google-site-verification: google0d91bc93cfc88895.html ຄວາມຫມາຍຂອງ ພະລັງງານສະອາດ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Monday, March 07, 2016

ຄວາມຫມາຍຂອງ ພະລັງງານສະອາດ



ເປັນພະລັງງານເພື່ອເປີດດອກໄຟໃນເຮືອນຊານບ້ານຊ່ອງ, ໃຊ້ເພື່ອປຸງແຕ່ງອາຫານ, ເພື່ອ ຍົກ ແລະ ນຳສົ່ງນ້ຳ, ແລະ ເຮັດທຸກສິ່ງທຸກຢ່າງທີ່ຄົນເຮົາເຮັດທຸກໆມື້. ບາງຄັ້ງພະລັງງານນີ້ແມ່ນພະລັງງານຄົນເຮົາ ເຊັ່ນ: ຍ່າງ, ຟັນຟືນ ຫຼື ຍົກກະຕ່າ. ພະລັງງານທີ່ເຮົາໃຊ້ເລື້ອຍໆນີ້ ແມ່ນໄດ້ມາຈາກຮູບແບບຂອງພະລັງງານໄຟຟ້າ ໃຊ້ເພື່ອໃຫ້ແສງສະຫວ່າງ, ຈັກດູດນ້ຳ, ພັດ ລົມ, ແລະ ເຄື່ອງຈັກອື່ນໆ.
         ພະລັງງານໄຟຟ້າແມ່ນເຮັດໃຫ້ຊີວິດ ແລະ ວຽກຂອງຄົນເຮົາງ່າຍຂຶ້ນກວ່າເກົ່າ. ຊຶ່ງມັນໄດ້ສະໜອງພະລັງງານໃຫ້ແສງສະຫວ່າງໃຫ້ເຮົາໄດ້ເຮັດວຽກ ຫຼື ຮຽນໜັງສື, ການແຊ່ ແຂງ, ເພື່ອຮັກສາອາຫານ ແລະ ຢາໃຫ້ເຢັນ ເພື່ອວ່າມັນຈະບໍ່ເໜົ່າ, ໃຊ້ພະລັງງານໄຟຟ້າກັບເຄື່ອງຊັກຜ້າ, ສະຫວ່ານ ແລະ ອື່ນໆ ເພື່ອເຮັດໃຫ້ວຽກງານງ່າຍຂຶ້ນກວ່າເກົ່າ, ແລະ ຍັງໃຊ້ພະລັງງານນີ້ເພື່ອເປີດວິທະຍຸ ແລະ ໂທລະພາບເພື່ອໃຫ້ຮູ້ຂ່າວສານ ແລະ ເພື່ອການບັນເທີງຕ່າງໆ. ທຸກສິ່ງເຫຼົ່ານີ້ ສາມາດເຮັດໃຫ້ຊີວິດຂອງພວກເຮົາມີສຸຂະພາບ ແລະ ຄວາມສະ ດວກສະບາຍຍິ່ງຂຶ້ນ.



        ໂຊກບໍ່ດີ, ການທີ່ຈະໄດ້ນຳໃຊ້ໄຟຟ້າ ແມ່ນເປັນຄວາມຝັນທີ່ຍາວໄກສຳຫຼັບຫຼາຍໆຄົນ. ພະລັງງານໄຟຟ້າສ່ວນໃຫຍ່ແມ່ນຖືກໃຊ້ຢູ່ໃນຕົວເມືອງ ແລະ ບັນດາປະເທດທີ່ຮັ່ງມີ ຂອງພາກເໜືອ. ຄົນ 6 ຕື້ຄົນ ທີ່ໄດ້ໃຊ້ພະລັງງານໄຟຟ້າ, ອີກ 2 ຕື້ຄົນ ແມ່ນບໍ່ມີໄຟຟ້າໃຊ້.
           ພວກເຮົາຍັງໃຊ້ພະລັງງານເພື່ອການຂົນສົ່ງ, ໂດຍປົກກະຕິແລ້ວແມ່ນໄດ້ມາຈາກພະລັງງານເກົ່າ ເຊັ່ນ: ນ້ຳມັນແອດຊັງ ຫຼື ກາຊວນ ເພື່ອເປັນພະລັງງານເດີນເຄື່ອນໃຫ້ລົດຍົນ, ລົດເມ, ລົດບັນທຸກ, ລົດລາງໄຟຟ້າ ແລະ ການບິນ. ເຊັ່ນໃນການໃຊ້ພະລັງງານໄຟຟ້າ, ປະເທດຮັງມີທາງພາກເໜືອແມ່ນໃຊ້ພະລັງງານໄດ້ໃຊ້ພະລັງງານໃນປະລິມານທີ່ຍຸຕິທໍາທີ່ໃຊ້ເປັນພະລັງງານໃນການຂົນສົ່ງຕ່າງໆ.
         ເພື່ອປ້ອງກັນມົນລະພິດ ແລະ ຫຼຸດຜ່ອນພາວະໂລກຮ້ອນ ໂລກເຮົາຕ້ອງຫຼຸດຜ່ອນການເຜົານ້ຳມັນ, ຖ່ານຫີນ ແລະ ແກັດທຳມະຊາດໃຫ້ໜ້ອຍລົງ. ໂດຍສະເພາະຄົນທີ່ອາໄສຢູ່ໃນປະເທດທີ່ຮັງມີ ຜູ້ທີ່ໃຊ້ພະລັງງານຫຼາຍ, ແມ່ນ ຕ້ອງໃຊ້ພະລັງງານ ໜ້ອຍ. ສໍາລັບທຸກໆຄົນເພື່ອໃຫ້ມີພະລັງງານໄຟຟ້າ ແລະ ພະລັງງານເຂົ້າໃນການຂົນ ສົ່ງ ຢ່າງພຽງພໍ ໂດຍບໍ່ໄດ້ສ້າງພາວະໂລກຮ້ອນຕື່ມ, ພວກເຮົາຕ້ອງປ່ຽນແປງໄປນຳໃຊ້ຊັບພະ ຍາກອນພະ ລັງງານທີ່ປອດມົນລະພິດ (ພະລັງງານສະອາດ, ຍັງຮຽກໄດ້ອີກວ່າ ພະລັງງານ ທົດແທນ). ຊຶ່ງມັນຈະລວມໄປເຖິງພະລັງງານລົມ, ພະລັງງານແສງຕາເວັນ, ພະລັງງານນ້ຳ ແລະ ພະລັງງານແກັດຊີວະພາບ.


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ