google-site-verification: google0d91bc93cfc88895.html ການວາງແຜນນຳໃຊ້ທີ່ດິນໃນເງື່ອນໄຂຄວາມເປັນຈິງດ້ານການພັດທະນາຢູ່ ສປປ ລາວ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Sunday, September 22, 2019

ການວາງແຜນນຳໃຊ້ທີ່ດິນໃນເງື່ອນໄຂຄວາມເປັນຈິງດ້ານການພັດທະນາຢູ່ ສປປ ລາວ

ໃນຕົ້ນປີ 1990, ສະພາບເສດຖະກິດແຫ່ງຊາດຂອງ ສປປ ລາວ ໄດ້ເລີ່ມພັດທະນາໄປຕາມທິດທາງນະໂຍບາຍ ແລະ ກົນໄກໃໝ່ທາງດ້ານເສດຖະກິດ ຂອງລັດຖະບານ. ວຽກງານບຸລິມະສິດຂອງລັດຖະບານໃນໄລຍະນັ້ນ ແມ່ນເລັ່ງ ໃສ່ການປ້ອງກັນການສູນເສຍຂອງປ່າໄມ້ ແລະ ການຫຼຸດຜ່ອນການຖາງປ່າເຮັດໄຮ່ແບບເລື່ອນລອຍ. ໃນປີ 1989 ໂຄງການຢຸດຕິການຖາງປ່າເຮັດໄຮ່ໄດ້ເລີ້ມຕົ້ນຂຶ້ນ ແລະ ໂຄງການແບ່ງດິນ-ແບ່ງປ່າ ໄດ້ເຂົ້າມາມີບົດບາດໃນຕົ້ນປີ 1990 ເພື່ອຊຸກຍູ້ໂຄງການຢຸດຕການຖາງປ່າເຮັດໄຮ່ແບບເລື່ອນລອຍ ທີ່ກ່າວ ໂດຍມີຈຸດປະສົງລະດັບຄາດໝາຍ ເພື່ອ:
o   ຄຸ້ມຄອງ ແລະ ນຳໃ​ຊ້ທີ່ດິນ, ປ່າໄມ້, ແຫຼ່ງນ້ຳ ຢ່າງມີປະສິດທິພາບ ແລະ ແບບຍືນຍົງລວມທັງການປົກປັກ ຮັກສາທີ່ດິນປ່າໄມ້ທີ່ມີຢູ່ໃນປະຈຸບັນ ແລະ ເພີ້ມເນື້ອ​ທີ່ປ່າໄມ້ຂື້ນເທື່ອລະກ້າວ.

o   ຫຼຸດຜ່ອນ ແລະ ກ້າວໄປເຖິງການຢຸດ​ຕິການຖາງປ່າເຮັດໄຮ່ໃຫ້ໄດ້ຢ່າງຊິ້ນເຊີງ.
o   ເພີ່ມການຜະລິດພືດສະບຽງ ແລະ ທັນຍາຫານ.
o   ສົ່ງເສີມການລົງທຶນຜະລິດເປັນສິນຄ້າ ແລະ ການສ້າງລາຍຮັບໃຫຄອບຄົວ.
o   ວາງແຜນຈັດສັນທີ່ດິນທຸກປະເພດໃຫ້ແກ່ຜູທີ່ນຳໃຊທີ່ດິນໃນຂອບເຂດທົ່ວປະເທດ  ເພື່ອໃຫເຂົາເຈົ້າຮັບຮູ້ ແລະ ໝັ້ນໃຈໃນຄວາມເປັນເຈົ້າຂອງ ແລະ ໃນສິດຄຸ້ມຄອງ ແລະ ນຳໃຊ້ ຍາວນານ.
o   ສ້າງກົນໄກການຄຸ້ມຄອງທີ່ດິນກະສິກຳ ແລະ ປ່າໄມ້ ທີເປັນເອກະພາບໃນທົ່ວປະເທດ ເພື່ອເອື້ອອຳນວຍ ໃຫແກການຕິດຕາມກວດກາ ແລະ ການຄຸ້ມຄອງການນຳໃຊທີ່ດິນ ແລະ ເອື້ອອຳນວຍໃຫແກການເກັບ ພາສີທີ່ດິນ.
·         ໂຄງການພັດທະນາຊົນນະບົດ ລວມທັງ ການພັດທະນາເຂດຈຸດສຸມ ໄດ້ເລີ້ມຕົ້ນໃນປີ 1995-1996 ແລະ ນັບ ແຕ່ນັ້ນມາ ໝົດທຸກໂຄງການ ຄື ໂຄງການຢຸດຕິການຖາງປ່າເຮັດໄຮ່, ໂຄງການແບ່ງດິນ-ແບ່ງປ່າ ແລະ ໂຄງການ ພັດທະນາຊົນນະບົດ ແມ່ນລ້ວນແຕ່ປະກອບສ່ວນສຸມໃສຊຸກຍູ້ສະໜັບສະໜູນນະໂຍບາຍການຢຸດຕິການຖາງປ່າເຮັດໄຮ່./
  1.         ນະໂຍບາຍ, ແຜນງານ ແລະ ນິຕກຳຕ່າງໆ ທີກ່ຽວຂ້ອງ
ໃນໄລຍະ 20 ປີຜ່ານມາ ໄດ້ມີການກຳນົດ ນະໂຍບາຍ, ແຜນງານ ແລະ ນິຕິກຳ ອອກເປັນຈຳນວນຫຼວງຫຼາຍ ເພື່ອ ແນະນຳການຈັດຕັ້ງປະຕິບັດໂຄງການແບ່ງດິນ-ແບ່ງປ່າ ຊຶ່ງໄດ້ສັງລວມໃນຕາຕະລາງຂ້າງລຸ່ມນີ້:

ນະໂຍບາຍ ແລະ ແຜນງານ


ນະໂຍບາຍ ແລະ ແຜນງານ
ຈຸດປະສົງ
ລັດຖະບານ  ສປປ  ລາວ,  1989:
ຢຸດຕການຖາງປ່າເຮັດໄຮ່ແບບເລື່ອນລອຍ ໂດຍເລັ່ງໃສການປູກຝັງ  ແລະ ລ້ຽງສັດ
ແຜນງານການຢຸດຕິການຖາງປ່າ
ເພື່ອ     ຫຼຸດຜ່ອນຄວາມທຸກຍາກຢູບັນດາເຂດຈຸດສຸມ;    ປົກປັກຮັກສາສີ່ແວດລ້ອມ;
ເຮັດໄຮ່ແລະ ຈັດສັນອາຊີບຄົງທີ່
ແບ່ງ ດິນ-ແບ່ງປ່າ; ຈັດສັນອາຊີບຄົງທີ່ ແລະ ຜະລິດສະບຽງອາຫານໃຫ້ກຸ້ມກິນ.
ລັດຖະບານ    ກະຊວງ   ກະສິກຳ
ຈັດສັນທີ່ດິນກະສິກຳ ແລະ ປ່າໄມ້ໃຫຊາວບ້ານນຳໃຊ້; ຈຳກັດ ແລະ ຫຼຸດຜ່ອນການ
ແລະ ປ່າໄມ້, 1993: ໂຄງການວາງ
ຖາງປ່າເຮັດໄຮ່; ສົ່ງເສີມການຜະລິດຄົງທີ່ ໂດຍການມອບດິນ-ມອບປ່າ ໃຫ້ປະຊາຊົນ
ແຜນນຳໃຊທີ່ດິນ   ແລະ   ແບ່ງດິນ-
ຄຸ້ມຄອງ ແລະ ນຳໃຊ້
ແບ່ງປ່າຂັ້ນບ້ານ
ລັດຖະບານ   ສປປ   ລາວ 1995
ເລ່ັງໃສ່ແກ້ໄຂຢູ່ເຂດຈຸດສຸມພັດທະນາ ຊົນນະບົດ ທີ່ຫ່າງໄກສອກຫຼີກ  ເພື່ອສ້າງໃຫ້
-1996:   ໂຄງການ   ພັດທະນາຊົນ
ກາຍເປັນຕົວເມືອງນ້ອຍ; ຄ້ຳປະກັນທາງດ້ານສະບຽງອາຫານ; ຜະລິດກະສິກຳເປັນ
ນະບົດ     (ຍຸດທະສາດ      ພັດທະນາ
ສິນຄ້າ; ຢຸດຕການຖາງປ່າເຮັດໄຮ່; ຮ່ວມມືກັບຕ່າງປະເທດ; ແລະ ການບໍລິການ
ເຂດຈຸດສຸມ)
ກະຊວງ   ກະສິກຳ   ແລະ   ປ່າໄມ້,
ເອກະສານວິໄສທັດ ພາກ 3.5.5 ໄດ້ເນັ້ນຄວາມສຳຄັນ ຂອງການວາງແຜນນຳໃຊ້
1999: ວິໄສທັດຂອງຂະແໜງ ກະສິ
ທີ່ດິນຢູ່ຂັ້ນບ້ານ; ໄດ້ຍ້ຳ ຂອບເຂດເນື້ອທີທຳການຜະລິດ ທີຈະແບ່ງໃຫ້ຄອບຄົວ ທີ່
ກຳ ແລະ ປ່າໄມ້
ລະບໃນ ມາດຕາ 17 ຂອງກົດໝາຍວ່າດ້ວຍທີ່ດິນ ປີ 2003.  ພ້ອມນີ້, ຍັງໄດ້ກ່າວ
ໄວ້ອີກວ່າ ໃຫສາມາດຫັນໃບຢັ້ງ ຢືນສິດນຳໃຊ້ຊົ່ວຄາວ ເປັນໃບຢັ້ງຢືນຖາວອນໄດ້
ຖ້າຕອນດິນທີມອບໃຫຄຸ້ມຄອງນຳໃຊ້ ໄດ້ນຳໃຊຖືກຕ້ອງຕາມແຜນທີ່ໄດ້ກຳນົດ.
ລັດຖະບານ ສປປ ລາວ, 2004:
ຄຳສັ່ງແນະນຳນີ້ ໄດ້ຊຸກຍູ້ໃຫ້ຄະນະກໍ່ສ້າງຮາກຖານການເມືອງ ຈັດຕັ້ງຜັນຂະຫຍາຍ
(ຄຳສັ່ງແນະນຳ ເລກທີ 09/ກມສພ)
ນະໂຍບາຍການຢຸດຕິການຖາງປ່າເຮັດໄຮ່ ເພື່ອຊຸກຍູ້ ວຽກພັດທະນາຊົນນະບົດ; ແກ້
ກ່ຽວກັບການສ້າງບ້ານ ແລະ
ການໄຂຄວາມທຸກຍາກ;  ການກຳນົດເຂດແດນ  ແລະ  ສ້າງແຜນພັດທະນາກຸ່ມບ້ານ
ກຸ່ມບ້ານພັດທະນາ
ພັດທະນາ ແລະ   ການບັນຈສັບຊ້ອນພະນັກງານແຕ່ລະຂະແໜງການເຂົ້າໃນສູນ
ບໍລິການເຕັກນິກ ປະຈຳກຸ່ມບ້ານ.






















ລັດຖະບານ ສປປ ລາວ - ກະຊວງ
ຍຸດທະສາດປ່າໄມ້  ໄດກຳນົດໜ້າວຽກສຳລັບການຄຸ້ມຄອງທີ່ດິນ  ແລະ  ປ່າໄມ້  ຂັ້ນ
ກະສິກຳ ແລະ ປ່າໄມ້, 2005:  ຍຸດ
ບ້ານ  ແລະ  ກຸ່ມບ້ານດັ່ງນີ້:  ທົບທວນ  ແລະ  ປັບປຸງຄືນການຈັດສັນທີ່ດິນກະສິກຳ
ທະສາດປ່າໄມ້ ຮອດປີ 2020
ແລະ ປ່າໄມ້ ເພື່ອຮັບໃຊການປັບປຸງຊີວິດການເປັນຢູ່ຂອງຊາວບ້ານໃຫ້ດີຂື້ນ   ໂດຍ
ຈັດຕັ້ງປະຕິບັດໃຫສອດຄ່ອງ ແທດເໝາະ ກັບສະພາບເງື່ອນໄຂ ດ້ານເສດຖະກິດ-
ສັງຄົມຂອງບ້ານ ແລະ ກຸ່ມບ້ານ; ໂດຍນຳເອົາຫຼັກການວາງແຜນນຳໃຊທດິນແບບມີ
ສ່ວນຮ່ວມເຂົ້າໄປນຳໃຊ້;  ແລະ  ກວດກາຄືນ  ໃບຢັ້ງຢືນສິດນຳໃຊທີ່ດິນຊົ່ວຄາວທີ່
ອອກໃຫເກີນ  ກຳນົດ 3 ປີ.
ກະຊວງ   ກະສິກຳ   ແລະ   ປ່າໄມ້,
ເປົ້າໝາຍ ແລະ ມາດຕະການ ດັ່ງກ່າວໄດ້ກຳນົດຂື້ນ ເພື່ອປັບປຸງການຈັດຕັ້ງ ປະຕິບັດ
2006:   4   ເປົ້າໝາຍ   ແລະ   13
ນະໂຍບາຍຂອງຂະແໜງການກະສິກຳ   ແລະ   ປ່າໄມ້   ໃຫໄປຕາມກອບຂອງແຜນ
ມາດຕະການ ສຳລັບການພັດທະ
ພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ VI ແລະ ມະຕກອງປະຊຸມໃຫຍ່ຂອງ
ນາກະສິກຳ ແລະ ປ່າໄມ້
ພັກຄັ້ງທີ VIII.  4 ເປົ້າໝາຍມີຄື: (1) ການຄ້ຳປະກັນດ້ານສະບຽງອາຫານ, (2) ການ
ຜະລິດເປັນສິນຄ້າ, (3) ການຢຸດຕິການຖາງປ່າເຮັດໄຮ່ ແລະ (4) ການຄຸ້ມຄອງປ່າ
ໄມ້ແບບຍືນຍົງ
ກະຊວງ   ກະສິກຳ   ແລະ   ປ່າໄມ້,
ເພື່ອບັນລເປົ້າໝາຍຂອງກອງປະຊຸມໃຫຍ່ຂອງພັກຄັ້ງທີ VIII ແລະ ແຜນການ 5 ປີ
2006:        ແຜນການປ່ຽນແທນການ
ສຳລັບການພັດທະນາຂະແໜງການຄັ້ງທີ 6 ຂອງ ກະຊວງ ກະສິກຳ ແລະ ປ່າໄມ້; ຈັດ
ເຮັດໄຮ່ປູກເຂົ້າ (2006- 2010)
ຕັ້ງປະຕິບັດ ເປົ້າໝາຍທີ 3 ຂອງ 4 ເປົ້າໝາຍຂອງ ກະຊວງ; ຫັນປ່ຽນຈາກການຖາງ
ປ່າເຮັດໄຮ່ມາເຮັດອາຊີບຄົງທີ່;  ເພີ່ມລາຍຮັບໃຫຄອບຄົວ;  ເຮັດໃຫອັດຕາການປົກ
ຫຸ້ມຂອງປ່າໄມ້ເພີ່ມຂື້ນ; ແລະ ປັບປຸງສະພາບຂອງປ່າໄມ້ໃຫ້ດຂື້ນ.
ລັດຖະບານ,  2007:  ຄຳສັ່ງ  ເພີ່ມ
ເພື່ອຮັບປະກັນ ຄວາມຕໍເນື່ອງ ແລະ ຍືນຍົງ ຂອງການສ້າງບ້ານ ແລະ ກຸ່ມບ້ານພັດ
ເຕີມ ເລກທີ 13/ນຍ ກ່ຽວກັບ ການ
ທະນາ ທີ່ອີງໃສກົດໝາຍວ່າດ້ວຍທີ່ດິນ ແລະ ນະໂຍບາຍການວາງແຜນນຳໃຊ້ ທີ່ດິນ
ສ້າງບ້ານ ແລະ ກຸ່ມບ້ານພັດທະນາ
ກະສິກຳ ແລະ ປ່າໄມ້ ແບບມີສ່ວນຮ່ວມ ຂັ້ນບ້ານ ແລະ ກຸ່ມບ້ານ ເພື່ອປະເມີນຄືນຂະ
ບວນການຈັດຕັ້ງປະຕິບັດ   ການແບ່ງດິນແບ່ງປ່າໃນຜ່ານມາ   ໃນຂອບເຂດທົ່ວປະ
ເທດ;  ເພື່ອປັບປຸງ  ນະໂຍບາຍ  ແລະ  ຂະບວນການ  ຂັ້ນຕອນ  ໃຫ້ແທດເໝາະກັບ
ສະພາບເງື່ອນໄຂໃໝ່; ແລະ ເພື່ອອອກຄຳສັ່ງ ແລະ ຂໍ້ແນະນຳ ທີ່ຈະແຈ້ງເປັນບ່ອນ
ອີງໃຫ້ແກ່ອຳນາດການປົກຄອງທ້ອງຖິ່ນ ແລະ ຂະແໜງການ ທີ່ກ່ຽວຂ້ອງ ໃນການ
ຈັດຕັ້ງຜັນຂະຫຍາຍ.





















2. ນິຕິກຳຕ່າງໆທີ່ກ່ຽວຂ້ອງ

ນິຕກຳຕ່າງໆ ທີ່ກ່ຽວຂ້ອງກັບການວາງແຜນນຳໃຊທີ່ດິນກະສິກຳ ແລະ ປ່າໄມ້ ແບບມີສ່ວນຮ່ວມຂັ້ນບ້ານ ແລະ ກຸ່ມບ້ານມີດັ່ງນີ້:
ລ/ດ
ຊື່ນິຕກຳ
1
ຄຳສັ່ງແນະນຳ ເລກທີ 03/ນຍ, ເດືອນ ມີຖຸນາ 1996, ວ່າດ້ວຍການສືບຕໍ່ຜັນຂະຫຍາຍວຽກງານຄຸ້ມ ຄອງທີ່ດິນ ແລະ ວຽກງານແບ່ງດິນ-ແບ່ງປ່າ
2
ບົດແນະນຳຂອງ ກະຊວງກະສິກຳ ແລະ ປ່າໄມ້, ເລກທີ 822/ກປ, ເດືອນ ສິງຫາ 1996, ວ່າດ້ວຍ ການ ມອບດິນ-ມອບປ່າ ໃຫ້ປະຊາຊົນຄຸ້ມຄອງ ແລະ ນຳໃຊ້
3
ຂໍ້ຕົກລົງຂອງ ກະຊວງ ກະສິກຳ ແລະ ປ່າໄມ້, ເລກທີ 0054/ກປ, ປີ 1996   ວ່າດ້ວຍສິດນຳໃຊ້ ຊັບ ພະຍາກອນປ່າໄມ້ຕາມປະເພນີ
4
ກົດໝາຍວ່າດ້ວຍທີ່ດິນ, ຕຸລາ 2003
5
ດຳລັດ  ເລກທີ  192/ນຍ,  ກໍລະກົດ  2005,  ວ່າດ້ວຍການທົດແທນ  ແລະ  ການຍົກຍ້າຍບ້ານຍ້ອນ ຜົນກະທົບຈາກໂຄງການພັດທະນາ
6
ກົດໝາຍວ່າດ້ວຍປ່າໄມ້ (ສະບັບປັບປຸງ 2007)
7
ຄຳແນະນຳຂອງລັດຖະມົນຕີ ເລກທີ 564/ອຄດຊ, ສິງຫາ 2007, ວ່າດ້ວຍການພິສູດຫຼັກຖານ ກ່ຽວກັບ ການຄອບຄອງນຳໃຊ້ທີ່ດິນເພື່ອຂຶ້ນທະບຽນ ອອກໃບຕາດິນ
8
(ຮ່າງ) ດຳລັດຂອງນາຍົກລັດຖະມົນຕີວ່າດ້ວຍການເຊົ່າ ແລະ ສຳປະທານທີ່ດິນ, ປີ 2007
9
ຄຳແນະນຳຂອງລັດຖະມົນຕີ ເລກທີ 1668/ອຄດຊ, ລົງວັນທີ 29 ເມສາ 2008, ວ່າດ້ວຍການນຳໃຊ້ ແບບພິມໃບຕາດິນ ແລະ ປື້ມທະບຽນທີດິນໃໝ່
10
ດຳລັດເລກທີ 88/ນຍ ວ່າດ້ວຍການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍທີ່ດິນ, ຖຸນາ 2008
11
(ຮ່າງ) ດຳລັດຂອງນາຍົກລັດຖະມົນຕີວ່າດ້ວຍປ່າປ້ອງກັນ, 2009
12
ປື້ມຄູມືວ່າດ້ວຍສິດ ແລະ ໜ້າທີ່ຮັບຜິດຊອບຂອງບ້ານໃນການຄຸ້ມຄອງ ແລະ ນຳໃຊປ່າໄມ້, ທີ່ດິນປ່າ ໄມ້, ສັດນ້ຳ ແລະ ສັດປ່າ (ກົມປ່າໄມ້, ກັນຍາ 2008)


ສະພາບການປ່ຽນແປງ ທີສົ່ງຜົນກະທົບຕໍ່ເຂດຊົນນະບົດ

ໃນຊຸມປີຜ່ານມາ ສະພາບຢູ່ເຂດຊົນນະບົດມີການປ່ຽນແປງຢ່າງວ່ອງໄວ ຍ້ອນການຫັນປ່ຽນໄປສູ່ເສດຖະກິດຕະ ຫຼາດ ແລະ ການຫັນປ່ຽນນະໂຍບາຍຂອງລັດຖະບານ. ຕາຕະລາງ 1 ຂ້າງລຸ່ມນີ້ ໄດ້ສະເໜີໃຫເຫັນເຖິງ ບາງສະພາບ ການປ່ຽນແປງທີເກີດຂຶ້ນ ພ້ອມດ້ວຍ ສິ່ງທີ່ໄດ້ປັບປຸງໃນວິທີການວາງແຜນນຳໃຊທີ່ດິນ ແລະ ມອບດິນ- ມອບປ່າ ຮູບ ແບບເດີມ:

ສັງລວມສະພາບການປ່ຽນແປງທີ່ສົ່ງຜົນກະທົບ ຕໍ່ເຂດຊົນນະບົດ:
ສະພາບການປ່ຽນແປງ
ສິ່ງທີ່ຄວນຈະດັດແກ້ ໃນຮູບແບບການວາງແຜນນຳໃຊທີ່ດິນ ແລະ ມອບດິນ-ມອບປ່າ ອັນເກົ່າ
ການຜະລິດກະສິກຳເປັນສິນຄ້າ  ແລະ  ການໃຫສຳປະທານ
ການວາງແຜນນຳໃຊທີ່ດິນທີ່ມີຄວາມຊັດເຈນ   ແລະ   ສອດ
ຂະໜາດໃຫຍ່ເພື່ອທຳການຜະລິດ           ທີ່ກຳລັງແຜຂະຫຍາຍ
ຄ່ອງກ່ວາເກົ່າເປັນສິ່ງຈຳເປັນ  ເພື່ອແນະນຳ  ແລະ  ນຳພາ
ຢ່າງກ້ວາງຂວາງ         ພາໃຫເກີດມີການປ່ຽນແປງ         ຕໍ່ທີ່ດິນ
ການພັດທະນາຕາມກົນໄກເສດຖະກິດຕະຫຼາດ       ຂອງຊາວ
ກະສິກຳ ແລະ ປ່າໄມ້
ກະສິກອນ ແລະ ຜູລົງທຶນຢູ່ຂັ້ນບ້ານ ແລະ ກຸ່ມບ້ານ
ນະໂຍບາຍການສ້າງກຸ່ມບ້ານພັດທະນາ               ໄດ້ເລີ້ມຈັດຕັ້ງ
ຕ້ອງໄດ້ມີການວາງແຜນນຳໃຊທີ່ດິນ  ລະດັບກຸ່ມບ້ານ  ແລະ
ປະຕິບັດໃນປີ 2004 ແລະ ໄດ້ມີການຂະຫຍາຍ ຢ່າງແຂງ
ກາລະັບຄວາຮູຄວາສາມາພະັກງາ
ແຮງ ໃນປີ 2007 ແລະ 2008. ຈາກ ການປະຕິບັດນະໂຍ
ເພື່ອຈະເຮັດໃຫ້ສູນບໍລິການເຕັກນິກ          ທີ່ກະຊວງກະສິກຳ
ບາຍດັ່ງກ່າວ, ມີ 1,168 ກຸ່ມບ້ານ ແລະ  158 ສູນບໍລິການ
ແລະ ປ່າໄມ້ ສ້າງຂື້ນນັ້ນ ສາມາດດຳເນີນການວາງແຜນ ນຳ
ເຕັກນິກໄດ້ຮັບການສ້າງຕັ້ງຂື້ນ.
ໃຊ້ທີ່ດິນໄດ້ ຢ່າງມີປະສິດທິພາບ
ລັດຖະບານໄດ້ຮັບຮູ້ວ່າ  ຂັ້ນຕອນ  ວິທີການວາງແຜນນຳໃຊ້
ຄວນໃຫມີ ຫຼາຍທາງເລືອກ ຫຼື ແນວທາງໃນການວາງແຜນ
ທີ່ດິນ  ແລະ ມອບດິນ-ມອບປ່າ ມາດຖານ ບໍ່ສາມາດນຳໃຊ້
ນຳໃຊທີ່ດິນກະສິກຳ ແລະ ປ່າໄມ້ ແບບມີສ່ວນຮ່ວມ ຂັ້ນບ້ານ
ໃນທຸກພື້ນທີ່ ແລະ ທຸກສະຖານະການ ໄດ້ຢ່າງແທດເໝາະ.
ແລະ  ກຸ່ມບ້ານພັດທະນາ  ສຳລັບປະຕິບັດ  ໃນພື້ນທີ່  ທີ່ມີ
ສະພາບ ແລະ ສະຖານະການແຕກຕ່າງກັນ ຫຼາຍຢ່າງ ເຊັ່ນ:
ເຂດປ່າສະຫງວນ, ປ່າຜະລິດ, ປ່າປ້ອງກັນ ແລະ ພື້ນທີ່ອື່ນໆ.
ວິທີການສຳຫຼວດ  ແລະ  ສ້າງແຜນທີ່  ທີ່ນຳໃຊກັນໃນໄລຍະ
ມີຄວາມຈຳເປັນ      ຕ້ອງໄດ້ນຳໃຊເຄື່ອງມືສ້າງແຜນທີ່       ທີມີ
ຜ່ານມາ  ບໍ່ແທດເໝາະກັບສະພາບການໃໝ່  ແລະ  ບໍ່ມລັກ
ຄວາມຊັດເຈນສູງ ໃນວຽກການວາງແຜນ ນຳໃຊທີ່ດິນ ແລະ
ສະນະຍາວນານ
ການຂື້ນທະບຽນທີ່ດິນ
ປະຈຸບັນ  ໄດ້ຮັບຮູ້ກັນວ່າການຕິດຕາມກວດກາ  ການນຳໃຊ້
ມີຄວາມຈຳເປັນ   ຕ້ອງໄດ້ຫັນປ່ຽນຈາກການເນັ້ນໃສ່   ການ
ຕອນດິນ ທີ່ແບ່ງໃຫ້ຄອບຄົວນຳໃຊ ເພື່ອໃຫ້ຫັນໄປສູ່ ການ
ຕິດຕາມກວດກາ      ລະດັບຕອນດິນ       ມາເປັນການກວດກາ
ຜະລິດແບບຄົງທີ່ນັ້ນ         ແມ່ນເຮັດໄດ້ຍາກຍ້ອນຂາດພະນັກ
ເຂດນຳໃຊ້ທີ່ດິນ ຢູ່ບ້ານ ແລະ ກຸ່ມບ້ານພັດທະນາ ເພື່ອໃຫ້
ງານ ແລະ ງົບປະມານໃນລະດັບເມືອງ ແລະ ກຸ່ມບ້ານ
ໄດ້ຂໍມູນ ທີ່ສາມາດນຳໃຊເຂົ້າໃນການວາງແຜນການລົງທຶນ
ພັດທະນາ ກະສິກຳ ແລະ ປ່າໄມ້
ການປັບປຸງການຈັດຕັ້ງຂອງກະຊວງກະສິກຳ ແລະ ປ່າໄມ້,
ການປັບປຸງພາລະບົດບາດ            ແລະ        ໜ້າທີ່ຮັບຜິດຊອບ
ອົງການຄຸ້ມຄອງທີ່ດິນແຫ່ງຊາດ ແລະ ອົງການ ຊັບພະຍາ
ຂອງ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ແລະ ອົງການ
ກອນນ້ຳ ແລະ ສີແວດລ້ອມ ໃນຊ່ວງໝໍ່ໆມານີ້ ໄດເຮັດ
ຄຸ້ມຄອງທີ່ດິນປະຈຳເມືອງ        ເປັນສິ່ງຈຳເປັນ        ເພື່ອຫຼີກລ້ຽງ
ໃຫພາລະບົດບາດ ແລະ ໜ້າທີ່ຮັບຜິດຊອບ ຂອງ ອົງການ
ການເຮັດວຽກວາງແຜນນຳໃຊທີ່ດິນກະສິກຳ   ແລະ   ປ່າໄມ້
ຈັດຕັ້ງຕ່າງໆທີ່ກ່ຽວຂ້ອງ ໃນການຄຸ້ມຄອງທາງ ດ້ານ
ແບບມີສ່ວນຮ່ວມ ຢູ່ຂັ້ນບ້ານ ແລະ ກຸ່ມບ້ານ ຊ້ຳຊ້ອນ ກັນ.
ກະສິກຳ ແລະ ຊັບພະຍາກອນທຳມະຊາດ ມີການປ່ຽນແປງ
ການຜະລິດເປັນສິນຄ້າ  ໂດຍນັກລົງທຶນ  ທັງພາຍໃນ  ແລະ
ການຮ່ວມມືກັນທີ່ດີຂື້ນ        ແລະ   ການປະກອບໃຫ້ມີພະນັກ
ຕ່າງປະເທດ   ທີ່ເພີ່ມຂຶ້ນຢ່າງວ່ອງໄວ   ໄດ້ສ້າງບັນຫາຫຍຸ້ງ
ງານຫຼາຍຂື້ນ  ຢູ່ໃນຫ້ອງການກະສິກຳ  ແລະ  ປ່າໄມ້ເມືອງ
ຍາກ ຕໍ່ການຄຸ້ມຄອງ ແລະ ນຳໃຊ້ທີ່ດິນຢູຂັ້ນບ້ານ ແລະ ກຸ່ມ
ແລະ   ອົງການຄຸ້ມຄອງທີ່ດິນປະຈຳເມືອງ   ເປັນສິ່ງຈຳເປັນ
ບ້ານພັດທະນາ
ເພື່ອ ຮັບປະກັນໃຫ້ການວາງແຜນຄຸ້ມຄອງ ແລະ ນຳໃຊ້ທີ່ດິນ
ຂັ້ນບ້ານ ແລະ ກຸ່ມບ້ານມີປະສິດທິພາບ.
ລັັດຖະບານໄດ້ຮັບຮອງເອົາຮູບແບບການສົ່ງເສີມຂອງ
ມີຄວາມຈຳເປັນທີ່ຈະຕ້ອງກຳນົດ ແລະ ແບ່ງ ຄວາມຮັບຜິດ
ລາວ ຫຼື ເອີ້ນຫຍໍວ່າ LEA ຊຶ່ງເນັ້ນໃສການ ຈັດຕັ້ງກຸ່ມ ແລະ
ຊອບ  ໃນວຽກວາງແຜນນຳໃຊທີ່ດິນກະສິກຳ  ແລະ  ປ່າໄມ້
ການຜະລິດເປັນກຸ່ມ       ແຕມາຮອດປະຈຸບັນການເຊື່ອມໂຍງ
ແລະ ວຽກງານສົ່ງເສີມ ໃຫ້ຈະແຈ້ງ ແລະ ໃຫ້ມີຄວາມເຊື່ອມ
ເຂົ້າກັບການວາງແຜນນຳໃຊທີ່ດິນ         ຍັງບໍ່ທັນໄດ້ເຮັດໄດ້ດີ
ໂຍງເຂົ້າກັນ         ເພື່ອໃຫວຽກພັດທະນາລວມຂອງບ້ານ         ມີ
ເທື່ອ.
ຄວາມຕໍ່ເນື່ອງ ກົມກຽວກັນ.
ການຂະຫຍາຍຕົວຂອງການສຳປະທານທີ່ດິນ ໄດເພີ້ມທະວີ
ການວາງແຜນນຳໃຊທີ່ດິນກະສິກຳ ແລະ ປ່າໄມ້ ແບບມີ
ຄວາມກົດດັນ  ແລະ  ບັນຫາ  ຕໍ່ການນຳໃຊທີ່ດິນ  ຂອງບ້ານ
ສ່ວນຮ່ວມ ໃນເຂດທີ່ມີການສຳປະທານທີ່ດິນ ເປັນສິ່ງຈຳ
ແລະ ຕໍ່ຄວາມສາມາດຄ້ຳປະກັນດ້ານສະບຽງອາຫານ ແລະ
ເປັນ ເພື່ອຮັບປະກັນໃຫ້ ຄອບຄົວມີທີ່ດິນທຳການຜະລິດ
ດ້ານໂພສະນາການ ຂອງ ຄອບຄົວ.
ສະບຽງອາຫານ ແລະ ແກໄຂບັນຫາການຂາດໂພສະນາ
ການ ຢູ່ ເຂດຊົນນະບົດ.
ການເພີ່ມຂຶ້ນຂອງຈຳນວນປະຊາກອນ             ໂດຍທຳມະຊາດ
ຢູ່ບ້ານເຕົ້າໂຮມ      ຄວນມການຈຳກັດຈຳນວນຄົນທີ່ຈະຍ້າຍ
ແລະ  ດ້ວຍການຈັດສັນບ້ານໃໝ່  ໄດ້ນຳໄປສູ່  ການເຮັດໃຫ້
ເຂົາມາຢູ່ໃໝ່  ແລະ  ຄວນລໍໃຫ້ການເຄື່ອນຍ້າຍສຳເລັດໝົດ
ຄວາມໜາແໜ້ນຂອງຈຳນວນປະຊາກອນ              ເພີ້ມຂຶ້ນຢ່າງ
ຈຶ່ງດຳເນີນວາງແຜນນຳໃຊທີ່ດິນ.
ຫຼວງຫຼາຍ ຢູ່ບາງບ້ານ ກາຍເປັນຜົນສືບເນື່ອງ ເຮັດໃຫເກີດ
ຜົນກະທົບທາງລົບ ຕໍ່ ທີ່ດິນ ແລະ ປ່າໄມ້.
ພະນັກງານຫ້ອງການ  ກະສິກຳ  ແລະ  ປ່າໄມ້ເມືອງ  ບໍ່ໄດ້
ມີຄວາມຈຳເປັນຕ້ອງໄດ້ເພີ່ມຈຳນວນ           ແລະ        ໃຫ້ການຝຶກ
ຮັບປະສົບການພຽງພໍ ຈາກວຽກງານ ແບ່ງດິນ ແບ່ງປ່າ ຜ່ານ
ອົບຮົມແກ່  ພະນັກງານຫ້ອງການ  ກະສິກຳ  ແລະ  ປ່າໄມ້
ມາ ແລະ ຈຳນວນກໍ່ຍັງບໍ່ພຽງພໍ.
ເມືອງ ພ້ອມ ທັງໃຫ້ການອົບຮົມ ອົງການປົກຄອງບ້ານ ແລະ
ຄະນະກຳມະການວາງແຜນນຳໃຊທີ່ດິນ ກະສິກຳ ແລະ ປ່າ
ໄມ້ບ້ານ.
ຊາວບ້ານ  ມີສ່ວນຮ່ວມໜ້ອຍ  ໃນການປຶກສາຫາລື,  ການ
ບາດກ້າວ   ແລະ   ຂັ້ນຕອນ   ໃນການກຳນົດພື້ນທີເພື່ອໃຫ້
ກຳນົດ  ແລະ  ການຕັດສິນໃຈກ່ຽວກັບທີ່ດິນ  ທີ່ຈະໃຫ້ສຳປະ
ສຳປະທານກະສິກຳ ຈຳເປັນຕ້ອງໄດ້ບັນຈຸເຂົ້າ ໃນວິທີການ
ທານ ໃນພື້ນທີ່ ຂອງບ້ານ.
ວາງແຜນນຳໃຊທີ່ດິນກະສິກຳ   ແລະ   ປ່າໄມ້   ແບບມີສ່ວນ
ຮ່ວມ.

ຜົນສຳເລັດ, ຈຸດບົກຜ່ອງ ແລະ ບັນຫາ ຜ່ານມາ
ຜົນສຳເລັດຜ່ານມາ
ບົດລາຍງານຄວາມຄືບໜ້າກ່ຽວກັບການຢຸດຕການຖາງປ່າເຮັດໄຮ່ ຂອງກະຊວງກະສິກຳ ແລະ ປ່າໄມ້ ປີ 2007 ໄດ້ລາຍງານວ່າ ການມອບດິນມອບປ່າລະດັບບ້ານ ໄດ້ສຳເລັດໃນ 7,130 ບ້ານ ກວມເອົາ 443,523 ຄອບຄົວ. ໃນ ປີ 2008 ເນື້ອທີ່ໄຮ່ເລື່ອນລອຍຍັງເຫຼືອ 8,025 ຮຕ ກວມເອົາ 10,160 ຄອບຄົວ. ເນື້ອທີ່ທັງໝົດທີໄດ້ມອບ ໃຫຄອບຄົວຄຸ້ມຄອງນຳໃຊ້ ມີ 10,860,000 ຮຕ ຊຶ່ງໃນນັ້ນມີທີ່ດິນກະສິກຳ 4,210,000 ຮຕ ແລະ ທີ່ດິນປ່າໄມ້ ປະເພດຕ່າງໆ 6,650,000 ຮຕ. ນອກນີ້, ບົດລາຍງານການປະເມີນຜົນໂຄງການພັດທະນາຊົນນະບົດ ປີ 2005 ຂອງກະຊວງກະສິກຳ ແລະ ປ່າໄມ້ ກໍໄດ້ສະເໜີໃຫຮູ້ວ່າ ໂຄງການແບ່ງດິນ-ແບ່ງປ່າ ແລະ ຍຸດທະສາດຈັດສັນອາຊີບ ຄົງທີ່ ໄດ້ປະກອບສ່ວນເຮັດໃຫພື້ນທີໄຮ່ ຫຼຸດລົງຈາກ 118900 ຮຕ ໃນປີ 2001 ມາເປັນ 29400 ຮຕ ໃນປີ 2005.
ເຖິງແມ່ນວ່າຈະມຕົວເລກສະແດງເຖິງຜົນສຳເລັດກໍ່ຕາມ ແຕ່ກໍ່ຍັງມີຈຸດບົກຜ່ອງ ແລະ ບັນຫາຫຼາຍປະການ ໃນໂຄງ ການແບ່ງດິນ-ແບ່ງປ່າຜ່ານມາ ທີໄດ້ລາຍງານໃນບົດລາຍງານທີ່ກ່າວ ຊຶ່ງສາມາດສັງລວມໄດ້ ໃນຕາຕະລາງ ລຸ່ມນີ້.

ຂໍ້ຂາດຕົກບົກຜ່ອງ ແລະ ບັນຫາຜ່ານມາ
ປະເດັນ/ເລື້ອງ
ລາຍລະອຽດຂອງປະເດັນ
ການກຳນົດເຂດນຳໃຊທີ່
ກ. ການກຳນົດເຂດນຳໃຊ້ທີ່ດິນ ໃນແຜນງານແບ່ງດິນ-ແບ່ງປ່າຜ່ານມາ ແມ່ນບໍ່ທັນສຳເລັດ
ດິນ ຂອງບ້ານ
ໃນຂອບເຂດທົ່ວປະເທດ ຍ້ອນງົບປະມານບໍ່ພຽງພໍ, ຂາດບຸກຄະລາກອນ ແລະ ຂາດ ປະສົບ
ການ.
ຂ. ການກຳນົດແບ່ງເຂດນຳໃຊ້ທີ່ດິນ ຍັງບໍ່ທັນໄດ້ຄຳນຶງ ເຖິງເນື້ອທີ່ ທຳການຜະລິດ ຂອງ
ຊາວບ້ານ.
ການຈັດແບ່ງ ທີ່ດິນກະສິ
ກ. ຈຳນວນບ້ານທີ່ໄດ້ມີການຈັດແບ່ງທີ່ດິນກະສິກຳໃຫຄອບຄົວສຳເລັດ ມີໜ້ອຍ.
ກຳ ໃຫ້ຄອບຄົວ
ຂ. ໃນບ້ານທີ່ມີການແບ່ງດິນສ່ວນໃຫ່ຍ ຈຳນວນຕອນດິນກະສິກຳ ທີ່ແບ່ງໃຫ້ແຕ່ລະຄອບ
ຄົວມີໜ້ອຍ.
ຊີວິດການເປັນຢູ່ ແລະ
(ກ) ການແບ່ງດິນ-ແບ່ງປ່າໃນເມື່ອກ່ອນຍັງບໍ່ຊ່ວຍໃຫ້ຊີວິດການເປັນຢູ່ຂອງປະຊາຊົນໃນຊົນ
ການຄ້ຳປະກັນທາງດ້ານ
ນະບົດດີຂຶ້ນ ເທົ່າທີ່ຄວນ; (ຂ) ພະນັກງານແບ່ງດິນ-ແບ່ງປ່າຜ່ານມາເນັ້ນໃສ່ແຕ່ເປົ້າໝາຍການ
ສະບຽງອາຫານ
ຢຸດຕິຖາງປ່າເຮັດໄຮ່      ໂດຍບໍ່ພິຈາລະນາເຖິງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ.
ຂະບວນການ
(ກ) ແນວທາງ ແລະ ວິທການແບ່ງດິນ-ແບ່ງປ່າ ຍັງບໍ່ດີເທົ່າທີ່ຄວນ
ແບ່ງດິນ-ແບ່ງປ່າ
(ຂ) ພາຍຫຼັງການແບ່ງດິນ-ແບ່ງປ່າແລ້ວ ຍັງບໍ່ມີວຽກງານສົ່ງເສີມ ແລະ ວຽກງານ ຕິດຕາມ
ກວດກາ ເຂົ້າໄປສະໜັບສະໜູນ;
(ຄ) ການເກັບຮັກສາຂໍ້ມູນແບ່ງດິນ-ແບ່ງປ່າ ຍັງບໍ່ເປັນລະບົບ.
ການຄອບຄອງທີ່ດິນ
(ກ) ຊາວບ້ານຍັງຈັບຈ່ອງທີ່ດິນປ່າໄມ້ ເພື່ອທຳການຜະລິດກະສິກຳ;
ຂອງຊາວບ້ານ
(ຂ) ຊາວບ້ານໃນເຂດຊົນນະບົດ ຍັງບໍ່ທັນມີເອກະສານສິດນຳໃຊ້ທີ່ດິນຖາວອນ
(ໃບຕາດິນ); (ຄ) ການແບ່ງດິນ- ແບ່ງປ່າໄດກະທົບຕໍ່ຄວາມຍືດຍຸ່ນ ໃນການນຳໃຊ້
ທີ່ດິນກະສິກຳຕາມປະເພນີ ທີ່ຊາວບ້ານ ເຄີຍປະຕິບັດກັນມາ.
ການຍົກຍ້າຍເຕົ້າໂຮມ
ການເຕົ້າໂຮມບ້ານ ໄດ້ເຮັດໃຫ້ບ້ານເຕົ້າໂຮມ ໄດ້ຮັບຜົນສະທ້ອນດັ່ງນີ້: ມີການແລກປ່ຽນ
ບ້ານ
ຊື້ຂາຍທີ່ດິນເພີ່ມຂື້ນ, ເນື້ອທີປ່າໄມ້ຫຼຸດລົງ, ຄວາມກົດດັນຕໍ່ເນື້ອທີ່ທຳການຜະລິດເພີ້ມຂຶ້ນ,
ແລະ ຄວາມຂັດແຍ່ງລະຫວ່າງບ້ານ ກ່ຽວກັບທີ່ດິນ ເພີ້ມຂຶ້ນ.
ເງື່ອນໄຂ ໃນການແບ່ງທີ່
ມີການນຳໃຊ້ເງື່ອນໄຂການແບ່ງທີດິນຕາຍຕົວ ຄື ກຳນົດແບ່ງທີ່ດິນກະສິກຳໃຫຄອບຄົວນຶ່ງ 2,
ດິນ
3 ຫຼື 4 ຕອນ ເຮັດໃຫ້ຮອບວຽນຂອງການນຳໃຊ້ທີ່ດິນກະສິກຳສັ້ນເຂົ້າ ເປັນສາເຫດພາໃຫດິນ
ເຊື່ອມໂຊມ.
ການເພີ້ມຂຶ້ນຂອງຈຳ
ໃນເວລາດຳເນີນການແບ່ງດິນ-ແບ່ງປ່າ ຍັງຂາດການພິຈາລະນາເຖິງການເພີ່ມຂຶ້ນ ຂອງ
ນວນປະຊາກອນ
ປະຊາກອນ ເຮັດໃຫ້ເນື້ອທີ່ດິນຜະລິດກະສິກຳ ແລະ ພື້ນທີ່ປ່າຊົມໃຊ້ ບໍ່ພຽງພໍໃນພາຍຫຼັງ.
ການເກັບພາສທີ່ດິນ
ຊາວບ້ານບໍ່ແຈ້ງຈຳນວນຕອນດິນທັງໝົດທີ່ມີ ເພື່ອຫຼີກເວັ້ນການເສຍພາສີທີ່ດິນ.
ການເກັບຮັກສາຂໍ້ມູນ
ການເກັບຮັກສາຂໍມູນ ແລະ ແຜນທີ່ ກ່ຽວກັບ ວຽກງານແບ່ງດິນ-ແບ່ງປ່າ ບໍ່ເປັນລະບົບ ແລະ ບໍ່ມີວິທີການເກັບຮັກສາທີ່ດີ ເຮັດໃຫຂໍ້ມູນ ແລະ ແຜນທີ່ເສຍຫາຍ ເປັນຈຳນວນຫຼວງຫຼາຍ.
ຊັບພະຍາກອນ
ຈຳນວນພະນັກງານບໍ່ພຽງພໍ, ອຸປະກອນຮັບໃຊ້ຂາດເຂີນ, ງົບປະມານມີຈຳກັດ ແລະ ການ ຝຶກ ອົບຮົມໃຫພະນັກງານຂັ້ນເມືອງ ຍັງບໍ່ທົ່ວເຖິງ ເຮັດໃຫປະສິດທິພາບຂອງວຽກງານຫຼຸດລົງ.
ການສຳປະທານທີ່ດິນ
ເອກະສານຕ່າງໆ ເຊັ່ນ: ແຜນທີ່ນຳໃຊທີ່ດິນ ແລະ ປ່າໄມ້, ຂໍຕົກລົງຂອງບ້ານກ່ຽວກັບການຄຸ້ມ ຄອງ ແລະ ນຳໃຊ້ທີດິນ ແລະ ປ່າໄມ້ ທີ່ຖືກຕ້ອງຕາມກົດໝາຍ ບໍ່ຄ່ອຍໄດ້ຖືກນຳໃຊ້ເຂົ້າໃນ ການວາງແຜນພັດທະນາທີ່ດິນ.

ການປະເມີນຜົນນີ້ ຊີ້ໃຫເຫັນວ່າ ຈຳເປັນຕ້ອງໄດ້ ປັບປຸງ ຈຸດປະສົງ, ເປົ້າໝາຍ ແລະ ຂັ້ນຕອນໃໝ່ ສຳລັບການ ວາງ ແຜນນຳໃຊທີ່ດິນຂອງບ້ານ ແລະ ກຸ່ມບ້ານ. ປະເດັນສຳຄັນທີ່ຈະຕ້ອງພິຈາລະນາໃນການປັບປຸງລວມມີ:
  • ຕ້ອງຮັບປະກັນວ່າ ວິທການກຳນົດເຂດນຳໃຊທີ່ດິນ ຕ້ອງເຮັດໃຫ້ເກີດຄວາມສົມດຸນ ລະຫວ່າງປະເພດຂອງ ທີ່ດິນປ່າໄມ້ ແລະ ທີດິນກະສິກຳ ເຊັ່ນ: ຮັບປະກັນໃຫບ້ານມີທີ່ດິນກະສິກຳເຮັດການຜະລິດຢ່າງພຽງພໍ.
  • ເນັ້ນໃຫ້ການວາງແຜນນຳໃຊທີ່ດິນກະສິກຳ ແລະ ປ່າໄມ້ ແບບມີສ່ວນຮ່ວມ ຮັບໃຊ້ເປົ້າໝາຍການເພີ້ມ ຄວາມຮັບປະກັນສິດໃນການຄອບຄອງທີ່ດິນກະສິກຳ ຫຼາຍກວ່າ ຮັບໃຊ້ເປົ້າໝາຍຫຼຸດຜ່ອນການຖາງປ່າ ເຮັດໄຮ່.
  • ຮັບປະກັນໃຫການມີສ່ວນຮ່ວມຂອງຊາວບ້ານເພີ່ມຂຶ້ນ ໃນບັນດາກິດຈະກຳການວາງແຜນ ແລະ ຄຸ້ມຄອງ ການນຳໃຊທີ່ດິນປ່າໄມ້.
  • ເຮັດໃຫປະຊາຊົນ ເຂດຊົນນະບົດມີໂອກາດໄດ້ຮັບໃບຕາດິນຖາວອນຫຼາຍຂຶ້ນ ສຳລັບຕອນດິນທີ່ໄດ້ພັດ ທະນາມາແລ້ວ.
  • ເລັ່ງໃສພື້ນທີໆຫຼໍ່ແຫຼມ ບ່ອນທີ່ PLUP ຈະເກີດຜົນກະທົບຕໍ່ກຳມະສິດທີດິນ ແລະ ການນຳໃຊ້ ເຊັ່ນ: ພື້ນທີ່ໆ ມີການພັດທະນາກະສິກຳເປັນສິນຄ້າ, ບ້ານເຕົ້າໂຮມ ແລະ ພື້ນທີ່ອື່ນໆ
  • ກຳນົດພາລະບົດບາດ ແລະ ໜ້າທີ່ຮັບຜິດຊອບຢ່າງຈະແຈ້ງ ລະຫວ່າງ ກະຊວງກະສິກຳ ແລະ ປ່າໄມ້ ແລະ ອົງການຄຸ້ມຄອງທີ່ດິນແຫ່ງຊາດ ສຳລັບວຽກງານວາງແຜນນຳໃຊທີ່ດິນກະສິກຳ ແລະ ປ່າໄມ້ ແບບມີສ່ວນ ຮ່ວມຂັ້ນບ້ານ ແລະ ກຸ່ມບ້ານ.
  • ນຳໃຊຂໍ້ມູນຂ່າວສານກ່ຽວກັບການວາງແຜນນຳໃຊທີ່ດິນກະສິກຳ ແລະ ປ່າໄມ້ ແບບມີສ່ວນຮ່ວມຂັ້ນບ້ານ ແລະ ກຸ່ມບ້ານ ຢ່າງມີປະສິດທິພາບ ເພື່ອເອື້ອອຳນວຍໃຫແກ່ ການວາງແຜນ ແລະ ການຄຸ້ມຄອງ ກິດຈະກຳ ພັດທະນາທີ່ດິນ ເຊີງການຄ້າ.
  • ພັດທະນາລະບົບເກັບຮັກສາຂໍ້ມູນຂ່າວສານຂອງການວາງແຜນນຳໃຊທີ່ດິນກະສິກຳ ແລະ ປ່າໄມ້ ແບບມີ ສ່ວນຮ່ວມ ຢູ່ຂັ້ນສູນກາງ, ແຂວງ ແລະ ເມືອງ ໂດຍ ການຍົກລະດັບໃຫ້ພະນັກງານວິຊາການໃນການນຳໃຊ້ ລະບົບ ຈີໄອເອັສ (GIS) ເປັນເຄື່ອງມື.












No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ