google-site-verification: google0d91bc93cfc88895.html ຂິງກະຕາຍ / Yellow flower Ginger - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Wednesday, July 22, 2020

ຂິງກະຕາຍ / Yellow flower Ginger

ຊື່​ທົ່ວ​ໄປ: ຂີງ​ກະ​ຕ່າຍ ຊື່​ໃນ​ພາ​ສາ​ໄທ: ຂິງ​ກະ​ຕ່າຍ ຊື່​ພາ​ສາ​ອັງ​ກິດ: Yellow flower Ginger ຊື່​ວິ​ທະ​ຍາ​ສາດ: Zingiber officinale

ຂິງກະຕາຍ / Yellow flower Ginger


ຊື່​ທົ່ວ​ໄປ: ຂີງ​ກະ​ຕ່າຍ
ຊື່​ໃນ​ພາ​ສາ​ໄທ: ຂິງ​ກະ​ຕ່າຍ
ຊື່​ພາ​ສາ​ອັງ​ກິດ: Yellow flower Ginger
ຊື່​ວິ​ທະ​ຍາ​ສາດ: Zingiber officinale

  • ອານາຈັກ:                  Plantae
  • ໝວດ:                     Magnoliophyta
  • ຊັ້ນ:                        Liliopsida
  • ອັນ​ດັບ:                    Zingiberales
  • ວົງ:                         Zingiberaceae
  • ສ​ກຸນ:                      Zingiber Mill., 1754

 

ຊຶ່​ພ້ອງ

Amomum L., rejected name

Pacoseroca Adans.

Thumung J.Koenig in A.J.Retzius

Dieterichia Giseke

Jaegera Giseke

Cassumunar Colla

Zerumbet T.Lestib. 1841, illegitimate homonym, not Garsault 1764 nor J.C. Wendl. 1798

Dymczewiczia Horan

ຊື່​ທົ່ວ​ໄປ: ຂີງ​ກະ​ຕ່າຍ ຊື່​ໃນ​ພາ​ສາ​ໄທ: ຂິງ​ກະ​ຕ່າຍ ຊື່​ພາ​ສາ​ອັງ​ກິດ: Yellow flower Ginger ຊື່​ວິ​ທະ​ຍາ​ສາດ: Zingiber officinale

ລັກສະນະພືດສາດ

ເປັນພືດລົ້ມລຸກອາຍຸຫຼາຍປີ, ມີເຫງົ້າໃຕ້ດິນ, ລຳຕົ້ນສູງ 0.7-1.8 ແມັດ. ໃບ 20-27 ໃບຕໍ່ຕົ້ນ, ແຜ່ນໃບຮູບແຖບ, ຂະໜາດ 12-18 x 1-1.5 ຊັງຕິແມັດ, ປາຍໃບແຫຼມ, ກົກໃບມົນ, ຂອບໃບລຽບ. ກ້ານໃບສັ້ນໆ. ຊໍ່ດອກເກີດຈາກເຫງົ້າໃຕ້ດີນ, ຕັ້ງຊື່ ຫຼື ເນັ່ງເລັກນ້ອຍ, ຊໍ່ຮູບໄຂ່ກັບ ຫຼື ຮູບຂອບຂະໜານ, ຂະໜາດ 1o-15 x 2-3 ຊັງຕິແມັດ, ກ້ຽງ ຫຼື ເປັນແປ້ງຝຸ່ນສີຂາວ. ກ້ານຊໍ່ດອກຕັ້ງຊື່ ຍາວ 10-30 ຊັງຕິແມັດ. ໃບປະດັບຮູບໄຂ່ ຫຼື ຮູບຂອບຂະໜານ,ຍາວ 3.5 ຊັງຕິແມັດ, ກ້ຽງ, ສີຂຽວ ເມື່ອເປັນໜາກຈະປ່ຽນເປັນສີແດງ. ໃບປະດັບຍ່ອຍ ຮູບຂອບຂະໜານ ຍາວ 3.8-4 ຊັງຕິແມັດ. ດອກສີເຫຼືອງສົດໃສ. ກາບດອກເປັນຫຼອດ ຍາວ 1 ຊັງຕິແມັດ, ປາຍເປັນແສກເລີກດ້ານໜື່ງ.  ກີບດອກໂຄນເຊື່ອມຕິດກັນເປັນຫຼອດ, ຍາວ 3 ຊັງຕິແມັດ, ປາຍແຍກເປັນ 3 ແສກ, ຮູບຮີ ຫຼື ຮູບໃບຫອກ, ຍາວ 2.3-3 ຊັງຕິແມັດ. ກີບປາກ ຮູບຂອບຂະໜານກ້ວາງ ຫຼື ຮູບມົນກົມ, ຂະໜາດ 1.3-1.6 x 1.6-2 ຊັງຕິແມັດ, ປາຍວ້ຳຕື້ນ ຫຼື ສອງແສກ, ກີບຄູ່ຂ້າງ ຮູບໄຂ່. ເກສອນຜູ້ມີຕີ່ງຍາວ 1.3-1.5 ຊັງຕິແມັດ. ເຕົ້າໄຂ່ຍາວ 6 ຊັງຕິແມັດ. ໝາກຮູບຮີ, ເມື່ອແຫ້ງແລ້ວແຕກ.

ຊື່​ທົ່ວ​ໄປ: ຂີງ​ກະ​ຕ່າຍ ຊື່​ໃນ​ພາ​ສາ​ໄທ: ຂິງ​ກະ​ຕ່າຍ ຊື່​ພາ​ສາ​ອັງ​ກິດ: Yellow flower Ginger ຊື່​ວິ​ທະ​ຍາ​ສາດ: Zingiber officinale

ການ​ໃຊ້​ປະ​ໂຫຍດ

ພືດ​ສ​ກຸນ​ຂິງ​ຫຼາຍ​ຊະນິດ ນິຍົມ​ໃຊ້​ເປັນ​ເຄື່ອງ​ປງ ຫລື ​ສ່ວນ​ປະກອບ​ໃນ​ການ​ປງ​ອາຫານ ເນື່ອງ​ຈາກ​ມີ​ລົດ​ຊາດ​ເຂັ້ມ​ຂົ້ນ ມີ​ນ້ຳ​ມັນ​ະ​ເຫີຍ ໂດຍ​ການ​ໃຊ້​ສ່ວນ​ຂອງ​ລຳ​ຕົ້ນ ເຫງົ້າ ແລະ​ດອກ ທັງ​ໃຊ້​ແບບ​ສົດ​ແລະ​ແຫ້ງ


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ