google-site-verification: google0d91bc93cfc88895.html ບັນຫາກັບນ້ຳມັນທີ່ຜະລິດຈາກພຶດທຳມະຊາດ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Monday, March 07, 2016

ບັນຫາກັບນ້ຳມັນທີ່ຜະລິດຈາກພຶດທຳມະຊາດ

ບັນຫາກັບນ້ຳມັນທີ່ຜະລິດຈາກພຶດທຳມະຊາດ
ໃນເມື່ອເຄື່ອງຈັກຖືກສ້າງຂຶ້ນມາຊຶ່ງມັນໄດ້ເຮັດໃຫ້ມີການນຳໃຊ້ນ້ຳມັນທີ່ຜະລິດຈາກພຶດທຳມະຊາດເຊັ່ນ: ນ້ຳມັນຜັກ ຫຼື ເຫຼົ້າ. ແຕ່ວ່າບໍ່ດົນຫຼັງຈາກນັ້ນເມື່ອນ້ຳມັນທີ່ໄດ້ຈາກບໍ່ນ້ຳມັນຜະລິດຖືກລົງ, ນ້ຳມັນແອດຊັງ, ນ້ຳມັນກາຊວນ (ທັງສອງນ້ຳມັນນີ້ແມ່ນຜະລິດມາຈາກນ້ຳມັນທີ່ໄດ້ຈາກບໍ່ນ້ຳມັນ) ແມ່ນເປັນນ້ຳມັນເຊຶ້ອໄຟຫຼັກທີ່ໃຊ້ໃຫ້ພະລັງງານ ແກ່ເຄື່ອງຈັກລົດຕ່າງໆ ແລະ ເຊັ່ນດຽວກັບ ລົດຈັກ, ລົດບັນທຸກ ແລະ ຍົນ. ອຸດສາຫະກຳນ້ຳມັນແມ່ນໄດ້ເຮັດວຽກ ໜັກຫຼາຍເພື່ອປົກປັກຮັກສານ້ຳມັນທີ່ຜະລິດຈາກພືດທຳມະຊາດຈາກການຖືກນຳໃຊ້. ແຕ່ວ່າໃນປັດຈຸບັນນີ້ນ້ຳມັນນັ້ນແມ່ນໄດ້ມີລາຄາແພງ, ຫຼາຍໆປະເທດ ແມ່ນໄດ້ຫັນມານຳໃຊ້ພະລັງງານເຊື້ອໄຟທີ່ຜະລິດຈາກທຳມະຊາດ ແທນນ້ຳມັນທີ່ໄດ້ມາຈາກບໍ່ນ້ຳມັນ. ນ້ຳມັນທີ່ໄດ້ມາຈາກ ຕົ້ນປາມ, ຖົ່ວເຫຼືອງ, ຄາໂນລາ, ແປ້ງສາລີ ຫຼື ນ້ຳມັນຂອງພືດອື່ນໆເຫຼົ່ານີ້ຮຽກວ່າ “ນ້ຳມັນຊີວະພາບ” ຫຼື “ນ້ຳມັນກະເສດ”. ສິ່ງເຫຼົ່ານີ້ເບິ່ງຄືກັບວ່າເປັນທາງອອກທີ່ດີເພາະ ວ່າພຶດພັນເຫຼົ່ານີ້ສາມາດທົດແທນໄດ້. ແຕ່ວ່າມີຫຼາຍເຫດຜົນວ່າ ເປັນຫຍັງນ້ຳມັນຊີວະພາບເຫຼົ່ານີ້ຈະເປັນສາເຫດຂອງບັນຫາຕ່າງໆຫຼາຍກວ່າຈະເປັນການແກ້ໄຂ.

  • ການຜະລິດນ້ຳມັນຈາກພືດນັ້ນ ແມ່ນຖືກໃຊ້ເພື່ອເປັນອາຫານ ຊຶ່ງຈະນຳໄປສູ້ການແຂ່ງຂັນກັນລະຫວ່າງການຜະລິດນ້ຳມັນສຳລັບລົດ ແລະ ການຜະລິດອາຫານສຳລັບຄົນ.ກັບບັນຫາທີ່ຜູ້ຄົນຈຳນວນຫຼວງຫຼາຍກຳລັງປະເຊີນກັບການຂາດແຄນອາຫານ, ພວກເຮົາບໍ່ສາມາດປ່ຽນອາຫານມາເປັນນ້ຳມັນໄດ້.
  • ໜຶ່ງໃນເຫດຜົນທີ່ຈະຫຼຸດຜ່ອນການໃຊ້ນຳມັນລົງ ແມ່ນມັນຂຶ້ນກັບພະລັງງານທີ່ມີມາແຕ່ເກົ່າ ຊຶ່ງມັນຈະເປັນການຫຼຸດພາວະໂລກຮ້ອນ. ແຕ່ວ່າເພື່ອຜະລິດຕາມຈຳນວນພືດທີ່ຕ້ອງການເພື່ອສ້າງພະລັງງານຊີວະພາບມັນຈິ່ງຮຽກຮ້ອງເຖິງການໃຊ້ປຸຍແພດໂທຼລຽມ, ເຄື່ອງຈັກການກະເສດ ແລະ ການຂົນສົ່ງຂອງນ້ຳມັນພືດຈາກບ່ອນທີ່ມັນເກີດໄປຫາບ່ອນທີ່ຜະລິດ ແລະ ບ່ອນທີ່ນຳສົ່ງ ແລະ ສຸດທ້າຍມັນກໍ່ໄປບ່ອນທີ່ຖືກຊົມໃຊ້.ໃນທີ່ສຸດ, ການຜະລິດນ້ຳມັນຊີວະພາບ ແມ່ນໃຊ້ພະລັງງານຫຼາຍກວ່າທີ່ມັນຜະລິດ ແລະ ເປັນສາເຫດຂອງພາວະໂລກຮ້ອນຫຼາຍກວ່ານ້ຳມັນທີ່ຂຸດຈາກດິນ!
  • ເມື່ອເນື້ອທີ່ປ່າຖືກຖາງ ເພື່ອປູກພືດເພື່ອເຮັດນ້ຳມັນຊີວະພາບ, ຕົ້ນໄມ້ທີ່ເຄີຍດູດຊືມອາຍແກັດທີ່ເຮັດໃຫ້ເກີດພາວະໂລກຮ້ອນກໍ່ຖືກທຳລາຍໄປ. ຕົວຢ່າງ, ນ້ຳມັນຊີວະພາບທີ່ຜະລິດຈາກນ້ຳມັນປາມເປັນສາຍເຫດ ເທົ່າກັບ 10 ເທົ່າ ຂອງພະວະໂລກຮ້ອນທີ່ນ້ຳມັນກະຊວນສ້າງຂຶ້ນ.



No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ