ທຸກໆຄົນໃນຊຸມຊົນມີສິດທິທີ່ຈະມີສຸຂະພາບດີ ແລະ ສະພາບແວດລ້ອມທີ່ດີ ແລະ ປອດໄພ. ແຕ່ໜ້າເສຍດາຍທີ່ບັນດາສິດທິພື້ນຖານເຫຼົ່ານີ້ບໍ່ໄດ້ຮັບການເອົາໃຈໃສ່ຈາກກຸ່ມທີ່ມີອຳ ນາດ. ມີຜູ້ຄົນເປັນຈຳນວນຫຼວງຫຼາຍປະເຊີນກັບບັນຫາສຸຂະພາບຢ່າງຮ້າຍແຮງ ອັນເນື່ອງ ມາຈາກການຂາດແຄນປັດໄຈພື້ນຖານໃນການດຳລົງຊີວິດ ແລະ ການດຳລົງຊີວິດໃນສະຖານທີ່ໆມີສານພິດທີ່ເປັນໄພຢ່າງຫຼວງຫຼາຍ. ກຸ່ມທີ່ມີຄວາມສ່ຽງທີ່ສຸດກໍ່ແມ່ນກຸ່ມຄົນທີ່ມີສະຖານະພາບທາງສັງຄົມຕ່ຳ ບໍ່ວ່າຈະເປັນຍ້ອນເຊື້ອຊາດ, ຊົນເຜົ່າສ່ວນນ້ອຍ, ສາສະໜາ, ເພດ, ຊົນຊັ້ນ, ວັນນະ, ຄວາມທຸກຍາກ ຫຼື ຍ້ອນເຫດຜົນອື່ນໆ, ເມື່ອມີເຫດຮ້າຍເກີດຂຶ້ນພວກເຂົາກໍ່ຈະເປັນຜູ້ຮັບເຄາະທີ່ຮ້າຍແຮງກ່ອນໝູ່ໝົດ.
ການຕໍ່ສູ້ເພື່ອໃຫ້ໄດ້ມາຊຶ່ງສະພາບແວດລ້ອມທີ່ສົມບູນດີ ແລະ ປອດໄພຕໍ່ການດຳລົງຊີວິດຂອງຊຸມຊົນທີ່ຖືກປ່ອຍປະລະເລີຍໃນສິດທິຂັ້ນພຶື້ນຖານເຫຼົ່ານັ້ນ ບາງຄັ້ງເອີ້ນວ່າການຕໍ່ສູ້ເພື່ອຄວາມເປັນທຳໃນສິ່ງແວດລ້ອມ.
ຊຶ່ງໃນບົດນີ້ ແມ່ນຈະສະເໜີ ເລື່ອງລາວຂອງບັນດາຊຸມຊົນທີ່ໄດ້ຮັບຄວາມທຸກທໍລະມານຢ່າງບໍ່ເປັນທຳຈາກໄພພິ ບັດ ທີ່ເກີດຈາກສຸຂະພາບສິ່ງແວດລ້ອມ ແລະ ກໍ່ມີເລື່ອງ ລາວ ທີ່ບອກເລົ່າເຖິງການຈັດຕັ້ງກັນເພື່ອປົກປັກຮັກສາ ແລະ ປ້ອງກັນສິດທິໃນການມີ ສຸຂະພາບທີ່ດີ ແລະໄດ້ຮັບຄວາມເປັນທຳໃນສິ່ງແວດລ້ອມ ຫຼັງຈາກເກີດໄພພິບັດ.
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ