google-site-verification: google0d91bc93cfc88895.html ປອມບີກະທິງ / Vietnamese Ginseng [ໂສມ​ຫວຽດ​ນາມ] - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Wednesday, July 22, 2020

ປອມບີກະທິງ / Vietnamese Ginseng [ໂສມ​ຫວຽດ​ນາມ]

ປອມບີກະທິງ / Vietnamese Ginseng ຊື່: ບີ​ກະ​ທິງ ຊື່​ອື່ນໆ: ປອມ​ບີ​ກະ​ທິງ, ໂສມ​ຫວຽດ​ນາມ ຊື່​ວິ​ທະ​ຍາ​ສາດ: Panax vietnamensis ຊື່​ພ້ອງ: Panax vietnamensis var. fuscidiscus K.Komatsu, S.Zhu & S.Q.Cai


ປອມບີກະທິງ / Vietnamese Ginseng
ຊື່: ບີ​ກະ​ທິງ
ຊື່​ອື່ນໆ: ປອມ​ບີ​ກະ​ທິງ, ໂສມ​ຫວຽດ​ນາມ
ຊື່​ວິ​ທະ​ຍາ​ສາດ: Panax vietnamensis
ຊື່​ພ້ອງ: Panax vietnamensis var. fuscidiscus K.Komatsu, S.Zhu & S.Q.Cai

ການ​ຈັດ​ອັນ​ດັບ​ຊັ້ນ​ທາງວິ​ທະ​ຍາ​ສາດ

  • ອານາຈັກ:                                                             Plantae
  • ບໍ່​ຖືກ​ຈັດ​ອັນ​ດັບ:                                                      Angiosperms
  • ບໍ່​ຖືກ​ຈັດ​ອັນ​ດັບ:                                                      Eudicots
  • ບໍ່​ຖືກ​ຈັດ​ອັນ​ດັບ:                                                      Asterids
  • ອັນ​ດັບ:                                                                Apiales
  • ວົງ:                                                                    Araliaceae
  • ວົງ​ຍ່ອຍ:                                                               Aralioideae
  • ສ​ກຸນ:                                                                 Panax
  • ສ​ກຸນ​ຍ່ອຍ:                                                            Panax
  • ໝູ່:                                                                    Panax
  • ສ​ປີ​ຊີ​ສ​໌:                                                                P.  vietnamensis

ໂສມ​ວຽດ​ນາມ ຊື່​ວິທະຍາ​ສາດ: Panax vietnamensis ເປັນ​ພືດ​ໃນ​ວົງ Araliaceae ແລະ​ຢູ່ໃນ​ສ​ກຸນ​ດຽວ​ກັບ​ໂສມ​ເກົາ​ຫຼີ ສານ​ສຳຄັນ​ໃນ​ໂສມ​ວຽດ​ນາມ ໄດ້​ແກ່ ຊາ​ໂປ​ນິນໄຕເຟີ​ເທ​ນໍ​ຣ ​ແລະ​ມີ​ໂອ​ໂຄ​ທິນ​ໂລນ​ປະລິມານ​ສູງ ຊຶ່ງ​ສານ​ນີ້​ບໍ່​ພົບ​ໃນ​ໂສມ​ຊະນິດ​ອື່ນ​ໆ ນອກ​ຈາກ​ນັ້ນ​ຍັງມີ​ພາ​ນາ​ໄຊ​ນອນ​ແລະ​ເຮບ​ຕາ​ດີ​ກາ ​ຊຶ່ງ​ເປັນ​ສານ​ມີ​ລິດ​ເປັນ​ຢາ​ປະຕິ​ຊີວ​ນະ​ແລະ​ຕ້ານ​ອ​ນຸ​ມູນ​ອິດສະຫລະ ໂສມ​ວຽດ​ນາມ​ມີ​ຄວາມ​ໃກ້​ຄຽງ​ທາງ​ພັນ​ທຸ​ກຳ​ກັບ Panax japonicus var. major ແລະ Panax pseudo-ginseng subsp. himalaicus[1]

ປອມບີກະທິງ / Vietnamese Ginseng ຊື່: ບີ​ກະ​ທິງ ຊື່​ອື່ນໆ: ປອມ​ບີ​ກະ​ທິງ, ໂສມ​ຫວຽດ​ນາມ ຊື່​ວິ​ທະ​ຍາ​ສາດ: Panax vietnamensis ຊື່​ພ້ອງ: Panax vietnamensis var. fuscidiscus K.Komatsu, S.Zhu & S.Q.Cai


ລັກ​ສະ​ນະ​ທາງ​ພືດ​ສາດ

ປອມບີກະທິງເປັນພືດລົ້ມລຸກຫຼາຍປີ, ມີຄວາມສູງຕັ້ງແຕ່ 40 ຊັງຕິແມັດ ຫາ 100 ຊັງຕິແມັດ, ຮາກເຫງົ້າຈະເປັນທ່ອຍາວຕໍ່ໆກັນ, ເປັນສີເທົາອົມເຫຼືອງ, ມີເສັ້ນຜ່າສູນກາງປະມານ 3-7 ຊັງຕີແມັດ. ໃບມີ 3-5 ໃບ, ເກີດເປັນຈຸ້ມກັນຢູ່ທີ່ປາຍລຳຕົ້ນ, ຈັບເປັນຮູບແບບນິ້ວມື, ກ້ານໃບຈະບໍ່ມີຫູໃບ ຫຼື ແຜ່ນໃບຕິດກ້ານແຜ່ອອກ; ໃບຍ່ອຍ 3-6 ໃບຈະເປັນແຜ່ນບາງ, ດ້ານເທີງແຜ່ນໃບຈະກ້ຽງ, ສີຂຽວເຂັ້ມແລະ ດ້ານລຸ່ມຈະເຕັມໄປດ້ວຍຂົນ, ແຜ່ນໃບຈະເປັນສີຂຽວຈາງໆ. ໂຄນໃບເປັນຮູູບລີ້ມກວ້າງ, ຂອບໃບເປັນແຂ້ວຖີ່ໆ, ປາຍໃບຮຽວແຫຼມ; ແຜ່ນໃບກາງຈະເປັນຮູບຣີ ຫຼື ຮູບຂອບຂະໜານແກມຮູບຣີ, ຂະໜາດ 7-12 x 3-6 ຊັງຕີແມັດ, ສ່ວນໃບຍ່ອຍອື່ນຈະເປັນຮູບໄຂ່ມົນ, ຂະໜາດ 2-4 x 1.5-3 ຊັງຕິແມັດ. ຊໍ່ດອກເປັນຊໍ່ດ່ຽວໆ, ເກີດທີ່ປາຍຍອດເປັນຮູບຄ້າຍຄັນຮົ່ມ ມີປະມານ 30-50 ດອກຕໍ່ຊໍ່; ກ້ານຊໍ່ດອກມີຄວາມຍາວ 15-30 ຊັງຕີແມັດ, ໂດຍປົກກະຕິແລ້ວມັນຈະຍາວກວ່າກ້ານໃບ; ກ້ານດອກຍາວ 0.8-1.6 ຊັງຕີແມັດ. ເຕົ້າໄຂ່ ມີສອງເຕົ້າໄຂ່ຍ່ອຍກ້ານຊູູ່ຮວງຮອງຮັບລະອອງເກສອນ ມີສອງອັນສັງເກດເຫັນໄດ້ຊັດເຈນ, ໝາກເປັນສີແດງ, ໝ່ວຍມົນກົມ, ຂະາດ 4-5 x 6-7 ມິນລີແມັດ; ເມັດຈະກົມວ້ຳເລັກນ້ອຍ, ມັກເປັນສີຂາວ.

ນິເວດວິທະຍາ 

ປອມບີກະທິງເປັນພືດທີ່ເກີດໃນລະດັບສູງຈາກລະດັບໜ້ານຳທະເລຢູ່ລະຫວ່າງ 1200 ຫາ 2100 ແມັດ, ຢູ່ໃນອຸນຫະພູມລະຫວ່າງ 20-25 ອົງສາ, ແລະ ກາງຄືນອຸນຫະພູມປະມານ 15-18 ອົງສາ. ປອມບີກະທິງສ່ວນຫຼາຍຈະເປັນພືດທີ່ມັກເກິດເປັນສຸມຕໍ່ໆກັນ ແລະ ຢູ່ຕິດໆກັນເປັນກຸ່ມໃຫຍ່, ຢູ່ໃຕ້ປ່າດົງດິບທີ່ມີໃບໄມ້ທັບຖົມຈຳນວນຫຼວງຫຼາຍ ຫຼື ມີຄວາມຊຸ່ມທີ່ໃກ້ກັບຫ້ວຍນ້ຳແຕ່ຢູ່ເທິງພູສູງຈຶ່ງມັກເຫັນ, ຫວຽດນາມໄດ້ລາຍງານວ່າພືດຊະນິດນີ້ໄດ້ມີຄວາມສ່ຽງຕໍ່ການສູນພັນເພາະໃນທຳມະຊາດໃກ້ຈະໜົດແລ້ວ, ເພາະມີການຂຸດຄົ້ນຈຳນວນຫຼວງຫຼາຍໃນຊ່ວງ ສິບປີທີ່ຜ່ານມາ ແລະ ໃນປະຈຸບັນຄົນຫວຽດໄດ້ເຂົ້າມາລາວເພື່ອຊອກຊື່ພືດຊະນິດນີ້ຢູ່ໃນລາວ ເຮັດໃຫ້ພືດຊະນິດມີຄວາມສ່ຽງຕໍ່ການສູນພັນໃນລາວເຊັ່ນດ່ຽວກັນ.

ປອມບີກະທິງ / Vietnamese Ginseng ຊື່: ບີ​ກະ​ທິງ ຊື່​ອື່ນໆ: ປອມ​ບີ​ກະ​ທິງ, ໂສມ​ຫວຽດ​ນາມ ຊື່​ວິ​ທະ​ຍາ​ສາດ: Panax vietnamensis ຊື່​ພ້ອງ: Panax vietnamensis var. fuscidiscus K.Komatsu, S.Zhu & S.Q.Cai

ການນຳໃຊ້

ປອມບີກະທິງເປັນທີ່ຮູ້ຈັກກັນແຜ່ຫຼາຍໃນຈີນ ແລະ ຫວຽດນາມ, ໃຊ້ເປັນຢາບຳລຸງເລືອດ ເພື່ອໃຫ້ໄຫຼວຽນປົກກະຕິ ແລະ ບຳລຸງຮ່າງກາຍໃຫ້ມີສຸຂະພາບທີ່ແຂງແຮງ. ຢູ່ຫວຽດນາມໄດ້ມີການເກັບກູ້ຫົວປອມບີກະທິງ ອາຍຸປະມານ 5 ປີ ຈື່ງມີປະສິດທີພາບດີ ເພາະມັນຈະສະສົມສານເຄມີທີ່ເປັນຢາອັນຫຼາກຫຼາຍ, ມັນມີປະສິດທິພາບໃນການບຳລຸງ ແລະເປັນຢາຮັກສາທາດສຳລັບເພດຊາຍ. ຢູ່ຊຽງຂວາງນຳເອົາມາບອງເຫຼົ້າ, ດື່ມຊູ່ກຳລັງ, ເວລາກິນເຂົ້າໄປແລ້ວຈະຮູ້ສຶກວ່າສະບາຍຕົວ, ດີເຈັບຫຼັງເຈັບແອວ, ສະນັ້ນແລ້ວເຮັດໃຫ້ມີປະຊາຊົນເກັບກູ້ຮາກ ແລະ ເຫງົ້າມາຂາຍໃນຄາລາຂ້ອນຂ້າງສູງໃນປະຈຸບັນ ແລະ ກາຍເປັນພືດທີ່ຫາຍາກໃນປະເທດລາວໄປແລ້ວ.


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ