google-site-verification: google0d91bc93cfc88895.html ການຕໍ່ສູ້ເພື່ອສິດທິ ແລະ ຄວາມເປັນທຳ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Sunday, July 24, 2016

ການຕໍ່ສູ້ເພື່ອສິດທິ ແລະ ຄວາມເປັນທຳ

ການຕໍ່ສູ້ເພື່ອສິດທິ ແລະ ຄວາມເປັນທຳ
              ຈົນເຖິງປະຈຸບັນນີ້, ສະຖານທີ່ໂຮງງານຜະລິດຢາຂ້າແມງໄມ້ທີ່ເກີດເຫດສານພິດຮົ່ວໄຫຼນັ້ນໄດ້ຖືກປະຮ້າງໄວ້ໂດຍບໍ່ໄດ້ມີການອະນາໄມ ຫຼື ມ້ຽນມັດໃດໆ ແລະ ຊາກອາຄານ, ສິ່ງເສດ ເຫຼືອຕ່າງໆຂອງໂຮງງານດັ່ງກ່າວນັ້ນໄດ້ກາຍເປັນສິ່ງເຕືອນໃຈເຖິງເຫດໂສກນາດຕະກຳຄັ້ງນັ້ນ. ຊຶ່ງຢູ່ໃນເດີ່ນຂອງໂຮງງານນັ້ນສານພິດກໍ່ຍັງກອງເຕັມຢູ່ ແລະ ພ້ອມດຽວກັນນັ້ນມັນກໍ່ ຊຶມລົງໄປປົນເປື້ອນກັບນ້ຳໃຕ້ດິນ ແລະ ເຮັດໃຫ້ນ້ຳນັ້ນເປັນພິດ ແລະ ຍິ່ງໄປກວ່ານັ້ນ ປະຊາ ຊົນສ່ວນຫຼວງຫຼາຍທີ່ມີບັນຫາສຸຂະພາບຈາກອາຍພິດໃນຄັ້ງນັ້ນກໍ່ຍັງບໍ່ເຄີຍໄດ້ຮັບການປິ່ນປົວໃດໆເລີຍສຳລັບເຂົາເຈົ້າ. ສະນັ້ນ, ປະຊາຊົນໂບປາລທຸກໆຄົນບໍ່ໄດ້ຄິດວ່າເຫດການໃນຄັ້ງນັ້ນເປັນພຽງໂສກນາດຕະກຳຄັ້ງໜຶ່ງໃນອະດີດເທົ່ານັ້ນ ແຕ່ມັນຍັງເປັນໄພຮ້າຍທີ່ຍັງນຳ ຄຸກຄາມພວກເຂົາເຈົ້າຢູ່.
              ບັນດາຜູ້ລອດຊີວິດຈາກເຫດການຄັ້ງນັ້ນຕ່າງກໍ່ຮູ້ດີວ່າມັນບໍ່ເປັນທຳເລີຍທີ່ຊີວິດຂອງພວກເຂົາຖືກທຳລາຍລົງ. ພວກເຂົາບໍ່ມີເງິນທີ່ຈະມາຈ່າຍຄ່າການປິ່ນປົວອາການເຈັບເປັນຂອງຕົນເອງ ຫຼື ມາລ້ຽງດູຄົນໃນຄອບຄົວທີ່ບໍ່ສາມາດຫາລ້ຽງຊີບໄດ້ອີກ. ພວກເຂົາເຈົ້າຕ້ອງການໃຫ້ບໍລິສັດ ຢູນຽນຄາບາຍ ຊຶ່ງເປັນບໍລິສັດຍັກໃຫຍ່ຂ້າມຊາດໃນຖານະເຈົ້າຂອງໂຮງງານດັ່ງກ່າວອອກມາຮັບຜິດຊອບ, ແຕ່ບໍລິສັດດັ່ງກ່າວປະຕິເສດຄວາມຮັບຜິດຊອບໂດຍອ້າງວ່າມັນແມ່ນຄວາມຜິດຂອງກຳມະກອນທີ່ເຮັດໃຫ້ເກີດໂສກນາດຕະກຳດັ່ງກ່າວ ບໍ່ແມ່ນຄວາມຜິດຂອງໂຮງງານ ຫຼື ບໍລິສັດ. ເຖິງແມ່ນວ່າມັນຈະແມ່ນຜົນຂອງການອອກແບບຂອງໂຮງງານເອງກໍ່ຕາມທີ່ເປັນສາເຫດຂອງໄພພິບັດຂັ້ນນີ້..
              ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດທີ່ເມືອງໂບປາລ໌ ກໍ່ຄືດຽວກັບປະຊາຊົນຜູ້ອື່ນໆ ທີ່ກຳລັງຕໍ່ສູ້ເພື່ອໃຫ້ໄດ້ມາຊຶ່ງສິດທິ ແລະ ຄວາມເປັນທຳ, ພວກເຂົາເຈົ້າເຂົ້າໃຈ ແລ້ວວ່າ ຄວາມທຸກຍາກນັ້ນເອງທີ່ບໍ່ພຽງແຕ່ເຮັດໃຫ້ບັນຫາຂອງເຂົາເຈົ້າຮ້າຍແຮງຍິ່ງຂຶ້ນມັນຍັງເປັນຕົວອະທິບາຍໄດ້ດີອີກວ່າເປັນຫຍັງໄພພິບັດນັ້ນຈິ່ງເກີດຂຶ້ນກັບພວກເຂົາເຈົ້າ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ