google-site-verification: google0d91bc93cfc88895.html ​ໝາກ​ນັດ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Thursday, July 23, 2020

​ໝາກ​ນັດ

ໝາກ​ນັດ ໝາກ​ນັດ (ຊື່​ທາງ​ວິທະຍາ​ສາດ: Ananas comosus) ເປັນ​ພືດ​ລົ້ມ​ລຸກ​ຊະນິດ​ໜຶ່ງ​ທີ່​ມີ​ຕົ້ນ​ກຳ​ເນີດ​ມາ​ຈາກ​ບໍລິເວນ​ທະວີ​​ອະເມ​ຣິ​ກາ​ໃຕ້ ລຳ​ຕົ້ນ​ມີ​ຂະໜາດ​ສູງ​ປະ​ມານ 80-100 ເຊນ​ຕິ​ແມັດ ການ​ປຸກ​ສາມາດ​ປຸກ​ໄດ້​ງ່າຍ​ໂດຍ​ການ​ຝັງ​​ຖົມ​ໜໍ່​ຫລື​ສ່ວນ​ຍອດ​ຂອງ​ໝາກ​ທີ່​ຮຽກວ່າ ຈຸກ ເປືອກ​ຂອງ​ໝາກ​ນັດ​ພາຍນອກ​ມີ​ລັກສະນະ​ຄ້າຍ​ຕາ​ລ້ອມ​ອ້ອມ​ຜົນ

ໝາກ​ນັດ

ໝາກ​ນັດ (ຊື່​ທາງ​ວິທະຍາ​ສາດ: Ananas comosus) ເປັນ​ພືດ​ລົ້ມ​ລຸກ​ຊະນິດ​ໜຶ່ງ​ທີ່​ມີ​ຕົ້ນ​ກຳ​ເນີດ​ມາ​ຈາກ​ບໍລິເວນ​ທວີ​​ອະເມ​ຣິ​ກາ​ໃຕ້ ລຳ​ຕົ້ນ​ມີ​ຂະໜາດ​ສູງ​ປະ​ມານ 80-100 ເຊນ​ຕິ​ແມັດ ການ​ປຸກ​ສາມາດ​ປຸກ​ໄດ້​ງ່າຍ​ໂດຍ​ການ​ຝັງ​​ຖົມ​ໜໍ່​ຫລື​ສ່ວນ​ອດ​ຂອງ​ໝາກ​ທີ່​ຮຽກວ່າ ຈຸກ ເປອກ​ຂອງ​ໝາກ​ນັດ​ພາຍນອກ​ມີ​ລັກສະນະ​ຄ້າຍ​ຕາ​ລ້ອມ​ອ້ອມ​ຜົນ

ແຕ່​ລະ​ທ້ອງ​ຖິ່ນ​ຮຽກ​ເອີ້ນ​ແຕກ​ຕ່າງ​ກັນ​ອອກ​ໄປ​ເຊັ່ນ

  •          ພາກ​ກາງ ຮຽກວ່າ "ໝາກ​ນັກ"
  •          ພາກ​ອີ​ສານ ຮຽກວ່າ "ບັກ​ນັດ" ("ໝາກ​ນັດ")
  •          ພາກ​ເໜືອ ຮຽກວ່າ "ມະ​ນັດ, ມະ​ຂະ​ນັດ, ບໍ່​ນັດ"

ລັກ​ສະ​ນະ​ຂອງ​ໝາກ​ນັດ

ຮູບ​ລັກສະນະ ໄມ້​ລົ້ມ​ລຸກ​ອາ​ຢຸ​ຫຼາຍ​ປີ ສູງ 90-100 ຊົມ. ມີ​ລຳ​ຕົ້ນ​ຢູ່​ໃຕ້​ດິນ ໃບ​ດ່ຽວ​​ລຽງ​ສ​ລັບ ຊ້ອນ​ກັນ​ຖີ່​ຫລາຍ​ອ້ອມ​ຕົ້ນ ກວ້າງ 6.5 ຊົມ. ຢາວ​ໄດ້​ເຖິງ 1 ແມັດ ບໍ່​ມີ​ກ້ານ​ໃບ ດອກ​ຊໍ່​ອອກຈາກ​ກາງ​ຕົ້ນ ມີດ​ອກ​ຍ່ອຍ​ຈຳນວນ​ຫລາຍ ໝາກເປັນ​ໝາກ​ລວມ ຮູບ​ຊົງ​ກະ​ບອກ ມີ​ໃບ​ເປັນ​ກະ​ຈຸກ​ທີ່​ປາຍ


​ໝາກ​ນັດ​ເປັນ​ພືດ​ໃບ​ລ້ຽງ​ດ່ຽວ ສາມາດ​ທົນ​ຕໍ່​ສະພາບ​ແວດ​ລ້ອມ​ຕ່າງ ໆ ໄດ້​ດີ ເປັນ​ ພືດ​ເສດ​ຖະ​ກິດ ທີ່​ສຳຄັນ ເມື່ອ​ຈະເລີນ​ເປັນໝາກ​ແລ້ວ​​ຈະ ​ຈະເລີນ​ຕໍ່ໄປ​ໂດຍ​ຕາ​ທີ່​ລຳ​ຕົ້ນ​ຈະ​ເຕີບໂຕ​ເປັນ​ຕົ້ນ​ໃໝ່​ໄດ້​ອີກ ແລະ​ສາມາດ​ດັດ​ແປງ​ເປັນ​ໝາກ​ນັດໄດ້​ອີກ​ດ້ວຍ


ໝາກ​ນັດ​ແບ່ງ​ອອກ​ຕາມ​ລັກສະນະ​ຄວາມ​ເປັນ​ຢູ່​ໄດ້ 3 ປະ​ເພດ​ໃຫຍ່ໆ ຄື​ພວກ​ທີ່​ມີ​ລະບົບ​ຮາກ ຫາ​ອາຫານ​ຢູ່ໃນ​ດິນ ຫລື​ຮຽກວ່າໄມ້​ດິນ, ພວກ​ອາໄສ​ຢູ່​ຕາມ​ລຳ​ຕົ້ນ​ໄມ້​ໃຫຍ່ ໄດ້​ແກ່ າກ​ອາ​ກາດ ຕ່າງໆ ທີ່​ບໍ່ຍາດອາຫານ​ຈາກ​ຕົ້ນ​ໄມ້​ທີ່​ມັນ​ເກາະ​ອາໄສ​ຢູ່ ພວກ​ນີ້​ສ່ວນ​ໃຫຍ່​ຈະ​ເປັນ​ໄມ້​ປະ​ດັບ, ແລະ​ພວກ​ທີ່​ຈະເລີນ​ເຕີບໂຕ​ເທິງ​ຜາ​ຫິນ​ຫລື​ໂຂດ​ຫິນ

ສ່ວນ​ໝາກ​ນັດ​ທີ່​ເຮົາ​ໃຊ້​ບໍລິ​ໂພກ​ຈັດ​ເປັນ​ໄມ້​ດິນ ແຕ່​ຍັງມີ​ລັກສະນະ​ບາງ​ປະ​ການ​ຂອງ​ໄມ້​ອາ​ກາດ​ເອົາ​ໄວ້ ຄື ສາມາດ​ເກັບ​ນ້ຳ​ໄວ້​ຕາມ​ຊອກ​ໃບ​ໄດ້​ນ້ອຍໆ​ມີເຊ​ລ​​໌​ພິເສດສຳລັບ​ເກັບ​ນ້ຳ​ເອົາ​ໄວ້​ໃນ​ໃບ ເຮັດໃຫ້​ທົນ​ທານ​ໃນ​ຊ່ວງ​ແລ້ງ​ໄດ້​ດ້ວຍ

ໝາກ​ນັດ ໝາກ​ນັດ (ຊື່​ທາງ​ວິທະຍາ​ສາດ: Ananas comosus) ເປັນ​ພືດ​ລົ້ມ​ລຸກ​ຊະນິດ​ໜຶ່ງ​ທີ່​ມີ​ຕົ້ນ​ກຳ​ເນີດ​ມາ​ຈາກ​ບໍລິເວນ​ທະວີ​​ອະເມ​ຣິ​ກາ​ໃຕ້ ລຳ​ຕົ້ນ​ມີ​ຂະໜາດ​ສູງ​ປະ​ມານ 80-100 ເຊນ​ຕິ​ແມັດ ການ​ປຸກ​ສາມາດ​ປຸກ​ໄດ້​ງ່າຍ​ໂດຍ​ການ​ຝັງ​​ຖົມ​ໜໍ່​ຫລື​ສ່ວນ​ຍອດ​ຂອງ​ໝາກ​ທີ່​ຮຽກວ່າ ຈຸກ ເປືອກ​ຂອງ​ໝາກ​ນັດ​ພາຍນອກ​ມີ​ລັກສະນະ​ຄ້າຍ​ຕາ​ລ້ອມ​ອ້ອມ​ຜົນ


ສະ​ພາບ​ແວດ​ລ້ອມ​ທີ່​ເໝາະ​ສົມ

ໝາກ​ນັດ​ຕ້ອງ​ການ​ອາ​ກາດ​ຄ່ອນ​ຂ້າງ​ຮ້ອນ​ອຸນຫະພູມ​ທີ່​ເໝາະ​ສົມ​ຢູ່​ລະຫວ່າງ 23.9-29.4 ປະລິມານ​ນ້ຳ​ຝົນ​ທີ່​ຕ້ອງ​ການ​ຢູ່ໃນ​ຊ່ວງ 1,000-1,500 ມິນ​ລິ​ແມັດ​ຕໍ່​ປີ ແຕ່​ຕ້ອງ​ຕົກ​ກະ​ຈາຍ​ສ​ມ່ຳ​ສະເໝີ​ຕະຫລອດ​ປີ ແລະ​ມີ​ຄວາມ​ຊື້ນ​ໃນ​ອາ​ກາດ​ສູງ

ໝາກ​ນັດ ​ມັກ​ຂຶ້ນ​ໃນ​ດິນ​ຣ່ວນ, ດິນ​ຣ່ວນ​ປົນ​າຍ, ດິນ​ປົນ​ລູກ​ຣັງ, ດິນ​​ຊາຍ​ທະ​ເລ ແລະ​ມັກ​ທີ່​ລາດ ສະພາບ​ຄວາມ​ເປັນ​ກົດ​ດ່າງ (pH) ຂອງ​ດິນ​ຄວນ​ເປັນ​ກົດ​ນ້ອຍໆ ຄື​ຕັ້ງ​ແຕ່ 4.5-5.5 ແຕ່​ບໍ່​ເກີນ 6.0

ສະ​ພາບ​ແວດ​ລ້ອມ​ທີ່​ເໝາະ​ສົມ

ຊ່ວງ​ເກັບ​ກ່ຽວ​ໃນ​ລະດູ ຕັ້ງ​ແຕ່​ເດືອນ​ພິ​ຈິ - ມັງ​ກອນ ແລະ​ກາງ​ເດືອນ​ເມ​ສາຍ - ກໍ​ລະ​ກົດ ​ໝາກ​ນັດ​ຈະໃຫ້​ຜົນ​ຜະລິດ​ຫລາຍ ໃນ​ຕ​ລາດ​ມີ​​ລາ​ຄາ​ຖືກ

ຊ່ວງ​ເກັບ​ກ່ຽວ​ນອກ​ລະດູ ຕັ້ງ​ແຕ່​ເດືອນ​ກຸມພາ - ຕົ້ນ​ເດືອນ​ເມ​ສາ ແລະ​ເດືອນ​ສິງ​ຫາ​ - ຕຸລາ ​ໝາກ​ນັດ​ຈະໃຫ້​ຜົນ​ຜະລິດ​ນ້ອຍ​ຈຶ່ງ​​ລາ​ຄາ​ແພງ

ສັບ​ພະ​ຄຸນ

ສັບ​ພະ​ຄຸນ​ທາງ​ເຄ​ມີ

ມີ​ເອນ​ໄ​ຍ່ອຍ​ໂປຣ​ຕີນ​ຊື່​ບ​​ມີ​ເລນ (bromelain) ຊ່ວຍ​ຍ່ອຍ​ໂປຣ​ຕີນ​ບໍ່​ໃຫ້​ຕົກ​ຄ້າງ​ໃນ​ລຳ​ໄສ້ ແລະ ມີ​ເກອ​ແຮ່ ວິ​ຕາ​ມິນ​ຊີ​ຈຳນວນ​ຫລາຍ ແລະ​ນຳ​ໄປ​ໃຊ້​ໃນ​ອຸດສາຫະກຳ​ການ​ແພດ​ເພື່ອ​ຖືຮັກສາ​ອາການ​ອັກ​ເສບ​ຂອງ​ຊີ້ນ​ເຢື່ອ ແລະ​ນຳ​ໄປ​ໃຊ້​ໃນ​ການ​ຜະລິດ​ເບຍ​​ເພື່ອ​ປ້ອງ​ກັນ​ການ​ຕົກ​ຕະ​ກອນ​ເຮັດໃຫ້​ເບຍ​ບໍ່​ຂຸ່ນ

ສະ​ພະ​ຄຸນ​ທາງ​ສ​ມຸນ​ໄພ

  • ຊ່ວຍ​ບັນ​ເທົາ​ອາການ​ບາດ​ເປັນ​ໜອງ

  • ຊ່ວຍ​ຂັບ​ຍ່ຽວ

  • ແກ້​ຮ້ອນ​ກະ​ສັບ​ກະ​ສ່າຍ ກະ​ຫາຍ​ນ້ຳ

  • ແກ້​ອາການ​ບວມ​ນ້ຳ ຍ່ຽວ​ບໍ່​ອອກ

  • ບັນ​ເທົາ​ອາການ​ພະຍາດ​ບິດ

  • ຊ່ວຍ​ຍ່ອຍ​ອາຫານ​ພວກ​ໂປຣ​ຕີນ

  • ແກ້​ທ້ອງ​ຜູກ

  • ເປັນ​ຢາ​ແກ້​ພະຍາດ​ນິ່ວ

  • ແກ້​ສົ້ນ​ຕີນ​ແຕກ

  • ສ່ວນ​ຂອງ​ຮາກ​ສັບ​ໝາກ​ນັດ ນຳ​ມາ​ໃຊ້​ເປັນ​ຢາ​ແກ້​ກະ​​ໃສ ບຳ​ລຸງ​ຫມາກໄຂ່ຫລັງ​ໄດ້

  • ຊ່ວຍ​ໃນ​ການ​ຂ້າ​ຕັວ​ອ່ອນ​ຂອງ​ໜອນ​ແມງ​ມື້​ໄດ້

ຄຸນຄ່າ​ທາງ​ໂພຊະ​ນາ​ການ ​ຕໍ່ 100 ກຣາມ (3.5 ອອນ​ຊ​໌)

  • ພະລັງ​ງານ                   202 kJ          (48 kcal)

  • ຄາ​ຣ​໌​ໂບ​ໄຮ​ເດ​ຣົດ           12.63 g

  • ນ້ຳ​ຕານ                    9.26 g

  • ໃຢ​ອາຫານ                 1.4 g

  • ໄຂ​ມັນ                     0.12 g

  • ໂປຣ​ຕີນ                    0.54 g

ວິ​ຕາ​ມິນ

  • ໄທ​ອາ​ມີນ (ບີ1)            (7%)             0.079 ມົກ.

  • ໄຣ​ໂບ​ເຟນ​ວິນ (ບີ2)       (3%)             0.031 ມົກ.

  • ໄນ​ອາ​ຊິນ (ບີ3)            (3%)             0.489 ມົກ.

  • ກົດ​ແພນ​ໂທ​ເທ​ນິກ (ບີ5 ) (4%)             0.205 ມົກ.

  • ວິ​ຕາ​ມິນ​ບີ6                 (8%)             0.110 ມົກ.

  • ໂຟ​ເລດ (ບີ9)               (4%)             15 μg

  • ວິ​ຕາ​ມິນ​ຊີ                  (44%)           36.2 ມົກ.

ແຮ່ທາດ

  • ແຄລ​ຊຽມ                  (1%)             13 ມົກ.

  • ເຫຼັກ                       (2%)             0.28 ມົກ.

  • ແມກ​ນີ​ຊຽມ                (3%)             12 ມົກ.

  • ຟອດ​ຟໍ​ຣັດ                  (1%)             8 ມົກ.

  • ໂພ​ແທດ​ຊຽມ               (2%)             115 ມົກ.

  • ສັງ​ກະ​ສີ                     (1%)             0.10 ມົກ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ