google-site-verification: google0d91bc93cfc88895.html ອັນຕະລາຍຈາກການນັ່ງເຮັດວຽກດົນ (ພະນັກງານຫ້ອງການຄວນອ່ານ) - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Monday, July 04, 2016

ອັນຕະລາຍຈາກການນັ່ງເຮັດວຽກດົນ (ພະນັກງານຫ້ອງການຄວນອ່ານ)

ນັ່ງເຮັດວຽກດົນໆ ກະທົບລະບົບເຜົາຜານ

ຜົນງານການວິໄຈການແພດຫຼ້າສຸດເປີດເຜີຍວ່າ ການນັ່ງໂດຍບໍ່ຫຍັບຍ້າຍເຄື່ອນໄຫວຮ່າງກາຍເປັນເວລາດົນໆ ສ່ຽງຕໍ່ສຸຂະພາບເຖິງຂັ້ນຊີວິດ ພ້ອມແນະນຳໃຫ້ລູກຂຶ້ນຍ່າງໃນໄລຍະເວລາເປັນວຽກຢ່າງໜ້ອຍ 2 ຊົ່ວໂມງຕໍ່ມື້
ໜັງສືພິມ ອິນດີເພນເດັນ ຂອງອັງກິດໄດ້ລາຍງານຜົນການວິໄຈຈາກວາລະສານແພດສາດການກິລາຂອງອັງກິດ ເຊິ່ງວິໄຈໂດຍ ທີມນັກວິໄຈຈາກອັງກິດ, ສະຫະລັດອາເມຣິກາ ແລະ ອອດສະເຕເລຍ ນຳໂດຍ ດຣ. ຈອນ ບັດລີ ຈາກສະຖາບັນການແພດ ມະຫາວິທະຍາໄລເຊດເຕີ້ ຂອງອັງກິດ ທີ່ໄດ້ມີການວິໄຈພຶດຕິກຳການເຮັດວຽກຂອງພະນັກງານປະຈຳໃນຫ້ອງການທີ່ສຳພັນກັບສຸຂະພາບ ພົບວ່າ ບັນຫາສຸຂະພາບທີ່ເກີດຂຶ້ນກັບຄົນທີ່ນັ່ງເຮັດວຽກໃນຫ້ອງການນັ້ນ ເກີດຈາກການນັ່ງດົນເກີນຄວາມຈຳເປັນ

ໂດຍຜົນການວິໄຈໃຫ້ລາຍລະອຽດວ່າ ການນັ່ງໂດຍບໍ່ມີການເຄື່ອນໄຫວອື່ນໆໃດ ຈະມີຄວາມສ່ຽງສູງຕໍ່ການເຈັບປ່ວຍຂອງຮ່າງກາຍທີ່ກ່ຽວກັບລະບົບການເຜົາຜານຂອງຮ່າງກາຍ ເຊິ່ງສ່ຽງເຖິງຂັ້ນເສຍຊີວິດກ່ອນໄວອັນຄວນໄດ້ ເຊິ່ງຄົນອັງກິດສ່ວນໃຫຍ່ໃຊ້ເວລາຫຼາຍເຖິງ 60% ຕໍ່ມື້ໄປກັບການນັ່ງ
ການວິໄຈໃນຄັ້ງນີ້ໄດ້ໃຫ້ຄຳແນະນຳວ່າ ພະນັກງານຄວນປັບປ່ຽນພຶດຕິກຳຈາກການນັ່ງມາເປັນການຢືນ ຫຼື ຢ່າງແບບເນີບໆ ລະຫວ່າງເວລາເຮັດວຽກຢ່າງໜ້ອຍ 2 ຊົ່ວໂມງຕໍ່ມື້ ຫຼື ດີທີ່ສຸດຄື 4 ຊົ່ວໂມງສຳລັບຄົນທີ່ນັ່ງຕັ່ງເຮັດວຽກເປັນຫຼັກ ຫຼື ປັບປ່ຽນການເຮັດວຽກທີ່ສາມາດເຮັດໄດ້ບໍ່ວ່າຢືນ ຫຼື ນັ່ງເຊັ່ນ: ໂຕະເຮັດວຽກສຳລັບຢືນ ຫຼື ນັ່ງເທິງໝາກບານໂຢຄະເຊິ່ງຊ່ວຍໃນການບໍລິຫານກ້າມເນື້ອຫຼັກ ລວມເຖິງການຄວບຄຸມອາຫານຢ່າງສະໝໍ່າສະເໜີ ແລະ ທີ່ສຳຄັນນາຍຈ້າງຕ້ອງເຕືອນພະນັກງານທຸກຄົນເຖິງອັນຕະລາຍຈາກການນັ່ງເຮັດວຽກດົນໆບໍ່ວ່າໃນບ່ອນເຮັດວຽກ ຫຼື ຢູ່ບ້ານ
ທັງນີ້ໂຕະເຮັດວຽກແບບຢືນກຳລັງເປັນທີ່ນິຍົມຫຼາຍໃນປັດຈຸບັນ ເຖິງຢ່າງໃດກໍ່ຕາມ ຖືວ່າບໍ່ແມ່ນສິ່ງປະດິດໃໝ່ ເພາະທັງ ວິນຕັນ ເຊີຊິນ ອະດີດລັດຖະມົນຕີອັງກິດ, ລີໂອນາໂດ້ ດາວິນຊີ ສິລະປິນເອກຍຸກເຣເນຊອງ, ເບນຈາມິນ ແຟຣງຄລິນ ແລະ ເອີເນດ ເຮມມິງເວ ລ້ວນແຕ່ເຄີຍເຮັດວຽກດ້ວຍໂຕະແບບຢືນມາແລ້ວ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ