google-site-verification: google0d91bc93cfc88895.html ສານພິດເຂົ້າສູ່ຮ່າງກາຍຂອງຄົນເຮົາ ດ້ວຍ 3 ວຶິທີ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Sunday, July 24, 2016

ສານພິດເຂົ້າສູ່ຮ່າງກາຍຂອງຄົນເຮົາ ດ້ວຍ 3 ວຶິທີ



ວິທີທີ່ສານພິດເຂົ້າສູ່ຮ່າງກາຍຂອງຄົນເຮົາ


ເມື່ອຜູ້ໃດກໍ່ຕາມຍິ່ງຢູ່ກັບສານພິດເຄມີນັ້ນດົນເທົ່າໃດ ກໍ່ຍິ່ງມີອັນຕະລາຍຫຼາຍເທົ່ານັ້ນ (ໂດຍສະເພາະແມ່ນການສຳຜັດສານພິດນັ້ນໂດຍກົງ). ສານພິດກໍ່ໃຫ້ເກີດອັນຕະລາຍໄດ້ສອງແບບຄືແບບເກີດເປັນອັນຕະລາຍທັນທີເມື່ອສຳຜັດມັນ ແລະ ແບບທີສອງກໍ່ຄື ມີຜົນຮ້າຍຍາວນານ. ຕົວຢ່າງຂອງທີ່ເປັນອັນຕະລາຍທັນທີ ກໍ່ຄືກໍລະນີ ທີ່ປະຊາຊົນເມືອງໂບປາລ ໄດ້ສຳຜັດກັບສານພິດໂດຍກົງພ້ອມໆກັນ ໂດຍຜ່ານທາງການຫາຍໃຈເອົາອາຍພິດ ແລະ ອາຍພິດນັ້ນປິວມາຖືກຜິວໜັງຂອງພວກເຂົາ ຊຶ່ງມັນເຮັດໃຫ້ເຂົາເຈົ້າເປັນອັນຕະລາຍໃນທັນທີທັນໃດ ແລະ ຕົວຢ່າງຂອງຜົນຮ້າຍຍາວນານກໍ່ຄື ຫຼັງເກີດເຫດຮົ່ວໄຫຼຂອງສານພິດທີ່ເມືອງໂບປາລນັ້ນ, ແມ່ນບໍ່ມີການຈັດການໃດໆກັບສານພິດເຄມີທີ່ຕົກເຮ່ຍອອກມານັ້ນ ຊຶ່ງເຮັດໃຫ້ມັນແຜ່ກະຈາຍອອກໄປທົ່ວພື້ນທີ່ອ້ອມໆໂຮງງານ ແລ້ວຊຶມລົງໄປໃນດິນ ແລະ ໄປປົນເປື້ອນກັບແຫຼ່ງນ້ຳໃຕ້ດິນທີ່ຢູ່ພື້ນຂອງເມືອງໂບປາລນັ້ນ ແລະ ເຮັດໃຫ້ແຫຼ່ງນ້ຳນັ້ນເປັນ ພິດ. ເມື່ອປະຊາຊົນໃນເມືອງນັ້ນພາກັນນຳນ້ຳນັ້ນມາດື່ມກິນ ພວກເຂົາເຈົ້າກໍ່ໄດ້ຮັບເອົາສານ ພິດເທື່ອລະໜ້ອຍ. ເມື່ອເວລາຜ່ານໄປຫຼາຍປີ ສານພິດເຄມີນັ້ນກໍຈະກໍ່ໃຫ້ເກີດໂລກໄພໄຂ້ເຈັບຕ່າງໆຂຶ້ນແກ່ປະຊາຊົນເຫຼົ່ານັ້ນ ແລະ ກໍ່ລູກຫຼານຂອງພວກເຂົາເຈົ້ານຳ.
               ສະນັ້ນ ເພື່ອປ້ອງກັນຕົນເອງຈາກການຕົກຢູ່ໃນສະພາບແວດລ້ອມທີ່ເປັນພິດ ຫຼືການສຳຜັດສານພິດນັ້ນໂດຍກົງ ບໍ່ວ່າຈະເປັນການສຳຜັດສານພິດຄືໃນເຫດການໃຫຍ່ໆ ຄືດັ່ງໃນເມືອງໂບປາລ໌ ຫຼື ການສຳຜັດ ຫຼື ຢູ່ກັບສານພິດຕາມບ້ານເຮືອນຕ່າງໆ ເຊັ່ນ: ສານພິດ ທີ່ມີໃນນ້ຳສີ, ນ້ຳຢາລ້າງເລັບ ແລະ ໃນຜະລິດຕະພັນອື່ນໆ; ເພື່ອປ້ອງກັນຕົນເອງບໍ່ໃຫ້ມີການສຳຜັດ ຫຼື ຢູ່ກັບສານພິດນັ້ນອີກຕໍ່ໄປ ສິ່ງທຳອິດທີ່ຈະຄວນເຮັດກໍ່ຄື ຢູ່ຫ່າງໄກຈາກສານພິດເຄມີເຫຼົ່ານັ້ນ ຫຼືບໍ່ດັ່ງນັ້ນ ກໍ່ໃຫ້ເອົາສານພິດເຫຼົ່ານັ້ນໄປເກັບມ້ຽນໄວ້ໃຫ້ຫ່າງໄກຈາກຕົນເອງ ແລະ ຫຼັງຈາກນັ້ນ ກໍ່ໃຫ້ຄິດຫາວິທີປ້ອງກັນວ່າຈະເຮັດແນວໃດໃຫ້ຕົນເອງນັ້ນປອດໄພ ແລະ ຫ່າງໄກຈາກສານພິດເຫຼົ່ານັ້ນຕໍ່ໄປໃນອະນາຄົດ

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ