google-site-verification: google0d91bc93cfc88895.html ​ສ້າງ​ຄວາມ​ເຂົ້າ​ໃຈ ແລະ​ປຸກ​ລະ​ດົມ​ການ​ເຄື່ອນ​ໄຫວ​ເພື່ອ​ສຸ​ຂະ​ພາບ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Monday, July 25, 2016

​ສ້າງ​ຄວາມ​ເຂົ້າ​ໃຈ ແລະ​ປຸກ​ລະ​ດົມ​ການ​ເຄື່ອນ​ໄຫວ​ເພື່ອ​ສຸ​ຂະ​ພາບ

  

       ເມື່ອກຼໍເລຍ ແລະ ຜູ້ສົ່ງເສີມເພື່ອສຸຂະພາບຮູ້ວ່າຜູ້ຄົນຫຼາຍຄົນຢູ່ແມງກາລາໂຕ ແລະ ບ້ານໃກ້ຄຽງມີອາການເຈັບປ່ວຍ, ພວກເຂົາຮູ້ໂລດວ່າມັນມາຈາກບັນຫາໂລກອະຫິວາ, ບັນຫາສຸຂະພາບຂອງຊຸມຊົນມີສາເຫດມາຈາກນໍ້າມີສິ່ງເຈືອປົນ. ຜູ້ສົ່ງເສີມເພື່ອສຸຂະພາບ ແລະໃຫ້ຄວາມຮູ້ດ້ານສຸຂະພາບໄດ້ລົງໄປແຕ່ລະຄົວເຮືອນ ເພື່ອສອນໃຫ້ເຂົາຮັບຮູ້ເຖິງບັນຫາແລະ ວິທີການແກ້ໄຂບັນຫາ. ເມື່ອການແກ້ໄຂບັນຫາເບື້ອງຕົ້ນປະສົບຜົນສໍາເລັດ ແລະ ໄດ້ຮັບຄວາມໄວ້ວາງໃຈຈາກຊາວບ້ານ, ຊຸມຊົນກໍສາມາດເລີ່ມຕົ້ນຊອກຫາຕົ້ນປາຍສາເຫດຂອງໂລກອະຫິວາ ແລະ ໂລກອື່ນໆອີກ.
ການດໍາເນີນການຊອກຫາຕົ້ນປາຍສາເຫດໂດຍໄດ້ຮັບການຮ່ວມມືຈາກຊຸມຊົນແລະ ການສຶກສາ, ຊຸມຊົນເອງກໍ່ສາມາດເລີ່ມຕົ້ນວຽກຕ່າງໆທີ່ກ່ຽວກັບການປັບປຸງສຸຂະອະນາໄມເຊັ່ນດຽວກັນ. ໃນການເຮັດກິດຈະກໍາເຫຼົ່ານີ້ ພວກເຂົາສາມາດສ້າງຄວາມໝັ້ນໃຈໃນໂຕເອງ ເພາະວ່າພວກເຂົາເອງສາມາດປ່ຽນແປງຊິວິດໄປໃນທາງທີ່ດີ.
ມັນມີຄວາມຈໍາເປັນທີ່ຈະຖາມຫຼາຍໆຄໍາຖາມ ເພື່ອເກັບກໍາຂໍ້ມູນກ່ຽວກັບສາເຫດທີ່ພາໃຫ້ເກີດໂລກຕ່າງໆ. ຕາມທໍາມະດາແລ້ວ ຂໍ້ຂັດແຍ້ງຢູ່ໃນຊຸມຊົນແມ່ນມັກຈະເກີດຂຶ້ນເປັນປະຈໍາ, ນີ້ແມ່ນຮຽກຮ້ອງໃຫ້ມີການປຶກສາຫາລືທີ່ໃຊ້ເວລາພໍສົມຄວນ ເພື່ອແກ້ໄຂຂໍ້ຂັດແຍ່ງທີ່ເກີດຂຶ້ນ. ເມື່ອແຕ່ລະຊຸມຊົນສາມາດຊອກຫາວິທີການເພື່ອເຮັດໃຫ້ມີການປ່ຽນແປງຂອງພວກເຂົາເອງ ແລະ ເຂົາຈົດກິດຈະກໍາຕ່າງໆ ເພື່ອເຮັດໃຫ້ມີການປ່ຽນແປງ ແລະ ອີກຢ່າງໜຶ່ງປະສົບການທີ່ເກີດຢູ່ ສາລູນ ປາລາ ເອວ ປູເອບໂບ ກໍ່ແມ່ນຕົວຢ່າງທີ່ດີໃຫ້ ແກ່ຊຸມຊົນໃນການຮຽນຮູ້ຕົ້ນປາຍສາເຫດຂອງບັນຫາດ້ານສຸຂະອະນາໄມ ແລະ ເຮັດໃຫ້ມີ
ການປ່ຽນແປງ.

ການປຸກລະດົມການເຄື່ອນໄຫວເພື່ອສຸຂະພາບຊຸມຊົນ

ເມື່ອຊາວບ້ານໄດ້ຈົມຢູ່ກັບຄວາມທຸກຍາກລໍາບາກ ແລະ ຫ່າງໄກຈາກຈາກຄວາມຈະເລີນ,ປະຊາກອນຢູ່ຝັ່ງທະເລຂອງປະເທດເອວຄົວດໍ ຢູ່ແບບໝົດກໍາລົງໃຈ. ເພາະພວກເຂົາບໍ່ຮູ້ວ່າຈະປັບປຸງຊີວິດຂອງພວກເຂົາໃຫ້ດີຂຶ້ນຄືແນວໃດ. ທຸກມື້ແມ່ນຕ້ອງຢູ່ແບບລໍາບາກ ສະນັ້ນມັນເປັນການຍາກທີ່ຈະຝັນເຖິງອະນາຄົດທີ່ສົດໃສ.
ໃນການແກ້ໄຂບັນຫາສຸຂະພາບທີ່ເກີດຂຶ້ນ-ໂລກອະຫິວາ-ກຼໍເລຍ ແລະ ພະນັກງານສາທາລະ ນະສຸກຂອງ ສາລູນ ປາລາ ເອວ ປູເອບໂບ ສາມາດຮັກສາຫຼາຍຊີວິດ. ຜົນສໍາເລັດຂອງການຮ່ວມມືກັນລະຫ່ວາງຜູ້ສົ່ງເສີມເພື່ອສຸຂະພາບ, ອົງການຈັດຕັ້ງທ້ອງຖິ່ນ,ແລະ ຊາວບ້ານ ໃນການແກ້ໄຂບັນຫາການແຜ່ຂະຫຍາຍຕົວຂອງໂລກນີ້ ແລະ ບັນຫາອື່ນໆເຊັ່ນດຽວກັນ. ເມື່ອລົມພາຍຸໄດ້ທໍາລາຍວຽກຕ່າງໆທີ່ພວກເຂົາໄດ້ເຮັດຂຶ້ນ, ພວກເຂົາກໍ່ສາມາດປົວແປງຄືນໃໝ່. ຈາກນັ້ນພວກເຂົາກໍ່ສືບຕໍ່ແກ້ໄຂບັນຫາອື່ນໆ. ໜ້າວຽກຂອງພວກເຂົາ
ແມ່ນເຮັດໃຫ້ຄົນຢູ່ໃນແຕ່ລະຊຸມຊົນມີສຸຂະພາບດີຂຶ້ນກວ່າເກົ່າ ເພື່ອການພັດທະນາພື້ນຖານຊີວິດໃນປະຈຸບັນໃຫ້ດີຂຶ້ນນີ້ ກໍ່ເພື່ອອະນາຄົດທີ່ດີເຊັ່ນດຽວກັນ.


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ