google-site-verification: google0d91bc93cfc88895.html 10 ອາຫານ​ ຊ່ວຍຂັບ​ຂອງ​ເສຍ​-ກິນ​ງ່າຍ​ຖ່າຍ​ສະດວກ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Monday, September 30, 2019

10 ອາຫານ​ ຊ່ວຍຂັບ​ຂອງ​ເສຍ​-ກິນ​ງ່າຍ​ຖ່າຍ​ສະດວກ

10 ອາຫານ​ ຊ່ວຍຂັບ​ຂອງ​ເສຍ​-ກິນ​ງ່າຍ​ຖ່າຍ​ສະດວກ

ເຄີຍ​ໄດ້ຍິນ​ຄໍາວ່າ “ຊ່ວຍຂັບ​ຂອງ​ເສຍ​​” ກັນ​ມາແດ່​ແມ່ນບໍ່​ ຄົນ​ລາວ​ຫຼາຍ​ຄົນ​ມັກ​ຄຳ​ນີ້​ຫລາຍ​ ເພາະ​ເຂົ້າໃຈ​ວ່າ​ເປັນ​ການເຮັດ​ຫຍັງ​ບາງຢ່າງ​ທີ່​ຈະ​ຊ່ວຍ​ຂັບ​ຂອງ​ເສຍ​ອອກຈາກ​ຮ່າງກາຍ​ ບາງ​ຄົນ​ໄປ​ໄກຮອດການ​ຂັບ​ລ້າງ​ສານ​ພິດ​ຕ່າງ​ໆ​ ອອກຈາກ​ຮ່າງກາຍ​ເລີຍ
ພວກເຮົາຂໍ​ແນະ​ນຳ​ວິທີ​ງ່າຍໆ​ ໃນ​ການ​ດີ​ທັອກ​​ຮ່າງກາຍ​ ຂັບ​ຂອງ​ເສຍ​ ເພີ່ມ​ກາກ​ໃຍ​ເພື່ອ​ການ​ຂັບ​ຖ່າຍ​ທີ່ກຄ່ອງໂ​ຕ​ໃຫ້​ໝູ່ເພື່ອນ​​ ລອງ​ເຮັດ​ເບິ່ງ​ກັນ​ດີກວ່າ​

  1. ຫມາກໄມ້

ແນ່ນອນ​ວ່າ​ຖ້າ​ຢາກ​ເພີ່ມ​ກາກ​ໃຍ​ອາຫານ​ໃຫ້​ເຮົາ​ຖ່າຍ​ຄ່ອງ​ຂຶ້ນ​ ກໍ​ຕ້ອງ​ມາ​ຈາກ​ຫມາກໄມ້​ທີ່​ແຫຼະ​ ຫມາກໄມ້​ເປັນ​ອາຫານ​ທີ່​ມີ​ປະລິມານ​ນ້ຳ​ຫລາຍ​ ຍ່ອຍ​ງ່າຍ​ ມີ​ສານ​ຕ້ານ​ອະ​ນຸ​ມູນ​ອິດສະຫລະ​ສູງ​ ແລະ​ມີ​ສານ​ອາຫານ​ທີ່​ເປັນ​ປະໂຫຍດ​ຕໍ່​ຮ່າງກາຍ​ຫລວງ​ຫລາຍ​ອີກ​ດ້ວຍ​ ພຽງ​ແຕ່​ເຄັດ​ລັບ​ຢູ່​ທີ່​ການ​ເລືອກ​ກິນ​ຫມາກໄມ້​ທີ່​ມີ​ປະລິມານ​ນ້ຳ​ຫລາຍ​ ແລະ​ລົດ​ບໍ່​ຫວານ​ຈັດ​ຈົນ​ເກີນ​ໄປ​ ເຊັ່ນ​ ໝາກ​ໂມ​ ຫລື​ ໝາກນັດ​ ເທົ່າ​ນີ້​ກໍ​ຮຽບຮ້ອຍ​

​ຫມາກ​ໄມ້ ຜົນ​ລ​ະ​ໄມ້ ຫມາກ​ກ້ຽງ ຫມາກ​ໂມ

2. ຜັກໃບຂຽວ

ຜັກ​ໃບ​ຂຽວ​ທັງ​ຫຼາຍ​ ໄລ່​ມາ​ເລີຍ​ຕັ້ງ​ແຕ່ຜັກກາດນາ​ ກວາງ​ຕຸ້ງ​ ຄັ້ງາ້າຍ​ ຜັກ​ໂຫມ​ ແລະ​ອື່ນ​ໆ​ ຊ່ວຍ​ລ້າງ​ສານ​ພິດ​ຈາກ​ຕັບ​ໄດ້​ເປັນ​ຢ່າງ​ດີ​ ແຖມ​ຍັງ​ເພີ່ມ​ສານ​ອາຫານ​ດີ​ໆ​ ໃຫ້​ກັບ​ຮ່າງກາຍ​ໄດ້​ໂດຍ​ກົງ​ອີກ​ດ້ວຍ​ ຫາກ​ຈະ​ປັ່ນລວມກັນ​ກໍ​ບໍ່​ຄວນ​ແຍກ​ ດື່ມ​ເຂົ້າໄປ​ເລີຍ​ຈະດີກວ່າ


3. ໝາກນາວເຫຼືອງ ໝາກນາວຂຽວ ແລະ ໝາກກ້ຽງ

ເຄີຍ​ໄດ້ຍິນ​ທີ່​ຝ​ຣັ່ງເອີ້ນ​ “ຊີຕັສ” ຫລື​ບໍ່ ເຂົາ​ໝາຍ​ເຖິງ​ຜັກ​ຫມາກໄມ້​ທີ່​ມີລົດສົ້ມ​ນັ້ນ​ແຫຼະ​ ຄົງຈະ​ເຄີຍ​ໄດ້ຍິນ​ວ່າ​ຜັກ​ຫມາກໄມ້ລົດ​ສົ້ມ​ຊ່ວຍ​ເພີ່ມ​ຄວາມ​ສົດ​ຊື່ນ​ ຊ່ວຍ​ໃນ​ເລື່ອງ​ຂອງ​ການ​ຂັບ​ຖ່າຍ​ ແລະ​ເຕັມ​ໄປ​ດ້ວຍ​ສານ​ຕ້ານ​ອະ​ນຸ​ມູນ​ອິດສະຫລະ​ ດີ​ທັ​ອກ​​ຮ່າງກາຍ​ໄດ້​ງ່າຍໆ​ ແຄ່​ດື່ມ​ນ້ຳ​ອຸ່ນ​ປະສົມ​ໝາກນາວ​ ຫລື​ໝາກກ້ຽງ​ ນອກ​ຈາກ​ນີ້​ຍັງ​ປ້ອງ​ກັນ​ຫວັດ​ຈາກ​ວິຕາມິນຊີໃນ​ຊີຕ​ັສ​ເຫຼົ່າ​ນີ້​ອີກ​ດ້ວຍ​


4. ກະທຽມ

ກະ​ທຽມ​ເປັນ​ໜຶ່ງ​ໃນ​ຜັກ​ທີ່​ດີ​ທັອກ​ຮ່າງກາຍ​ໄດ້​ຢ່າງ​ດີ​ເລີຍ​​ ເພາະ​ກະ​ທຽມ​ຊ່ວຍ​ກະຕຸ້ນ​ຕັບ​ໃຫ້​ຜະລິດ​ເອນ​ໄຊ​​ທີ່​ຈະ​ມາ​ຊ່ວຍຂັບ​ຂອງ​ເສຍ​ໃນຮ່າງກາຍ​ໄດ້​ ໂດຍ​ເອນ​ໄຊ​​ໂຕ​ນີ້​ຈະ​​ເຂົ້າ​ຊ່ວຍ​ກັນ​ພວກ​ສານ​ພິດ​ຕ່າງ​ໆ​ ອອກຈາກ​ລະບົບ​ຍ່ອຍ​ອາຫານ​ ຈະ​ກິນ​ສົດ​ ຫລື​ໃສ່​ລົງ​ໄປ​ໃນ​ອາຫານ​ກໍ​ໄດ້​ເລີຍ​


5. ຕົ້ນອ່ອນັອກໂຄລີ່ (ຜັກ​ກາດດອກ)

ອາດຈະ​ບໍ່​ຄ່ອຍ​ຄຸ້ນ​ຫູ​ ແຕ່​ຫາກ​ຮູ້​ສັບ​ພະຄຸນ​ແລ້ວ​ອາດຈະ​ຢາກ​ຫາ​ມາ​ກິນ​ຂຶ້ນ​ມາ​ທັນ​ທີ​ ເພາະ​ຕົ້ນ​ອ່ອນ​ບັອກ​ໂຄ​ລີ່​ເຕັມ​ໄປ​ດ້ວຍ​ສານ​ຕ້ານ​ອ​ະນຸ​ມູນ​ອິດສະຫລະ​ ກະຕຸ້ນ​ການສ້າງ​ເອນ​ໄຊ​​ທີ່​ຈະ​ຊ່ວຍ​ກຳຈັດ​ສານ​ພິດ​ອອກຈາກ​ຮ່າງກາຍ​ ແຖມ​ຍັງ​ຊ່ວຍຂັບ​ຂອງ​ເສຍໃນ​ຮ່າງກາຍ​ໄດ້​ດີກວ່າ​ບ​ັອກ​ໂຄ​ລີ່​ທີ່​ໃຫຍ່​ເຕັມ​ທີ່​ເສຍ​ອີກ​


6. ຊາຂຽວ

ໜ້າ​ຈະ​ຮູ້​ກັນ​ມາ​ດົນ​ແລ້ວ​ລ່ະ​ວ່າ​ຊາ​ຊຽວ​ຊ່ວຍ​ດີ​ທັອກ​​ຮ່າງກາຍ​ໄດ້​ ນອກ​ຈາກ​ນີ້​ຍັງມີ​ສານ​ຕ້ານ​ອະ​ນຸ​ມູນ​ອິດສະຫລະ​ທີ່​ຊື່​ “ແຄ​ທີ​ຊິນ​” ທີ່​ຊ່ວຍ​ໃນ​ການ​ເຮັດ​ວຽກງານ​ຂອງ​ຕັບ​ອີກ​ດ້ວຍ​


7. ຖົ່ວຂຽວ

ຖົ່ວ​ຂຽວ​ຊ່ວຍ​ເພີ່ມ​ການ​ເຮັດ​ວຽກງານ​ຂອງ​ລະບົບ​ຂັບ​ຖ່າຍ​ ດູດ​ຊັບ​ສານ​ພິດ​ຈາກ​ຝາ​ລຳ​ໄສ້​ ແລະ​ຂັບ​ອອກ​ໄປ​ພ້ອມ​ກັບ​ອາຈົມ​ ດີ​ແບບ​ນີ້​ກິນ​ຕົ້ມ​ຖົ່ວ​ຂຽວ​ (ຫວານ​ນ້ອຍ​” ກັນ​ຫລາຍໆ​ເລີຍ​)


8. ຜັກສົດ

ຮູ້​ກັນ​ແມ່ນບໍ່​ວ່າ​ບາງເທື່ອ​ຄຸນຄ່າ​ທາງ​ສານ​ອາຫານ​ໃນ​ຜັກ​ຈະ​ຫລຸດລົງ​ ຫາກ​ນຳ​ໄປ​ປະກອບ​ອາຫານ​ໂດຍ​ໃຊ້​ຄວາມ​ຮ້ອນ​ຫລາຍ​ເກີນ​ໄປ​ (ຍົກ​ເວັ້ນ​ຜັກ​ບາງ​ຊະນິດ​ ເຊັ່ນ​ ໝາກເລັ່ນ​) ແຕ່​ຜັກ​ຢ່າງ​ເຊັ່ນ​ ຫົວ​ຫອມ​ ກະລົດ​ ໝໍ່​ໄມ້​ຝ​ຣັ່ງ​ ບັອກ​ໂຄ​ລີ່​ ຜັກ​ກາດ​ ດອກ​ກະ​ຫຼ່ຳ​ ກະ​ທຽມ​ ກິນ​ສົດ​ຈະ​ມີ​ຄຸນຄ່າ​ທາງ​ສານ​ອາຫານ​ຫລາຍກວ່າ​ ຊ່ວຍ​ດີ​ທັອກ​​ສານ​ພິດ​ຈາກ​ຕັບ​ໄດ້​ດີ​ເລີຍ


9. ຖົ່ວ ແລະ ແກ່ນພືດ

ໄລ່​ມາ​ເລີຍ​ຕັ້ງ​ແຕ່​​ ເແກ່ນໝາກອຶ​ ແອວ​ມອນ​​ ແກ່ນອິຕູ່​ ແກ່ນ​​ຕະເວັນ​ ແລະ ​ອື່ນ​ໆ​ ມີ​ສານ​ຕ້ານ​ອະ​ນຸ​ມູນ​ອິດສະຫລະ​ ເຕັມ​ໄປ​ດ້ວຍ​ຄຸນຄ່າ​ທາງ​ອາຫານ​ ແລະ​ຊ່ວຍ​ໃນ​ເລື່ອງ​ຂອງ​ການ​ຂັບ​ຖ່າຍ​ໄດ້​ດີ​ ໂດຍ​ສະເພາະ​ໃຜ​ທີ່​ຢາກ​ຄວບ​ຄຸມ​ນ້ຳ​ໜັກ​ ກິນ​ໄດ້​ເລີຍ​


10. ນ້ຳມັນໂອເມກ້າ 3


ນອກ​ຈາກ​ຫາ​ກິນ​ໄດ້​ຈາກ​ແຫຼ່ງ​ອາຫານ​ທຳມະຊາດ​ຢ່າງ​ປາ​ທະ​ເລ​ນ້ຳ​ເລິກ ແລ້ວ​ຍັງ​ຫາ​ໄດ້​ຈາກ​ທັນຍາ​ພືດ​ຕ່າງ​ໆ​ ຢ່າງ​ອ​ໂວ​ຄາ​ໂດ​ ແລະ​ ໝາກ​ກອກ​ອີກ​ດ້ວຍ​ ຊ່ວຍ​ດີ​ທັອກ​ ແລ້ວ​ຍັງ​ບຳ​ລຸງ​ສະຫມອງ​ໄດ້​ດີ​ພ້ອມ

ຫາ​ກິນ​ອາຫານ​ຊະນິດ​ໃດ​ໄດ້​ງ່າຍ​ ກໍ​ເລືອກ​ກິນ​ອັນນັ້ນ​ ແຕ່ລອງ​ສັບ​ປ່ຽນ​ໝຸນ​ວຽນ​ກັນ​ກໍ​ຈະ​ເຮັດໃຫ້​ຮ່າງກາຍ​ໄດ້ຮັບ​ສານ​ອາຫານ​ທີ່​ຫຼາກ​ຫຼາຍ​ຫລາຍ​ຂຶ້ນ​ໄປ​ດ້ວຍ​ ແລະ​ສິ່ງ​ທີ່​ສຳຄັນ​ທີ່ສຸດ​ຄື​ ດື່ມ​ນ້ຳ​ໃຫ້​ພຽງ​ພໍ​​ ນ້ຳ​ດື່ມທໍາມະດານີ້​ແຫຼະ​ທີ່​ຈະ​ຊ່ວຍຂັບ​ຂອງ​ເສຍໃນ​​​ຮ່າງກາຍ​ໄດ້​ ບໍ່​ຕ້ອງ​ເສຍ​ເງິນ​ຫລາຍ​ພ້ອມ

ທີ່​ມາ​ຂໍ້​ມູນ:  Sanook! , https://muan.sanook.com/32795/



No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ