google-site-verification: google0d91bc93cfc88895.html ໄມ້​ປະ​ດັບຄວນ​ປູກ​ໄວ້​ເຮືອນ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Monday, July 11, 2016

ໄມ້​ປະ​ດັບຄວນ​ປູກ​ໄວ້​ເຮືອນ


 ລັກ​ສະນະທົ່ວໄປ ພົມກຳມະຫຢີ່ ຫລືຊື່ອື່ນໆຄື ພົມຍີ່ປຸ່ນ ຫູເສືອ ເປັນໄມ້ລົ້ມລຸກ ລຳຕົ້ນອວບນ້ຳ ບໍ່​ມັກແດດຈັດ ແຕ່ມັກຄວາມຊື້ນ ປູກງ່າຍຄວາມພິເສດຢູ່ບ່ອນທີ່ສ່ວນໃບແລະດອກມີ​ນ​ຂົນປົກຄຸມຄ້າຍລັກສະນະຂອງພົມຫລືກຳມະຫຢີ່ມີລວດລາຍແລະສີສັນຂອງໃບທີ່ແຕກຕ່າງກັນໄປຕາມແຕ່ລະພັນທັ້ງໃບສີຂຽວເຂ້ມຂຽວອ່ອນນ້ຳຕານແດງ ເທົາ ແລະ ສີທອງແດງ ສ່ວນປາຍໃບແຫລມງຸ້ມນ້ອຍໆ ຂອບໃບແວກ​ມົນ ນອກຈາກນີ້ພົມກຳມະຫຢີ່ຢັງມີດອກນ້ອຍໆ ກີບດອກມີ ກີບສີສັນສົດໃສເຊັ່ນ ສີຂາວ ແດງ ມ່ວງ ຊົມພູ ສົ້ມ ເຫລືອງ ເປັນຕົ້ນ ຈຶງເຫມາະທີ່ຈະນຳໄປປູກປະດັບຄວາມສວຍງາມພາຍໃນບ້ານ




ລັກສນະທັ່ວໄປ ຕົ້ນໄມ້ຊື່ມົງຄນອີກຊະນິດຫນຶ່ງທີ່ນິ​ຍົມປູກໃນອາຄານບ້ານເຣືອນ ເພາະເປັນຕ້ນໄມ້ໃນຮົ່ມທີ່ສວຍງາມ ແຖມມີນາມເປັນມົງຄົນ ລັກສະນະລຳຕົ້ນເປັນ​ຫົວໃຕ້ດິນ ແຕກໃບຍ່ອຍເປັນສີຂຽວ​ເຫລືອມເສດເຂົັ້ມ ໃບແຂງແລະເປັນມັນ ສື່ຖຶງຄວາມມັ່ງຄັ່ງ ແລະຄວາມລາບລື່ນ ສ່ວນດອກເປັນຊໍ່ ມີລັກສ​ະນະຄ້າຍດອກເດຫລີ ຄົນສ່ວນໃຫຍ່ນິ​ຍົມປູກຕົ້ນ ກວັກມໍຣກົດ ເປັນໄມ້ປະດັບພາຍໃນບ້ານ ເນື່ອງຈາກດູແລງ່າຍ ບໍ່ຄ່ອ​ຍພົບປັນຫາໂຣ​ລພືດ ຫລື​ແມງ​ໄມ້ມາລົບກວນ


​ຕົ້ນ​ກວັກ​ມໍ​ລະ​ກົດ

ຕົ້ນເງິນໄຫລມາເປັນເຄືອໄມ້ເລື້ອຍ​​ຂະນາດນ້ອຍ ລັກ​ສະນະຕົ້ນຈະອອກກມ ໆ ເບິ່ງນ່າຣັກ ສ່ວນລັກ​ສະນະໃບຈະຄ້າຍໃບບອນ ມີສີຂຽວອ່ອນຜະສົມສີເຫລືອງຈາງ ໆ ແລະ ມີລາຍຂອງໃບເປັນເສັ້ນຊື່ສີເງິນ ໂຄນໃບໂກນ​ເລິກເບິ່ງຄ້າຍຮູບຫົວໃຈ ອີກທັ້ງດ້ວຍຊື່ ແລະ ລັກສະນະຂອງຕົ້ນໄມ້ຊະນິດນີ້ ກະເຮັດ​ໃຫ້ຄົນນິຍົມປູກເປັນໄມ້ປະດັບພາຍໃນບ້ານດ້ວຍເຊັ່ນກັນ ນອກຈາກນີ້ຕົ້ນເງິນໄຫລມາຢັງມີຄຸນສມບັດຊ່ວຍດູດສານພິດພາຍໃນອາຄານອີກດ້ວຍຄ່ະ 

 ຕົ້ນເງິນໄຫລມາເປັນພືດທີ່ມັກຢູ່ໃນທີ່ຮົ່ມ ຕ້ອງການພຽງແຕ່ແສງແດດບາງ​ຄາວ ແຕ່ຄວນຫົດນ້ຳໃຫ້​ສະ​ຫມ່ຳສະ​ເຫມີ ປະມານສັບດາລະ 3-4 ຄັ້ງ ເພື່ອປ້ອງກັນໃບແຫ້ງ ເປັນສີນ້ຳຕານ ແລະ​ແຫ່ວຕາຍ ນອກຈາກນີ້ຄວນໃຫ້ປຸ໋ຍຄອກ ຫລືປຸ໋ຍຫມັກ ປະ​ລິມານ 300-500 ກຮາມ ຕໍ່ຄັ້ງ ໂດຍໃສ່ປຸ໋ຍເດືອນລະ 1-2 ຄັ້ງກໍ່ພໍ

ໄມ້​ປະ​ດັບ

ຫມາກເຫລືອງ

ລັກສະນະ  ທົ່ວໄປ ຈັດວ່າເປັນພືດທີ່ນິຍົມປູກພາຍໃນອາຄານອີກຊະນິດຫນຶ່ງ ດ້ວຍຄວາມທີ່ມີຂະນາດລຳຕົ້ນບໍ່ສູງຫລາຍ ປະມານ 5-10 ແມັດ ແລະເປັນພືດຕະກູລປາມທີ່ດູແລງ່າຍ ມີຄວາມທົນທານ ຈຶ່ງສາມາດປູກໃນຮົ່ມໄດ້ ລັກສະນະຂອງໃບອອກສີຂຽວແຊມເຫລືອງປາຢໆ ໃບມີຄວາມອ່ອນຊ້ອຍຄາຍ​ຍົນນົກ ນອກຈາກນີ້ຫມາກເຫລືອງຢັງເປັນພືດທີ່ຄາຍນ້ຳຫລາຍ ຂະນາດຕົ້ນປະມານເກືອບ 2 ​ແມັດ ສາມາດຄາຍນ້ຳໄດ້ເຖິງ 1 ລິດໃນເວລາ 1 ຊົ່ວໂມງ ອີກທັ້ງຢັງສາມາດດູດສານພິດ ແລະ ຟອກອາກາດພາຍໃນຫ້ອງໄດ້ເປັນຢ່າງດີອີກດ້ວຍ

ວິທີການປູກແລະດູແລຣັກສາ

ເນື່ອງຈາກຕົ້ນຫມາກເຫລືອງເປັນພືດທີ່ດູແລງ່າຍ ຈຶ່ງ​ຫົດນ້ຳໃນຊ່ວງເຊົ້າພຽງ​ມື້ລະ 1 ເທື່ອກະ​ພໍ ແລະພະ​ຍາຍາມຢ່າຫົດນ້ຳ​ຈົນດິນ​ປຽກຫລາຍເກິນໄປ ເພາະຮາກແລະໃບອາດເນົ່າຕາຍໄດ້ ສ່ວນປຸ໋ຍຄວນໃຫ້ປຸ໋ຢຄອກເດືອນລະຄັ້ງ ​ລວມທັ້ງຫມັ່ນສີດລະອອງນ້ຳທຳຄວາມສະອາດໃບເລື່ອຍໆ ເພື່ອປ້ອງກັນປັນຫາແມງ​ໄມ້​ກັດກິນໃບ ທັ້ງນີ້ຄວ​ນ ວາງກະຖາງຕົ້ນຫມາກເຫລືອງໄວ້ບໍຣິເວນທີ່ແສງແດດສ່ອງ​ເຖິງ ຫ​ລືອ​ຍົກກໄປຕາກແດດ ເປັນບາງຄັ້ງ ເພື່ອໃຫ້ຕົ້ນໄມ້ໄດ້ຄາຍນ້ຳ ແລະ ສັງເຄາະແສງ



ລັກສນະທັ່ວໄປ ເສດຖີເຣືອນໃນເປັນໄມ້ກໍຂະ​ຫນາດນ້ອຍ ລັກສະນະໃບເປັນໃບນ້ອຍ​ຍາວສີຂຽວອ່ອນ ໆ ​ຕະລອດໃບ ເຄິ່ງກາງໃບໄມ້ເປັນແຖບສີຂາວຍາວຕະ​ຫລອດທັ້ງໃບເຊັ່ນກັນ ຄວາມຍາວຂອງໃບມີຂະ​ຫນາດປະມານ 15-30 ຊັງຕິແມັດ ນິຍົມປູກພາຍໃນອາຄານເພາະເປັນພືດທີ່ມີຄວາມສາມາດໃນການດູດສານພິດ ແລະ ຟອກອາກາດໄດ້ ນອກຈາກນີ້ຕ່າງຊາດຍັງເອີ້ນ​ວ່າຕົ້ນແມງມຸມ (Spider Plant) ຫລື ຕົ້ນເຄື່ອງບິນ (Airplane Plant) ເນື່ອງຈາກ​ຕົ້ນຈະແກວ່ງໄປ-ມາເວລາທີ່ຖືກ​ລົມພັດ ​ພ້ອມທັ້ງ​ຍັງເປັນຕົ້ນໄມ້​ມົງຄົນທີ່ປູກແລ້ວເຊື່ອວ່າຈະທຳໃຫ້ລ່ຳ​ລວຍຄືຊື່ຕົ້ນອີກດ້ວຍ



ລັກສະນະທັ່ວໄປ ເດຫລີເປັນໄມ້ໃນຮົ່ມທີ່​ຕາຍ​ຍາກ​ທີ່​ສຸດ ເພຣາະມີໃບສີຂຽວເຂັ້ມມັນ​ເຫລື້ອມ ແຖມຢັງໃຫ້ດອກສີຂາວແກມເຫລືອງສວຍງາມຄ້າຍດອກຫນ້າງົວ ລຳຕົ້ນມີຄວາມສູງປະມານ30-60 ຊັງຕິເມຕຣ ນິຢມປູກໃນບ້ານເພາະເປັນພືດທີ່ດູດສານພິດຈຳພວກອະແລກອອອລ໌ ອາຊີໂຕນ ໄຕຣຄລອໄຣເອທີຣີນ ເບນຊີນ ແລະຟອຣ໌ມາລດີໄອດ໌ ລວມທັງຊ່ວຍຟອກອາກາດໄດ້ເຊັ່ນກັນ ຊຶ່ງ ດອກເດຫລີ ສາມາດອອກດອກໄດ້ໃນອາຄານແມ້ນຈະ​ໄດ້​ຮັບ​ພຽງ​ແຕ່ແສງຈາກຫລອດໄຟນີອອນເທ່ານັ້ນ

http://hukased.blogspot.com/2015/05/blog-post_5.html

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ