google-site-verification: google0d91bc93cfc88895.html ຄຸນ​ປະ​ໂຫຍດ​ຂອງ​ອ້ອຍ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Wednesday, July 22, 2020

ຄຸນ​ປະ​ໂຫຍດ​ຂອງ​ອ້ອຍ

ອ້ອຍ ອ້ອຍ (ຊື່​ວິທະຍາ​ສາດ: Saccharum officinarum) ເປັນ​ພືດ​ວົງ POACEAE ວົງ​ດຽວ​ກັບ ໄຜ່ ຫຍ້າ​ແລະ​ທັນ​ຍະ​ພືດ ເຊັ່ນ ເຂົ້າວີດ, ເຂົ້າ, ສາ​ລີ ແລະ ເຂົ້າ​ບາເລ​່ ມີ​ຖິ່ນ​ກຳ​ເນີດ​ໃນ​ເຂດ​ຮ້ອນ​ຂອງ​ທະວີບ​ເອ​ເຊຍ ໃນ​ລຳ​ຕົ້ນ​ອ້ອຍ ​ທີ່​ນຳ​ມາ​ໃຊ້​ເຮັດ​ນ້ຳ​ຕານ​ ມີ​ປະລິມານ​ຊູ​ໂຄຣດ​ປະ​ມານ 17-35% ເສດ​ອ້ອຍ (bagasse) ທີ່​ຖືກ​ບີບ​ເອົາ​ນ້ຳ​ອ້ອຍ​ອອກ​ໄປ​ແລ້ວ ສາມາດ​ນຳ​ມາ​ໃຊ້​ເຮັດ​​ເຈ້ຍ ພລາດ​ຕິກ ເປັນ​ເຊື້ອ​ເພິງ ແລະ​ ອາຫານ​ສັດ ສ່ວນ​ກາກ​ນ້ຳ​ຕານ (molasses) ທີ່​ແຢກ​ອອກຈາກ​ນ້ຳ​ຕານ​ໃນ​ລະຫວ່າງ​ການ​ຜະລິດ ສາມາດ​ນຳ​ໄປ​ໝັກ​ເປັນ​ເຫຼົ້າ​ (rum) ໄດ້​ອີກ​ດ້ວຍ

ອ້ອຍ

ອ້ອຍ (ຊື່​ວິທະຍາ​ສາດ: Saccharum officinarum) ເປັນ​ພືດ​ວົງ POACEAE ວົງ​ດຽວ​ກັບ ໄຜ່ ຫຍ້າ​ແລະ​ທັນ​ຍະ​ພືດ ເຊັ່ນ ເຂົ້າວີດ, ເຂົ້າ, ສາ​ລີ ແລະ ເຂົ້າ​ບາເລ​ ມີ​ຖິ່ນ​ກຳ​ເນີດ​ໃນ​ເຂດ​ຮ້ອນ​ຂອງ​ທວີບ​ເອ​ເຊຍ ໃນ​ລຳ​ຕົ້ນ​ອ້ອຍ ​ທີ່​ນຳ​ມາ​ໃຊ້​ເຮັດ​ນ້ຳ​ຕານ​ ມີ​ປະລິມານ​ຊູ​ໂຄຣດ​ປະ​ມານ 17-35% ເສດ​ອ້ອຍ (bagasse) ທີ່​ຖືກ​ບີບ​ເອົາ​ນ້ຳ​ອ້ອຍ​ອອກ​ໄປ​ແລ້ວ ສາມາດ​ນຳ​ມາ​ໃຊ້​ເຮັດ​​ເຈ້ຍ ພລາດ​ຕິກ ເປັນ​ເຊື້ອ​ເພງ ແລະ​ ອາຫານ​ສັດ ສ່ວນ​ກາກ​ນ້ຳ​ຕານ (molasses) ທີ່​ແຢກ​ອອກຈາກ​ນ້ຳ​ຕານ​ໃນ​ລະຫວ່າງ​ການ​ຜະລິດ ສາມາດ​ນຳ​ໄປ​ໝັກ​ເປັນ​ເຫຼົ້າ​ (rum) ໄດ້​ອີກ​ດ້ວຍ

ອ້ອຍ​ເປັນ​ພືດ​ຊະນິດ​ໜຶ່ງ​ທີ່​ມີ​ຄວາມ​ສຳຄັນ​ເປັນ​ຢ່າງ​ຫລາຍ​ເມື່ອ​ພິຈາລະນາ​ໃນ​ແງ່​ຂອງ​ຜົນ​ຜະລິດ ເພາະ​ອ້ອຍ​ສາມາດ​ໃຊ້​ປັດ​ຈັສຳລັບ​ການ​ຈະເລີນ​ເຕີບໂຕ ເຊັ່ນ ແສງ​ແດດ ນ້ຳ ອາ​ກາດ ແລະ​ ທາດ​ອາຫານ​ໄດ້​ຢ່າງ​ມີ​ປະ​ສິດ​ທິ​ພາບ ນອກ​ຈາກ​ນີ້​ອ້ອຍ​ຢັງ​ເປັນ​ພືດ​ທີ່​ປຸກ​ງ່າຍ ແລະ​ເມື່ອ​ປຸກ​ເທື່ອ​ໜຶ່ງ​ແລ້ວ ສາມາດ​ເກັບ​ກ່ຽວ​ໄດ້​ຫຼາຍ​ເທື່ອ ອ້ອຍ​ມັກ​ອາ​ກາ​ດຮ້ອນ ​ແລະ ​ຊຸ່ມ​ຊື້ນ ດັ່ງ​ນັ້ນ​ປະເທດ​ທີ່​ປຸກ​ອ້ອຍ ຊຶ່ງ​ມີ​ປະ​ມານ 70 ປະເທດ​ຈຶ່ງ​ຢູ່ໃນ​ແຖບ​ຮ້ອນ ​ແລະ​ ຊຸ່ມ​ຊື້ນ​ ໃນ​ລະຫວ່າງ​ເສັ້ນ​ແວງ​ທີ່ 35 ອົງ​ສາ​ເໜືອ ແລະ 35 ອົງ​ສາ​ໃຕ້ ປະເທດ​ຜູ້​ປຸກ​ອ້ອຍ​ທີ່​ສຳຄັນ ໄດ້​ແກ່ ບ​ຣາ​ຊິນ ຄິວ​ບາ ອິນ​ເດຍ

ການ​ຈຳ​ແນກ​ຊັ້ນ​ທາງວິ​ທະ​ຍາ​ສາດ

  • ອານາຈັກ:                           Plantae
  • ບໍ່​ຖືກ​ຈັດ​ອັນ​ດັບ:                     Angiosperms
  • ບໍ່​ຖືກ​ຈັດ​ອັນ​ດັບ:                     Monocots
  • ບໍ່​ຖືກ​ຈັດ​ອັນ​ດັບ:                     Commelinids
  • ອັນ​ດັບ:                              Poales
  • ວົງ:                                   Poaceae
  • ວົງ​ຍ່ອຍ:                              Panicoideae
  • ເຜົ່າ:                                  Andropogoneae
  • ສ​ກຸນ:                                Saccharum L.

ສັບ​ພະ​ຄຸນ​ຂອງ​ອ້ອຍ

  1. ອ້ອຍມີສັບພະຄຸນ ເປັນຢາບໍາລຸງກໍາລັງທີ່ຈະເຮັດໃຫ້ຮ່າງກາຍບໍ່ອ່ອນເພຍ
  2. ອ້ອຍອຸດົມໄປດ້ວຍແຮ່ທາດສໍາຄັນຕໍ່ຮ່າງກາຍເຊັ່ນທາດເຫຼັກ ຊຶ່ງມີໜ້າທີ່ຊ່ວຍປ້ອງກັນ ແລະປິ່ນປົວພະຍາດໂລຫິດຈາງທີ່ມີສາເຫດມາຈາກການຂາດທາດເຫຼັກ ຊ່ວຍບໍາລຸງເລືອດ ລວມທັງເສີມສ້າງການຈະເລີນເຕີບໂຕຂອງຮ່າງກາຍໃຫ້ເປັນປົກກະຕິ
  3. ຊ່ວຍຫຼຸດການເກີດແຂ້ວແມງໄດ້ ເພາະສ່ວນປະກອບຂອງນໍ້າຕານຊູໂຄຣສທີ່ມີໃນອ້ອຍມີຄ່າດັຊນີຂອງນໍ້າຕານຕໍ່າ ແລະຍັງເໝາະກັບຄົນທີ່ເປັນເບົາຫວານ ກໍສາມາດກິນອ້ອຍໄດ້
  4. ມີສັບພະຄຸນຊ່ວຍບັນເທົາອາການໄອ ເພາະນໍ້າອ້ອຍມີລິດເຢັນ ແລະຊຸ່ມຄໍ ແກ້ອາການຄໍແຫ້ງ ແລະຫິວນໍ້າ
  5. ອ້ອຍມີລິດໃນການການແກ້ອາການທ້ອງຜູກ ( ຖ່າຍຍາກ ) ເຮັດໃຫ້ລໍາໄສ້ສາມາດຂັບຖ່າຍອາຈົມໄດ້ສະດວກຂຶ້ນ ໃຊ້ເປັນຢາປິ່ນປົວພະຍາດກະເພາະອາຫານອັກເສບຊໍາເຮື້ອ ແລະຊ່ວຍບໍາລຸງກະເພາະອາຫານ
  6. ເປັນແຫຼ່ງລວມຂອງສານຕ້ານອະນຸມຸນອິດສະລະອີກແຫຼ່ງໜຶ່ງທີ່ໜ້າສົນໃຈຫຼາຍ ເພາະມີຢູ່ຫຼາກຫຼາຍຊະນິດ ຊຶ່ງຊ່ວຍເຮັດໃຫ້ຮ່າງກາຍມີປະສິດທິພາບຫຼາຍພໍຈະຕໍ່ສູ້ກັບພະຍາດ ແະລປົກປ້ອງຮ່າງກາຍຈາກມົນລພິດ ແລະສານເຄມີທີ່ເປັນອັນຕະລາຍ ແລະສົ່ງຜົນໃຫ້ອະໄວຍະວະຕ່າງໆຂອງຮ່າງກາຍທັງພາຍໃນ ແລະນອກບໍ່ເສື່ອມສະພາບໄວ
  7. ຊ່ວຍຢັບຢັ້ງບໍ່ໃຫ້ເຊວມະເຮັງແພ່ກະຈາຍໄດ້ໂດຍງ່າຍ ແລະມີຄຸນສົມບັດຕໍ່ຕ້ານອະນຸມຸນອິດສະລະລວມເຖິງເຊວມະເຮັງຕ່າງໆ
  8. ມີປະໂຫຍດຕໍ່ຜູ້ຍິງ ໂດຍສະເພາະຊ່ວງທີ່ມີປະຈໍາເດືອນ ແລະສາມາດບັນເທົາອາການເຈັບທ້ອງປະຈໍາເດືອນ ແລະຍັງບໍາລຸງໃຫ້ເລືອດປະຈໍາເດືອນມາປົກກະຕິ
  9. ມີສັບພະຄຸນປິ່ນປົວອາການໄຂ້ຂຶ້ນສູງ, ແກ້ອາການຮ້ອນໃນ ຫຼືແກ້ອາການຊໍ້າໃນ
  10. ມີລິດໃນການຂັບປັດສະວະ ຊ່ວຍລ້າງທາງເດີນປັດສະວະ ແລະສາມາດຂັບນິ້ວ ແລະປິ່ນປົວພະຍາດນິ້ວໄດ້
  11. ເປັນຢາປິ່ນປົວພະຍາດຫວັດທີ່ມີປະສິດທິພາບສູງ ເພາະໃນອ້ອຍອຸດົມໄປດ້ວຍວິຕາມິນຊີ
  12. ອ້ອຍເປັນແຫຼ່ງລວມຂອງສານອາຫານທີ່ມີຄຸນຄ່າທາງໂພຊະນາການສູງ ຊຶ່ງມີທັງສ່ວນປະກອບຂອງນໍ້າຄາຣ໌ໂບໄຮເດຣຕ, ໂປຣຕີນ, ໄຂມັນ, ເກືອ ແລະວິຕາມິນຫຼາກຫຼາຍ
  13. ມີວິຕາມິນບີ 6 ສູງ ຊຶ່ງສາມາດຊ່ວຍເສີມສ້າງພູມຕ້ານທານໃນຮ່າງກາຍໃຫ້ພ້ອມຕໍ່ສູ້ກັບເຊື້ອພະຍາດຕ່າງໆ ທີ່ເຂົ້າສູ້ຮ່າງກາຍ ແລະຍັງປ້ອງກັນພະຍາດກ່ຽວກັບລະບົບປະສາດ ແລະພະຍາດຜິວໜັງ
  14. ສັບພະຄຸນຂອງອ້ອຍຊ່ວຍໃຫ້ຮ່າງກາຍສາມາດເຜົາຜານອາຫານປະເພດແປ້ງ, ໄຂມັນ ແລະໂປຣຕີນໄດ້ດີຂຶ້ນ
  15. ອ້ອຍມີແຮ່ທາດສໍາຄັນ ທີ່ຈະຊ່ວຍບໍາລຸງຜິວພັນ ເບິ່ງແຍງກະດູກ, ເລັບ, ແຂ້ວ ແລະເສັ້ນຜົມໃຫ້ແຂງແຮງ.


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ