google-site-verification: google0d91bc93cfc88895.html ຕົ້ນໄມ້ 8 ຊະນິດສຳລັບເຮືອນທີ່ມີພື້ນທີ່ຫນ້ອຍ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Thursday, July 07, 2016

ຕົ້ນໄມ້ 8 ຊະນິດສຳລັບເຮືອນທີ່ມີພື້ນທີ່ຫນ້ອຍ

ຫມາກ​ເຟືອງ (Star Fruit) ຫມາກ​ຂຽບຕົ້ນ​ມອນ (ມອນ​ທີ່​ລ້ຽງ​ມ້ອນ) ຫມາກ​ສີ​ດາ ຕົ້ນ​ເຊີ​ລີ ຫມາກພິລາ ລະມຸດ ຫມາກນາວ

1. ຫມາກ​ເຟືອງ (Star Fruit) 


ຫມາກ​ເຟືອງ (Star Fruit) ຫມາກ​ຂຽບຕົ້ນ​ມອນ (ມອນ​ທີ່​ລ້ຽງ​ມ້ອນ) ຫມາກ​ສີ​ດາ ຕົ້ນ​ເຊີ​ລີ ຫມາກພິລາ ລະມຸດ ຫມາກນາວ

ຫມາກ​ເຟືອງ: ເປັນ​ຕົ້ນ​ໄມ້​ທີ່​ປູກ​ງ່າຍ​ສາວ​ມາດ​ຄວບ​ຄຸມ​ຊົງ​ຟຸ່ມ​ໄດ້​ໂດຍ​ການ​ຕັດ​ຕ່າງ ໃບ​ຂຽວ ດອກ​ນ້ອຍ​ສີ​ບົວ​ສວຍ​ງາມ ຫມາກ​ດົກ ແລະ ​ເປັນ​ຫມາກ​ຕະ​ຫລອດ​ປີ
ຂໍ້​ແນະ​ນຳ: ແນະ​ນຳ​ໃຫ້​ຫາ​ງ່າ​ຕອນ ຫລື​ງ່າ​ການ​ຫມາກ​ເຟືອງ ພັນ​ມາ​ເລ​ເຊຍ​ມາ​ປູກ ເປັນ​ພັນ​ທີ່​ມີ​ຫມາກ​ໃຫຍ່ ຊີ້ນ​ອູ້ມ​ນ້ຳ ມີ​ນ້ຳ​ຫນັກ​ແຕ່ 200-700 ກ​ລາມ ມີ​ລົດ​ຊາດ​ຫວານ​ປົນ​ສົມ​ເລັກ​ນ້ອຍ ເຊິ່ງ​ປະ​ກອບ​ປ​ດ້ວຍ​ແຮ່​ທາດ ແລະ ໂປ​ຕິນ​ຢ່າງ​ຫລວງ​ຫລາຍ

2.ຫມາກ​ຂຽບ


ຫມາກ​ເຟືອງ (Star Fruit) ຫມາກ​ຂຽບຕົ້ນ​ມອນ (ມອນ​ທີ່​ລ້ຽງ​ມ້ອນ) ຫມາກ​ສີ​ດາ ຕົ້ນ​ເຊີ​ລີ ຫມາກພິລາ ລະມຸດ ຫມາກນາວ

ຫມາກ​ຂຽບ​ເປັນ​ໄມ້​ຢືນ​ຕົ້ນ​ຂະ​ຫນາດ​ນ້ອຍ ມີ​ຄວາມ​ສູງ​ແຕ່ 3-5 ມ ຊົງ​ຟຸ່ມ​ໂປ່ງ ຊົງ​ຟຸ່ມ​ບໍ່​ແນ່ນອນ ສາ​ມາດ​ຄວບ​ຄຸມ​ຊົງ​ຟຸ່ມ​ໄດ້​ດ້ວຍ​ການ​ຕັດ​ແຕ່ງ ​ປູກ​ງ່າຍ ພະ​ຍາດ​ແມງ​ໄມ້​ລົບ​ກວນ​ມີ​ຫນ້ອຍ ຕ້ອງ​ການ​ແສງ​ແດດ​ຈັດ ລະ​ດູ​ອອກ​ຊ່ວງ ມີ​ນາ-ພຶດ​ສະ​ພາ ຫມາກ​ຂຽບ​ເປັນ​ພືດ​ມັກ​ນ້ຳ ແຕ່​ບໍ່​ຄວນ​ໃຫ້​ນ້ຳ​ຫລາຍ​ຈົນ​ດິນ​ເລະ

3.ຕົ້ນ​ມອນ (ມອນ​ທີ່​ລ້ຽງ​ມ້ອນ)

  ຫມາກ​ເຟືອງ (Star Fruit) ຫມາກ​ຂຽບຕົ້ນ​ມອນ (ມອນ​ທີ່​ລ້ຽງ​ມ້ອນ) ຫມາກ​ສີ​ດາ ຕົ້ນ​ເຊີ​ລີ ຫມາກພິລາ ລະມຸດ ຫມາກນາວ​ການ​ປູກ​ຫມາກມອນ

ຫມາກມອນ​ທີ່​ໃຊ້​ລ້ຽງ​ມ້ອນ ສາ​ມາດ​ກິນ​ໄດ້ ແຕ່​ຫນ່ວຍ​ນ້ອຍ​ຈະ​ມີ​ລົດ​ຊາດ​ສົ້ມ ແນະ​ນຳ​ໃຫ້​ຫາ​ລູກ​ປະ​ສົມ​ມາ​ປູກ ໂດຍ​ຫມາດ​ຈະ​ເປັນ​ສີ​ແດງ ແລະ ແດງ​ເຂັ້ມ ຫນ່ວຍ​ສຸກ​ເຕັມ​ທີ່​ຈະ​ເປັນ​ສີ​ດຳ ຫນ່ວຍ​ຍາວ​ແຕ່ 4-6 ຊມ ຫນ່ວຍ​ສຸກ ຫວານ​ສົ້ມ​ຫນ້ອຍ​ຫນຶ່ງ ນອກ​ຈາກ​ແຮ່​ທາດ​ແລະ​ສານ​ອາ​ຫານ​ທີ່​ມີ​ປະ​ໂຫຍດ​ຕໍ່​ຮ່າງ​ກາຍ​ແລ້ວ​ຍັງ​ມີ ສານ​ຕ້ານ​ອະ​ນຸ​ມູນ​ອິດ​ສະ​ຫລະ​ອີກ​ດ້ວຍ

 4.ຫມາກ​ສີ​ດາ


ການ​ປູກ​ຫມາກ​ສີ​ດາ
ຫມາກ​ສີ​ດາ ເປ​ັນ​ໄມ້​ຢືນ​ຕົ້ນ​ຂະ​ຫນາດ​ນ້ອຍ ເຖິງ​ກາງ ສູງ​ແຕ່ 3-10 ແມັດ​ລຳ​ຕົ້ນ​ກ້ຽງ​ມັນ ສາ​ມາດ​ຄວບ​ຄຸມ​ຊົງ​ຟຸ່ມ​ດ້ວຍ​ການ​ຕັດ​ແຕ່ງ​ກິ່ງ​ງ່າ ປູກ​ງ່າຍ ຈຶ່ງ​ສາ​ມາດ​ປູກ​ໄດ້​ກັບ​ດິນ​ທຸກ​ປະ​ເພດ ຕ້ອງ​ການ​ແສງ​ແດດ​ຫລາຍ ແລະ ອອກ​ຫມາກ​ຕະ​ຫລອດ​ປີ

5. ຕົ້ນ​ເຊີ​ລີ

​ຫມາກ​ເຊີ​ລີ

ເປັນ​ຕົ້ນ​ໄມ້​ທີ່​ມັກ​ແສງ​ແດດ ເບິ່ງ​ແຍງງ່າຍ ເຫມາະສຳລັບປູກຢູ່ບ້ານ ພຽງຕົ້ນດຽວ ກໍ່ພຽງພໍສຳລັບແຫລ່ງລວມວິຕາມິນຊີ ຕົ້ນພັນສາມາດຫາໄດ້ງ້າຍ ລາຄາຖຶກ ໃບຂຽວງາມ ຖ້າໃຜມັກກິນແນະນຳປູກໄວ້ເຮືອນເລີຍ

6. ຫມາກພິລາ

ການປູກຕົ້ນຫມາກພິລາ

ເປັນຕົ້ນໄມ້ທີ່ມັກແສງແດດ ທີ່ປູກງ່າຍທີ່ສຸດ ທົນທານແຂງແຮງ ທັງຍັງສາມາດປູກໄດ້ກັບດິນ ແລະ ປູກໃນກະໂຖ ມັກນ້ຳຂັງ ຊື້ນປຽກເລະ ເຮັດໃຫ້ເກີດເປັນໂລກຮາກເນົ່າໄດ້ງ່າຍ

7. ລະມຸດ

ຫມາກລະມຸດ
ລະມຸດເປັນຫມາກໄມ້ເມືອງຮ້ອນ ເຕີບໃຫຍ່ໄວ ມີຂະຫນາດຊົງຟຸມຂະຫນາດກາງ ແຕ່ສາມາດຄວບຄຸມຊົບຟຸ່ມໄດ້ ສາມາດປູກໃນກະໂຖໄດ້ແຕ່ໃບຈະໃຫຍ່ແດ່ຈັກຫນ່ອຍ ອອກດອກຜະລິດຫມາກຕາມຊອກໃບໃກ້ປາຍຍອດງ່າ

8.ຫມາກນາວ

ຫມາກນາວ ການປູກຫມາກນາວ

ເປັນຫມາກໄມ້ຊະນິດຫນຶ່ງທີ່ມີລົດຊາດສົ້ມຫລາຍ ຕົ້ນເປັນຟຸ່ມເຕ້ຍ ສູງປະມານ 2-4ມ ງ່າອ່ອນມີຫນາມແຫລມ ອາດຈະບໍ່ເຫມາະກັບເຮືອນໃດທີ່ມີເດັກນ້ອຍ ສາມາດຄວບຄຸມຊົງຟຸ່ມໄດ້ ຄົນບູຮານເຊື່ອນກັນວ່າ ຖ້າປູກຕົ້ນຫມາກນາວໄວ້ເຮືອນຈະຊ່ວຍໃຫ້ ມີຄວາມສຸກກາຍສະບາຍໃຈ ສາມາດປ້ອງກັນສັດຕູໄດ້ ນິຍົມປູກໃນທາງທິດຕາເວັນອອກສຽງເຫນືອ

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ