google-site-verification: google0d91bc93cfc88895.html ທາງເລືອກເພື່ອເຮັດເຂື່ອນຂະໜາດໃຫຍ່ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Monday, July 25, 2016

ທາງເລືອກເພື່ອເຮັດເຂື່ອນຂະໜາດໃຫຍ່


ທາງເລືອກເພື່ອເຮັດເຂື່ອນຂະໜາດໃຫຍ່

ເມື່ອມີແຜນການທີ່ຈະສ້າງເຂື່ອນ, ຄຳຖາມທຳອິດແມ່ນ: ມັນຈຳເປັນທີ່ຈະສ້າງເຂື່ອນບໍ?, ເຂື່ອນຖືກສ້າງຂຶ້ນເພຶ່ອການຄຸ້ມຄອງໄພນໍ້າຖ້ວມ, ໄຟຟ້າ, ຊົນລະປະທານ ແລະເພື່ອຕອບສະໜອງນ້ຳໃຫ້ແກ່ຕົວເມື່ອງໃຫຍ່ຕ່າງໆ. ການບໍລິການເຫຼົ່ານີ້ສາມາດຕອບສະໜອງໃນວິທີການທີ່ເປັນອັນຕະລາຍນ້ອຍກວ່ານີ້. ຄຳຖາມທີ່ສອງແມ່ນໃຜຮັບຜົນປະໂຫຍດຈາກການສ້າງເຂື່ອນ, ຊຸມຊົນຈາກທົ່ວໂລກຈະໄດ້ຮັບອັນຕະລາຍຕໍ່ຕ້ານການສ້າງເຂື່ອນຂະໜາດໃຫຍ່ ແລະ ຢື່ນຂໍ້ສະເໜີເພື່ອເປັນທາງອອກຫຼາຍທາງ. ໃນກໍລະນີນີ້ພວກເຂົາໄດ້ປະສົບຜົນສຳເລັດ.
          ຄວບຄຸມໄພນ້ຳຖ້ວມ. ຖ້າເປັນໄປໄດ້ແມ່ນຫຼີກເວັ້ນການສ້າງເຂື່ອນຕັນພື້ນດິນຕາມທາງທີ່ມີນ້ຳຖ້ວມໄຫຼຜ່ານ ແລະ ດິນປຽກຊຸ່ມ. ປັບປຸງລະບົບເຕືອນໄພ ແລະ ຊ່ວຍເຕືອນຄົນໃຫ້ກຽມພ້ອມເວລາມີນ້ຳຖ້ວມ. ອານຸລັກກະແສນ້ຳໄຫຼຕາມທຳມະຊາດຈະຊ່ວຍປ້ອງກັນໄພນ້ຳຖ້ວມໃຫ້ມີປະສິດຕິພາບຫຼາຍກວ່າເຮັດເຂື່ອນ.
ພະລັງງານໄຟຟ້າ: ຊຸກຍູ້ໃຫ້ລັດຖະບານ ແລະ ຜູ້ພັດທະນາສົ່ງເສີມການໃຊ້ພະລັງງານຈາກລົມ, ແສງຕາເວັນ ຫຼື ໃຊ້ໄຟຟ້າ ແລະ ພະລັງງານໄຟຟ້າຈາກໃນອັດຕາສ່ວນໜ້ອຍໜຶ່ງຕິດຕັ້ງໃສ່ໄດ້ກັບບ່ອນທີ່ຈະນຳໃຊ້. ການຈັດການ ແລະ ຄຸ້ມຄອງທ້ອງຖິ່ນພະລັງງານແມ່ນເຮັດໃຫ້ເປັນແບບຍືນຍາວ. ເພື່ອຕອບສະໜອງໃຫ້ແກ່ຄົນໃນເມື່ອງໃຫຍ່ ແລະ ຄົນຕົວເມືອງຕ່າງໆເຊັ່ນດຽວກັບຢູ່ເຂດນອກເມືອງ.
        ການຊົນລະປະທານ. ການພັດທະນາທ້ອງຖິ່ນໄດ້ຕອບສະໜອງນ້ຳທີ່ມີຄວາມປອດໄພຫຼາຍກວ່າເຂື່ອນຕ່າງໆ. ຢູ່ໃນລັດກູຈາແລັດໃນອິນເດຍ, ເຂື່ອນນ້ອຍໆເປັນພັນໆແຫ່ງໄດ້ຖືກສ້າງຂຶ້ນ ເພື່ອກັກເກັບນ້ຳຝົນໄວ້ໃຊ້ໃນລະດູແລ້ງ ແລະ ເຮັດໃຫ້ນ້ຳຢູ່ພື້ນດິນອຸດົມສົມບູນ. ລັດຖະບານ ແລະ ປະຊາຊົນມາມີສ່ວນຮ່ວມໃນການຈ່າຍຄ່າກໍ່ສ້າງເຂື່ອນທີ່ໃຊ້ເກັບນ້ຳ. ເມື່ອກ່ອນຫຼາຍບ້ານສາມາດປ່ອຍນ້ຳຊົນລະປະທານເພື່ອເຮັດນາ
ໄດ້ພຽງ ຄັ້ງດຽວ.ໃນປະຈຸບັນແມ່ນສາມາດໃຊ້ນ້ຳໄດ້ຕະຫຼອດປີ.ຖ້າວ່າເຂື່ອນໄດ້ຖືກສະເໜີໃຫ້ສ້າງໃນເຂດອ່າງໂຕງນ້ຳຂອງພວກເຈົ້າ
ຊຸມຊົນໃນທົ່ວໂລກໄດ້ຕໍ່ຕ້ານການສ້າງເຂື່ອນໃຫຍ່,ດຳເນີນການຊຸກຍູ້ໃຫ້ທຳລາຍເຂື່ອນເກົ່າທີ່ມີຢູ່ ແລະ ຮຽກຮ້ອງໃຫ້ມີການຈ່າຍຄ່າເສຍຫາຍ ພ້ອມທັງເງິນ ແລະ ທີ່ດິນທີ່ພວກເຂົາສູນເສຍໄປຈາກການເຮັດເຂື່ອນ. ບາງຊຸມຊົນຮຽກຮ້ອງໃຫ້ມີການປ່ຽນແປງວິທີການຄຸ້ມຄອງເຂື່ອນ, ເພື່ອຊ່ວຍໃຫ້ກະແສນ້ຳໄຫຼເປັນທຳມະ ຊາດ ແລະ ຫຼຸດຜ່ອນອັນຕະລາຍຈາກເຂື່ອນທີ່ເປັນສາເຫດ. (ຂໍ້ມູນເພີ່ມເບິ່ງພາກທີ່ເວົ້າກ່ຽວກັບຊັບພະຍາກອນ).


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ