google-site-verification: google0d91bc93cfc88895.html ໂລກມາເລເລຍ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, March 25, 2016

ໂລກມາເລເລຍ

ໂລກມາເລເລຍ
ໂລກມາເລເລຍສາມາດຕິດຕໍ່ທາງເລືອດ ເຊິ່ງເປັນສາເຫດເຮັດໃຫ້ມີອາການໄຂ້ສູງ ແລະ ໜາວສັ່ນ. ເຊິ່ງມັນມີສາເຫດມາຈາກກາຝາກຊະນິດໜຶ່ງທີ່ສາມາດເຮັດໃຫ້ເກີດມາເລເລຍທີມີຊື່ວ່າ ປຼາດໂມດຽນ ທີ່ສາມາດສົ່ງຕໍ່ຈາກຄົນໜຶ່ງໄປຫາອີກຄົນໜຶ່ງໂດຍຍຸງຊະນິດໜຶ່ງທີ່ກັດໃນຕອນກາງຄືນ. ທຸກໆປີມີຄົນຕັ້ງເປັນລ້ານໆຄົນຕ້ອງເສຍຊີວິດຈາກໂລກນີ້ ແລະ ມີອີກຫຼາຍລ້ານຄົນທີ່ຍັງທົນທຸກຈາກໂລກນີ້.
          ໂລກມາເລເລຍແມ່ນເປັນອັນຕະລາຍຫຼາຍໂດຍສະເພາະເດັກນ້ອຍທີ່ມີອາຍຸຕໍ່າກວ່າ 5 ປີ, ແມ່ມານ ແລະ ຄົນທີ່ຕິດເຊື້ອເອດ. ການຕັ້ງທ້ອງເຮັດໃຫ້ຫຼຸດຜ່ອນຄວາມສາມາດໃນການຕໍ່ສູ້ກັບເຊື້ອພະຍາດ ແລະ ການຕິດເຊື້ອຕ່າງໆ. ຖ້າແມ່ມານເກີດຕິດເຊື້ອ ມາເລເລຍອາດຈະເປັນສາເຫດເຮັດໃຫ້ເປັນໂລກເລືອດຈາງທີ່ມີອັດຕາຄວາມສ່ຽງຈະເສຍຊີວິດຫຼັງຈາກເກີດລູກແລ້ວ.ໂລກມາເລເລັຍຍັງເປັນສາເຫດເຮັດໃຫ້ຫຼຸລູກ ຫຼື ເຮັດໃຫ້ ເກີດລູກກ່ອນກໍານົດ ຫຼື ເດັກເສຍຊີວິດໃນທ້ອງ.
           ມັນມີມາເລເລຍຫຼາຍປະເພດ, ຄົນເຮົາສາມາດມີຊີວິດຢູ່ໄດ້ເປັນຫຼາຍໆປີ ກັບມະເລເລຍ ບາງປະເພດ ແລະ ໂລກມາເລເລຍສ່ວນຫຼາຍແມ່ນສາມາດປິ່ນປົວໄດ້. ໂລກມາ ເລເລຍທີມີຊື່ວ່າ ເສເລເບັນ ເປັນສາເຫດໃຫ້ເສຍຊີວິດໄດ້ພາຍໃນ 1 ຫຼື 2 ມື້ເທົ່ານັ້ນຫຼັງຈາກຕິດເຊື້ອ. ຢູ່ໃນພື້ນທີ່ສ່ຽງທີ່ເຄີຍມີຄົນເປັນໂລກນີ້, ຖ້າພວກເຈົ້າສົງໄສວ່າຕົນເອງຕິດເຊື້ອມາເລເລຍ, ສິ່ງສໍາຄັນທີ່ຕ້ອງປະຕິບັດແມ່ນຫາທາງປິ່ນປົວໃຫ້ທັນການ.
           ຕາມທໍາມະດາແລ້ວຜູ້ທີ່ຕິດເຊື້ອໂລກນີ້ແມ່ນຈະມີໄຂ້ທຸກໆ 2 ຫຼື 3 ມື້, ແຕ່ເບື້ອງຕົ້ນແມ່ນຈະມີອາການໄຂ້ທຸກໆມື້. ຜູ້ໃດທີ່ພົບອາການເປັນໄຂ້ແບບບໍ່ມີສາເຫດຄືແນວນີ້ໃຫ້ໄປກວດເລືອດເພື່ອຊອກຫາວ່າເປັນໂລກມາເລເລຍ ຫຼືບໍ່. ສິ່ງນີ້ສ່ວນຫຼາຍສາມາດເຮັດໄດ້ຢູ່ສຸກສາລາ. ຖ້າວ່າຜົນຂອງການກວດເລືອດອອກມາວ່າມີໂລກມາເລເລຍ ແມ່ນໃຫ້ຮັກສາທັນທີ.

ອາການ
ໂລກມາເລຍມີ 3 ຂັ້ນຕອນດັ່ງນີ້:
1. ອາການທີ່ສະແດງໃຫ້ເຫັນແມ່ນໜາວສັ່ນ ແລະ ມີອາການເຈັບຫົວຢູ່ເລື້ອຍໆ. ມີ ການສັ່ນປະມານ 15 ນາທີເຖິງ 1 ຊົ່ວໂມງ.
2. ອາການສັ່ນໜາວຈະຕາມມາດ້ວຍອາການມີໄຂ້ສູງ. ຄົນເຈັບມີອາການອ່ອນແອ ແລະ ອາດຈະບໍ່ຮູ້ສຶກຕົວ ແລະ ອາການໄຂ້ອາດຈະກິນເວລາຫຼາຍຊົ່ວໂມງ ຫຼື ເປັນມື້.
3. ສຸດທ້າຍຄົນເຈັບມີເຫື່ອອອກ ແລະ ອາການໄຂ້ກໍ່ຫຼຸດລົງ. ເມື່ອອາການໄຂ້ຫຼຸດລົງຄົນເຈັບຍິ່ງມີອາການອ່ອນເພຍຫຼາຍກວ່າເກົ່າ.
ການປິ່ວປົວ
            ກ່ອນອື່ນແມ່ນກວດເລືອດ, ຫຼັງຈາກຮູ້ຜົນແລ້ວແມ່ນໃຫ້ປິ່ນປົວທັນທີ. ໂລກມາເລເລຍສາມາດຕິດຕໍ່ຈາກຄົນໜຶ່ງຫາອີກຄົນໜຶ່ງໂດຍຍຸງ, ການປີ່ນປົວຄົນຕິດເຊື້ອແມ່ນວິທີທາງໜຶ່ງທີ່ຈະຊ່ວຍປ້ອງກັນຄົນອື່ນໆຈາກໂລກນີ້ເຊັ່ນກັນ. ເພາະວ່າຫຼັງຈາກຄົນເຈັບໄດ້ຮັບການປິ່ນປົວ, ຍຸງຍິ່ງບໍ່ສາມາດເປັນພາຫະນໍາເຊື້ອໂລກສູ່ຄົນອື່ນໄດ້.
           ຊອກຮູ້ຢາທີ່ທາງອໍານາດການປົກຄອງສາທາລະນະສຸກທ້ອງຖິ່ນໃຊ້ປິ່ນປົວໂລກມາເລເລຍ. ຢູ່ໃນຫຼາຍທ້ອງຖິ່ນໂລກມາເລເລຍແມ່ດື້ຢາ ຫຼື ເວົ້າອີກຢ່າງໜຶ່ງວ່າ ຢາທີ່ເຄີຍ ໃຊ້ໄດ້ຜົນໃນການປ້ອງກັນ ຫຼື ປິ່ນປົວບໍ່ສາມາດໃຊ້ໄດ້ຜົນອີກຕໍ່ໄປ. ອີກຢ່າງໜຶ່ງແມ່ນຢາທີ່ໃຊ້ໄດ້ຜົນຈາກທ້ອງຖິ່ນໜຶ່ງແມ່ນບໍ່ສາມາດໃຊ້ໄດ້ຜົນໃນທ້ອງຖິ່ນທີ່ຕ່າງກັນ.
            ດຽວນີ້ໄດ້ມີຢາຊະນິດໃໝ່ ຫຼື ຢາຫຼາຍຊະນິດປະສົມກັນທີ່ໃຊ້ເພື່ອປິ່ນປົວໂລກມາເລເລຍ ຢູ່ຂົງເຂດທີ່ແຕກຕ່າງກັນ. ໜຶ່ງໃນນັ້ນແມ່ນຢາອາເທມີຊີນິນ (ໃຊ້ຢູ່ປະເທດຈີນມາຕັ້ງ ຫຼາຍປີແລ້ວ) ທີ່ໃຊ້ຮ່ວມກັບຢາຕ້ານໂລກມາເລເລຍ ຫຼື ຢາຕ້ານເຊື້ອ. ບາງພື້ນທີ່ ໂກໂລກິນ (ຢາຊະນິດນີ້ແມ່ນ ຢາທີ່ໃຊ້ເລື້ອຍໆເປັນເວລາຫຼາຍປີແລ້ວ) ຍັງໃຊ້ໄດ້ຜົນ. ວິທິທາງດຽວທີ່ສາມາດຊ່ວຍໃຫ້ພວກເຮົາຮູ້ວ່າຢາທີ່ໃຊ້ປິ່ນປົວນັ້ນໄດ້ຜົນ ຫຼື ບໍ່ໂດຍການກວດສອບກັບອໍານາດການປົກຄອງສາທາລະນະສຸກທ້ອງຖິ່ນ.
ສິ່ງທີ່ສໍາຄັນ: ໃຫ້ກິນຢາໃຫ້ຈົນໝົດຕາມກໍານົດທີ່ທ່ານໝໍແນະນໍາເຖິງແມ່ນວ່າຄົນເຈັບຈະຮູ້ສຶກດີຂື້ນກໍ່ຕາມ. ຖ້າຄົນເຈັບເຊົາກິນຍາກ່ອນກໍານົດແມ່ນໂລກມາເລເລຍຈະກັບຄືນມາ ແລະ ຖ້າກິນ ຢາອີກ ແມ່ນມັນຈະບໍ່ມີຜົນຫຍັງຕໍ່ການປິ່ນປົວໂລກນີ້.


ການປ້ອງກັນ
         ສ່ວນຫຼາຍໂລກມາເລເລຍມັກປາກົດຢູ່ບ່ອນທີ່ຮ້ອນ,ໃນລະດູຝົນ ເພາະວ່າຍຸງສາມາດແຜ່ ພັນຢູ່ບ່ອນທີ່ມີອາການທີ່ອົມອຸ່ນ, ໃນນໍ້າທີ່ບໍ່ໄຫຼ. ແຕ່ເຮົາຍັງສາມາດພົບໂລກມາເລເລຍຢູ່ບາງພາກຂອງໂລກນີ້ໃນລະດູແລ້ງ ເມື່ອຍຸງມີການແຜ່ພັນຢູ່ຕາມໜອງນ້ອຍທີ່ນໍ້າບໍ່ໄຫຼ. ວິທີທີ່ດີຂອງການປ້ອງກັນໂລມາເລເລຍແມ່ນເຊັ່ນດຽວກັບການປ້ອງກັນໄຂ້ເລືອດອອກແລະ ໄຂ້ໝາກເຫຼືອງ ໂດຍການຫຼີກເວັ້ນບໍ່ໃຫ້ຍຸງກັດແລະ ໃຊ້ການຄວບ ຄຸມຍຸງໃນຊຸມຊົນ ການນອນໃນມຸ້ງກັນຍຸງແມ່ນວິທີທາງທີ່ດີສໍາລັບການປ້ອງກັນ ແລະ ຄອບຄຸມໂລກ ມະເລເລຍ. ສໍາລັບມຸ້ງແມ່ນຕ້ອງຍ້ອມຍາຂ້າແມງໄມ້ທີ່ມີຊື່ວ່າ “ປີລິທຼິນ” ໃສ່, ມັນເປັນຢາທີ່ບໍ່ເປັນອັນຕະລາຍໂດຍສະເພາະສົມທຽບໃສ່ໂລກມະເລເລຍ. ຢາຊະນິດນີ້ມັນຈະເປັນອັນຕະລາຍກໍ່ຕໍ່ເມື່ອມັນຖືກຜິວໜັງ, ເມື່ອເດັກນ້ອຍກືນກິນ ແລະ ນໍາເອົາໄປຊັກລ້າງ ເພາະວ່າຢາ ຂ້າແມງໄມ້ ແມ່ນເປັນພິດແກ່ແຫຼ່ງນໍ້າ ແລະ ເປັນອັນຕະລາຍຕໍ່ປາ, ແມງໄມ້, ສັດ ແລະ ຄົນທີ່ໃຊ້ນໍ້າໄຫຼລົງໄປ.
         ມຸ້ງກັນຍຸງສາມາດປົກປ້ອງເຮົາໄດ້ກໍ່ຕໍ່ເມື່ອມີການບູລະນະບໍ່ໃຫ້ມີຮູຂາດເທົ່ານັ້ນ.ເພາະວ່າ ຢາທີ່ຍ້ອມໃສ່ມຸ້ງຈະໝົດລິດປະມານ 6 ເດືອນຫາ 12 ເດືອນ ຫຼື ໄວກວ່ານັ້ນ ຖ້ານໍາໄປຊັກເລື້ອຍໆ. ບາງບ່ອນທ່ານສາມາດຫາມຸ້ງທີ່ກັນຍຸງກຸ້ມໄດ້ດົນເປັນປີ ຖ້າມັນຍັງຢູ່ໃນສະພາບດີ ຄືມັນບໍ່ຂາດ ບໍ່ເປັນຮູ. ທ່ານສາມາດຍ້ອມຄືນອີກ. ຖ້າມັນຢູ່ໃນສະພາບບໍ່ດີປານໃດເຊັ່ນມັນຂາດ ແລະ ມີຮູຫຼາຍບ່ອນເກີນໄປແມ່ນຄວນຈະປ່ຽນອັນໃໝ່ ແລ້ວຈິ່ງຍ້ອມຢາໃສ່ໃໝ່. ໃນການຍ້ອມຢາຄວນຈະໃສ່ຖົງມືເພື່ອບໍ່ໃຫ້ມືສໍາຜັດໂດຍກົງກັບຢາຂ້າແມງໄມ້.














ການປິ່ນປົວສໍາລັບໝົດທຸກຄົນ
           ໂລກມາເລເລຍແມ່ນຕາມທໍາມະດາແລ້ວມັກເກີດກັບຄົນທຸກຍາກ ແລະ ຕົວເລກຂອງຜູ້ ເສຍຊິວິດ ແມ່ນເພີ່ມຂື້ນເລື້ອຍໆໃນແຕ່ລະປີ. ເມື່ອພວກເຂົາບໍ່ມີເງິນສຳລັບທີ່ຈະກວດເລືອດ ແລະຈ່າຍຄ່າປິ່ນປົວ, ພວກເຂົາບໍ່ສາມາດເຂົ້າເຖິງສະຖານີອະນາໄມ, ພວກເຂົາຈໍາຕ້ອງທົນຢູ່ ແລະ ເສຍຊິວິດຍ້ອນໂລກນີ້. ເພາະວ່າ ເມື່ອມີຜູ້ ໜຶ່ງຕິດ ໂລກມາເລເລຍ, ເຊື້ອພະຍາດນີ້ສາມາດແຜ່ລາມໄປສູ່ຄົນອື່ນເຊັ່ນກັນ.
         ໂລກມາເລເລຍແມ່ນປາກົດຂຶ້ນຢູ່ນໍາຊຸມຊົນຕ່າງໆທີ່ຕ້ອງທົນທຸກກັບຄວາມທຸກຍາກ ແລະ ບໍ່ມີຄວາມຍຸດຕິທໍາຢູ່ໃນສັງຄົມ. ສໍາລັບການລົນນະລົງເພື່ອປ້ອງກັນໂລກມາເລເລຍ ທີ່ໄດ້ຮັບຜົນສໍາເລັດແມ່ນພວກເຂົາຈໍາຕ້ອງກ່າວເຖິງຕົ້ນປາຍສາເຫດຂອງບັນຫາຄວາມທຸກຍາກ ແລະ ບໍ່ມີຄວາມຍຸຕິທໍາຢູ່ໃນສັງຄົມເຊັ່ນດຽວກັນກັບການທີ່ທຸກຄົນສາມາດເຂົ້າເຖິງການຮັກສາໄດ້ເຊັ່ນດຽວກັນ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ