google-site-verification: google0d91bc93cfc88895.html ແຫຼ່ງທີ່ມາຂອງພະລັງງານໄຟຟ້າ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Monday, March 07, 2016

ແຫຼ່ງທີ່ມາຂອງພະລັງງານໄຟຟ້າ

ແຫຼ່ງທີ່ມາຂອງພະລັງງານໄຟຟ້າ
ພະລັງງານໄຟຟ້າສ່ວນໃຫຍ່ໃນທຸກມື້ນີ້ແມ່ນໄດ້ມາຈາກການເຜົາເຊື້ອໄຟຈາກທຳມະຊາດເຊັ່ນ: ຖ່ານຫີນ, ນ້ຳມັນ ແລະ ແກັດທຳມະຊາດ). ພະລັງງານບາງຢ່າງແມ່ນໄດ້ມາຈາກພະລັງງານນິວເຄຼຍ ແລະ ພະລັງງານເຂື່ອນໄຟຟ້ານ້ຳຕົກຂະໜາດໃຫຍ່ . ເພື່ອເຂົ້າໃຈເຖິງສາເຫດວ່າ ເປັນຫຍັງພວກເຮົາຈຶ່ງຕ້ອງການພະລັງງານສະອາດ ເພື່ອທົດແທນ ພະລັງງານເກົ່າທີ່ມີ, ຊຶ່ງມັນຈະຊ່ວຍໃຫ້ເຂົ້າໃຈວ່າ ພະລັງງານໄຟຟ້າມາແຕ່ໃສ່ ແລະ ມັນເປັນສາເຫດກໍ່ໃຫ້ເກີດຄວາມເສຍຫາຍແນວໃດ ຖ້າພະລັງງານນັ້ນມາຈາກແຫຼ່ງພະລັງງານບໍ່ສະອາດ ຫຼື ແຫຼ່ງພະລັງງານທົດແທນ.




ບໍ່ວ່າຈະຜະລິດໄຟດ້ວຍຖ່ານຫີນ ຫຼື ແກັດທຳມະຊາດ ແລະ ພະລັງງານນິວເຄຼຍກໍ່ລ້ວນແລ້ວແຕ່ເປັນການຜະລິດໃນຮູບແບບດຽວກັນ. ເບື້ອງຕົ້ນແຫຼ່ງທີ່ມາຂອງພະລັງງານແມ່ນສ້າງຄວາມຮ້ອນ, ຊຶ່ງເຮັດໃຫ້ເກີດອາຍນ້ຳ, ເພື່ອວ່າອາຍນ້ຳຈະເຮັດໃຫ້ເຄື່ອງກົງປິ່ນກຳເນີດໄຟຟ້າໃຫຍ່ສ້າງພະລັງງານໄຟຟ້າ. ເຂື່ອນໄຟຟ້ານ້ຳຕົກຂະໜາດໃຫຍ່ແມ່ນອາໄສກະແສນ້ຳຕົກໃສ່ໃບພັດຂອງເຄື່ອງກົງປິ່ນ, ແທນທີ່ຈະເປັນພະລັງງານອາຍນ້ຳທີ່ເຮັດໃຫ້ເຄື່ອງກົງປິ່ນ
ຜະລິດກະແສໄຟຟ້າ. ແຕ່ວ່າທຸກວິທີຂອງການຜະລິດພະລັງງານໄຟຟ້າກໍ່ລ້ວນແລ້ວແຕ່ນຳໄປສູ່ມົນລະພິດຕ່າງໆ, ມັນເປັນການທຳລາຍຊຸມຊົນ ແລະ ສັດນ້ຳ ແລະ ມັນຍັງກໍ່ໃຫ້ເກີດ ບັນຫາທາງດ້ານສຸຂະພາບຢ່າງຮ້າຍແຮງອື່ນໆອີກນຳ. ບໍ່ມີສິ່ງໃດຈະມີສຸຂະພາບດີ ຫຼື ມີອາຍຸຍືນໄດ້, ໂດຍສະເພາະສິ່ງຕ່າງໆເຫຼົ່ານັ້ນໄດ້ຮັບປະລິມານມົນລະພິດໃນປະລິມານທີ່ຫຼາຍ.

ພະລັງງານເຊື້ອໄຟທີ່ມີມາແຕ່ເກົ່າແມ່ນນັບມື້ນັບຂາດແຄນ ແລະ ຕ້ອງໃຊ້ເງິນເປັນຈຳນວນຫຼວງຫຼາຍເພື່ອຊອກຫາມັນ. ພະລັງງານທີ່ມີມາແຕ່ເກົ່າແມ່ນເປັນພະລັງງານທີ່ບໍ່ສາມາດທົດແທນໄດ້, ຊຶ່ງໝາຍຄວາມວ່າມື້ໃດມື້ໜຶ່ງມັນກໍ່ຈະຖືກໃຊ້ໝົດ, ຂະບວນການພື້ນຖານຂອງການຜະລິດພະລັງງານໄຟຟ້າກໍ່ຈະຖືກໃຊ້ໝົດໄປຢ່າງແທ້ຈິງ. ໃນເວລາດຽວກັນ, ຄວາມອັນຕະລາຍຈາກພາວະໂລກຮ້ອນ (ເບິ່ງໜ້າ 39) ແລະ ມົນລະຜິດຈາກການເຜົາໄໝ້ພະລັງງານເຊື້ອໄຟທີ່ມີມາແຕ່ເກົ່າ ໄດ້ຂະຫຍາຍກາຍເປັນບັນຫາທາງດ້ານສະພາບແວດລ້ອມຕໍ່ສຸຂະພາບຂອງໝົດທຸກຄົນ ແລະ ຕໍ່ສະຖານທີ່ຕ່າງໆໃນໂລກຂອງພວກເຮົາ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ