google-site-verification: google0d91bc93cfc88895.html ປະຫວັດຄວາມເປັນມາຂອງລະບົບກະສິກໍາປ່າໄມ້ [system of agriculture and forestry background] - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Sunday, September 22, 2019

ປະຫວັດຄວາມເປັນມາຂອງລະບົບກະສິກໍາປ່າໄມ້ [system of agriculture and forestry background]



ໜ່ວຍໂລກຂອງພວກເຮົາທີ່ເປັນດິນປະມານ 1/3 ແມ່ນເປັນປ່າໄມ້ ແລະ ຫລາຍກວ່າເຄິ່ງໜຶ່ງຂອງປ່າເຫ​ລົ່ານັ້ນແມ່ນຢູ່ໃນເຂດຮ້ອນ. ປ່າໃນເຂດຮ້ອນແມ່ນີ້​ຫລັກສະນະແຕກຕ່າງກັນຫ​ລາຍເຊຼັ່ນ: ພັນໄມ້, ຄວາມໜາແໜ້ນຂອງຕົ້ນໄມ້ ແລະ ອັດຕາການຈະເລີນເຕິບໂຕ ຊື່ງຂື້ນກັບປັດໄຈຂອງດິນ, ຄວາມຊຸ່ມ, ພູມປະເທດ, ການແຊກແຊງຂອງມະນຸດແລະ ປັດໄຈອື່ນໆ ຄວາມສຼັບຊ້ອນຂອງປ່າເຂດຮ້ອນສັງເກດໄດ້ຈາກລະບົບການຈໍາແນກປ່າເຂດຮ້ອນ ຊື່ງສາມາດຈຳແນກອອກເປັນປ່າຊະນິດຕ່າງໆຢ່າງຫລວງຫລາຍ.  ດັ່ງນັ້ນເມື່ອເຮົາພະຍາຍາມແຍກອອກຈາກທີ່ດິນກະສິກໍາ ແລະ ທີ່ດິນປະເພດອື່ນໆ ຈຶ່ງມີບັນຫາຫຍຸ້ງຍາກເກີດຂື້ນ ເນື່ອງຈາກທີ່ດິນໃນເຂດຮ້ອນັ້ນີ້ການໃຊ້ປ່າໄມ້ແບບອະເນກປະສົງເຊັ່ນ: ປູກພືດກະສິກໍາຮ່ວມກັບປ່າໄມ້ ຫລື ລ້ຽງສັດຮ່ວມກັບປ່າໄມ້, ແຕ່ເມື່ອປະຊາກອນເພີ່ມຂື້ນຢ່າງບໍ່ຢຸດຢັ້ງ ໄລຍະເວລາຂອງການປູກພືດໜຶ່ງຈຶ່ງສັ້ນເຂົ້າ ດິນຈຶ່ງຂາດ​ຄວາມອຸດົມສົມບູນໄມ້ພູ່ມກໍ່​ມີຄຸນຄ່າ ແລະ ປະໂຫຍດພຽງເລັກນ້ອຍ ດັ່ງ​ນັ້ນຈຶ່ງເຮ​ັດໃຫ້ດິນເສື່ອມໂຊມລົງ.

ການປູກພືດອາຫານປະເພດພືດລົ້ມລຸກ ໂດຍການປູກແບບໄຮ່ເລ່ືອນລອຍ ເພ່ືອ ເພ່ີມປະລິມານອາຫານ ແລະ ນໍາໄມ້ມາໃຊ້ປະໂຫຍດ ກ່ໍໃຫ້ເກີດສະຖານະການທ່ີ ອັນຕະລາຍຕ່ໍຊັບພະຍາກອນທໍາມະຊາດ ແລະ ສະພາບແວດລ້ອມຫຼາຍຂື້ນ, ຍ້ອນມີການ ບຸກເບີກປ່າເພ່ືອທ່ີຢູ່ອາໄສ ແລະ ການສ້າງຖະໜົນຈ່ຶງເຮັດໃຫ້ປ່າໄມ້ຖືກທໍາລາຍເພ່ີມຂື້ນ ຢ່າງໄວວາ. ໃນປີ 1970 ມີລາຍງານວ່າບັນດາປະເທດທ່ີຢູ່ແຖບເໜືອຂອງອາຟຣິກາ ຊ່ຶງມີ ພື້ນທ່ີທັງໝົດປະມານ 625,000 ໄລ່ (62,5 ເຮັກຕາ ) ກໍາລັງຈະກາຍເປັນທະເລຊາຍ ອັນເນ່ືອງມາຈາກການຕັດໄມ້ທໍາລາຍປ່າ ແລະ ການລ້ຽງສັດຫຼາຍເກີນໄປ. ຈາກການລາຍ ງານຂອງອົງການກະເສດແຫ່ງສະຫະປະຊາຊາດໃນປີ 1972 ໃນແຖບຕອນໃຕ້ ແລະ ແຖບຊາຮາຣາ (Sahara) ພື້ນທ່ີປ່າຖືກຖາກຖາງເພ່ືອເຮັດໄຮ່ເລ່ືອນລອຍປະມານ 625 ລ້ານໄລ່ ( 62,500,000 ເຮັກຕາ ). ໃນກຸ່ມປະເທດອາເມລິກາລາຕິນ ພື້ນທ່ີປ່າປະມານ 30 – 60 ລ້ານໄລ່ປ່ຽນເປັນພື້ນທ່ີກະສິກໍາ ປ່າໄມ້ໃນແຖບພູມີພາກເອເຊຍເຊ່ັນ: ອິນໂດເນ ເຊັຍ, ປະກິດສະຖານ, ບັງກຣາເທດ ກ່ໍມີບັນຫາການປູກຝັງແບບໄຮ່ເລ່ືອນລອຍເຊ່ັນກັນ.

ການເຮັດໄຮ່ເລ່ືອນລອຍເຮັດໃຫ້ປ່າສູນເສຍຄຸນຄ່າທາງເສດຖະກິດ ນັບເປັນມູນຄ່ ມະຫາສານ ແລະ ສູນເສຍປ່າໄມ້ເປັນຈໍານວນຫຼວງຫຼາຍໃນ ຊ່ຶງໄລຍະເວລາອັນສັ້ນ, ກ່ໍໃຫ້ເກີດການຕ່ືນຕົວໄປທຸກໆອົງການທ່ົວໂລກ ນາໆປະເທດເລ່ີມເຫັນຜົນເສຍຫາຍຂອງ ການທໍາລາຍປ່າໄມ້ຕ່ໍສະພາບແວດລ້ອມ ແລະ ການສຶກສາພື້ນທີປ່າໄມ້ທ່ົວໂລກໃນດ້ານ ປະລິມານ ແລະ ຄຸນນະພາບໄດ້ມີການປ່ຽນແປງທາງດ້ານຊີວະນາໆພັນຂອງພືດພັນໃນປ່າ ທ່ີປ່ຽນແປງໄປ. ໃນຂະນະດຽວກັນກ່ໍມີການປູກປ່າໄມ້ຢ່າງກ້ວາງຂວາງ, ມີທັງປູກປາເພ່ືອ ຜະລິດໄມ້ເປັນສິນຄ້າ ແລະ ຮັບໃຊ້ອຸດສາຫະກໍາ, ປູກເພ່ືອຟື້ນຟູສະພາບປ່າໄມ້ ແລະ ເພ່ືອປັບປຸງສະພາບແວດລ້ອມ. ໃນໄລຍະທໍາອິດເປັນການປູກເພ່ືອບໍາລຸງປ່າໂດຍມີ ຈຸດປະ ສົງໃນການໃຊ້ປະໂຫຍດຈາກເນື້ອໄມ້ເພ່ືອປ້ອນໂຮງງານອຸດສາຫະກໍາປ່າໄມ້ເປັນ ສໍາຄັນ, ແຕ່ຕ່ໍມາປະຊາກອນເພ່ີມຂື້ນ ແລະ ພື້ນທ່ີທໍາການຜະລິດກະສິກໍາໃນພື້ນທ່ີຮົກຮ້າງ ຫວ່າງເປ່ົາ, ເຮັດໃຫ້ເກີດບັນຫາການຂັດແຍ້ງໃນການໃຊ້ທ່ີດິນ ເພ່ືອການປູກປ່າໄມ້ຢ່າງກ້ ວາງຂວາງ ບັນຫາເລ່ືອງການຂັດແຍ້ງທ່ີດິນນີ້ເປັນບັນຫາທ່ີແກ້ໄຂໄດ້ຍາກ. ຈ່ຶງເປັນທ່ີ ຍອມຮັບກັນໂດຍທ່ົວໄປວ່າ ການຟື້ນຟູປ່າໄມ້ໂດຍການປູກສວນປ່າຈະຕ້ອງປະເຊີນກັບ ບັນຫາການຄອບຄອງທ່ີດິນຂອງປະຊາຊົນທ່ີທຸກຍາກທ່ີຕ້ອງການທ່ີດິນເພ່ືອທໍາການຜະລິດກະສິກໍາ.

ໃນປີ 1856 ທ່ານ Penhie ຊາວກະລ່ຽງ ຊ່ຶງເຮັດວຽກງານກ່ຽງກັບປູກໄມ້ສັກທ່ີ ເມືອງ Tonng ເຂດ Thargaravady ຂອງປະເທດພະມ້າ, ໄດ້ສະເໜີວິທີການສ້າງສວນ ໄມ້ສັກໂດຍວິທີທ່ີເອີ້ນວ່າ ຕອງຢາ (Taungya) , ຊ່ຶງຕອງຢາ ເປັນພາສາພະມ້າ ແປວາ ການປູກຝັງເທິງພູເຂົາ (ຕອງ ແປວ່າ ພູເຂົາ ແລະ ຢາ ແປວ່າ ການປູກຝັງ) ລາວໄດ້ສະເ ໜີຕ່ໍທ່ານ Dietrich. Brandis ນັກວິຊາການດ້ານປ່າໄມ້ຊາວອັງກິດ ຊ່ຶງໄດ້ຮັບການມອບ ໝາຍໃຫ້ມາເຮັດໜ້າທ່ີຄວບຄຸມດູແລ ວາງແຜນຈັດການປ່າໄມ້ໃນປະເທດພະມ້າ, ໃນປີຊ່ວງ 1893 ທ່ານ Dietrich. Brandis ເຫັນວ່າວິທີການນີ້ເປັນວິທີການທ່ີມີປະສິດທິດພາບສູງ ສຸດໃນການປູກໄມ້ສັກ ຈ່ຶງໄດ້ອະນຸມັດໃຫ້ດໍາເນີນການ ແລະ ເປີດກວ້າງການຂະຫຍາຍປູກ ສ້າງສວນໄມ້ສັກຂະໜາດໃຫຍ່ໂດຍວິທີແບບ ຕອງຢາ. ດ່ັງນັ້ນໃນປີດຽວກັນນີ້ຈ່ຶງໄດ້ສ້າງ ສວນໄມ້ສັກແຫລ່ງທໍາອິດທ່ີເມືອງ Pyi ຢູແຄມແມ່ນໍ້າ ອິຣະວະດີ ຕັ້ງແຕ່ນັ້ນມາວິທີການປູກ ສ້າງສວນໄມ້ສັກແບບ ຕອງຢາ ກ່ໍໃຊ້ກັນທ່ົວໄປໃນພູມມີພາກອ່ືນໆ ຂອງປະເທດພະມ້າ. ວິທີແບບຕອງຢານີ້ໄດ້ແຜ່ໄປເຖິງທະວິບອາຟະຣິກາໃນຕົ້ນປີ 1887 ໄດ້ແຜ່ໄປເຖິງເມືອງ ຈິດຕະກອງ ປະເທດອິນເດຍ ເອີ້ນວ່າ ຄູມຣີ ຫຼື ຈູມມ່ິງ (Kumvi or Jkooming) ໃນປີ 1890 ຫາ ປີ1926 ແຜ່ເຂົ້າໄປປະເທດໄທ ແລະ ປີ 1950 ແຜ່ເຂົ້າໄປປະເທດມາເລເຊຍ ໃນ ສ ປ ປ ລາວ.  ລະບົບຕອງຢາໄດ້ເຂົ້າມາໃນຊຸມປີ 1980, ໂດຍກະຊວງກະສິກໍາ ແລະ ປ່າໄມ້ .ລະບົບດ່ັງກວ່າໄດ້ນໍາເຂົ້າໄປທົດລອງທ່ີແຂວງຫຼວງພະບາງ ເຖິງປະຈຸບັນນີ້ກ່ໍ ຍັງໄດ້ຖືກເຜີຍແຜ່ອອກໄປຫຼາຍແຂວງໃນເຂດພູດອຍພາກເໜືອ. ນອກຈາກໄມ້ສັກແລ້ວທ່ີ ປະເທດຈີນເພ່ີນຍັງໄດ້ປູກຕົ້ນຢາງພາລາໃນລະບົບດຽວກັນ ແລະ ໃນບັນດາແຂວງພາກ   ເໜືອຂອງລາວໃນປະຈຸບັນກ່ໍໄດ້ນໍາໃຊ້ທັງພາກກາງ ແລະ ພາກໃຕ້ດ້ວຍ.

ການລິເລ່ີມລະບົບກະສິກໍາປ່າໄມ້ຈາກທ່ີນາໆປະເທດໄດ້ຮັບຮູ້ເຖິງບັນຫາຂອງການ ປ່າໄມ່ໃນເຂດຮ້ອນແລະບົດບາດຂອງປ່າໄມ້ໃນການປົກປ້ອງແລະປັບປຸງສະພາບແວດລ້ອມ ຈ່ຶງເຮັດໃຫ້ມີການພັດທະນາລະຫວ່າງປະເທດຫຼາຍຂື້ນສະໜັບສະໜູນໃຫ້ມີການສຶກສາທົບ ທວນສະພາບແລະບັນຫາຂອງປ່າໄມ້ເຂດຮ້ອນກັນຢ່າງກວ້າງຂວາງ. ຜົນຂອງການສຶກສາຊີ້ ໃຫ້ເຫັນຫຼາຍສ່ິງທ່ີສໍາຄັນຄື: ມີການສະເໜີໃຫ້ພັດທະນາລະບົບການຜະລິດໃນຮູບແບບການ ປູກຕົ້ນໄມ້ຮ່ວມກັບການປູກພືດແລະລ້ຽງສັດໃນເຂດຮ້ອນຊຸ່ມແລະໃນເຂດທ່ົງຫຍ້າໂລ່ງ

(Savanna) ເຫດຜົນທ່ີນໍາໄປສູ່ການຍອມຮັບວ່າກະສິກໍາປ່າໄມ້ເປັນລະບົບທ່ີໃຊ້ທ່ີດິນ    ເໝາະແກ່ການປະຕິບັດໃນໄຮ່ນາແລະໃນທ່ີດິນປ່າໄມ້ຄືເຫດການທ່ີກ່ຽວຂ້ອງກັບການທົບ ທວນປ່ຽນແປງນະໂຍບາຍຂອງທະນາຄານໂລກແລະອົງການອາຫານແລະການກະເສດ ແຫ່ງສະຫະປະຊາຊາດ ຊ່ືງປະທານທະນາຄານໂລກ ທ່ານໂຣເບີດແມກນາມາຣ່າໄດ້ ປະກາດທົບທວນນະໂຍບາຍທະນາຄານໂລກວ່າ: ໃຫ້ເນັ້ນໃສ່ການພັດທະນາໄປຫາຄົນທ່ ທຸກຍາກໃນຊົນນະບົດແລະໄດ້ກໍານົດນະໂຍບາຍດ້ານປ່າໄມ້ຂື້ນມາເພ່ືອເປັນແນວທາງ ປະຕິບັດທ່ີປະກອບດ້ວຍແນວຄິດທ່ີຈະເພີ້ມຜົນຜະລິດອາຫານແລະການອະນຸລັກສ່ິງແວດລ້ອມໂດຍຖືເອົາວິທີການແບບກະສິກໍາປ່າໄມ້.

ສໍາລັບອົງການອາຫານ ແລະ ການສະເສດແຫ່ງສະຫະປະຊາຊາດ ໄດ້ທົບທວນ ນະໂຍບາຍ ການໃຫ້ຄວາມຊ່ວຍເຫຼືອ ໄປຍັງພື້ນທ່ີຊົນນະບົດເຊ່ັນກັນ, ແລະ ໃນປີ 1976 ໄດ້ປະກາດເນັ້ນນະໂຍບາຍການປ່າໄມ້ເພ່ືອພັດທະນາຊົນນະບົດ ໂດຍສ່ົງເສີມໂຄງການ ປ່າໄມ້ໃນລັກສະນະດ່ັງກວ່ານີ້ໄປທ່ົວໂລກ. ໃນຊ່ວງເວລາດຽວກັນໃນກາງປີ 1975 ອົງການວິໄຈການພັດທະນາລະຫວ່າງຊາດຂອງການາດາ (International Development Research Center or IDRC) ໂດຍທ່ານ John Bene ໄດ້ສຶກສາ ບັນຫາໃນການວິໄຈ ແລະ ຝຶກອົບຮົມດ້ານການປ່າໄມ້ ແລະ ວິທີການທ່ີເໝາະສົມໃນການ ຈັດການທ່ີດິນ ເພ່ືອການປ່າໄມ້ ແລະ ການກະເສດໃນເຂດຊົນນະບົດທ່ີຍາກຈົນໃນທ່ົວ ໂລກລວມທັງການສ້າງໂປຼແກຼມການສ້າງອົງການ ແລະ ແຜນປະຕິບັດການ ເພ່ືອຂໍຮັບ ການສະໜັບສະໜູນຈາກອົງການນາໆຊາດ ດ້ານການເງີນຊ່ຶງທ່ານໄດ້ສະເໜີສາລະສໍາຄັນ 2 ປະການຄື:


  1. ລວມລະບົບການຜະລິດທາງການກະເສດ, ປ່າໄມ້ ແລະ ການລ້ຽງສັດເຂົ້າດ້ວຍກັນພາຍໃຕ້ການໃຊ້ປະໂຫຍດທ່ີດິນທ່ີເໝາະສົມ.
  2. ປ່ຽງແປງແນວຄິດດ້ານການປ່າໄມ້ ໃຫ້ກວ້າງຂວາງອອກໄປເປັນແນວຄິດໃນການນຳໃຊ້ທ່ີດິນ (Land Use Concept) ແລະ ໄດ້ສະເໜີໃຫ້ມີການຈັດຕັ້ງອົງການນາໆຊາດ ເພ່ືອເຮັດໜ້າທ່ີສະໜັບສະໜູນດ້ານການເງີນ ສໍາລັບວຽກງານການວິໄຈດ້ານກະສິກໍາປ່າໄມ ແລະ ບໍລິຫານແຜນງານຕ່າງໆ ທ່ີຈະນໍາໄປສູ່ການໃຊ້ທ່ີດິນໃນເຂດຮ້ອນ ຢ່າງມີ ປະສິດທິພາບ ໂດຍກໍານົດລະດັບຄາດໝາຍເພ່ືອກະຕຸ້ນ ແລະ ສົງເສີມການວິໄຈ ເຜີຍແຜຂ່າວສານກ່ຽວກັບລະບົບກະສິກໍາປ່າໄມ້ ໃນເຂດຮ້ອນທ່ີກໍາລັງພັດທະນາ ແລະ ສ່ົງເສີມ ການທ່ີດິນໃຫ້ຖືກວິທີ. ຕ່ໍມາອົງການດ່ັງກ່າວໄດ້ນໍາຂໍ້ສະເໜີດ່ັງກ່າວຕ່ໍກອງປະຊຸມ ອົງການນາໆຊາດ ທ່ີໃຫ້ການສະໜັບສະໜູນດ້ານການເງິນ ໃນເດືອນພືດສະພາປີ 1976 ຕາມການເຫັນດີໃນກອງປະຊຸມ ແລະ ໃນການປະຊຸມຄະນະກໍາມະການບໍລິຫານງານທ່ີອໍາ ສະເຕີດໍາ ປະເທດ ເນເທີແລນ ເມ່ືອເດືອນ ກໍລະກົດ ປີ 1977 ໄດ້ເຫັນດີຈັດຕັ້ງສະພາ ວິໄຈກະສິກໍາປ່າໄມ້ນາໆຊາດ (International Council for Research in Agroforestry or ICRAF) ຕາມຂໍ້ສະເໜີຂອງທ່ານ John ແລະ ອົງການວິໄຈ ພັດທະນາລະຫວ່າງຊາດຂອງປະເທດການາດາ ແລະ ໃນເດືອນ ສິງຫາປີ 1978 ກໍໄດ້ຈັດ ຕັ້ງສໍານັກງານຊ່ົວຄາວຂື້ນທ່ີ ກຸງອໍາສະເຕີດໍາ ປະເທດ ເນເທີແລນ. ຕ່ໍມາໃນເດືອນ ກໍລະກົດ ປີ 1979 ຈ່ຶງຍ້າຍສໍານັກງານມາຕັ້ງຢູ່ ກຸງໄນໂຣບີ ປະເທດ ເຄນຢາ ຈ່ຶງຖືວ່າເປັນການຈັດຕັ້ງອົງການລະຫວ່າງຊາດ ເພ່ືອການບໍລິຫານ ກະສິກໍາປ່າໄມ້ຂື້ນເປັນຄັ້ງທໍາອິດ ໂດຍໄດ້ຮັບທືນສະໜັບສະໜູນສ່ວນໃຫຍ່ຈາກປະເທດ ການາດາ, ເນເທີແລນ ແລະ ສະວິດເຊີແລນ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ