google-site-verification: google0d91bc93cfc88895.html ບັນຫານ້ຳເປື້ອນ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Tuesday, March 22, 2016

ບັນຫານ້ຳເປື້ອນ


ບັນຫານ້ຳເປື້ອນ
ລະບົບກຳຈັດນ້ຳເປື້ອນແມ່ນໃຊ້ນ້ຳເປັນຕົວນຳພາເອົາສິ່ງເປື້ອນເປິຕ່າງໆໄຫຼໄປຕາມທໍ່. ລະບົບດັ່ງກ່າວສາມາດເຮັດໃຫ້ສຸຂະພາບຂອງຊຸມຊົນດີຂຶ້ນ, ໂດຍສະເພາະໃນພື້ນທີ່ເມືອງທີ່ແອ ອັດ. ແຕ່ເພື່ອປ້ອງກັນບັນຫາສຸຂະພາບທີ່ຈະເກີດຂຶ້ນ, ນ້ຳເປື້ອນນັ້ນຕ້ອງໄດ້ຜ່ານການບຳບັດເສຍກ່ອນ ເພື່ອໃຫ້ນ້ຳນັ້ນປອດໄພກ່ອນທີ່ຈະປ່ອຍນ້ຳນັ້ນລົງສູ່ຮ່ອງ້ນ້ຳລຳທານຕ່າງໆ ຫຼື ເອົາກັບມາໃຊ້ຄືນອີກ.
              ການບຳບັດນ້ຳເສຍນັ້ນແມ່ນຕ້ອງໄດ້ເສຍຄ່າໃຊ້ຈ່າຍສູງ ແລະ ສ່ວນຫຼາຍ ນ້ຳເປື້ອນແມ່ນມັກຖືກປ່ອຍຖິ້ມໂດຍບໍ່ໄດ້ຜ່ານການບຳບັດໃດໆ. ການເຮັດເຊັ່ນນີ້ເປັນການແຜ່ກະຈາຍສິ່ງເປຶ້ອນເປິ ແລະ ແມ່ພະຍາດຕ່າງໆ, ທາດພິດເຄມີທີ່ອາດປົນຢູ່ໃນນ້ຳນັ້ນ, ຊຶ່ງເປັນທີ່ມາ ຫຼື ສາເຫດຂອງບັນຫາສຸຂະພາບຕ່າງໆ ຢູ່ບ່ອນທີ່ປ່ອຍນ້ຳເປື້ອນຖິ້ມ ເຊັ່ນ: ໂລກຕັບ ອັກເສບ (Hepatitis), ໂລກອະຫິວາ ແລະ ໂລກໄທຟອຍ.ເຖິງແມ່ນວ່າຈະໃຊ້ການບຳບັດນ້ຳເປື້ອນທີ່ມີຄ່າໃຊ້ຈ່າຍສູງກໍ່ຕາມ, ການໃຊ້ນ້ຳສະລ້າງເອົາສິ່ງເປື້ອນເປິໄປນັ້ນແມ່ນເປັນວິທີການທີ່ບໍ່ຢັ້ງຍືນປານໃດ ແລະ ກໍ່ມັກພາໃຫ້ເກີດ ບັນຫາອີກເຊັ່ນ:

  1. ພາໃຫ້ເກີດການປົນເປື້ອນແຫຼ່ງນ້ຳກິນທີ່ຢູ່ທາງຕອນລຸ່ມຂອງແມ່ນ້ຳ.
  2. ພາໃຫ້ເກີດການປົນເປື້ອນດິນບ່ອນທີ່ປະຊາຊົນພັກອາໄສ ແລະ ປູກຝັງ.
  3. ສູນເສຍແຫຼ່ງທາດບຳລຸງລ້ຽງ (ຝຸ່ນ) ສຳລັບການປູກຝັງ.
  4. ພາໃຫ້ເກີດການປົນເປື້ອນແຫຼ່ງນ້ຳທີ່ໃຊ້ສຳລັບການດື່ມກິນ, ຊຳລະລ້າງຮ່າງກາຍ ແລະ ການກະຊິກຳ.
  5. ມີກິ່ນເໝັນ.

             ລະບົບກຳຈັດນ້ຳເປື້ອນຍັງກໍ່ໃຫ້ເກີດບັນຫາສຸຂະພາບຕ່າງໆອີກ ເມື່ອຂອງເປື້ອນຊະນິດຕ່າງກັນຖືກນຳມາປົນກັນ, ຍົກຕົວຢ່າງ ເຊັ່ນ: ເມື່ອບັນດາໂຮງຈັກໂຮງງານຕ່າງໆຖິ້ມ ຫຼື ປ່ອຍຂອງເສດເຫຼືອທີ່ເປັນສານພິດເຄມີລົງໄປນຳທໍ່ນ້ຳເປື້ອນ. ສານເຄມີທີ່ປົນມານຳນ້ຳເປື້ອນນັ້ນເຮັດໃຫ້ການບຳບັດນ້ຳເປື້ອນເພື່ອນຳກັບມາໃຊ້ໃໝ່ນັ້ນຫຍຸ້ງຍາກຫຼາຍຕື່ມຂຶ້ນໄປອີກ.ວິທີທີ່ປອດໄພທີ່ສຸດ ແລະ ມີຄ່າໃຊ້ຈ່າຍຕ່ຳໃນການຈັດການນ້ຳເປື້ອນ ກໍ່ຄືການຈັດການບຳບັດນ້ຳເປື້ອນໃກ້ບ່ອນທີ່ເກີດນ້ຳເປື້ອນນັ້ນ ແລະ ຈາກນັ້ນກໍ່ປ່ອຍໃຫ້ນ້ຳໄຫຼຊຶມລົງດິນໄປຫຼໍ່ລ້ຽງພືດພັນຕ່າງໆ.
             ວິທີການທີ່ມັກໃຊ້ກັນໃນການຈັດການນ້ຳເປື້ອນກໍ່ຄື ການໃຊ້ຖັງ ຫຼືຂຸມວິດຊຶມ (ເຊິ່ງເປັນຖັງ ຫຼື ອ່າງບັນຈຸຂະໜາດໃຫຍ່ທີ່ຢູ່ພື້ນດິນ ໃຊ້ເປັນບ່ອນກັກເກັບສິ່ງເສດເຫຼືອທີ່ເປັນຕ່ອນ ແລະ ໃຫ້ມັນຍ່ອຍສະຫຼາຍໄປ) ແລະ ພື້ນທີ່ດູດຊຶມ (ເປັນພື້ນທີ່ ທີ່ນ້ຳໄຫຼອອກ ແລະ ຊຶມລົງດິນ). ແຕ່ວ່າວິທີການດັ່ງກ່າວນີ້ແມ່ນຕ້ອງການໆວາງແຜນທາງດ້ານເທັກນິກທີ່ເກີນກວ່າປຶ້ມຄູ່ມືນີ້ຈະສາມາດນຳມາສະເໜີໂດຍລະອຽດໄດ້.


ອັນທີ່ຈິງແລ້ວ ລະບົບກຳຈັດນ້ຳເປື້ອນໃຊ້ນ້ຳໃນການຊະລ້າງຂອງເສຍຫຼາຍເກີນໄປ ທັງໆທີ່ວ່າສິ່ງເສດເຫຼືອນັ້ນແມ່ນສາມາດຈັດການໄດ້ ໂດຍໃຊ້ ນ້ຳພຽງເລັກນ້ອຍ ຫຼື ບໍ່ໃຊ້ເລີຍກໍ່ໄດ້. ສຳລັບຊຸມຊົນທີ່ມີນ້ຳໜ້ອຍ, ຫຼື ບໍ່ສາມາດມີລະບົບກຳຈັດນ້ຳເປື້ອນໄດ້, ແມ່ນສາ ມາດທີ່ຈະໃຊ້ວິດຊະນິດອື່ນໆໄດ້.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ