google-site-verification: google0d91bc93cfc88895.html ບັນຫາສຸຂະພາບຈາກພະລັງງານທີ່ບໍ່ສາມາດທົດແທນ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Monday, March 07, 2016

ບັນຫາສຸຂະພາບຈາກພະລັງງານທີ່ບໍ່ສາມາດທົດແທນ

ບັນຫາສຸຂະພາບຈາກພະລັງງານທີ່ບໍ່ສາມາດທົດແທນ
ບັນຫາສຸຂະພາບຈາກພະລັງງານທີ່ບໍ່ສາມາດທົດແທນ           ການເຜົາໄໝ້ເຊື້ອໄຟຈາກທຳມະຊາດ ແມ່ນເປັນວິທີທາງທີ່ສ່ວນໃຫຍ່ຜະລິດພະລັງງານໄຟຟ້າ. ການຂຸດຄົ້ນ ແລະ ຈູດເຊື້ອໄຟຈາກທຳມະຊາດກໍ່ໃຫ້ເກີດມົນລະພິດຕໍ່ອາກາດ, ຕໍ່ດິນ ແລະ ຕໍ່ນ້ຳ ຊຶ່ງມັນຈະນຳໄປສູ່ບັນ ຫາທາງການຫາຍໃຈ ແລະ ຜິວ ໜັງໄດ້. ມັນກໍ່ຍັງຜະລິດສານພິດເຄມີທີ່ເປັນສາເຫດຂອງໂລກມະເຮັງ ແລະ ເຮັດໃຫ້ເກີດບັນຫາຕໍ່ກັບການເກີດລູກ. ການໃຊ້ພະລັງງານເຊື້ອໄຟໄຈາກທຳມະຊາດຂອງພວກເຮົາແມ່ນເປັນສາເຫດໃຫ້ເກີດພາວະໂລກຮ້ອນ ແລະ ເກີດສົງຄາມຍາດແຍ່ງຊັບພະຍາກອນນ້ຳມັນກັນ.

ບັນຫາສຸຂະພາບຈາກພະລັງງານທີ່ບໍ່ສາມາດທົດແທນ           ພະລັງງານໄຟຟ້ານ້ຳຕົກຂະໜາດໃຫຍ່ (ໂດຍການໃຊ້ນ້ຳຕົກຈາກເຂື່ອນເພື່ອສ້າງພະລັງງານໄຟຟ້າ) ມັນໄດ້ເຮັດໃຫ້ຜູ້ຄົນທີ່ອາໄສຢູ່ເຂດນັ້ນຕ້ອງໄດ້ປະຖີ້ມເຮືອນຊານ, ເກີດ ຄວາມອຶດຢາກ ແລະ ສູນເສຍດິນດອນຕອນຫຍ້າອັນມີຄ່າຂອງພວກເຂົາ ແລະ ມັນກໍ່ເປັນສາເຫດກໍ່ໃຫ້ເກີດການເພີ່ມຂຶ້ນຂອງໂລກພະຍາດຕ່າງໆເຊັ່ນ: ໂລກມາເລເລຍ ແລະ ໂລກໃບໄມ້ໃນເລືອດ. ເຂື່ອນໄຟຟ້ານ້ຳຕົກຂະໜາດນ້ອຍແມ່ນມີຜົນກະທົບໜ້ອຍກວ່າ. ພະລັງ  ງານນິວເຄຼຍແມ່ນເປັນອັນຕະລາຍຫຼາຍເນື່ອງຈາກວ່ານຳໃຊ້ວັດຖຸທີ່ມີພິດ, ໄພຄຸກຄາມຈາກອຸບັດເຫດຂອງການໃຊ້ພະລັງງານນິວເຄຼຍ ແລະ ສິ່ງເປິເປື້ອນທີ່ເປັນອັນຕະລາຍທີ່ຖີ້ມໄວ້ພາຍຫຼັງ ຊຶ່ງມັນເປັນສາເຫດກໍ່ໃຫ້ເກີດບັນຫາທາງສຸຂະພາບຕໍ່ຫຼາຍໆສິ່ງທີ່ມີຊີວິດ. ພະລັງງານນິວເຄຼຍບໍ່ແມ່ນພະລັງງານສະອາດ.

ບັນຫາສຸຂະພາບຈາກພະລັງງານທີ່ບໍ່ສາມາດທົດແທນ            ສາຍໄຟຟ້າແຮງສູງ (ເປັນສາຍທີ່ສົ່ງກະແສໄຟຟ້າຈາກບ່ອນຜະລິດໄປຫາບ່ອນຊົມ ໃຊ້) ເປັນສາເຫດເຮັດໃຫ້ເກີດບັນຫາຕໍ່ສຸຂະພາບເຊັ່ນ: ເກີດໂລກມະເຮັງເມັດເລືອດ ແລະ ໂລກມະເຮັງອື່ນໆ. ມັນຈະເປັນການດີ ທີ່ຈະບໍ່ສ້າງເຮືອນຊານບ້ານຊ່ອງຢູ່ໃກ້ກັບສາຍໄຟຟ້າແຮງສູງ, ໂດຍສະເພາະແມ່ນບໍ່ໃຫ້ຕັ້ງເຮືອນຊານຢູ່ກ້ອງສາຍໄຟຟ້າແຮງສູງໂດຍກົງ.ສາຍໄຟຟ້າແຮງສູງແມ່ນເປັນອັນຕະລາຍເມື່ອໃຊ້ມັນກັບພະ ລັງງານສະອາດ ແລະ ເຊັ່ນດຽວກັນ
ກັບການໃຊ້ພະລັງງານເຊື້ອໄຟຈາກ ທຳມະຊາດ. ການສ້າງພະລັງງານໃນ ທ້ອງຖິ່ນນັ້ນ, ມັນຈະເປັນພາກສ່ວນທີ່ສຳຄັນຂອງພະລັງງານສະອາດ, ຫຼຸດຜ່ອນຄວາມຕ້ອງການຂອງສາຍໄຟຟ້າແຮງສູງ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ