google-site-verification: google0d91bc93cfc88895.html ການປົກປັກຮັກສາຊັບພະຍາກອນ ທຳມະຊາດໄວ້ເພື່ອທຸກໆຄົນ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Sunday, July 24, 2016

ການປົກປັກຮັກສາຊັບພະຍາກອນ ທຳມະຊາດໄວ້ເພື່ອທຸກໆຄົນ


​ການ​ຮັກ​ສາ​ທຳ​ມະ​ຊາດ

ການປົກປັກຮັກສາຊັບພະຍາກອນທຳມະຊາດໄວ້ເພື່ອທຸກໆຄົນ

           ການປົກປັກຮັກສາຊັບພະຍາກອນທຳມະຊາດໄວ້ເພື່ອທຸກໆຄົນ ແຕ່ລະວິທີການນຳໃຊ້ຊັບ ພະຍາກອນທຳມະຊາດຂອງພວກເຮົາແມ່ນມີຜົນກະທົບຕໍ່ກັບສຸຂະພາບຂອງພວກເຮົາ ແລະ ສຸຂະພາບຂອງຊຸມຊົນໂດຍລວມ.
          ເນື່ອງຈາກພວກເຮົາທຸກໆຄົນຈຳເປັນຕ້ອງນຳໃຊ້ຊັບພະຍາກອນທຳມະຊາດດັ່ງກ່າວ. ສະນັ້ນ, ພວກເຮົາທຸກໆຄົນຕ້ອງມີສ່ວນໃນການປົກປັກຮັກສາ ແລະ ແບ່ງປັນກັນນຳໃຊ້ຊັບພະຍາກອນທຳມະຊາດເຫຼົ່ານີ້. ແຕ່ໃນຄວາມເປັນຈິງ ການແບ່ງປັນກັນໃນການນຳໃຊ້ຊັບພະຍາກອນທຳມະຊາດນັ້ນແມ່ນບໍ່ເທົ່າທຽມກັນ ຄົນທຸກຍາກແມ່ນໄດ້ໜ້ອຍທີ່ສຸດໃນຂະນະທີ່ຄົນຮັ່ງມີຊ້ຳຜັດໄດ້ຫຼາຍ. ລັດຖະບານ, ກອງທັບ ແລະ ບັນດາບໍລິສັດໃຫຍ່ໆແມ່ນມັກຈະໄດ້ສ່ວນແບ່ງກ້ອນໃຫຍ່ຂອງຊັບພະຍາກອນທຳມະຊາດເຫຼົ່ານີ້. ແມ່ນແຕ່ຢູ່ໃນຊຸມຊົນໜຶ່ງຄົນຮັ່ງມີແມ່ນຈະໄດ້ສ່ວນແບ່ງນຳໃຊ້ຊັບພະຍາກອນທຳມະຊາດທີ່ຫຼາຍກວ່າຄົນທຸກຍາກ ແລະ ພວກເຂົາເຈົ້າກໍ່ຈຳເປັນຕ້ອງໄດ້ຍາດແຍ່ງກັນເອງ ເພື່ອເອົາສ່ວນແບ່ງທີ່ມີຈຳກັດນັ້ນການແບ່ງປັນກັນການນຳໃຊ້ຊັບພະຍາກອນທຳມະຊາດທີ່ບໍ່ຍຸຕິທຳນີ້ ໄດ້ເປັນບໍ່ເກີດຂອງບັນຫາສຸຂະພາບອັນຮ້າຍແຮງຕໍ່ຄົນທຸກຍາກ.
             ພວກເຮົາສາມາດເວົ້າເຖິງການສະຫງວນຊັບພະຍາກອນທຳມະຊາດໄວ້ ໂດຍໃຊ້ ເວລາຕະຫຼອດມື້ໄດ້ ແຕ່ຕາບໃດທີ່ການຈັດແບ່ງສ່ວນການນຳໃຊ້ຊັບພະຍາກອນທຳມະຊາດທີ່ບໍ່ເທົ່າທຽມກັນນັ້ນຍັງຄົງມີຢູ່ຕໍ່ໄປ, ສຸຂະອະນາໄມກໍ່ຈະມີໃຫ້ສະເພາະແຕ່ກັບຄົນກຸ່ມນ້ອຍ ທີ່ຮັ່ງມີ ແລະ ມີຍົດຖາບັນດາສັກເທົ່ານັ້ນ ແຕ່ບໍ່ແມ່ນຂອງກຸ່ມຄົນທີ່ຕ້ອງການນຳໃຊ້ຊັບພະຍາກອນທຳມະຊາດເຫຼົ່ານັ້ນ ເພ່ືອບັນເທົາຊີວິດປະຈຳວັນຂອງພວກເຂົາ ຄືຄຳດັ່ງກ່າວຂອງຜູ້ນຳປະເທດອິນເດຍ ທ່ານ ມະຫາຕະມະ ຄານທີ ທີ່ວ່າ: “ຊັບພະຍາກອນທຳມະຊາດແມ່ນມີ

ພຽງພໍສຳລັບທຸກໆຄົນທີ່ຈຳເປັນໃຊ້ມັນ, ແຕ່ບໍ່ພຽງພໍສຳລັບທຸກໆຄົນທີ່ກະຫາຍຢາກໄດ້ມັນ.”

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ