google-site-verification: google0d91bc93cfc88895.html ມົນລະພິດທາງອາກາດ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Tuesday, March 01, 2016

ມົນລະພິດທາງອາກາດ




ມົນລະພິດທາງອາກາດ
           ອາກາດກາຍເປັນມົນລະພິດເມື່ອອາກາດປົນເປື້ອນກັບແກັດມີພິດ ແລະ ຝຸ່ນລະອອງນ້ອຍໆ.ມົນລະພິດທາງອາກາດສ່ວນຫຼາຍເກີດມາຈາກການເຜົາໄໝ້ເຊື້ອເພີງ (ນ້ຳມັນ, ຖ່ານຫີນ,ນ້ຳມັນກະຊວນ ແລະ ແອັດຊັງ) ເພື່ອໃຊ້ແລ່ນເຄື່ອງຈັກ, ໃຊ້ໃນໂຮງງານ ແລະ ໂຮງງານຜະ ລິດກະແສໄຟຟ້າ. ລົມ ແລະ ຝົນສາມາດນຳເອົາມົນລະພິດຈາກ ສະຖານທີ່ກໍ່ໃຫ້ເກີດມົນລະພິດໄປຍັງສະຖານທີ່ທີ່ຫ່າງໄກ ເຊິ່ງກໍ່ໃຫ້ເກີດບັນຫາຕໍ່ກັບສຸຂະພາບຂອງຄົນຢູ່ທຸກຫົນແຫ່ງ. ໂດຍປົກກະຕິແລ້ວມົນລະພິດທາງອາກາດຈະເປັນອັນຕະລາຍຮ້າຍແຮງໃນຕົວເມືອງໃຫ່ຍ, ຂົງເຂດທີ່ມີການຜະລິດອຸດສະຫະກຳ, ບໍລິເວນທົ່ງພຽງທີ່ອ້ອມລ້ອມດ້ວຍພູຜາ ແລະ ສະຖານທີ່ທີ່ອາກາດບໍ່ລ່ວງດີ.
            ມົນລະພິດທາງອາກາດອາດຈະບັນຈຸສານໂລຫະໜັກຕ່າງໆເຊັ່ນ: ສານບາຫຼອດ ແລະ ສານກົ່ວ, ສານ POPsແລະ ສານເຄມີອື່ນໆທີ່ມີພິດ ເຊັ່ນ: ສານຊັນເຟີດາຍອັອກຊາຍ (sulfur dioxide).

               ການທີ່ຮູ້ຈັກວ່າສານເຄມີຊະນິດໃດຢູ່ໃນອາກາດແມ່ນເປັນສິ່ງທີ່ເປັນປະໂຫຍດ. ແຕ່ໃຫ້ຈື່ໄວ້ວ່າ ການທີ່ຮູ້ຈັກວິທີປ້ອງກັນຕົວທ່ານເອງ ແລະ ຊຸມຊົນຂອງທ່ານຈາກອັນຕະລາຍຂອງມົນລະພິດທາງອາກາດແມ່ນມີປະໂຫຍດຫຼາຍກວ່າການທີ່ຮູ້ຈັກວ່າສານເຄມີຊະນິດໃດຢູ່ໃນອາກາດ.
             ມົນລະພິດທາງອາກາດໄດ້ກໍ່ໃຫ້ເກີດບັນຫາສຸຂະພາບທີ່ຮ້າຍແຮງ ເຊັ່ນ: ໂລກມະ ເຮັງຕ່າງໆ ແລະ ບັນຫາກ່ຽວກັບລະບົບທາງເດີນຫາຍໃຈ. ມົນລະພິດທາງອາກາດກໍ່ໃຫ້ເກີດຝົນກົດທີ່ເປັນມົນລະພິດທາງອາກາດ (acid rain) ທີ່ໄປທຳລາຍປ່າໄມ້, ແຫຼ່ງນ້ຳ, ອາຄານ ແລະ ປອດຂອງຄົນເຮົາ. ນອກຈາກນີ້ ມົນລະພິດທາງອາກາດຍັງເປັນໜຶ່ງໃນບັນດາສາເຫດຕົ້ນຕໍຂອງພາວະໂລກຮ້ອນ.
ການຄອບຄຸມມົນລະພິດທາງອາກາດ
ການຄອບຄຸມມົນລະພິດທາງອາກາດ ເປັນວິທີໜຶ່ງທີ່ຊຸມຊົນນຳໃຊ້ໃນໄລຍະການລົນນະລົງຕໍ່ຕ້ານທຸລະກິດ ຫຼື ອຸດສະຫະກຳການຜະລິດທີ່ກໍ່ໃຫ້ເກີດມົນລະພິດ. ການຄອບຄຸມເຮັດໃຫ້ຫຼາຍຄົນມີສ່ວນຮ່ວມໃນການລົນນະລົງເຊັ່ນດຽວກັນກັບການສ້າງພື້ນຖານຂອງຫຼັກຖານທີ່ສາມາດໃຊ້ເພື່ອກົດດັນບໍລິສັດ ຫຼື ໂຮງງານອຸດສະຫະກຳຢຸດຕິ

ການກໍ່ໃຫ້ເກີດມົນລະພິດ.
         ການຄອບຄຸມ ຫຼື ກວດສອບເບິ່ງມົນລະພິດທາງອາກາດ ແມ່ນເລີ່ມຈາກຄວາມສຳ ນຶກ ຫຼື ສາມັນສຳນຶກຂອງທ່ານ. ເພື່ອຢາກຮູ້ຈັກວ່າ ແມ່ນຫຍັງສົ່ງຜົນກະທົບຕໍ່ມົນລະພິດທາງອາກາດໃນຊຸມຊົນຂອງທ່ານ ແມ່ນໃຫ້ປະຊາ ຊົນເກັບບັນທຶກສິ່ງທີ່ເຂົາເຈົ້າໄດ້ສຳຜັດກິ່ນ, ໄດ້ເຫັນ, ໄດ້ຍິນ, ໄດ້ຊີມລົດ ຫຼື ໄດ້ຮູ້ສຶກ. ເຂົາເຈົ້າປະຕິບັດສິ່ງເຫຼົ່ານີ້ຫຼາຍເທົ່າໃດ ຊຸມຊົນຍິ່ງມີໂອກາດຫຼາຍຂຶ້ນທີ່ຈະພິສູດໃຫ້ເຫັນໃນການຢຸດຕິມົນລະພິດ
ວິທີການກວດສອບອາກາດດ້ວຍຄຸ
                 ບາງຊຸມຊົນກວດສອບອາກາດດ້ວຍການໃຊ້ວິທີງ່າຍດາຍ ແລະ ໃຊ້ຕົ້ນທຶນຕໍ່າທີ່ເອີ້ນວ່າ ການໃຊ້ຄຸເປັນອຸປະກອນ“bucket brigade”. ຄຸຢາງຂະໜາດບັນຈຸນ້ຳໄດ້ 5 ແກນລອນ, ວາວທີ່ໃຊ້ດູດອາກາດ ແລະ ຖົງຢາງສະເພາະທີ່ໃຊ້ບັນຈຸຕົວຢ່າງຂອງອາກາດ. ໄຂວາວອອກເມື່ອມີການ ປ່ອຍສານພິດ ຫຼື ທຸກຄັ້ງທີ່ເຫັນວ່າ ອາກາດເປັນມົນລະພິດ, ອາກາດຈຳນວນໜ້ອຍຈະຖືກດູດເຂົ້າໄປໃນຖົງ. ຫຼັງຈາກນັ້ນຖົງບັນຈຸອາກາດຈະຖືກເອົາອອກຈາກຄຸ ແລະ ສົ່ງໄປຫ້ອງທົດລອງເພື່ອກວດສອບເບິ່ງວ່າມີສານເຄມີຊະນິດໃດທີ່ບັນຈຸຢູ່ໃນຖົງ.
              ການກວດສອບຕົວຢ່າງຂອງອາກາດໃນຫ້ອງທົດລອງ ແມ່ນຂັ້ນຕອນທີ່ສີ້ນເປືອງ ທີ່ສຸດຂອງການກວດສອບອາກາດດ້ວຍຄຸ. ຫຼາຍປະເທດບໍ່ມີຫ້ອງທົດລອງໃນການກວດສອບອາກາດໄດ້ຢ່າງຖືກຕ້ອງ, ດັ່ງນັ້ນ ການກວດສອບອາ ກາດອາດຈະສົ່ງໄປຢູໂຣບ ຫຼື ສະຫະລັດອາເມລິກາ. ຊຸມຊົນບາງແຫ່ງຮວບຮວມເງິນເພື່ອໃຊ້ໃນການກວດສອບອາກາດດ້ວຍຄຸດ້ວຍການແຜ່ເງິນນຳທຸກຄອບຄົວ ຫຼື ຈັດງານເຕັ້ນລໍາ, ງານລ້ຽງ ແລະ ຈັດປະຊຸມກັບແຕ່ ລະເຮືອນ.
             ຊຸມຊົນຫຼາຍແຫ່ງເຮັດການກວດສອບອາກາດຮ່ວມກັບກິດຈະກຳຕ່າງໆຂອງຊຸມຊົນ ເຊັ່ນ: ການສຳພາດ ແລະ ການສຳຫຼວດ. ນອກຈາກນີ້ຊຸມຊົນໄດ້ລາຍງານການປ່ອຍສານພິດໃຫ້ສື່ ແລະ ລັດຖະບານຮັບຮູ້ ແລະ ພະຍາຍາມບັງຄັບໃຫ້ໂຮງງານກັ່ນນ້ຳມັນ ແລະ ໂຮງງານອຸດສະຫະກຳທີ່ກໍ່ໃຫ້ເກີດສານພິດໃຫ້ໃຊ້ອຸປະກອນທີ່ມີຄວາມປອດໄພກວ່າເກົ່າ ແລະ ຫຼຸດຜ່ອນການແຜ່ກະຈາຍສານພິດ.


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ