google-site-verification: google0d91bc93cfc88895.html ການຜະລິດທີ່ເປັນມິດກັບສຸຂະພາບຂອງຄົນ ແລະ ສິ່ງແວດລ້ອມ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Tuesday, March 01, 2016

ການຜະລິດທີ່ເປັນມິດກັບສຸຂະພາບຂອງຄົນ ແລະ ສິ່ງແວດລ້ອມ

ການຜະລິດທີ່ເປັນມິດກັບສຸຂະພາບຂອງຄົນ ແລະ ສິ່ງແວດລ້ອມ
ເທັກໂນໂລຊີ ແລະ ວິທີການຕ່າງໆໃນການຜະລິດ ແລະ ຈຳໜ່າຍຜະລິດຕະພັນໂດຍທີ່ບໍ່ມີມົນລະພິດ ຫຼື ຂີ້ເຫຍື້ອທີ່ມີສານພິດແມ່ນຍັງມີຢູ່. ການຜະລິດທີ່ເປັນມິດແມ່ນການຜະລິດທີ່ສາມາດຊ່ວຍປ້ອງກັນສຸຂະພາບຂອງຄົນ ແລະ ສິ່ງແວດລ້ອມ.


ໄມ້, ນ້ຳ, ໄຟຟ້າ ແລະ ທາດເຄມີຈຳພວກສານຄຼໍຣີນ (chlorine) ແມ່ນຖືກນຳໃຊ້ເຂົ້າໃນການຜະລິດເຈັ້ຍ. ໂຮງງານຜະລິດເຈັ້ຍທີ່ເປັນມິດຕໍ່ກັບຄົນ ແລະ ສິ່ງແວດລ້ອມສາມາດຫຼຸດຜ່ອນມົນລະພິດດັ່ງຕໍ່ໄປນີ້:

  • ສ່ວນຫຼາຍໃຫ້ນຳໃຊ້ເຈ້ຍທີ່ນຳເອົາມາໃຊ້ຄືນ ແລະ ຕົ້ນໄມ້ຈາກປ່າໄມ້ທີ່ຖືກຄຸ້ມຄອງແບບຍືນຍົງ.
  • ນຳໃຊ້ແຫຼ່ງພະລັງງານທີ່ສາມາດທົດແທນໄດ້ ເຊັ່ນ: ພະລັງງານແສງອາທິດ ຫຼື ພະລັງ ງານລົມ ແທນພະລັງງານໄຟຟ້າ ທີ່ໄດ້ມາຈາກການເຜົາໄໝ້ເຊື້ອເພີງທຳມະຊາດ ເຊັ່ນ: ນ້ຳມັນ ຫຼື ຖ່ານຫີນ.
  • ບໍ່ນຳໃຊ້ສານຄຼໍຣີນ ຫຼື ສານເຄມີທີ່ເປັນພິດອື່ນໆ.
  • ໃຊ້ນ້ຳໜ້ອຍເທົ່າທີ່ເປັນໄປໄດ້. ນ້ຳຄວນຈະຖືກນຳມາໃຊ້ຄືນຫຼາຍໆຄັ້ງ ແລະ ຫຼັງຈາກນັ້ນປະສົມທາດເຄມີ ເພື່ອບຳບັດໃຫ້ສະອາດກ່ອນຈະປ່ອຍລົງສະພາບແວດລ້ອມຄືນ.

         ໂຮງງານອຸດສະຫະກຳສ່ວນຫຼາຍສາມາດນຳໃຊ້ຂະບວນການຜະລິດທີ່ເປັນມິດຕໍ່ກັບຄົນແລະ ສິ່ງແວດລ້ອມ. ຄວາມຮ້ອນຈາກໂຮງງານສາມາດເອົາໄປນຳໃຊ້ຜະລິດກະແສໄຟຟ້າແລະ ສິ່ງເສດເຫຼືອຈາກຂະບວນການໜຶ່ງສາມາດເອົາໄປນຳໃຊ້ໃນຂະບວນການອື່ນ. ການ ຜະລິດທີ່ເປັນມິດຕໍ່ກັບຄົນ ແລະ ສິ່ງແວດລ້ອມສາມາດຫຼຸດຜ່ອນຂີ້ເຫຍື້ອຈົນເກືອບບໍ່ເຫຼືອຫຍັງເລີຍ. ການຜະລິດທີ່ເປັນມິດຕໍ່ກັບຄົນ ແລະ ສິ່ງແວດລ້ອມແມ່ນນຳໃຊ້ວັດຖຸ ແລະ ພະລັງງານຄືນໃໝ່ເຊິ່ງເປັນການປະຢັດຕົ້ນທຶນອີກດ້ວຍ.
          ໂດຍປົກກະຕິແລ້ວບໍລິສັດຕ່າງໆ ຈະບໍ່ຈ່າຍຄ່າການກຳຈັດມົນລະພິດ ແລະ ປ້ອງກັນອັນຕະລາຍຈາກມົນລະພິດທີ່ເຂົາເຈົ້າກໍ່ຂຶ້ນ. ພວກເຂົາຕ້ອງຖືກບັງຄັບດ້ວຍການກົດດັນຈາກຊຸມຊົນ ຫຼື ຂໍ້ບັງຄັບຂອງລັດຖະບານເພື່ອປ່ຽນແປງວິທີການຜະລິດທີ່ເປັນມິດຕໍ່ກັບຄົນ ແລະ ສິ່ງແວດລ້ອມ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ