google-site-verification: google0d91bc93cfc88895.html ຜັກກາດນາ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Wednesday, March 23, 2016

ຜັກກາດນາ

 ຜັກ​ກາດ­ນາ​ມີ​ວິ­ຕາ­ມິນ​ຫຼາຍ​ຊະ­ນິດ​ເປັນ­ຕົ້ນ​ແມ່ນ​ມີ​ເບ​ຕ້າ​ແຄ​ໂຣ​ທີນ 186,92 ໄມ​ໂຄກ​ຣາມ, ຊ່ວຍ​ຫຼຸດ​ຄວາມ​ສ່ຽງ​ຕໍ່​ການ​ເກີດ​ມະ​ເຮັງ​ກະ­ເພາະ​ອາ­ຫານ ແລະ ລຳ​ໄສ້, ມະ​ເຮັງ​ປອດ ແລະ ມະ​ເຮັງ​ກະ­ເພາະ​ປັດ​ສະ​ວະ, ມີ​ວິ​ຕາ​ມີນ​ເຊ​ຊ່ວຍ​ເສີມ​ສ້າງ​ເນື້ອ​ເຍື່ອ​ໃຫ້​ຊຸ່ມ​ຊື່ນ ແລະ ເຮັດ​ໃຫ້​ລະ­ບົບ​ພູມ​ຄຸ້ມ​ກັນ​ໂລກ​ມີ​ຄວາມ​ແຂງ­ແຮງ​ສົມ­ບູນ ນອກ­ຈາກ​ນີ້​ຍັງ​ມີ​ແຄນ​ຊຽມ ຊ່ວຍ​ເສີມ​ສ້າງ​ກະ­ດູກ​ໄດ້​ດີ​ອີກ​ດ້ວຍ.



  • ຄຸນ­ຄ່າ​ອາ­ຫານ: 

  • ຜັກ​ກາດ­ນາ 100 ກຣາມ ໃຫ້​ພະ­ລັງ­ງານ 31 ກິ​ໂລ​ແຄ​ລໍ​ຣີ 
  • ປະ­ກອບ​ດ້ວຍ​ນ້ຳ 92,1 ກຣາມ, ໂປຣ​ຕີນ 2,7 ກຣາມ, ໄຂ­ມັນ 0,5 ກຣາມ, ຄາຣ໌ໂບ​ໄຮ​ເດຣ​ຕ 3,8 ກຣາມ, ເສັ້ນ​ໃຍ 1,6 ກຣາມ,ແຄນ​ຊຽມ 245 ມິ​ລີກ​ຣາມ, ທາດ​ເຫຼັກ 1,2 ມິ​ລີກ​ຣາມ, ເບ​ຕາ​ແຄ​ໂຣ​ທີນ 2,512 ໄມ​ໂຄກ​ຣາມ, ວິ​ຕາ​ມີນ​ອາ 419 ໄອ​ຢູ, ວິ​ຕາ​ມີນ​ເບ​ໜຶ່ງ0,05 ມິ​ລີກ​ຣາມ, ວິ­ຕາ­ມິນ​ເບ​ສອງ 0,08 ມິນ​ລີກ​ຣາມ, ໄນ​ອະ​ຊິນ1,0 ມິ​ລີກ​ຣາມ ແລະ ວິ​ຕາ​ມີນ​ເຊ 147 ມິ​ລີກ​ຣາມ 
  •      ນອກ­ຈາກ​ຄຸນ­ຄ່າ​ທາງ​ອາ­ຫານ ແລະ ມີ​ປະ­ໂຫຍດ​ຕໍ່​ຮ່າງ­ກາຍ​ແລ້ວ​ການ​ຮັບ​ປະ­ທານ​ຜັກ​ກາດ­ນາ​ຫຼາຍໆ​ກໍ​ອາດ​ຈະ​ເຮັດ​ໃຫ້​ທ່ານ​ທ້ອງ​ອືດ​ໄດ້ ເພາະ​ໃນ​ຜັກ​ກາດ ນາ​ແມ່ນ​ປະ­ກອບ​ມີ​ສານ​ກອຍ​ໂຕຣ​ເຈນ​ປະ​ປົນ​ຢູ່ ສະ­ນັ້ນ​ຈິ່ງ​ຄວນ​ຮັບ​ປະ­ທານ​ພໍ­ດີ​ຮ່າງ­ກາຍ​ຈິ່ງ​ຈະ​ໄດ້​ສານ​ອາ­ຫານ​ທີ່​ເຕັມ­ທີ່.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ