google-site-verification: google0d91bc93cfc88895.html ສະ​ພາບ​ລວມ​ຂອງ​ການ​ຜະ​ລິດ ແລະ ນຳ​ໃຊ້​ພະ​ລັງ​ງານ​ໄຟ້​າ​ໃນ​ປະ​ເທດ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Monday, July 04, 2016

ສະ​ພາບ​ລວມ​ຂອງ​ການ​ຜະ​ລິດ ແລະ ນຳ​ໃຊ້​ພະ​ລັງ​ງານ​ໄຟ້​າ​ໃນ​ປະ​ເທດ

1.1.    ສະພາບລວມຂອງການຜະລິດ ແລະ ນຳໃຊ້ພະລັງງານໄຟ້ໃນປະເທດ
1). ການຜະລິດໄຟຟ້າໃນຊ່ວງໄລຍະຜ່ານມາ
        ປະເທດລາວເປັນປະເທດທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນທາງທຳມະຊາດໃນນັ້ນລວມທັງຊັບພະຍາກອນທາງນ້ຳຫລືຕ່າງຊາດໄດ້ເຄີຍກ່າວໄວ້ວ່າ: ຄຳາວເປັນແຫລ່ງຂຸມພະລັງງານອັນດີທີ່ສຸດ ແລະ ບໍ່ມີວັນທີ່ຈະຫມົດໄປໄດ້ຖ້າອານຸລັກໄດ້ໃນນີ້ແຫລ່ງພະລັງງານດັ່ງກ່າວທີ່ໄດ້ກໍ່ສ້າງສຳເລັດໃນລາວ ແລະ ກຳລັງສຶກສາ ແລະ ກໍ່ສ້າງທັງໃຫຍ່ ແລະ ນ້ອຍມີຈຳນວນຫລວງຫລາຍແຕ່ທີ່ຈະສະແດງໃຫ້ເບິ່ງດ້ານລຸ່ມນີ້ແມ່ນສ່ວນຫນຶ່ງໃນເປັນເທດລາວທີ່ສຳເລັດເປັນຫມາກຜົນແລ້ວ



v  ແຜນພັດທະນາລະບົບຂອງໄຟຟ້າລາວຮອດປີ 2025
1). ສືບຕໍ່ສັງລວມຂໍ້ມູນສະຖິຕິການຊົມໃຊ້ໄຟຟ້າ, ແຜນການຂະຫຍາຍໄຟ້າລົງສູ່ຊົນນະບົດ ຂອງຂະແຫນງການຕ່າງໆທີ່ຂື້ນກັບແຂວງ, ແຜນການຕ້ອງການໃຊ້ໄຟຟ້າຂອງໂຮງງານອຸດສາຫະກໍາຂະຫນາດໃຫຍ່
-    ທົບທວນທິດສະດີ ແລະ ວິທີການເພື່ອມາປັບໃຊ້ໃຫ້ແທດເຫມາະກັບສະພາບຕົວຈິງ
-    ເກັບກຳຂໍ້ມູນ ແລະ ວິເຄາະ ປັດໃຈທີ່ກ່ຽວກັບການຊົມໃຊ້ໄຟຟ້າ
-    ຮວບຮວມແຜນການລົງທຶນໂຄງການຕ່າງໆ ທີ່ມີຄວາມເປັນໄປໄດ້ ແລະ ມີແຜນໃຊ້ໄຟຟ້າໃຫ້ລະອຽດ
-    ສ້າງຮູບແບບການຄາດຄະເນຄວາມຕ້ອງການໄຟຟ້າໃນແຕ່ລະປະເພດຂອງການຊົມໃຊ້ໄຟຟ້າ
-    ສູ້ຊົນໃຫ້ສຳເລັດການກໍ່ສ້າງໂຄງການຜະລິດໄຟຟ້າດ້ວຍພະລັງນ້ຳ
-    ສະຫນັບສະຫນູນການຜະລິດໄຟຟ້າຈາກລົມແບບເປັນຟາມ
-    ຊຸກຍູ້ ສົ່ງເສີມ ພັດທະນາການຜະລິດໄຟຟ້າພະລັງງານທົດແທນ (ຕ່ຳກວ່າ 15 ເມັກາວັດ) ໂຄງການ (ແກັດ ຊີວະພາບ, ແສງແດດ, ຊີວະມວນ ຕ່າງໆ)
-    ສ້າງແຜນພັດທະນາແຫລ່ງພະລັງທາງເລືອກໃຫ້ຫລາຍກວ່າເກົ່າ ແລະ ສະຫນອງໄດ້ຢ່າງພຽງພໍກັບຄວາມຕ້ອງການ
-    ສ້າງສາຍສົ່ງ ແລະ ສະຖານນີໄຟຟ້າແຮງສູງ 230 ກວ 500 ກວ ເພື່ອເປັນກະດູກສັນຫລັງ ແຕ່ພາກເຫນືອຮອດພາກໃຕ້ ແລະ ຂະຫຍາຍສູນຄວບຄຸມໄຟຟ້າ ເພື່ອຮອບຮັບການບໍລິຫນາພະລັງງານໄຟຟ້າທົ່ວປະເທດ ແລະ ເຊື່ອມໂຍງກັບຕ່າງປະເທດ
-    ສູ້ຊົນໃຫ້ສຳເລັດການຊື້ຂາຍ ໄຟຟ້າກັບສິງກະໂປຜ່ານລະບົບສາຍສົ່ງໄທ ແລະ ມາເລເຊຍ
-    ສູ້ຊົນໃຫ້ສຳເລັດການພັດທະນາສາຍສົ່ງແຮງສູງ 230 ກວ ເພື່ອເຊື່ອມໂຍງເຂົ້າລະບົບສາຍສົ່ງໄຟຟ້າຂອງກຳປູເຈຍ ຫວຽດນາມ ແລະ ປະເທດໃກ້ຄຽງ ທຽບໃສ່ປີ 2011 ຫລຸດລົງ 1,439 ບ້ານ ຄອບຄົວທຸກຍາກມີ 76,604 ຄອບຄົວ ກວມ 6,59% ຂອງຈຳນວນຄອບຄົວທັງຫມົດ 1,162,388 ຄອບຄົວ ທຽບໃສ່ປີ 2011 ຫລຸດລົງ 122,074 ຄອບຄົວ ຈຳນວນເມືອງທຸກຍາກມີ 23 ເມືອງ ທຽບໃສ່ປີ 2011 ຈຳນວນເມືອງທຸກຍາກຫລຸດລົງ 30 ເມືອງ
-    ການຄາດຄະເນຄວາມຕ້ອງການໄຟຟ້າ ຜົນຂອງການຄາດຄະເນຄວາມຕ້ອງການພະລັງງານໄຟຟ້າທົ່ວປະເທດ ສະເລ່ຍເພີ່ມຂື້ນປະມານ 17-20%ຕໍ່ປີ, ຄວາມຕ້ອງການໄຟຟ້າສູງສຸດໃນປີ 2015 ແມ່ນ 989 ເມັກະວັດ ຮອດປີ 2030 ເພີ່ທຂື້ນເປັນ 7093 MW ເມັກະວັດ
-    ແຜນການສ້າງແຫລ່ງຜະລິດໃຫມ່ ເພື່ອສະຫນອງໃຫ້ພາຍໃນປະເທດ ແຕ່ປີ 2015-2025 ປະກອບດ້ວຍ ໄຟຟ້າລາວລົງທຶນເອງ 1223 MW ເມັກະວັດ 17% SPP/IPP (d) 5157 MW 27%, IPP(e) 791 MW (11%) ຂາຍເຂົ້າລະບົບໄຟຟ້າລາວ ລວມກຳລັງຕິດຕັ້ງທັງຫມົດ 7174 MW
-    ແຜນການຂະຫຍາຍໄຟຟ້າລົງສູ່ຊົນນະບົດ ທົ່ວປະເທດ 2015-2025 ແຜນຂະຫຍາຍໄຟຟ້າເຂົ້າໃຫມ່ ມີທັງຫມົດ 1059 ບ້ານ ສະເລ່ຍ 105 ບ້ານ/ປີ, 289,335 ຄົວເຮືອນ, ສະເລ່ຍ 28,933 ຄົວເຮືອນ/ປີ
-    ແຜນການກໍ່ສ້າງສະຖານນີໄຟຟ້າທົ່ວປະເທດ 2015-2025 ມີທັງຫມົດຈຳນວນ 38 ແຫ່ງໃນນັ້ນມີ: ສະຖານນີ 115/22ກວ ຈຳນວນ 15 ແຫ່ງ, ສະຖານນີ 230/115/22 ກວ ຈຳນວນ 11 ແຫ່ງ, ສະຖານນີ 500/230/115/22 ກວ ຈຳນວນ 12 ແຫ່ງ
-    ແຜນການກໍ່ສ້າງສາຍສົ່ງໄຟຟ້າແຮງສູງ ທົ່ວປະເທດ 2015-2025ມີ: ໄຟຟ້າລາວລົງທຶນ 3717 ກິໂລແມັດ, IPP(d) ລົງທຶນມີລວງຍາວ 1805 ກິໂລແມັດ(ຈາກເຂື້ອນເຂົ້າລະບົບໄຟຟ້າລາວ), IPP(e) ລົງທຶນ ມີຄວາມຍາວ 354 ກິໂລແມັດ (ຈາກເຂື້ອນເຂົ້າລະບົບໄຟຟ້າລາວ)
 


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ