google-site-verification: google0d91bc93cfc88895.html ສິ່ງ​ທີ່ວິດຕ້ອງມີ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Tuesday, March 22, 2016

ສິ່ງ​ທີ່ວິດຕ້ອງມີ




ສິ່ງ​ທີ່ວິດຕ້ອງມີ
ຕາມປົກກະຕິແລ້ວ ສຸຂະພາບກໍ່ບໍ່ແມ່ນເຫດຜົນຫຼັກທີ່ເຮັດໃຫ້ປະຊາຊົນຢາກປັບປຸງສຸຂະອະນາໄມ ສະເໝີໄປ. ພວກເຂົາກໍ່ຍັງຕ້ອງການ:

  • ຄວາມເປັນສ່ວນຕົວ: ວິດນັ້ນມີຫຼາຍຊະນິດນັບຕັ້ງແຕ່ແບບທຳມະດາທີ່ສຸດຂຶ້ນໄປ ເຊັ່ນ: ວິດຂຸມ; ແຕ່ວ່າຄວາມຕ້ອງການໃນການເປັນສ່ວນຕົວນັ້ນແມ່ນສຳຄັນ ຊຶ່ງເຮັດໃຫ້ວິດຕ້ອງມີທີ່ກຳບັງທີ່ດີ (ຝາ, ຫຼັງຄາ) ແລະ ປະຕູ. ທີ່ກຳບັງທີ່ດີທີ່ສຸດນັ້ນແມ່ນເຮັດແບບທຳມະດາ ແລະ ເຮັດຈາກວັດຖຸທີ່ມີໃນທ້ອງຖິ່ນນັ້ນ.
  • ຄວາມປອດໄພ: ການທີ່ຈະໃຫ້ວິດເປັນບ່ອນທີ່ປອດໄພໄດ້ນັ້ນ ການກໍ່ສ້າງຕ້ອງໄດ້ ເຮັດເປັນຢ່າງດີ ແລະ ຕັ້ງຢູ່ໃນບ່ອນທີ່ປອດໄພ. ຖ້າເຮັດວິດບໍ່ດີມັນກໍ່ເປັນອັນຕະລາຍໃນການໃຊ້ ແລະ ຖ້າວິດຫາກຢູ່ໄກຈາກເຮືອນ ຫຼື ຢູ່ບ່ອນທີ່ປ່ຽວ, ແມ່ຍິງອາດຈະເປັນອັນຕະລາຍຈາກການລ່ວງເກີນທາງເພດໄດ້ ເມື່ອພວກເຂົາໄປໃຊ້ວິດນັ້ນ.
  • ຄວາມສະບາຍ: ຜູ້ຄົນແມ່ນມັກຈະໃຊ້ວິດທີ່ມີບ່ອນນັ່ງ ຫຼື ນັ່ງຢອງຢໍ້ທີ່ສະດວກສະ ບາຍ ແລະ ມີພື້ນທີ່ກວ້າງຂວາງພໍໃຫ້ເຂົາເຈົ້າສາມາດຢືນຂຶ້ນໄດ້. ພວກເຂົາກໍ່ມັກຈະໃຊ້ວິດທີ່ມີກຳບັງແດດ, ລົມ ຫຼື ຝົນໄດ້ດີ ແລະ ຕັ້ງຢູ່ໃກ້ເຮືອນ.
  • ຄວາມສະອາດ: ຖ້າຫາກວິດເປື້ອນ ແລະ ມີກິ່ນເໝັນ, ກໍ່ບໍ່ມີໃຜຢາກໃຊ້. ຕາມວິຖີ ທີ່ຖືປະຕິບັດກັນມານັ້ນ ແມ່ນວຽກຂອງບັນດາຜູ້ຄົນທີ່ມີສະຖານະພາບທາງສັງຄົມຕ່ຳໃນຊຸມຊົນທີ່ຕ້ອງໄດ້ມາປ່ຽນກັນອະນາໄມດູແລວິດ ເພື່ອຮັກສາວິດໃຫ້ສະອາດ.
  • ຄວາມເຄົາລົບນັບຖື: ວິດທີ່ໄດ້ຮັບການຮັກສາໃຫ້ສະອາດສວຍງາມດີນັ້ນພາໃຫ້ຜູ້ຄົນນັບຖືຜູ້ທີ່ເປັນເຈົ້າຂອງ. ຍ້ອນເຫດຜົນອັນສຳຄັນນີ້ເອງທີ່ພາໃຫ້ປະຊາຊົນພາກັນລົງທຶນ ແລະ ລົງແຮງສ້າງວິດຂຶ້ນມາເປັນຂອງຕົນເອງ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ