google-site-verification: google0d91bc93cfc88895.html ຫມາກເງາະ Rambutan Nephelium lappaceum Linn - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Tuesday, July 12, 2016

ຫມາກເງາະ Rambutan Nephelium lappaceum Linn


Kingdom:Plantae
(unranked):Angiosperms
(unranked):Eudicots
(unranked):Rosids
Order:Sapindales
Family:Sapindaceae
Genus:Nephelium
Species:N. lappaceum

ເງາະ ຊື່​ພາ​ສາ​ອັງ​ອິດ​ເອີ້ນ​ວ່າ: Rambutan ຊື່​ວິ​ທະ​ຍາດ​ສາດ​ແມ່ນ: Nephelium lappaceum Linn ເປັນ​ໄມ້​ໃຫ້​ຫມາກ​ເມືອງ​ຮ້ອນ ມີ​ຖິນ​ກຳ​ເນີດ​ໃນ​ປະ​ເທດ​ອິນ​ໂດ​ເນ​ເຊຍ ແລະ ມາ​ເລ​ເຊຍ ໂດຍ​ທົ່ວ​ໄປ​ເງາະ​ເປັນ​ໄມ້​ໃຫ້​ຫມາກ​ທີ່​ຈະ​ເລີນ​ເຕີບ​ໂຕ​ໄດ້​ດີ​ໃນ​ບໍ​ລິ​ເວນ​ທີ່​ມີ​ຄວາມ​ຊື້ນ​ຂ້ອນ​​ຂ້າງ​ສູງ ເງາະ​ໃນ​ປະ​ເທດ​ລາວ​ເນົາ​ຈຶ່ງ​ມັກ​ນິ​ຍົມ​ກັນ​ປູກ​ເຂດ ປາກ​ຊ່ອງ ສະ​ຫວັນ ຊຽງ​ຂວາງ ຊຳ​ເຫນືອ ແລະ​ອື່ນໆ​ທົ່​ວ​ປະ​ເທດ ແຕ່​ຍັງ​ມີ​ລັກ​ສະ​ນະ​ນ້ອຍ ບໍ່​ເປັນ​ເສດ​ຖະ​ກິດ​ເທົ່າ​ທີ​ຄວນ ເປັນ​ຕົ້ນ​ປູກ​ເພື່ອ​ການ​ທົດ​ລອງ  ໂດຍ​ທົ່ວ​ໄປ​ສາ​ຍ​ພັນ​ທີ່​ນຳ​ເຂົ້າ​ມາ​ປູກນັ້ນ​ຈະ​ແມ່ນ ພັນ​ສີ​ທອງ ພັນ​ນ້ຳ​ຕານ​ຫິນ ພັນ​ສີ​ບົວ ພັນ​ໂຮງ​ຮຽນ ພັນ​ເຈາະ​ມົງ​ເປັນ​ຕົ້ນ ສຳ​ລັບ​ພັນ​ທີ່​ນິ​ຍົມ​ປູກ​ເປັນ​ສິນ​ຄ້າ​ມີ: ພັນ​ໂຮງ​ຮຽນ ພັນ​ສີ​ທອງ ແລະ ພັນ​ສີ​ບົວ ສ່ວນ​ພັນ​ອື່ນໆ​ແມ່ນ​ປູກ​ແຕ່​ປູກ​ແບບ​ກະ​ແຈກ​ກະ​ຈາຍ​ຢູ່ ໂດຍ​ຈະ​ປູກ​ເພື່ອ​ໄວ້​ກິນ​ເອງ ແລະ ການ​ສຶກ​ສາ​ທາງວິ​ຊາ​ການ

ລັກສະນະຂອງຫມາກເງາະ
ລັກ​ສະ​ນະ​ທົ່ວ​ໄປ:

ເງາະ​ເປັນ​ໄມ້​ຢືນ​ຕົ້ນ​ຂະ​ຫນາດ​ກາງ-ໃຫຍ່ ມັກ​ອາ​ກາດ​ຮ້ອນ​ຊຸ່ມ ອຸນ​ຫະ​ພູມ​ເຫມາະ​ສົມ​ຢູ່​ລະ​ຫວ່າງ 25-30 ອົງ​ສາ ຄວາມ​ຊື້ນ​ສຳ​ພັນ​ລະ​ຫວ່າງ 75-85% ດິນ​ປູກ​ທີ່​ເຫມາະ​ສົມ​ຄວນ​ມີ​ຄ່າ​ຄວາມ​ເປັນ​ກົດ​ເປັນ​ດ່າງ​ທີ່ 5.5-6.5 ແລະ ທີ່​ສຳ​ຄັນ​ຄວນ​ເລືອກ​ແຫ່ງ​ປູກ​ທີ່​ມີ​ນ້ຳ​ພຽງ​ພໍ​ຕະ​ຫລອດ​ປີ​ ເງາະ​ເປັນ​ພືດ​ທີ່​ມີ​ລະ​ບົບ​ຮາກ​ຫາ​ອາ​ຫານ​ເລິກ ປະ​ມານ 60-90 ຊມ ຈາກຫນ້າດິນ ດັ່ງນັ້ນກ່ອນອອກດອກປະມານ 21-30 ວັນ ພື້ນດິນຕ້ອງຢູ່ໃນສະພາບແຫ້ງແລ້ງ ເມື່ອຜ່ານສະພາບແລ້ງ ແລະມີການຈັດການນຳຢ່າງເຫມາະສົມຈະອອກດອກ ຊ່ວງເວລາໃນການພັດທະນາຂອງດອກ(ຜະລິດດອກ-ດອກທຳອິດທີ່ເລີ່ມບານ) ປະມານ 10-12 ວັນດອກເງາະຈະທະຍອຍບານຈາກໂຄນຊໍ່ດອກໄປຫາປາຍຊໍ່ໃຊ້ເວລາປະມານ 25-30 ວັນ ຈຶ່ງຈະບານຫມົດຊໍ່ ດອກເງາະມີ 2 ຊະນິດຄື ດອກຕົວຜູ້ ແລະ ດອກສົມບູນເພດ ຕົ້ນທີ່ດອກຜູ້ຫມາກຈະບໍ່ຄ່ອຍຕິດ ສ່ວນດອກສົມບູນເພດນັ້ນເກສອນຕົວຜູ້ຈະບໍ່ແຂງແຮງ ຕ້ອງໄດ້ປູກຕົ້ນຜູ້ແຊມໄວ້ໃນສວນເພື່ອເພີ່ມລະອອງເກສອນ ຫລື ສີດພົ່ນຮໍໂມນພືດ ເພື່ອຊ່ວຍໃຫ້ເກສອນຕົວຜູ້ແຂງແຮງຂື້ນ
Nutritional value per 100 g (3.5 oz)
343 kJ (82 kcal)
20.87 g
0.9 g
0.21 g
0.65 g
(1%) 0.013 mg
(2%) 0.022 mg
(9%)1.352 mg
(2%) 0.02 mg
(2%) 8 μg
(6%) 4.9 mg
(2%) 22 mg
(3%) 0.35 mg
(2%) 7 mg
(16%) 0.343 mg
(1%) 9 mg
(1%) 42 mg
(1%) 11 mg
(1%) 0.08 mg

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ