google-site-verification: google0d91bc93cfc88895.html ວັດ​ທະ​ຈັກ​ຂອງນ້ຳ (Hydrologic Cycle) - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Monday, July 04, 2016

ວັດ​ທະ​ຈັກ​ຂອງນ້ຳ (Hydrologic Cycle)

1). ວັດທະຈັກຂອງນ້ຳ (Hydrologic Cycle)
          ນ້ຳເປັນສານປະກອບມາຈາກໄຮໂດຼເຈນ ແລະ ອົກຊີເຈນມີສະຖານະເປັນຂອງແຫລວມີຫລາຍໃນທະເລແລະມະຫາສະຫມຸດ ເຊິ່ງໃນໂລກຂອງເຮົາບໍລິເວນທີ່ເປັນມະຫາສະຫມຸດປະກອບຢູ່ເຖິງ 3 ໃນ 4 ສ່ວນ ພະລັງງານຈາກແສງຕາເວັນເປັນສາເຫດທີ່ເຮັດໃຫ້ເກີດການຫມູນວຽນເປັນວັດຖະຈັກຂອງນ້ຳຂື້ນ ເມື່ອນ້ຳເທິງໂລກໄດ້ຮັບພະລັງງານຈາກແສງຕາເວັນຈະເຮັດໃຫ້ນ້ຳເທິງຜິວໂລກຕາມແຫ່ງຕ່າງໆ ທັງໃນຫ້ອຍ ຫນອງ ຄອງ ບຶງ ທະເລ ແລະ ມະຫາສະຫມຸດ ລະເຫີຍກາຍເປັນໄອນ້ຳ ແລະ ລອຍຂື້ນໄປໃນອາວາກາດ ເມື່ອອາຍນ້ຳລອຍຂື້ນສູ່ເບື້ອງເທິງແລ້ວ ຈະໄດ້ຮັບຄວາມເຢັນແລະກັ່ນຕົວກາຍເປັນລະອອງນ້ຳນ້ອຍໆລອຍຈັບກັນເປັນກຸ່ມເມກເມື່ອຈັບກັນຫລາຍຂື້ນ ແລະ ກະທົບຄວາມເຢັນຈະກັ່ນຕົວກາຍເປັນຢົດນ້ຳ ຕົກລົງສູ່ພື້ນໂລກ ແລະ ຈະເກິດຂະບວນການເຊັ່ນນີ້ຊ້ຳເລື່ອຍໆ ເປັນວັດຖະຈັກຕໍ່ເນື່ອງກັນຕະຫລອດເວລາເອີ້ນກັນວ່າ: ​ວັກຖະຈັກທຳມະຊາດຂອງນ້ຳຊື່ງເຮັດໃຫ້ມີນ້ຳເທິງຫນ້າໂລກຢ່າງສະຫມ່ຳສະເໝີ
 

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ