google-site-verification: google0d91bc93cfc88895.html ໄມ້ປະດັບໃນຮົ່ມທີ່ຄວນປູກ ໄວ້ເຮືອນ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Monday, July 11, 2016

ໄມ້ປະດັບໃນຮົ່ມທີ່ຄວນປູກ ໄວ້ເຮືອນ




ໄມ້ດອກໄມ້ປະດັບ ມີບົດບາດຫລາຍຂື້ນຕໍ່ການເປັນຢູ່ຂອງຜູ້ຄົນ ໄມ້ປະດັບເຮັດໃຫ້ຊີວິດມີຄວາມສຸກ ເວລາຫວ່າງໄດ້ນັ່ງຊົມ ດົມກິ່ນຫອມ ນອກຈາກນັ້ນຍັງ ມີຜົນດີ ຊ່ວຍໃນການຟອກອາກາດ ແລະ ພືດບາງສະນິດ ສາມາດດູດສານພິດໄດ້ອີດດ້ວຍ

ດອກຫນ້າງົວ

ຕົ້ນຫນ້າງົວ Anthurium

           ດອກຫນ້າງົວເປັນພືດທີ່ປູກງ່າຍ ນິຍົມປູເປັນໄມ້ປະດັບແລະຂາຍ ດອກມີສີແດງ ບົວ ມ່ວງອ່ອນ ຂາວ ແລະ ຂຽວດອກຈະບໍ່ແຫ່ວງ່າຍ ສາມາດປະດັບໄດ້ດົນເຖິງ 15-20 ຕົ້ນຫນ້າງົວຕ້ອງການຄວາມຊື້ນຂ້ອນຂ້າງຫລາຍຈຶ່ງຕ້ອງໃຫ້ນ້ຳຢ່າງສະຫມ່ຳສະເຫນີນ້ຳທີ່ໃຊ້ຕ້ອງສະອາດ ຂໍ້ຄວນລະວັງ ຕົ້ນຫນ້າງົວຈະມີພິດ ດັ່ງນັ້ນຄວນລະວັງເດັກນ້ອຍແລະສັດບໍ່ຄວນກິນ

ຜັດກູດ


ເຟີນໂປ່ງຟ້າ ຫລື ຜັກກູດຫີນ Asparagus fern

      ເຟີນໂປ່ງຟ້າມີຖິ່ນກຳເນີດມາຈາດ ພາກຕາເວັນອອກ ແລະ ໃຕ້ ຂອງທະວີບອາຟິກກາ ຈະມີຮູບຮ່າງຍາວແຫລມຄ້າຍເຂັມ ເປັນພືດຕະກຸນ ເຟີນ ແຕ່ບໍ່ແມ່ນ ເຟີນແທ້ດອກອອກເປັນຊໍ່ຕາມຫລືບງ່າ ແລະ ປາຍຍອດ ມີສີຂາວ ຫລືບົວ ຂະຫນາດນ້ອຍ

ໄມ້ປະດັບ


ດອກເດຫລີ : Peace Lily 

ເປັນພືດທີ່ເບິ່ງແຍງງ່າຍ ຕ້ອງການຄວາມຊື້ນສູງ ມັນແສງຫນ້ອຍໃບມັນເຫລືອມ ກາບຫຸ້ມດອກມີສີຂາວ ອອກດອກຍາວຮ້ອນ ມີກີ່ນຫອມລອຍໄປຕາມລົມ ຕອນຫົວຄຳ ມີກີ່ນແຮງດິນ ເປັນພືດມົງຄົນ ທີ່ທ່ານໃດປູກໄວ້ເຮືອນຈະເຮັດໃຫ້ມີໂຊກລາບ ເຂົາມາເຮືອນຕະຫລອດ



ຕົ້ນລີ້ນມັງກອນ Snake plant 


ເປັນພືດທີ່ປູກງ່າຍ ແລະ ປູກໄດ້ທຸກບ່ອນ ທຸກປະເພດດິນ ທົນທານຕໍ່ສະພາບອາກາດ ແລະ ປັບຕົວເອງໄດ້ດີ ລີ້ນມັງກອນມີລວດລາຍທີ່ສວຍງາມ ສະດຸດຕາຕາມສາຍພັນ ສຳລັບຕົ້ນລີ້ນມັງກອງເຕ້ຍ ມີລວດລາຍງາມ ແລະສາມາດປູກໃນກະໂຖນ້ອຍວາງໄວ້ຫນ້າໂຕະ ເຊິ່ງນິຍົມປູກວາງໄວ້ໂຕະອາຫານ



ສາວນ້ອຍປະແປ້ງ Fieffenbachia 

ເປັນພືດທີ່ປູກງ່າຍໃຫຍ່ໄວ ຂະຫຍາຍພັນງ່າຍ ມີສັບພະຄຸນໃນການຟອກອາການພາບໃນເຮືອນໄດ້ດີ ມີຖິ່ນກຳເນີດທີ່ ເຂດຮ້ອນຂອງຈີນ ຕົ້ນສາວນ້ອຍປະແປ້ງມີຂະຫນາດໃຫຍ່ແລະແປ ໂດຍມີຄວາມຍາວແຕ່ 12 ນິວ (35-40 ຊມ) ໃບແລະລຳຕົ້ນມີພິດເນື່ອງຈາກຢາງຈາກຕົ້ນ ໃບ ກ້ານ ໃນສ່ວນຕ່າງໆຂອງສາວນ້ອຍປະແປ້ງ ມີພິດເວລາສຳພັດ ຈະເຮັດໃຫ້ຄັນ ເປັນຜືນ

ແກ້ວການຈະນາ

ແກ້ວການຈະນາ Chinese evergreen 

ແກ້ວການຈະນາ ຫລືເອີ້ນອີກຊື່ຫນື່ງວ່າ ຫວ່ານຂັນຫມາກ ຂຽວຫມື່ນປີ ເປັນພືດທີ່ປູກໄດ້ທຸກໆສະພາບທຸກສະຖານະການ ທຸກປະເພດດິນ ທຸກພື້ນທີ່ ທັງໃນແລະນອອກແດດ ໃຫຍ່ຊ້າ ເປັນພືດທີ່ມີອາຍຸຍາວ ໂດຍມີອາຍຸ 10 ຂື້ນໄປ ນິຍົມປູກໄວເບິ່ງຢູ່ຫນ້າໂຕະ


ວາດສະຫນາ Dracaena
ເປັນໄມ້ປະດັບທີ່ນິຍົມປູກກັນຫລາຍ ໃບຍາວແຫລມ ເຄິ່ງກາງໃບຈະມີສີເຫລືອງຍາວຕາມກ້ານໃບດອກມີກິ່ນຫອມອ່ອນໆ ມັກອອກດອກໃນຊ່ວງອາກາດເຢັນ ຫລືຫນາວເລັກນ້ອຍ ສາມາດປູກໃນກະໂຖປະດັບໄດ້ແຕ່ເມື່ອໃຫຍ່ແລ້ວຄວນຍ້າຍລົງປູກໃນດິນ ເປັນພືດດູດສານພິດ ເຫມາະສົມປູກໄວ້ຕາມ ຊອກຕາມແຈເຮືອນ





No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ