google-site-verification: google0d91bc93cfc88895.html ໝາກ​ໄຟ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Wednesday, July 22, 2020

ໝາກ​ໄຟ

ລັກ​ສະ​ນະ​ທາງ​ພືດ​ສາດ ເປັນໄມ້ຢືນຕົ້ນ ຂະໜາດກາງ, ລຳຕົ້ນສູງ 13-17 ມ, ຕາມຍອດ ແລະ ປາຍກີ່ງອ່ອນມີຂົນ. ໃບດ່ຽວຈັບແບບສະບັບກັນ, ຮູບຮີແກມຮູບໃບຫອກ ຫຼື ຮູບໃບຫອກັບ, ບາງຄັ້ງຮູບໄຂ່, ໂຄນໃບແຫຼມ, ຂອບໃບລຽບ ຫຼື ແຂ້ວເລື້ອຍຕື່ນໆບໍ່ສະເໝີ, ປາຍໃບຮຽວແຫຼມ, ກວ້າງ 4,5-8 ຊມ, ຍາວ 10,5-22 ຊມ, ເສັ້ນຂະແໜງໃບມີ 5-8 ຄູ່, ດ້ານລ່າງນູນ,   ຜີວໃບກ້ຽງທັງສອງດ້ານ, ເນື້ອໃບຄ້ອນຂ້າງບາງ, ກ້ານໃບຍາວ 1,5-6 ຊມ. ດອກ ອອກເປັນຊໍ່ຍາວໆ, ຕາມງ່າມໃບ ແລະ ຕາມກີ່ງງ່າໃບ, ສີເຫຼືອງ, ດອກເພດຜູ້ ແລະ ດອກເພດແມ່ສ່ວນຫຼາຍຢູ່ຕ່າງຕົ້ນກັນ, ສ່ວນນ້ອຍທີ່ຢູ່ຕົ້ນດຽວກັນ, ຊໍ່ດອກມີຂົນ, ດອກເພດຜູ້ ອອກເປັນຊໍ່ຍາວ 5-7,5 ຊມ, ໃບປະດັບຮູບໃບຫອກ, ກວ້າງ 2-3 ມມ, ກິບຮອງກິບດອກມີ 4-5 ກິບ, ຂະໜາດບໍ່ເທົ່າກັນ ເກສອນຜູ້ມີ 4-8 ອັນ, ດອກເພດແມ່ ອອກເປັນຊໍ່ຍາວ, ມີໃບປະດັບຢູ່ທີ່ໂຄນກ້ານດອກ, ກິບຮອບກີບດອກຮູບຂອບຂະໜານແຄບໆ, ຍາວປະມານ 1,2 ຊມ. ຮັ່ງໄຂ່ມີຂົນ ບໍ່ມີທໍ່ຮັງໄຂ່, ປາຍເກສອນແຍກເປັນ 2-3 ອັນ, ພາຍໃນມີ 3 ຊ່ອງ. ໝາກຄ້ອນຂ້າງກົມ ຫຼື ຮູບຮີ ເສັ້ນຜ່າສູນກາງປະມານ 25 ມມ, ຜີວສີເຫຼືອງ, ກ້ຽງ ມີ 1-3 ເມັດ, ເນື້ອຫຸ້ມເມັດສີຂາວນຸ່ມ ມີລົດຊາດຫວານສົ້ມ.

ໝາກ​ໄຟ

ຊື່ວິທະຍາສາດ: accaurea ramiflora Lour. / Phyllanthaceae

ຊື່​ພ້ອງ

Baccaurea cauliflora Lour.
Baccaurea flaccida Müll.Arg.
Baccaurea oxycarpa Gagnep.
Baccaurea pierardi Wall.
Baccaurea propinqua Müll.Arg.
Baccaurea sapida (Roxb.) Müll.Arg.
Baccaurea wrayi King ex Hook.f.
Gatnaia annamica Gagnep.
Pierardia flaccida Wall. [Invalid]
Pierardia sapida Roxb.


ລັກ​ສະ​ນະ​ທາງ​ພືດ​ສາດ

ເປັນໄມ້ຢືນຕົ້ນ ຂະໜາດກາງ, ລຳຕົ້ນສູງ 13-17 , ຕາມຍອດ ແລະ ປາຍກີ່ງອ່ອນມີຂົນ. ໃບດ່ຽວຈັບແບບສະບັບກັນ, ຮູບຮີແກມຮູບໃບຫອກ ຫຼື ຮູບໃບຫອກັບ, ບາງຄັ້ງຮູບໄຂ່, ໂຄນໃບແຫຼມ, ຂອບໃບລຽບ ຫຼື ແຂ້ວເລື້ອຍຕື່ນໆບໍ່ສະເໝີ, ປາຍໃບຮຽວແຫຼມ, ກວ້າງ 4,5-8 ຊມ, ຍາວ 10,5-22 ຊມ, ເສັ້ນຂະແໜງໃບມີ 5-8 ຄູ່, ດ້ານລ່າງນູນ,   ຜີວໃບກ້ຽງທັງສອງດ້ານ, ເນື້ອໃບຄ້ອນຂ້າງບາງ, ກ້ານໃບຍາວ 1,5-6 ຊມ. ດອກ ອອກເປັນຊໍ່ຍາວໆ, ຕາມງ່າມໃບ ແລະ ຕາມກີ່ງງ່າໃບ, ສີເຫຼືອງ, ດອກເພດຜູ້ ແລະ ດອກເພດແມ່ສ່ວນຫຼາຍຢູ່ຕ່າງຕົ້ນກັນ, ສ່ວນນ້ອຍທີ່ຢູ່ຕົ້ນດຽວກັນ, ຊໍ່ດອກມີຂົນ, ດອກເພດຜູ້ ອອກເປັນຊໍ່ຍາວ 5-7,5 ຊມ, ໃບປະດັບຮູບໃບຫອກ, ກວ້າງ 2-3 ມມ, ກິບຮອງກິບດອກມີ 4-5 ກິບ, ຂະໜາດບໍ່ເທົ່າກັນ ເກສອນຜູ້ມີ 4-8 ອັນ, ດອກເພດແມ່ ອອກເປັນຊໍ່ຍາວ, ມີໃບປະດັບຢູ່ທີ່ໂຄນກ້ານດອກ, ກິບຮອບກີບດອກຮູບຂອບຂະໜານແຄບໆ, ຍາວປະມານ 1,2 ຊມ. ຮັ່ງໄຂ່ມີຂົນ ບໍ່ມີທໍ່ຮັງໄຂ່, ປາຍເກສອນແຍກເປັນ 2-3 ອັນ, ພາຍໃນມີ 3 ຊ່ອງ. ໝາກຄ້ອນຂ້າງກົມ ຫຼື ຮູບຮີ ເສັ້ນຜ່າສູນກາງປະມານ 25 ມມ, ຜີວສີເຫຼືອງ, ກ້ຽງ ມີ 1-3 ເມັດ, ເນື້ອຫຸ້ມເມັດສີຂາວນຸ່ມ ມີລົດຊາດຫວານສົ້ມ.

ການ​ນຳ​ໃຊ້

ໝາກໄຟເປັນໝາກໄມ້ທຳມະຊາດທີ່ສາມາດກິນໄດ້ ແລະ ມີຫຼາຍເຂດທີ່ສາມາດພົບໄດ້ໃນ ພາກເໜືອຂອງລາວ ໃນເຂດປ່າປະສົມປ່ຽນໃບ ຫຼື ປ່າດົງດິບແຫ້ງ, ບາງເຂດພົບຕາມປ່າແຄມຫ້ວຍທີ່ມີຄວາມຊຸ່ມເຢັນ, ໝາກໄຟນີ້ ສາມາດພົບ ໄດ້ຕາມຕະຫຼາດ ທົ່ວໄປໃນຊ່ວງປະມານເດືອນພືດສະພາ ເຖີງເດືອນຕຸລາ, ໂດຍສະເພາະແມ່ນ ຊ່ວງ ບຸນເຂົ້າສະຫຼາກ ແລະ ບຸນເຂົ້າປະດັບດິນຈະມັກພົບຫຼາຍຕາມຕະຫຼາດຫຼວງພະບາງ. ລາຄາປະມານ 3000-10000ກິບ/ກິໂລ, ແຕ່ກໍ່ອີງຕາມລະດູການຖ້າລະດູໃດມີຫຼາຍຈະລາຄາຂ້ອນຂ້າງຖືກ. ໝາກໄຟເມື່ອສຸກແລ້ວຈະມີ ລົດຊາດຫວານ ແລະ ມີສານອາຫານຫຼາຍຊະນິດ ລວມໄປເຖີງວີຕາມີຊີ, ນ້ຳຕານ ແລະ ອື່ນໆ ທີ່ເປັນປະໂຫຍດ ຕໍ່ຮ່າງກາຍ ນີຍົມກີນເປັນໝາກໄມ້ສົດ ຫຼື ນຳໄປເຮັດນ້ຳໝາກໄມ້ ນອກຈາກໝາກຂອງມັນ ແລ້ວສ່ວນ ອື່ນໆ ກໍ່ມີປະໂຫຍດເຊັ່ນກັນເຊັ່ນ: ໃບ ແລະ ຮາກ ຕ່າງກໍ່ມີປະໂຫຍດໂດຍມີສັບພະຄູນໃນກາຮັກສ າພະຍາດຕ່າງໆເຊັ່ນ: ແກ້ໄອ, ແກ້ຫວັດ, ແກ້ໄຂ້ ມາເລເຣີຍ, ເມື່ອຕົ້ມຮາກຈະຊ່ວຍໃນການຂັບນ້ຳປັດສະວະ. ໜາກໄຟມີວິຕາມີນຊີຊ່ວຍ ໃນການສ້າງຄໍລາເຈນເຮັດໃຫ້ຜີວລຽບນຽນສົດໃສ, ຊ່ວຍໃເຮັດໃຫ້ຜີວຊຸ່ມຊື່ນ, ຊ່ວຍແກ້ຫາຍໃຈຝືດ ຫຼື ແກ້ອາການ ທ້ອງ ອືດທ້ອງເຟີ, ໝາກອ່ອນຈະມີລົດຊາດສົ້ມມັກແກ້ງສົ້ມປາ. ນອກນັ້ນໝາກໄຟສຸກຍັງສາມາດເຮັດນ້ຳເຊື່ອມໄດ້.

ວິທີເຮັດນ້ຳໝາກໄຟ:

ກ. ກະກຽມວັດຖຸດິບດັ່ງນີ້ ໝາກໄຟ 500 ກຣາມ, ນ້ຳເຊື່ອມ ½, ເກືອປ່ນ ½ ບ່ວງແກ້ງ, ນ້ຳສະອາດ 3 ຖ້ວຍ

ຂ. ນຳໝາກໄຟມາລ້າງນ້ຳໃຫ້ສະອາດ ແລ້ວນຳໄປປອກເປືອກ ແລ້ວນຳເນື້ອທີ່ໄດ້ ໃສ່ນ້ຳຕົ້ມໃຫ້ຟົດປະມານ 10 ນາທີ

ຄ. ຖ້າຈົນເນື້ອໝາກໄຟເລະ ຫຼັງຈາກນັ້ນໃຫ້ຕອງເອົາແຕ່ນ້ຳ

ງ. ໃສ່ນ້ຳເຊື່ອມ, ເກືອປົນຕາມລົງໄປ ແລ້ວຄົນໃຫ້ເຂົ້າກັນ ເມື່ອສຳເລັດ ເທ່ໃສ່ຂວດ

ຈ. ນຳມາແຊ່ໄວໃນຕູ່ເຢັນ ຖ້າຈະດື່ມກໍ່ໃສ່ນ້ຳແຂງດ້ວຍຈະດີ ນີ້ກໍ່ຄືຂັ້ນຕອນເຮັດນຳ້ເຊື່ອມໝາກໄຟ


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ