google-site-verification: google0d91bc93cfc88895.html ໝາກແໜ່ງດອກເຫຼືອງ Tsao-ko Cardamom - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Wednesday, July 29, 2020

ໝາກແໜ່ງດອກເຫຼືອງ Tsao-ko Cardamom

ພາ​ສາ​ລາວ: ໝາກແໜ່ງດອກເຫຼືອງພາ​ສາ​ຈີນ: 草果 cao guo​ອັງ​ກິດ: Tsao-ko Cardamom​ຫວຽກ​ນາມ: Thao quaລັກສະນະພືດສາດ ເປັນພືດມີເຫງົ້າ, ເກີດເປັນສູງ, ລຳຕົ້ນສູງ 1.6

ການນຳໃຊ້

ສີນຄ້າ

ພືດເປັນຢາ

ນ້ຳມັນຫອມ

ຊື່ວິທະຍາສາດ / ຕະກຸນ

Lanxangia tsaoko (Crevost & Lemarié) M.F.Newman & Škorničk.

ຊື່ພ້ອງ

Amomum tsao-ko Crevost & Lemarié

ຊື່ອື່ນ

ພາ​ສາ​ລາວ: ໝາກແໜ່ງດອກເຫຼືອງ

ພາ​ສາ​ຈີນ: 草果 cao guo

​ອັງ​ກິດ: Tsao-ko Cardamom

​ຫວຽກ​ນາມ: Thao qua


ລັກສະນະພືດສາດ

ເປັນພືດມີເຫງົ້າ, ເກີດເປັນສູງ, ລຳຕົ້ນສູງ 1.6 ແມັດ. ລີ້ນໃບຮູບຂອບຂະໜາດ, ຍາວ 1 ຊັງຕິແມັດ, ປາຍຮູບຕັດ. ກ້ານໃບສັ້ນໆ. ໃບຮູບຂອບຂະໜານ ຫຼື ຮູບຮີ, ຂະໜາດ 40-70 x 6-20 ຊັງຕິແມັດ, ກ້ຽງ, ກົກໃບຮູບຫຼີ້ມ, ຂອບບາງລຽບ, ປາຍແຫຼມຮຽວຍາວ. ຊໍ່ດອກເກີດຈາກເຫງົ້າໃຕ້ດີນ, ຊໍ່ດອກຂະໜາດ 10-14 x 6 ຊັງຕິແມັດ, ມີດອກ 6-30 ດອກ. ກ້ານຊໍ່ດອກຍາວ 10 ຊັງຕິແມັດ. ໃບປະດັບຊໍ່ດອກຮູບໃບຫອກ, ຂະໜາດ 4 x 6 ຊັງຕິແມັດ, ປາຍແຫຼມ. ດອກສີເຫຼືອງ. ກາບດອກເປັນຫຼອດ, ປາຍມີແຂ້ວ 3 ອັນ.  ຫຼອດດອກສີສົ້ມປົນສີແດງ, ຍາວ 2 ຊັງຕິແມັດ, ປາຍແຍກເປັນ 3 ແສກ, ຮູບຂອບຂະໜານ, ຍາວ 4 ມີນລີແມັດ. ກີບປາກ ຮູບຮີ, ຂະໜາດ 3 x 1.5 ຊັງຕິແມັດ, ປາຍຮຽວຍາວ. ໝາກກົມສີແດງ, ເມື່ອແກ່ຈະເປັນສີນ້ຳຕານ.

ນິເວດວິທະຍາ ແລະ ການກະຈາຍພັນ: ເປັນພືດທີ່ເຂດກະຈາຍພັນຂ້ອນຂ້າງຈຳກັດເພາະວ່າພົບຢູ່ພຽງແຫຼ່ງດຽວໃນລາວກໍ່ຄືແຂວງຜົ້ງສາລີ ໃນສາຍພູທະແລງລະຫວ່າງທາງແຕ່ບູນໃຕ້ຮອດຜົ້ງສາລີ, ສະນັ້ນແລ້ວຈື່ງເປັນພືດທີເກີດແຕ່ຕີນພູຮອດຈອມພູ ແຕ່ຄວາມສູງລະດັບໜ້ານ້ຳທະເລປະມານ 1100-1800 ແມັດ, ມັກເກີດບ່ອນທີ່ຮ່ົມເຢັນ ອາກາດປອດໂປ່ງ.

ສະພາບການອະນຸລັກ: ມີຄວາມເປັນຫ່ວງຕໍ່ການສູນພັນຫຼາຍເພາະມີການຄົ້ນພົບພຽງແຫ່ງດຽວໃນລາວ ແລະ ມີການຂະຫຍາຍພັນໃນເຂດພື້ນທີຈຳກັດ ແລະ ມີການຂະຫຍາຍຕົວເປັນສູ່ມ ມັນຈະໃຊ້ເວລາຫຼາຍປີຈື່ງຂະຫຍາຍເປັນວົງກວ້າງໄດ້, ຖ້າປ່າທຳມະຊາດຖືກທຳລາຍ ຫຼື ປ່ຽນເປັນດີນກະສິກຳແມ່ນພືດຊະນິດສູນພັນແນ່ນອນ.

ການນຳໃຊ້

ການນຳໃຊ້: ໝາກຂອງມັນເມື່ອສຸກສາມາດກິນໄດ້ ໝາກຂອງສາມາດນຳເອົາຕາກແດດໃຫ້ແຫ້ງແລ້ວເອົາມາຕົ້ມນ້ຳດື່ມເພື່ອເປັນຢ່າບຳລູງກຳລັງ, ເປັນຢາທີ່ເຮັດໃຫ້ເລືອດໃນຮ່າງກາຍມູນວຽນໄດ້ດີ

ພາ​ສາ​ລາວ: ໝາກແໜ່ງດອກເຫຼືອງພາ​ສາ​ຈີນ: 草果 cao guo​ອັງ​ກິດ: Tsao-ko Cardamom​ຫວຽກ​ນາມ: Thao quaລັກສະນະພືດສາດ ເປັນພືດມີເຫງົ້າ, ເກີດເປັນສູງ, ລຳຕົ້ນສູງ 1.6

ພາ​ສາ​ລາວ: ໝາກແໜ່ງດອກເຫຼືອງພາ​ສາ​ຈີນ: 草果 cao guo​ອັງ​ກິດ: Tsao-ko Cardamom​ຫວຽກ​ນາມ: Thao quaລັກສະນະພືດສາດ ເປັນພືດມີເຫງົ້າ, ເກີດເປັນສູງ, ລຳຕົ້ນສູງ 1.6

ພາ​ສາ​ລາວ: ໝາກແໜ່ງດອກເຫຼືອງພາ​ສາ​ຈີນ: 草果 cao guo​ອັງ​ກິດ: Tsao-ko Cardamom​ຫວຽກ​ນາມ: Thao quaລັກສະນະພືດສາດ ເປັນພືດມີເຫງົ້າ, ເກີດເປັນສູງ, ລຳຕົ້ນສູງ 1.6

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ