google-site-verification: google0d91bc93cfc88895.html ​ການ​ປົກ​ປັກ​ຮັກ​ສາ​ອ່າງ​ໂຕ່ງ​ນ້ຳ​ຝົນ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Monday, July 25, 2016

​ການ​ປົກ​ປັກ​ຮັກ​ສາ​ອ່າງ​ໂຕ່ງ​ນ້ຳ​ຝົນ

​ອ່າງ​ໂຕ່ງ

ບໍ່ວ່າທ່ານຈະຢູ່ໃນຊົນນະບົດ ຫຼື ໃນເມືອງໃຫຍ່, ທ່ານກໍ່ອາໄສຢູ່ໃນບໍລິເວນອ່າງໂຕ່ງເຊັ່ນກັນ.ອ່າງໂຕ່ງແມ່ນບໍລິ ເວນທີ່ດິນທີ່ນໍ້າຝົນ ແລະ ນໍ້າທີ່ຫິມະລະລາຍລວມກັນເຂົ້າເປັນອັນດຽວເຊັ່ນ:ຫ້ວຍຮ່ອງ,ແມ່ນໍ້າ,ທະ ເລສາບ ຫຼື ດິນທີ່ປຽກຊຸ່ມ. ອ່າງໂຕ່ງຍັງຖືກເອີ້ນອີກຢ່າງໜຶ່ງວ່າອ່າງເກັບນໍ້າ ເພາະວ່າເນື້ອທີ່ດິນຢູ່ເທີງພູ ແລະ ຕົ້ນນໍ້າໄດ້ຮັບເອົານໍ້າທັງໝົດ ແລະ ຫຼັງຈາກນັ້ນຈຶ່ງໄຫຼລົງພູລົງສູ່ຕົ້ນນໍ້າ.
ອ່າງໂຕ່ງອາດຈະມີຂະໜາດໃຫຍ່ ຊຶ່ງສາມາດກວມເນື້ອທີ່ເຖິງຫຼາຍພັນກິໂລເມັດ; ຫຼື ຂະໜາດນ້ອຍທີ່ມີຂະໜາດເທົ່າກັບເປີ້ນພູ. ຢູ່ໃນອ່າງໂຕ່ງແຕ່ລະແຫຼ່ງນໍ້າຈະໄຫຼຈາກທີ່ສູງລົງສູ່ທີ່ຕໍ່າເຊັ່ນ: ລົງຈາກພູສູງລົງສູ່ເປີ້ນພູບ່ອນທີ່ມີອ່າງໂຕ່ງຂະໜາດນ້ອຍຫຼາຍແຫ່ງ (ຫ້ວຍຮ່ອງຂະໜາດນ້ອຍ ແລະ ທາງນໍ້າອື່ນໆທີ່ໄຫຼລົງສູ່ແມ່ນໍ້າ ແລະ ທະເລ).ສາມາດເບິ່ງການແຕ້ມແຜນວາດຂອງອ່າງໂຕ່ງຂະໜາດຕ່າງໆໃນໜ້າຕໍ່ໄປ.
ອ່າງໂຕ່ງທີ່ອຸດົມສົມບູນສາມາດປົກປ້ອງການສະໜອງນໍ້າ, ການບໍາລູງຮັກສາປ່າ,ພືດພັນ, ສັດປ່າ, ຮັກສາດິນໃຫ້ອຸດົມສົມບູນ ແລະ ສະໜັບສະໜູນຊຸມຊົນໃຫ້ສາມາດຢູ່ດ້ວຍໂຕເອງ. ຖ້າອ່າງໂຕ່ງມີການປ່ຽນແປງຢ່າງເຊັ່ນວ່າ ປ່າໄມ້ຖືກທໍາລາຍໂດຍການຕັດໄມ້ທໍາລາຍປ່າ, ຖິ້ມຂີ້ເຫຍື້ອໃສ່ ຫຼື ການສ້າງຖະນົນຫົນທາງ, ເຮືອນ ແລະ ເຂື່ອນ ສາມາດທໍາລາຍອ່າງໂຕ່ງ ແລະ ແຫ່ງນໍ້າຂອງມັນເອງ. ນີ້ມັນສາມາດມີຜົນກະທົບຕໍ່ຄວາມສາມາດຂອງດິນເພື່ອຊຸກຍູ້ໃຫ້ຊຸມຊົນຢູ່ຢ່າງອຸດົມສົມບູນ ແລະ ມັນນໍາໄປເຖິງບັນຫາສຸຂະ ພາບ, ຄວາມອຶດຫີວ ແລະ ການຍົກຍ້າຍຖິ່ນຖານ. ການວາງແຜນເພື່ອດໍາເນີນການປ່ຽນແປງວິທີຂອງກະ ແສນໍ້າໄປເຖິງ ອ່າງໂຕ່ງ ແລະ ນໍ້າ ແລະ ດິນສາມາດມີການປັບປຸງ ແລະໃຊ້ ແລະ ສາມາດປ້ອງກັນບັນຫາໃນອະນາ ຄົດ ຄືແນວໃດ.

ໜ້າທີ່ຂອງອ່າງໂຕ່ງ

​ອ່າງ​ຮັບ​ນ້້ຳ ພື້ນ​ທີ່​ຮັບ​ນ້ຳ​ຝົນ ພື້ນ​ທີ່​ລຸ່ມ​ນ້ຳ
ສຸຂະພາບຂອງທຸກໆຄົນແມ່ ນໄດ້ຮັບຜົນກະ
ທົບຈາກການທີ່ອ່າງໂຕ່ງຖືກທໍາລາຍ. ເພື່ອ
ຄວາມເຂົ້າໃຈແຈ້ງຄວາມສໍາຄັນຂອງອ່າງ
ໂຕ່ງຕໍ່ກັບສະພາບແວດລ້ວມ, ມັນຊ່ວຍໃຫ້
ເຮົາຄິດເຖິງແມ່ນໍ້າ ແລະ ຫ້ວຍຮ່ອງປຽບສະ
ເໝືອສາຍເລືອດຂອງໜ່ວຍໂລກ. ພວກມັນໄດ້
ນໍາເອົາແມ່ ນໍ້າໄຫຼຜ່ ານແຜ່ ນດິນຄືກັນກັບ
ເລືອດທີ່ລໍ່ລ້ຽງຮ່າງກາຍຂອງຄົນເຮົາ. ພວກ
ເຮົາມີຊີວິດຢູ່ ໄດ້ຍ້ອນມີເລືອດລໍ່ ລ້ຽງຮ່ າງ
ກາຍ, ສະພາບແວດລ້ວມກໍ່ຕ້ອງການນໍ້າ
ເພື່ອການຄົງຢູ່ເຊັ່ນກັນ

ວົງຈອນຂອງນໍ້າ

ນໍ້າແມ່ນມີການເຄື່ອນຍ້າຍຢູ່ຕະຫຼອດເວລາ.ບາງຄັ້ງກໍ່ເຄື່ອນຍ້າຍດ້ວຍການໄຫຼຄືກັນກັບກະແສນໍ້າໄຫຼ. ບາງຄັ້ງມັນເຄື່ອນຍ້າຍດ້ວຍການປ່ຽນຮູບຈາກທາດແຫຼວເປັນອາຍ ຫຼື ເປັນທາດແຂງເຊັ່ນ:ນໍ້າກອນ ຫຼື ຫິມະ.ແຕ່ວ່າປະລິມານຂອງນໍ້າຢູ່ໃນໂລກນີ້ແມ່ນບໍ່ເຄີຍມີການປ່ຽນແປງ. ນໍ້າທັງໝົດມັນມີການເຄື່ອນຍ້າຍຈາກ ທ້ອງຟ້າລົງສູ່ໜ່ວຍໂລກ, ຊືມລົງສູ່ພື້ນດິນ, ໄຫຼລົງສູ່ແມ່ນໍ້າ, ບຶງ ແລະ ມະຫາສະໝຸດຕ່າງໆ ແລະ ກໍ່ລະເຫີຍອາຍຂຶ້ນເທິງຟ້າຄືເກົ່າ. ການເຄື່ອນຍ້າຍຂອງນໍ້າແມ່ນເອີ້ນວ່າວົງຈອນຂອງນໍ້າ.
​ຄວາມ​ເປັນ​ມາ​ຂອງ​ນ້ຳ

ອ່າງໂຕ່ງສາມາດປົກປັກຮັກສານໍ້າ ແລະ ດິນຄືແນວໃດ

ແຫຼ່ງນໍ້າຂອງອ່າງໂຕ່ງແມ່ນບໍ່ໄດ້ມາຈາກແມ່ນໍ້າ ແລະ ທະເລສາບ, ແຕ່ມັນມາຈາກດິນນັ້ນເອງ. ອ່າງໂຕ່ງທີ່ອຸດົມສົມບູນແມ່ນບ່ອນຕອບສະໜອງນໍ້າສະອາດ ແລະ ດິນທີ່ອຸດົມສົມບູນ.ຕົ້ນໄມ້ແລະ ພືດພັນໂດຍສະເພາະແມ່ນຫຍ້າທີ່ເກີດຢູ່ສ່ວນເທິງຂອງອ່າງໂຕ່ງ ແລະ ຕາມແຄມຝັ່ງແມ່ນໍ້າ ແລະ ຫ້ອຍຮ່ອງຕ່າງໆສາມາດປັບປຸງຄຸນນະ ພາບ ແລະ ປະລິມານນໍ້າໃຕ້ດິນ.
ໂດຍການປົກປັກຮັກສາ ແລະ ອະນຸລັກນໍ້າ, ພືດພັນ ແລະ ດິນ, ພວກເຮົາສາມາດປົກປັກຮັກສາອ່າງໂຕ່ງເຊັ່ນກັນ.


ການປົກປັກຮັກສາ ແລະ ການຟື້ນຟູອ່າງໂຕ່ງ

ທີ່ດິນໃນບໍລິເວນທີ່ເປັນອ່າງໂຕ່ງແມ່ນເປັນຂອງຫຼາຍໆຄົນ. ສະນັ້ນມັນເປັນການຍາກທີ່ຈະຂໍຄວາມຊ່ວຍຫຼາຍຈາກໝົດທຸກຄົນໃນການຟື້ນຟູ ແລະ ປັບປຸງອ່າງໂຕ່ງ. ແຕ່ວ່າອ່າງໂຕ່ງແມ່ນຂອງໜົດທຸກຄົນ ສະນັ້ນສິ່ງສໍາຄັນແມ່ນສໍາລັບທຸກຄົນແມ່ນໃຫ້ມີການຮ່ວມມືກັນເພື່ອສະໜັບສະໜູນ ແລະ ເຂົ້າຮ່ວມໃນການປົກປັກຮັກສາອ່າງໂຕ່ງ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ