google-site-verification: google0d91bc93cfc88895.html ປະເພດຂອງ ພະລັງງານສະອາດ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Tuesday, March 08, 2016

ປະເພດຂອງ ພະລັງງານສະອາດ

ເຂື່ອນໄຟຟ້ານ້ຳຕົກຂະໜາດນ້ອຍ
ເຂື່ອນໄຟຟ້າຂະໜາດນ້ອຍແມ່ນຖືກໃຊ້ເພື່ອຜະລິດໄຟຟ້າຈາກການໄຫຼ ຫຼື ຕົກຂອງນ້ຳ (ຮຽກວ່າເຂື່ອນໄຟຟ້ານ້ຳຕົກ ແລະ ເຂື່ອນໄຟຟ້ານ້ຳຕົກຂະໜາດນ້ອຍ) ໃຊ້ໃນບ່ອນທີ່ມີນ້ຳຢ່າງພຽງພໍ ເຊັ່ນແມ່ນ້ຳ, ສາຍນ້ຳໄຫຼ. ເຂື່ອນໄຟ ຟ້ານ້ຳຕົກຂະໜາດນ້ອຍແມ່ນເປັນວິທີທາງທີ່ໃຊ້ຕົ້ນທຶນໜ້ອຍ ເພື່ອໃຫ້ພະລັງງານໄຟຟ້າໄປໃນຊຸມຊົນ ຊົນນະ ບົດໂຄງການເຫຼົ່ານີ້ ແມ່ນສາມາດສ້າງຕັ້ງ ຂຶ້ນ ແລະ ຈັດການໂດຍ ຊາວບ້ານ. ໃນປະເທດ ຈີນ, ອິນເດຍ ແລະປະເທດ ເນປານ, ໂຄງການເຂື່ອນໄຟຟ້ານ້ຳຕົກຂະໜາດນ້ອຍຈຳນວນຫຼາຍພັນບ່ອນແມ່ນໄດ້ສະໜອງພະລັງງານໃຫ້ແກ່ບັນດາບ້ານ ແລະ ຕົວເມືອງຕ່າງໆ.

ໃນໂຄງການເຄື່ອນໄຟຟ້າແຮງນ້ຳຂະໜາດນ້ອຍ, ນ້ຳແມ່ນຖືກໄຫຼໄປຕາມທາງນ້ຳໄຫຼຈາກແມ່ນ້ຳ ຫຼື ສາຍນ້ຳ ແລະ ໄຫຼຜ່ານທໍ່. ນ້ຳຕົກທີ່ໄຫຼໄປຕາມທໍ່ໄດ້ເຮັດໃຫ້ໃບພັດຂອງເຄື່ອງກຳເນີດໄຟຟ້າປິ່ນ ແລະ ຈາກນັ້ນ ນ້ຳກໍ່ໄຫຼລົງສູ່ແມ່ນ້ຳ ຫຼື ສາຍນ້ຳຄືເກົ່າ. ເຂື່ອນໄຟຟ້າຂະໜາດນ້ອຍບໍ່ໄດ້ສ້າງບັນຫາຕໍ່ທີ່ຢູ່ອາໄສຂອງຄົນ ຫຼື ປ່ຽນການໄຫຼຂອງກະແສນ້ຳຂອງແມ່ນ້ຳ ຄືກັນກັບເຂື່ອນໄຟຟ້າທີ່ໃຫຍ່. ໂຄງການເຂື່ອນໄຟຟ້າຂະໜາດນ້ອຍແມ່ນໃຊ້ເຂື່ອນທີ່
ສູງພຽງແຕ່ສອງສາມແມັດເພື່ອນຳກະແສນ້ຳໄປສູ່ໃບພັດເຄື່ອງກຳເນີດໄຟຟ້າ.



ພະລັງລົມ
ພະລັງງານຈາກລົມແມ່ນໄດ້ຖືກນຳໃຊ້ມາເປັນເວລາຫຼາຍຮ້ອຍປີມາແລ້ວເພື່ອດູດນ້ຳ ແລະ ເພື່ອບົດເມັດພືດຕ່າງໆ. ໃນລະຫວ່າງສອງສາມປີມານີ້, ລົມແມ່ນກຳລັງຖືກນຳໃຊ້ເພື່ອຜະລິດພະລັງງານໄຟຟ້າໃນທະວີບຢູໂລບ ແລະ ອາເມລິກາເໜືອ, ອິນເດຍ, ຈີນ, ອາຟຼິກກາໃຕ້ ແລະ ປະເທດບຼາຊິນ. ກົງປິ່ນພະລັງລົມທັງນ້ອຍ ແລະ ໃຫຍ່ຜະລິດພະລັງງານໄຟຟ້າຈາກລົມພັດໃສ່ໃບພັດຂອງກົງປິ່ນລົມໃຫ້ປິ່ນ.ພະລັງງານລົມແມ່ນອາດຈະໃຊ້ຄ່າໃຊ້ຈ່າຍຕໍ່າທີ່ສຸດ ແລະ ເປັນວິທີທີ່ດີທີ່ສຸດທີ່ຈະມາແທນພະລັງງານທີ່ມີມາແຕ່ເກົ່າສຳລັບກົງປິ່ນລົມຂະໜາດໃຫຍ່ໃນການຜະລິດພະລັງງານໄຟຟ້າ. ໂຄງການກົງປິ່ນພະລັງງານລົມຂະໜາດໃຫຍ່ແມ່ນໄດ້ເຊື່ອມຕໍ່ກັບຕາໜ່າງສາຍໄຟຟ້າແຫ່ງຊາດ. ກົງປິ່ນພະລັງງານລົມຈະເຮັດວຽກໄດ້ດີນັ້ນຈຳເປັນຕ້ອງໃຊ້ລົມແຮງສະໝໍ່າສະເໝີເຊັ່ນ: ເຂດແຄມນ້ຳທະເລ, ເຂດພື້ນທີ່ໂລ່ງ ແລະ ຊ່ອງຫວ່າງຂອງຮ່ອມພູ ສະຖານທີ່ເຫຼົ່ານີ້ແມ່ນເປັນສະຖານທີ່ທີ່ດີທີ່ສຸດໃນການຮັບພະລັງລົມເພາະວ່າລົມໃນສະຖານທີ່ສ່ວນໃຫຍ່ແມ່ນມີລົມບໍ່ສະໝໍ່າສະເໝີ, ເຄື່ອງກຳເນີດໄຟຟ້າພະລັງງານລົມຮຽກຮ້ອງໃຫ້ມີໝໍ້ເກັບໄຟທີ່ຈະຮັກສາພະລັງງານໄຟຟ້າ ຫຼື ເກັບລະບົບພະລັງງານໄຟຟ້າໄວ້ໃຊ້ພາຍຫຼັງ (ແຜ່ນຮັບແສງຕາເວັນ ຫຼື ເຄື່ອງພະລິດພະລັງໄຟຟ້າດ້ວຍພະລັງງານແກັດ)


ເຄື່ອງຜະລິດພະລັງງານລົມຂະໝາດນ້ອຍ
ເຄື່ອງກຳເນີດໄຟຟ້າພະລັງງານລົມ ແມ່ນຖືກໃຊ້ເພື່ອສາກໝໍ້ເກັບໄຟໃນບ້ານເຮືອນ ໃນສະ ຖານທີ່ຕ່າງໆໃນໂລກ ແຕ່ເນື່ອງຈາກວ່າ ພະລັງງານລົມແມ່ນອາໄສແຮງລົມທີ່ສະໝໍ່າສະເໝີ,ສະນັ້ນມັນຈິ່ງຮຽກຮ້ອງໃຫ້ມີການວັດການຈັດຕັ້ງ ແລະ ບຳລຸງຮັກສາເຄື່ອງກຳເນີດໄຟຟ້າພະ ລັງງານລົມຢ່າງລະມັດລະວັງ ແລະ ເຄື່ອງກຳເນີດໄຟຟ້າພະລັງງານລົມອາດຈະໃຊ້ຄ່າໃຊ້ຈ່າຍຫຼາຍ ແລະ ນີ້ກໍ່ອາດຈະບໍ່ແມ່ນທາງເລືອກທີ່ດີທີ່ສຸດສຳລັບໃຊ້ໃນຄົວເຮືອນ ຫຼື ໃນ ບ້ານ. ໃນເບື້ອງຕົ້ນ ລົມອາດຈະເບິ່ງຄື່ກັບວ່າເປັນສິ່ງທີ່ດີກວ່າພະລັງງານແສງຕາເວັນ ເພາະວ່າກົງປິ່ນລົມແມ່ນອາດຈະໃຊ້ຄ່າໃຊ້ຈ່າຍໜ້ອຍກວ່າໃຊ້ແຜ່ນຮັບແສງຕາເວັນ, ແຕ່ວ່າໃນ ໄລຍະຍາວມັນຕ້ອງການການສ້ອມແປງ ແລະ ບຳລຸງຮັກສາຫຼາຍກວ່າ.
 


ພະລັງງານແສງຕາເວັນ
         ເມື່ອເຮົາຮູ້ສຶກວ່າຕາເວັນເຮັດໃຫ້ຮ່າງກາຍຂອງເຮົາ ແລະ ເຮືອນຊານບ້ານຊ່ອງຂອງເຮົາຮ້ອນ ນີ້ລະແມ່ນພະລັງ ງານແສງຕາເວັນ. ມີຫຼາຍວິທີທີ່ຈະໃຊ້ ພະລັງງານແສງຕາເວັນໃຫ້ເກີດປະ ສິດທິພາບເພື່ອເຮັດໃຫ້ນ້ຳຮ້ອນ , ຮັກສານ້ຳ, ແລະ ປຸງແຕ່ງອາຫານ ຫຼື ໃຫ້ຄວາມອົບອຸ່ນແກ່ເຮືອນຊານບ້ານຊ່ອງ. ພະລັງງານແສງຕາເວັນກໍ່ຍັງສາມາດໃຊ້ເພື່ອສ້າງພະລັງງານໄຟຟ້າໄດ້ອີກ.
          ພະລັງງານແສງຕາເວັນແມ່ນຕ້ອງໄດ້ໃຊ້ແຜ່ນຮັບແສງ ເພື່ອຮັບເອົາແສງຕາເວັນ ແລະ ປ່ຽນເປັນພະລັງງານໄຟຟ້າ. ເນື່ອງຈາກວ່າແສງຕາເວັນມີບໍ່ປົກກະຕິ ສະນັ້ນພະລັງງານໄຟຟ້າທີ່ຖືກສ້າງຂຶ້ນນັ້ນຕ້ອງໄດ້ເກັບໄວ້ໃນໝໍ້ເກັບໄຟກ່ອນທີ່ຈະນຳໄປໃຊ້ ເພື່ອເປີດ ດອກໄຟ ແລະ ໃຊ້ກັບເຄື່ອງຈັກຕ່າງໆ.


ພະລັງງານແສງຕາເວັນຕົ້ມນໍ້າ
ໃນເຂດທີ່ມີແສງຕາເວັນຫຼາຍ, ໜຶ່ງໃນຫຼາຍໆວິທີໃນການໃຊ້ພະລັງງານແສງຕາເວັນໂດຍກົງແມ່ນໃຊ້ເພື່ອຕົ້ມນ້ຳດື່ມ ຫຼື ອາບ. ການໃຊ້ພະລັງງານແສງຕາເວັນຕົ້ມນ້ຳແມ່ນບໍ່ຕ້ອງໃຊ້ແຜ່ນຮັບແສງຕາເວັນ ຫຼື ໃຊ້ອຸປະກອນລາຄາແພງໆ ສິ່ງທັງໝົດທີ່ຕ້ອງການແມ່ນຖັງເກັບນ້ຳ ແລະ ທໍ່ໂດຍທາສີດຳ ເພື່ອໃຫ້ມັນຊືມຊັບເອົາແສງຕາເວັນ. ອາກາດເຢັນ, ໂຕເກັບພະລັງງານແສງຕາເວັນແມ່ນຈຳເປັນໃນການເຮັດໃຫ້ນ້ຳຮ້ອນ. ສິ່ງເຫຼົ່ານີ້ແມ່ນໃຊ້ຄ່າໃຊ້ຈ່າຍເພີ່ມຫຼາຍກວ່າເຄື່ອງເຮັດໃຫ້ນ້ຳຮ້ອນດ້ວຍພະລັງງານແສງຕາເວັນທຳມະດາ ແຕ່ວ່າມັນໃຊ້ຄ່າໃຊ້ຈ່າຍຖືກກວ່າແຜ່ນຮັບພະລັງງານແສງຕາເວັນເພື່ອຜະລິດພະລັງງານໄຟຟ້າ ແລະ ຄ່າໃຊ້ຈ່າຍຖືກກວ່າການເຮັດໃຫ້ນ້ຳຮ້ອນດ້ວຍຊັບພະຍາກອນທີ່ທົດແທນບໍ່ໄດ້.




ພະລັງງານຂອງເສຍຊີວະພາບ
ໃນຫຼາຍໆປະເທດ, ສິ່ງເສດເຫຼືອຊີວະພາບ (ຂອງເສຍຈາກພືດ ແລະ ສັດ) ແມ່ນເປັນຊັບພະຍາກອນພະລັງງານໃນຄົວເຮືອນທີ່ພົບເຫັນທົ່ວໆໄປ. ພະລັງງານຢູ່ໃນວັດຖຸຊີວະພາບສາມາດ ປ່ອຍອອກມາໂດຍການຈູດ ຫຼື ປະໃຫ້ມັນເນົ່າ ແລະ ມັນຈະຜະລິດອາຍແກັດຊີວະພາບ(ແກັດທຳມະຊາດ).



ຂອງເສຍຊີວະພາບຈາກພືດແມ່ນສາມາດທົດແທນໄດ້, ແຕ່ວ່າເມື່ອມັນຖືກຈູດແລ້ວມັນຈະເຮັດໃຫ້ເກີດພາວະໂລກຮ້ອນ ແລະ ບັນຫາທາງດ້ານສຸຂະພາບ. ເມື່ອເຮົາຈູດໄມ້ ຫຼື ຂີ້ຄວາຍ, ແມ່ນພວກເຮົາກຳລັງໃຊ້ພະລັງງານຂອງເສຍຊີວະພາບໃນອັດຕາສ່ວນນ້ອຍ.ໃນອັດຕາສ່ວນໃຫຍ່, ຂອງເສຍຈາກພືດຜົນ (ເສດເຄື່ອງປູກ) ສາມາດຜະລິດພະລັງງານໄຟຟ້າ. ຕົວຢ່າງເຊັ່ນ: ໃນປະເທດຄິວບາ, ພະລັງງານໄຟຟ້າຈຳນວນໃຫຍ່ແມ່ນຖືກຜະລິດໂດຍການຈູດອ້ອຍພາຍຫຼັງທີ່ພວກເຂົາເກັບກ່ຽວ ປ້ອນເຂົ້າໂຮງງານນ້ຳຕານແລ້ວ. ແກບເຂົ້າ, ໄມ້ເສດ ແລະ ສິ່ງເສດເຫຼືອຊີວະພາບຊະນິດອື່ນໆ ສາມາດນຳມາຜະລິດແບບນີ້ໄດ້. ໃນຂະນະທີ່ມັນອາດຈະທົດແທນໄດ້, ມົນລະພິດຈາກການຈູດເສດເຫຼືອຂອງພືດຜົນແມ່ນມີຜົນ ເສຍຕໍ່ສຸຂະພາບຂອງຊຸມຊົນ ແລະ ສະພາບແວດລ້ອມ.

ແກັດຊີວະພາບ
ແກັດຊີວະພາບຖືກຜະລິດຂຶ້ນມາເມື່ອວັດຖຸຊີວະພາບເນົ່າເປື່ອຍ. ເມື່ອແກັດຊີວະພາບຖືກ ເກັບໄວ້ໃນພາຊະນະປີດ, ມັນສາມາດຜະລິດແປວໄຟຂະໜາດນ້ອຍສຳລັບການປຸງແຕ່ງອາຫານ, ຫຼື ຜະລິດໄຟຟ້າເພື່ອສ້າງຄວາມຮ້ອນ, ໃຫ້ແສງສະຫວ່າງ, ປໍ້າດູດນ້ຳ ແລະ ຂັບ ເຄື່ອນເຄື່ອງຈັກ ແລະ ອຸປະກອນໃນໄຮ່ນາຮົ້ວສວນຕ່າງໆ.
ໂດຍການປ່ຽນວັດຖຸຊີວະພາບນຳຄົນ, ສັດ ແລະ ພືດພັນທີ່ເສດເຫຼືອເປັນພະລັງງານ, ແກັດຊີວະພາບປ່ຽນຜະລິດຕະພັນຂອງເສຍເປັນຊັບພະຍາກອນທີ່ດີຕໍ່ສະພາບແວດລ້ອມ ແລະ ສຸຂະພາບຂອງຊຸມຊົນ. ແກັດທຳມະຊາດສາມາດຜະລິດຈາກຫຼາຍວັດຖຸຊີວະພາບ ຫຼາຍຊະນິດເຊັ່ນ:

  • ຂີ້ ແລະ ຍ່ຽວຂອງສັດ
  • ຂີ້ ແລະ ຍ່ຽວຂອງຄົນ
  • ເສດອາຫານ ເຊັ່ນຊີ້ນ, ເລືອດ, ກະດູກ ແລະ ເສດຜັກ ແລະ ໝາກໄມ້.
  • ພືດພັນເຊັ່ນ: ເສດພືດພັນ, ລຳຕົ້ນ, ໃບ, ເປືອກໄມ້, ງ່າໄມ້ ແລະ ການຕັດຫຍ້າ.

          ແກັດຊີວະພາບແມ່ນເປັນແກັດທີ່ບໍ່ມີສີບໍ່ມີກິ່ນ. ເມື່ອມັນຖືກເຜົາໄໝ້, ມັນຈະເປັນແປວ ໄຟສີຟ້າທີ່ສະອາດ. ການໃຊ້ແກັດຊີວະພາບປຸງແຕ່ງອາຫານແທນເຊື້ອໄຟທີ່ແຂງ ເຊັ່ນ: ຟືນແມ່ນຫຼຸດຜ່ອນການເຈັບເປັນຈາກຄວັນໄຟທີ່ໃຊ້ປຸງແຕ່ງອາຫານໃນເຮືອນ ແລະ ກໍ່ເປັນການຫຼຸດຜ່ອນການຕັດຕົ້ນໄມ້ມາເປັນເຊື້ອໄຟ. ວັດຖຸທີ່ເຫຼືອພາຍຫຼັງຜະລິດແກັດຊີວະພາບກໍ່ຍັງສາມາດນຳມາໃຊ້ເປັນຝຸ່ນທີ່ມີຄຸນນະພາບສູງ. ການເຜົາໄໝ້ແກັດຊີວະພາບແມ່ນບໍ່ມີຜົນເສຍຕໍ່ສະພາບອາກາດ ແລະ ບໍ່ກໍ່ໃຫ້ເກີດພາວະໂລກຮ້ອນ.ການສ້າງເຄື່ອງຜະລິດແກັດຊີວະພາບຂະໜາດນ້ອຍການອອກແບບຂອງເຄື່ອງຜະລິດອາຍແກັດຊີວະພາບແມ່ນຂຶ້ນຢູ່ກັບປະລິມານ ແລະ ປະເພດຂອງຂອງເສຍທີ່ພວກເຮົາມີຢູ່, ສະພາບອາກາດ ແລະ ວັດຖຸທີ່ຈະເອົາມາສ້າງມີພຽງພໍບໍ່. ຊະນິດຂອງເສຍຂອງສັດ ແລະ ຂອງພືດທີ່ແຕກຕ່າງກັນ ຈະສ້າງຈຳນວນຂອງແກັດທີ່ແຕກ ຕ່າງກັນ, ດັ່ງນັ້ນມັນເປັນການຍາກທີ່ຈະເວົ້າວ່າຈະໃຊ້ສັດຫຼາຍປານໃດຈິ່ງຈະຜະລິດແກັດຊີວະພາບໄດ້ຕາມທີ່ຕ້ອງການ.
         ຂີ້ງົວ, ຂີ້ໝູ, ຂີ້ໄກ່, ຫຼື ແມ້ກະທັ້ງຂອງເສຍຈາກມະນຸດ ສາມາດນຳມາໃຊ້ເພື່ອຜະລິດແກັດຊີວະພາບໄດ້. ງົວຜະລິດຂອງເສຍໄດ້ຫຼາຍທີ່ສຸດ ແລະ ແມ່ນຊັບພະຍາກອນທີ່ດີທີ່ສຸດຂອງເຊື້ອໄຟແກັດຊີວະພາບ. ເພື່ອໃຫ້ເຊື້ອໄຟມີຢ່າງພຽງພໍເພື່ອໃຊ້ໃນການປຸງແຕ່ງອາ ຫານໃນແຕ່ລະມື້ນັ້ນ (5 ຊົ່ວໂມງຕໍ່ມື້ ໃນ 2 ເຕົາ), ຈໍາເປັນຕ້ອງໃຊ້ຂີ້ງົວ 4 ຫຼື 5 ໂຕ.ກ່ອນຈະສ້າງເຄື່ອງຜະລິດແກັດຊີວະພາບ, ພວກເຮົາຕ້ອງໝັ້ນໃຈວ່າ ພວກເຮົາມີ ວັດຖຸດິບພຽງພໍທີ່ຈະຜະລິດພະລັງງານຕາມທີ່ຕ້ອງການໄດ້.




ພະລັງງານລົດຖີບ
ລົດຖີບອາດຈະເປັນໜຶ່ງໃນເຄື່ອງຈັກທີ່ດີທີ່ສຸດທີ່ເຄີຍປະດິດມາ. ລົດຖີບແມ່ນໄດ້ສະໜອງວິທີທີ່ງ່າຍໃນການໄປມາໂດຍໃຊ້ພະລັງງານມະນຸດ ແລະ ມີປະໂຫຍດຫຼາຍຕໍ່ສຸຂະ ພາບ ແລະ ສະພາບແວດລ້ອມ. ແຕ່ວ່ານອກເໜືອຈາກນີ້ ພະລັງງານມະນຸດແມ່ນສາມາດລາກແກ່ດ້ວຍລົດຖີບ ແລະ ໃຊ້ມັນເພື່ອເປັນພະລັງງານເດີນເຄື່ອນເຄື່ອງຈັກຕ່າງໆໄດ້ອີກ.










ເອົາໝໍ້ເກັບໄຟມາປະກອບກັບລົດຖີບ, ລົດຖີບສາມາດຜະລິດໄຟຟ້າເພື່ອໃຊ້ເປີດດອກໄຟ, ໂທລະພາບ ແລະ ເຄື່ອງຈັກອື່ນໆ.



No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ