google-site-verification: google0d91bc93cfc88895.html ຄວາມໝາຍຂອງຄຳ ສັບ (ຕາມທີ່ນຳໃຊ້ຢູ່ ຂັ້ນບ້ານ ແລະ ກຸ່ມບ້ານ) - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Sunday, September 22, 2019

ຄວາມໝາຍຂອງຄຳ ສັບ (ຕາມທີ່ນຳໃຊ້ຢູ່ ຂັ້ນບ້ານ ແລະ ກຸ່ມບ້ານ)


  • ການເກັບກຳຂໍ້ມູນ: ໝາຍເຖິງການລວບ ລວມ ຂໍ້ມູນທີ່ຈຳເປັນ ທາງ ດ້ານ ເສດຖະກິດ-ສັງຄົມ, ທີ່ ດິນ ແລະ ປ່າ ໄມ້ ຈາກກຸ່ມບ້ານ, ບ້ານ ແລະ ຄອບຄົວ ເພື່ອ ກຳນົດແບ່ງ ເຂດ ແລະ ວາງແຜນຈັດ ສັນ ຄຸ້ມຄອງ ນຳໃຊ້ ທີ່ດິນກະສິກຳ ແລະ ປ່າໄມ້.
  • ການກຳນົດເຂດແດນຂອງບ້ານ: ໝາຍເຖິງການກຳນົດ, ການສຳຫຼວດ ແລະ ການສ້າງ ແຜນ ທີ່ ເຂດຄຸ້ມຄອງຂອງບ້ານແລະ ກຸ່ມບ້ານ ໂດຍ ສົມທົບ ປຶກສາ ຫາລື ກັບພະນັກງານ ປະຈຳ ກຸ່ມ ບ້ານ, ອົງການ ປົກຄອງ ບ້ານ ແລະ ຊາວບ້ານ.
  • ການກຳນົດເຂດນຳໃຊ້ທີ່ດິນແບບມີສ່ວນຮ່ວມ: ໝາຍເຖິງຂະບວນການກຳນົດຂອບເຂດ ແລະ ສ້າງແຜນທີ່ ເຂດນຳ ໃຊ້ທີ່ດິນກະສິກຳ ແລະ ປ່າ ໄມ້ຢູ່ພາຍໃນເຂດຄຸ້ມຄອງຂອງບ້ານ ແລະ/ຫຼື ກຸ່ມບ້ານໂດຍສົມທົບ ປຶກສາ ຫາລືກັບພະນັກງານປະຈຳກຸ່ມບ້ານ, ອົງການບ້ານ ແລະ ຊາວບ້ານ ເຊັ່ນ: ເຂດທີ່ດິນກະສິກຳ, ທີ່ດິນປ່າໄມ້, ເຂດລ້ຽງສັດ ແລະ ເຂດ ທີ່ ດິນ ອື່ນໆ.
  • ການວາງແຜນ ຈັດສັນຄຸ້ມຄອງທີ່ດິນແບບມີສ່ວນຮ່ວມ: ໝາຍເຖິງຂະບວນການກຳນົດກິດຈະກຳ ແລະ ວິທີການພັດທະນາ ທີ່ຈະປະຕິບັດພາຍໃນເຂດນຳໃຊ້ທີ່ດິນຕ່າງໆທີ່ໄດ້ກຳນົດໄວ້ຂອງບ້ານ ແລະ/ຫຼື ກຸ່ມບ້ານໂດຍສົມທົບປຶກສາ ຫາລື ກັບພະນັກງານປະຈຳກຸ່ມບ້ານ, ອົງການບ້ານ ແລະ ຊາວບ້ານ.
  • ແຜນຈັດສັນຄຸ້ມຄອງທີ່ດິນ: ໝາຍເຖິງ ບັນດາແຜນກິດຈະກຳທີ່ກຳນົດສຳລັບແຕ່ລະເຂດຂອງເຂດນຳໃຊ້ທີ່ດິນກະສິ ກຳ ແລະ ປ່າໄມ້ຊຶ່ງນອນຢູ່ໃນເຂດຄຸ້ມຄອງຂອງບ້ານ ຫຼື ກຸ່ມບ້ານໂດຍນຳໃຊ້ຂະບວນການວາງ ແຜນ ຈັດສັນຄຸ້ມຄອງທີ່ດິນແບບມີສ່ວນຮ່ວມທີ່ກ່າວໃນຂ້າງເທິງ.
  • ການຈັດແບ່ງທີ່ດິນບ້ານຄຸ້ມຄອງ: ໝາຍເຖິງ ລະບົບການແບ່ງປັນ ແລະ ການຄຸ້ມຄອງ ຕອນດິນກະສິກຳຢ່າງສະເໝີ ພາບຢູ່ພາຍໃນເຂດທີ່ດິນກະສິກຳທີ່ກຳນົດໄວ້ໂດຍອົງການບ້ານ, ໜ່ວຍງານທີ່ດິນຂອງບ້ານ ແລະ ຄະນະກຳມະການຄຸ້ມ ຄອງ ທີ່ ດິນ ແລະ ປ່າ ໄມ້ ຂອງບ້ານ ບົນພື້ນຖານການຮັບຮູ້ເປັນທາງການ ຈາກ ອົງການເມືອງ.
  • ເຄືອຂ່າຍບ້ານ ແລະ ກຸ່ມບ້ານ: ໝາຍເຖິງກົນໄກ ທີ່ມີການຮັບຮູ້ເປັນທາງການຈາກອົງການເມືອງ ຊຶ່ງສ້າງຂຶ້ນເພື່ອເອື້ອອຳນວຍໃຫ້ບັນດາບ້ານ ແລະ ກຸ່ມບ້ານໄດ້ມີການເຄື່ອນໄຫວກິດຈະກຳການຄຸ້ມຄອງ ແລະ ນຳໃຊ້ຊັບພະກອນທຳ ມະຊາດພາຍໃນເຂດຄຸ້ມຄອງຂອງບ້ານ ແລະ ກຸ່ມບ້ານຮ່ວມກັນ.
  • ການເຄືອຂ່າຍ: ໝາຍເຖິງການດຳເນີນກິດຈະກຳການຄຸ້ມຄອງ ແລະ ນຳໃຊ້ຊັບພະຍາກອນທຳມະຊາດພາຍໃນເຂດຄຸ້ມ ຄອງຂອງບ້ານ ແລະ ກຸ່ມບ້ານທັງໝົດຮ່ວມກັນລະຫວ່າງບັນດາຕົວແທນຈາກບ້ານຕ່າງໆ.
  • ການເກັບຮັກສາຂໍ້ມູນທີ່ດິນ: ໝາຍເຖິງວິທີເກັບຮັກສາຂໍ້ມູນ ແລະ ແຜນທີ່ຕ່າງໆຂອງການວາງແຜນນຳໃຊ້ທີ່ດິນ
  • ກະສິກຳ ແລະ ປ່າໄມ້ແບບມີສ່ວນຮ່ວມຂັ້ນບ້ານ ແລະ ກຸ່ມບ້ານພັດທະນາຢ່າງເປັນລະບົບຢູ່ທີ່ຫ້ອງການທີ່ກ່ຽວຂ້ອງ ປະຈຳເມືອງ ແລະ ແຂວງໃນຮູບເອກະສານພິມ ຫຼື ເອກະສານອີເລັກໂຕຣນິກແລ້ວແຕ່ເງື່ອນໄຂ ແລະ ຂີດຄວາມສາ ມາດຕົວຈິງ ຂອງທ້ອງຖິ່ນ.
  • ການສ້າງແຜນທີ່ດີຈີຕອນ: ໝາຍເຖິງການນຳໃຊ້ລະບົບຈີໄອເອັສ (GIS) ເປັນເຄື່ອງມືສ້າງແຜນທີ່ການນຳໃຊ້ທີ່ດິນ ແລະ ປ່າໄມ້ຂອງບ້ານ ແລະ ກຸ່ມບ້ານທີ່ໄດ້ມາຈາກຜົນການຈັດແບ່ງເຂດນຳໃຊ້ທີ່ດິນແບບມີສ່ວນຮ່ວມໂດຍການນຳໃຊ້ພາບຖ່າຍດາວທຽມ, ແຜນທີ່​ພູມີປະເທດ, ພາບຖ່າຍທາງອາກາດ ແລະ ເຄື່ອງຈີພີເອັສ (GPS).
  • ການຂື້ນທະບຽນທີ່ດິນຢູ່ເຂດຊົນນະບົດ: ໝາຍເຖິງຂະ ບວນການສືບສາວ, ການສຳ ຫຼວດ, ແລະ ການສ້າງແຜນທີ່ຢ່າງເປັນລະບົບເພື່ອກຳນົດກຳມະສິດກ່ຽວກັບຕອນດິນປ່າໄມ້, ຕອນດິນກະສິກຳ ແລະ ທີ່ຢູ່ອາໄສຂອງບຸກຄົນ ແລະ ລວມໝູ່ເພື່ອໃຫ້ສາມາດຂື້ນທະບຽນ ແລະ ອອກໃບຕາດິນພາຍໃນບ້ານ ແລະ ກຸ່ມບ້ານໃນເຂດຊົນນະບົດ.
  • ທີ່ດິນລວມໝູ່: ໝາຍເຖິງທີ່ດິນທີ່ເປັນຂອງສະຫະກອນ, ອົງການຈັດຕັ້ງລວມໝູ່ ແລະ ທີ່ດິນບ້ານທີ່ກຸ່ມຄົນຫຼື ກຸ່ມຊົນ
  • ເຜົ່າເປັນຜູ້ນຳໃຊ້ຢູ່ໃນບ້ານຊຶ່ງລວມມີ: ທີ່ດິນທີ່ບໍ່ເປັນກຳມະສິດຂອງບຸກຄົນໃດໜຶ່ງທີ່ຈັດສັນໃຫ້ຄອບຄົວທຳການຜະລິດກະສິກຳຕາມລະດູການ, ປ່າຊົມໃຊ້ຂອງບ້ານ, ປ່າສັກສິດ ແລະ ປ່າຊ້າ, ທີ່ດິນສຳລັບຈັດພິທີທາງສາສະໜາ ຫຼື ທາງຮີດຄອງປະເພນີ ແລະ ທີ່ດິນລວມເພື່ອການລ້ຽງສັດ.
  • ທີ່ດິນສ່ວນບຸກຄົນ ຫຼື ທີ່ດິນເອກະຊົນ: ໝາຍເຖິງທີ່ດິນທີ່ໄດ້ຮັບສິດນຳໃຊ້ໂດຍ : (1) ການມີເອກະສານ ກ່ຽວ ກັບ ທີ່ດິນຄົບຊຸດ; ຫຼື (2) ທີ່ດິນທີ່ຄອບຄອງ ແລະ ນຳໃຊ້ຢ່າງບໍ່ມີບັນຫາມາເປັນເວລາບໍ່ຕ່ຳກວ່າ 10 ປີໂດຍ ມີເອກະສານຫຼັກຖານບາງຢ່າງກ່ຽວກັບທີ່ດິນ; ຫຼື (3) ທີ່ດິນທີ່ຄອບຄອງ ແລະ ຈັດສັນໃຫ້ນຳໃຊ້ພາຍຫຼັງຍົກຍ້າຍບ້ານ; ຫຼື (4) ທີ່ດິນທີ່ຄອບຄອງ ແລະ ນຳໃຊ້ຕາມປະເພນີໂດຍບໍ່ມີເອກະສານຫຍັງແຕ່ມີນາຍບ້ານ ແລະ ມີພະຍານຢ່າງນ້ອຍ 3 ຄົນທີ່ຢູ່ໃກ້ຄຽງເປັນຜູ້ຢັ້ງຢືນໃຫ້; ຫຼື (5) ທີ່ດິນທີ່ໄດ້ຮັບຮູ້ສິດດ້ວຍການເຂົ້າຄອບຄອງແລະ ພັດທະນາມາເປັນເວລາບໍ່ຕ່ຳກວ່າ 20 ປີ ຢ່າງຖືກຕ້ອງຕາມກົດໝາຍ ແລະ ບໍ່ມີບັນຫາ.
  • ທີ່ີ່ດິນລັດ: ໝາຍເຖິງທີ່ດິນທີ່ຄຸ້ມຄອງໂດຍອົງການປົກຄອງຂັ້ນສູນກາງ ແລະ ທ້ອງຖິ່ນເຊັ່ນ: ທີ່ດິນລັດ, ເຂດ ປ້ອງກັນຊາດ, ເຂດປ້ອງກັນຄວາມສະຫງົບ, ທີ່ດິນຄົມມະນາຄົມ ແລະ ທີ່ດິນອື່ນໆທີ່ເປັນຂອງລັດ, ຂອງຜູ້ທີ່ ປະລະໜີໄປຢູ່ຕ່າງປະເທດ ແລະ ທີ່ດິນທີ່ສານຕັດສິນໃຫ້ເປັນຂອງລັດລວມທັງພື້ນທີ່ປ່າສະຫງວນ ແລະ ປ່າປ້ອງກັນຂອງບ້ານ.
  • ການຕິດຕາມຊຸກຍູ້ ຫຼື ການຕິດຕາມກວດກາ: ໝາຍເຖິງຂະບວນການປະເມີນຄວາມຄືບໜ້າ ແລະ ການປ່ຽນ ແປງທີ່ເກີດຂື້ນຈາກການຈັດຕັ້ງປະຕິບັດກິດຈະກຳໃດໜຶ່ງ ຢູ່ໃນຊ່ວງໄລຍະເວລາໃດໜຶ່ງແບບເປັນລະບົບ ແລະ ຕໍ່ເນື່ອງຊຶ່ງປົກກະຕິຈະປະເມີນຕາມຕົວຊີ້ວັດທີ່ໄດ້ກຳນົດໄວ້ກ່ອນແລ້ວ.
  • ກຸ່ມບ້ານພັດທະນາ (ຫຼື ກຸ່ມບ້ານ): ໝາຍເຖິງກຸ່ມຂອງບັນດາບ້ານໃນເມືອງດຽວກັນທີ່ຖືກຈັດລວມເຂົ້າກັນ ເປັນເຂດປົກຄອງ ເພື່ອໃຫ້ສະດວກໃນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດນະໂຍບາຍ ແລະ ການພັດທະ ນາຂອງລັດ.
  • ການຈັດສັນບ້ານ ຫຼື ການເຕົ້າໂຮມບ້ານ: ໝາຍເຖິງການຍົກຍ້າຍບ້ານ ຫຼື ບັນດາບ້ານຕາມແຜນພັດທະນາຂອງເມືອງຈາກບ່ອນທີ່ຢູ່ຫ່າງໄກສອກຫຼີກມາໂຮມເຂົ້າກັນກັບບ້ານທີ່ສາມາດເຂົ້າເຖິງໄດ້ສະດວກ ແລະ ມີສະ ພາບເງື່ອນໄຂທີ່ຕັ້ງເໝາະສົມກວ່າ ເພື່ອໃຫ້ມີການພັດທະນາເສດຖະກິດສັງຄົມ ແລະ ເຂົ້າເຖິງບໍລິການສາທາລະ ນະຕ່າງໆສະດວກຂື້ນ.
  • ການຈັດສັນພູມລຳເນົາໃໝ່: ໝາຍເຖິງການຍົກຍ້າຍຊາວບ້ານຈາກບ້ານເດີມໄປຢູ່ບ່ອນທີ່ຈັດສັນໃຫ້ໃໝ່ຍ້ອນ ໄດ້ຮັບຜົນກະທົບຈາກໂຄງການພັດທະນາເຊັ່ນ: ການພັດທະນາອຸດສະຫະກຳ, ຂຸດຄົ້ນບໍ່ແຮ່ ແລະ ການສ້າງເຂື່ອນໄດ້ມີການທົດແທນຄືນຕໍ່ທີ່ດິນ ແລະ ຊັບສົມບັດອື່ນໆ ແລະ ສິດທິຕ່າງໆທີ່ຜູ້ທີ່ຖືກຍົກຍ້າຍສູນເສຍໃນບ່ອນອາໄສເດີມຂອງເຂົາເຈົ້າ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ