. ( ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບການແຕ້ມແຜນທີໃນໜ້າ 15).

3. ຈັດຕັ້ງກອງປະຊຸມຂອງຊຸມຊົນ

ຈັດກອງປະຊຸມຄົນທີ່ຢູ່ໃນຊຸມຊົນທັງໝົດທີ່ອາໄສຢູ່ບໍລິເວນອ່າງໂຕ່ງ. ມັນສໍາຄັນເປັນພິເສດທີ່ ຈະເຊື້ອເຊີນອາສາສະມັກເພື່ ອສຸຂະພາບ, ຜູ້ຮັບຜິດຊອບກ່ຽວກັບນໍ້າ, ສຸຂາພິບານ, ເຈົ້າຂອງທີ່ດິນ, ແລະ ຜູ້ຄົນທີ່ຊົມ
ໃຊ້ນໍ້າ.
ໃຫ້ໃຊ້ແຜນວາດ ແລະ ຮູບແຕ້ມເພື່ອອະທິບາຍບັນຫາທີ່ທ່ານພົບ. ປຸກລະດົມຄົນໃຫ້ແລກປ່ ຽນຄວາມກັງວົນທ່ີມີຕໍ່ ບັນຫາສຸຂະພາບ ແລະ ປຶກສາຫາລຶກັນວ່າບັນຫາເຫຼົ່ ານັ້ນອາດຈະມີສາເຫດມາຈາກຫຍັງກັນແທ້ ເຊັ່ນວ່າ: ນໍ້າຖືກປົນເປື້ອນ, ການຕັດໄມ້ທໍາລາຍປ່າ, ການກັດເຊາະຂອງດິນ ຫຼື ບັນຫາຕ່າງໆ ຂອງ ອ່າງໂຕ່ງ. ໃຫ້ຈື່ໄວ້ວ່າພວກເຮົາຍັງຕ້ອງໄດ້ປຶກສາຫາລືກັນກ່ຽວກັບສອງບັນ/ຫາຄືບັນຫານໍ້າເທິງໜ້າດິນ ແລະນໍ້າຢູ່ພື້ນດິນ.
ເປົ້າໝາຍຂອງການປຶກສາຫາລືກັນແມ່ນເລີ່ມຈາກການໄຈ້ແຍກບັນຫາໄປຈົນເຖິງຂັນຕອນການແກ້ໄຂບັນຫາເຫຼົ່ານັ້ນ. ເມື່ອແຕ່ລະບັນຫາຖືກຍົກຂຶ້ນມາຖາມວ່າ: ພວກເຮົາສາມາດແກ້ໄຂບັນຫານີ້ຄືແນວໃດ? ເມື່ອໃດທີ່ພວກເຮົາຕ້ອງການການສະໜັບສະໜູນທາງດ້ານເຕັກນິກ, ເງິນຄໍາຫຼື ອຸປະກອນຕ່າງໆ? ແມ່ນໃຜຕ້ອງການມີສ່ວນຮ່ວມ?

4. ສ້າງຫຸ້ນສ່ວນເພື່ອປົກປັກຮັກສາອ່າງໂຕ່ງ 

ກອງປະຊຸມ ແລະ ການໄປຢ້ຽມຢາມບ່ອນຕ່າງໆຂອງອ່າງໂຕ່ງແມ່ນວິທີທາງທີ່ດີໃນການສ້າງຫຸ້ນສ່ວນລະຫວ່າງຜູ້ຄົນທີ່ອາໄສຢູ່ບໍລິເວນອ່າງໂຕ່ງ. ຈັດກອງປະຊຸມກັບຜູ້ທີ່ອາໄສຢູ່ທັງແມ່ນໍ້າຕອນຕົ້ນ ແລະ ແມ່ນໍ້າຕອນລຸ່ມເພາະພວກເຂົາເປັນສ່ວນໜຶ່ງຂອງອ່າງໂຕ່ງ. ຫຼັງຈາກນັ້ນຈັດຕັ້ງກອງປະຊຸມຈາກກຸ່ມຕ່າງໆ. ຊີ້ແຈງຈຸດໝາຍທີ່ມີຮ່ວມກັນ ແລະ ຫາວິທີທາງເພື່ອດໍາເນີນການເພື່ອບັນລຸຈຸດໝາຍເຫຼົ່ານັ້ນນີ້ກໍ່ເພື່ອຜົນປະໂຫຍດຂອງໝົດທຸກຄົນ.
ຫຸ້ນສ່ວນບາງເທື່ອແມ່ນຍາກສໍາລັບການສ້າງຕັ້ງໂດຍສະເພາະແມ່ນບ່ອນທີ່ມີອ່າງໂຕ່ງຂະໜາດໃຫຍ່.ເຈົ້າ ອາດ ຈະປະສານງານໃນແຕ່ລະກຸ່ມຂອງແຕ່ລະທ້ອງຖິ່ນ ແລະ ເມືອງຫຼື ສະມາຄົມຕ່າງໆ ທີ່ມີຄວາມແຕກຕ່າງກັນ.
ກຸ່ມທີ່ແຕກຕ່າງກັນ ຫຼື ຊຸມຊົນທີ່ແຕກຕ່າງກັນກໍ່ມີຄວາມຄິດທີ່ແຕກຕ່າງກັນໃນສິ່ງທີ່ເກີດຂຶ້ນໃນອ່າໂຕ່ງ ແລະ ອາດຈະເປັນການຍາກທີ່ຈະເຂົ້າໃຈ ຫຼື ຍອມຮັບຄວາມຄິດເຫັນຂອງກຸ່ມອື່ນ ຫຼື ຊຸມຊົນອື່ນ . ຄວາມແຕກຕ່າງເລື່ອງອໍານາດ, ຊັບພະຍາກອນ, ອໍານາດຊັກຈູງ,ສິ່ງເຫຼົ່ານີ້ສາມາດສ້າງຂໍ້ຄັດແຍ່ງທີ່ຮ້າຍ ແຮງໄດ້. ແຕ່ວ່າເມື່ອທຸກໆຄວາມຕ້ອງການ ແລະການປະກອບສ່ວນຕ່າງໆໄດ້ຮັບການຍອມຮັບຈາກທຸກໆຄົນ. ບໍ່ແມ່ນຍ້ອນວ່າເຂົາຮັ່ງມີ ຫຼືມີຖານະຫຸ້ນສ່ ວນໃນການດໍາເນີນງານປົກປັກຮັກສາອ່ າງໂຕ່ ງກໍ່ ຈະຖືກສ້າງຂຶ້ນຢ່ າງເຂັ້ມແຂງ. ການເຮັດວຽກຢ່າງເປີດເຜີຍ ແລະ ຊື່ສັດຈະຊ່ວຍໃຫ້ສ້າງຄວາມເຊື່ອໝັ້ນ ແລະ ຖ້າວ່າຫຸ້ນ ສ່ວນຖືກຄາດຫວັງໃນການປະກອບສ່ ວນພວກເຂົາຄວນຈະໄດ້ຮັບຜົນປະໂຫຍດຈາກມັນເຊັ່ນກັນ.
ເມື່ອຄິດຮອດການແກ້ໄຂ້ບັນຫາທີ່ໄດ້ເຮັດຂຶ້ນໃນພູເຂົາແມ່ນ້ຳອໍແກນ. ກຸ່ມໜຶ່ງປູກຕົ້ນໄມ້ຢູ່ເທິງທີ່ດິນຜູ້ອື່ນ. ເຈົ້າຂອງຟາມລ້ຽງສັດທີ່ຮັ່ງມີເຫັນດີທີ່ຈະເຮັດຮົ້ວອ້ອມຮ່ອງນ້ຳແລະ ນ້ຳພຸຕາມທຳມະຊາດ. ບາງຄົນແມ່ນຍອມຂາຍດິນ. ຄວາມຕັ້ງໃຈ, ຄວາມອົດທົນ ແລະ ຄວາມຕັ້ງໃຈທີ່ມີນ້ຳທີ່ສະອາດຫຼາຍຂຶ້ນແມ່ນເພື່ອເຮັດໃຫ້ 2 ຫຸ້ນສ່ວນມີການເຕີບໃຫຍ່ຂະຫຍາຍຕົວ ແລະ ປະສົບຜົນສຳເລັດ.

5.ສ້າງແຜນດຳເນີນງານ

ຕັ້ງເປົ້າໝາຍໃຫ້ຈະແຈ້ງ ແລະ ສ້າງແຜນດຳເນີນງານ.ເປົ້າໝາຍອັນໜຶ່ງແມ່ນໃຫ້ປູກຕົ້ນໄມ້ໃກ້ໆກັບແຫຼ່ງນ້ຳໃຫຍ່ໃນ 5 ປີ. ອີກເປົ້າໝາຍໜຶ່ງແມ່ນເພື່ອປົກປັກຮັກສາແມ່ນ້ຳ.ເພື່ອວ່າໃນ 50 ປີມັນອາດມີນ້ຳສະອາດດື່ມ.
ແຜນການດຳເນີນງານແມ່ນການປົກປັກຮັກສາພື້ນດິນບາງບ່ອນໂດຍບໍ່ນຳໃຊ້ດິນເລີຍ. ໂດຍແມ່ນດິນທີ່ໃກ້ກັບຮ່ອງນ້ຳ ຫຼື ຈອມພູ ແລະ ຂຽນປະກາດຕິດໃສ່ຕົ້ນໄມ້ວ່າ: ອະນຸລັກແຫຼ່ງນ້ຳບໍ່ໃຫ້ໃຊ້.
ຜົນປະໂຫຍດຂອງການປົກປັກຮັກສາແຫຼ່ ງນ້ຳຕາມທຳມະຊາດແລ້ວຜູ້ມີໄດ້ຮັບຜົນປະໂຫຍດແມ່ນຜູ້ທີ່ອາໄສຢູ່ກ້ອງຂອງອ່າງໂຕ່ງ (ໂດຍການທີ່ມີນ້ຳຫຼາຍຂຶ້ນ ແລະ ສາມາດປັບປຸງດິນ) ເຮັດແຜນດຳເນີນງານແມ່ນຍັງລວມເອົາຄວາມຕ້ອງການຂອງຜູ້ຄົນທີ່ອາໄສຢູ່ເທິງອ່າງໂຕ່ງ ຊຶ່ງແມ່ນຜູ້ທີ່ຈະໄດ້ຮັບຜົນປະໂຫຍດພາຍຫຼັງ. ເມື່ອທຸກໆຄົນໃນຊຸມຊົນເຮັດວຽກຮ່ວມກັນແຜນການອາດຈະໄດ້ຮັບຜົນສຳເລັດ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ