ຄວາມຖາວອນຂອງລະບົບ (Sustainability)
ຫຼັກການນີ້ໝາຍຄວາມວ່າ ເຮັດໃຫ້ການຜະລິດມີຕ່ໍເນ່ືອງສະໝ່ໍາສະເໝີຕະຫຼອດໄປ
ກ່ໍໃຫ້ເກີດສະຖຽນລະພາບຂອງພື້ນທ່ີ. ໃນບາງກໍລະນີການຊັກຊວນຊາວກະຊິກອນໃຫ້ຮ່ວມ ມືກັນສ້າງຄວາມຖາວອນໂດຍອາໃສຄຸນນະພາບຂອງຄວາມສາມາດໃນການໃຫ້ຜົນຜະລິດທ່ີ ເກີດຂື້ນໃນໄລຍະເວລາອັນສັ້ນໄດ້ນັ້ນຄືການປະສົມປະສານຄວາມຖາວອນໃນໄລຍະຍາວ ແລະ ໄລຍະສັ້ນເຂົ້າດ້ວຍກັນ, ຊ່ືງອາດຈະເປັນໃນຮູບແບບ ອະເນກປະສົງ (Multipurpose System) ເຊ່ັນ: ປູກໄມ້ເປັນແຖວຮົ້ວຕາມແນວເສັ້ນລະດັບເພ່ືອຄວບຄຸມ ການເຊາະເຈ່ືອນຂອງດິນ ນອກນັ້ນຍັງສາມາດນໍາໃຊ້ໄມ້ເປັນຟືນ ຫຼື ເປັນອາຫານແກ່ ສັດລ້ຽງ. ຄວາມຖາວອນ ຫຼື ຄວາມຢືນຍົງເມ່ືອນໍາມາໃຂ້ກັບລະບົບການໃຊ້ທ່ີດິນແລ້ວບ່ໍໄດ້ ໝາຍເຖິງພຽງແຕ່ການອະນຸລັກດິນ ແລະ ນໍ້າ ຫຼື ການອະນຸລັກຊັບພະຍາກອນທໍາມະຊາດ ທ່ີມີຢູ່ທັງໝົດແລ້ວນັ້ນ, ແຕ່ຄວາມໝາຍທ່ີແທ້ຈິງແມ່ນຄວາມສາມາດໃນການເຊື້ອມໂຍງການ ອະນຸລັກ ແລະ ການຜະລິດເຂົ້າດ້ວຍກັນ. ດ້ວຍເຫດນີ້ລະບົບການໃຊ້ປະໂຫຍດທ່ີດິນແບບຢືນຍົງຈ່ຶງໝາຍເຖິງລະບົບທ່ີໃຫ້ຜົນຜະລິດຢ່າງຕ່ໍເນ່ືອງ ໂດຍທ່ີໃຊ້ຊັບພະຍາກອນທ່ີມີທັງ ໝົດຢ່າງມີປະສິດທິພາບ ຕາມຫຼັກການອະນຸລັກຊ່ຶງລວມເຖິງການຄວບຄຸມການພັງທະລາຍ ຂອງດິນ ແລະ ການອະນຸລັກຄວາມອຸດົມສົມບູນຂອງດິນເອົາໄວ້ດ້ວຍ. ຢ່າງໃດກໍດີ ຊັບພະຍາກອນທ່ີມີທັງໝົດຢູ່ໃນລະບົບບ່ໍແມ່ນມີພຽງແຕ່ສະເພາະຢູ່ໃນດິນເທ່ົານັ້ນ ແຕ່ໝາຍ ເຖິງຊັບພະຍາກອນທ່ີກ່ຽວຂ້ອງກັບການຜະລິດທັງໝົດ ຕົວຢ່າງເຊ່ັນ: ການຕັດໄມ້ເພ່ືອການ ໃຊ້ປະໂຫຍດຈະຕ້ອງຕັດບ່ໍໃຫ້ເກີນກໍາລັງການຜະລິດ ຫຼື ບ່ໍໃຫ້ເກີນອັດຕາການຈະເລີນເຕິບ ໂຕຂອງຕົ້ນໄມ້ທັງໝົດ. ກໍາມະສິດທ່ີດິນກ່ໍກ່ຽວຂ້ອງກັບຄວາມຖາວອນຂອງລະບົບເຊ່ັນກັນ ເພາະຖ້າທ່ີດິນຖືກປ່ຽນມືໄປຈາກຜູ້ປະຕິບັດ ລະບົບການໃຊ້ທ່ີດິນທ່ີມີຢູ່ແລ້ວກ່ໍອາດປ່ຽນແປງ ໄປດ້ວຍກັນ. ແຕ່ໂດຍທ່ົວໄປແລ້ວຄວາມຖາວອນຂອງການໃຊ້ທ່ີດິນມັກຈະເນັ້ນໜັກໃສ່ການ ອະນຸລັກຄວາມອຸດົມສົມບູນຂອງດິນ ດ່ັງນັ້ນເປົ້າໝາຍຂອງການໃຊ້ທ່ີດິນຢ່າງຖາວອນນັ້ນ ຈ່ຶງໝາຍເຖິງ ການຮັກສາການຜະລິດໃຫ້ຢືນຍົງ ແລະ ຕ່ໍເນ່ືອງເປັນເວລາອັນຍາວນານ ຊ່ຶງໃນທັດສະນະຂອງນັກວາງແຜນແລ້ວຄວນຈະຍາວນານກວ່າ 20 ປີຂື້ນໄປ (Young, 1989). ຕົ້ນໄມ້ທ່ີປູກໃນລະບົບກະສິກໍາປ່າໄມ້ກ່ໍໃຫ້ເກິດຄວາມຖາວອນໄດ້ 2 ທາງຄື: ການອະນຸລັກດິນ ແລະ ການເພີ້ມຄວາມອຸດົມສົມບູນໃຫ້ແກ່ດິນ ຊ່ວຍຮັກສາຜົນຜະລິດຂອງພືດ ໃຫ້ມີຢ່າງຕ່ໍເນ່ືອງ.
ການອະນຸດິນ
ຈາກການສຶກສາ ແລະວິໄຈຂອງ Thongmee and Vannaprasert (1990) ສະແດງໃຫ້ເຫັນວ່າ ຕົ້ນໄມ້ທ່ີປູກໃນລະບົບການໃຊ້ທ່ີດິນໜ່ຶງໆ ຊ່ວຍລົດການສູນເສຍໜ້າ ດິນ ແລະ ການໄຫຼບ່າຂອງນໍ້າເທິງໜ້າດິນຢ່າງຫຼາຍ (Thongmee and Vannaprasert, 1990) ໄດ້ສຶກສາປຽບທຽບການສູນເສຍດິນ ແລະ ການໄຫຼ່ຂອງນໍ້າ ຈາກພື້ນທ່ີໆມີການໃຊ້ປະໂຫຍດຕ່າງຊ່ຶງໄດ້ແກ່ເນື້ອທ່ີສວນປ່າ, ເນື້ອທ່ີເຮັດໄຣ່, ເນື້ອທ່ີສວນ ປູກພືດໄຮ່ຄວບ ແລະ ພື້ນທ່ີວ່າງເປ່ົາ ທ່ີໃຊ້ປຽບທຽບ ຜົນສະຫຸຼບໄດ້ໃນດ່ັງນີ້:
ຕາຕະລາງ 01: ການປຽບທຽບການສູນເສຍດິນ ແລະ ນໍ້າໄຫຼບ່າເທິງໜ້າດິນ
ຈາກຜົນສະຫຸຼບຂ້າງເທີງສາມາດເຫັນໄດ້ວ່າ ການສູນເສຍດິນ ແລະ ການໄຫລຂອງນໍ໊າເທີງໜ້າດິນຈະໜ້ອຍທ່ີສຸດໃນສວນປູກໄມ້ ຮອງລົງມາໄດ້ແກ່ພື້ນທ່ີສວນປປຸກໄມ້ຊ່ຶງ ປູກພືດໄຮ່ຄວບ, ພື້ນທ່ີປູກພືດໄຮ່ ແລະ ພື້ນທ່ີເປ່ົາຫວ່າງຕາມລໍາດັບ ສາຍເຫດທ່ີເປັນແບບ ນີ້ຍ້ອນວ່າ: ສວນປູກໄມ້ເປັນລະບົບການໃຊ້ທ່ີດິນທ່ີມີການລົບກວນໜ້າດິນໜ້ອຍທ່ີສຸດ ທັງ ຍັງມີເຮືອນຍອດຂອງຕົ້ນໄມ້ປົກຄຸມໜ້າດິນ ແລະ ຮອງຮັບນໍ້າຝົນໄວ້ສ່ວນໜ່ຶງ ຊ່ວຍລົດການໄຫຼ່ຂອງນໍ້າເທີງໜ້າດິນໄດ້ ເມ່ືອປຽບທຽບກັບການພື້ນທ່ີສວນປ່າ ຊ່ຶງປູກພືດໄຮ່ຄວບ ກັບພື້ນທ່ີປູກພືດໄຮ່ພຽງຢ່າງດຽວ ຈະເຫັນວ່າການປູກພືດໄຮ່ພຽງຢ່າງດຽວໃຫ້ຜົນຜະລິດແຕ່ ໃນການອະນຸລັກໄດ້ໜ້ອຍທ່ີສຸດ ເນ່ືອງມາຈາກເຫດຜົນທໍານອງດຽວກັນຄື: ໜ້າດິນໄດ້ຮັບ ການລົບກວນໃນການກະກຽມພື້ນທ່ີເພ່ືອການປູກຝັງຫຼາຍກວ່າ ແລະ ບ່ໍມີເຮືອນຍອດຂອງຕົ້ນໄມ້ຊ່ວຍຫລຸດຜ່ອນຄວາມແຮງຂອງເມັດຝົນຕົກລົງມາປະທະໃສ່ໜ້າດິນ, ສໍາລັບພື້ນທ່ີ ຫວ່າງເປ່ົາ ຈະເຫັນທ່ົງຫຍ້າ ແລະ ຈະມີໄຟໃໝ້ໃນລະດູແລ້ງ ບ່ໍມີສ່ິງປົກຄູມໃດໆ ຈ່ຶງເປັນ ຜົນເຮັດໃຫ້ໜ້າດິນສູນເສຍໄປຫຼາຍທ່ີສຸດ
ການເພ່ີມຄວາມອຸດົມສົມບູນຂອງດິນ
ຕົ້ນໄມ້ທ່ີເພ່ີມຄວາມອຸດົມສົມບູນໃຫ້ແກ່ດິນໂດຍການລ່ົນຂອງໃບ ໂດຍສະເພາະ ຢ່າງຍ່ິງຈາກໃບຂອງຕົ້ນໄມ້ທ່ີສາມາດຢຶດທາດໄນໂຕຼເຈນໄດ້. ໃນລະບົບກະສິກໍາປ່າໄມ້ເມ່ືອ ມີການຈັດການໂດຍວິທີລິກ່ິງ ແລະ ໃບຈະຊ່ວຍໃຫ້ທາດອາຫານໝູນວຽນກັບຄືນສູ່ດິນດ່ັງ ຕາຕະລາງລຸ່ມນີ້:ຕາຕະລາງ 02: ການໝູນວຽນຂອງທາດອາຫານໃນລະບົບກະສິກໍາປ່າໄມ້
ຢ່າງໃດກ່ໍຕາມ ຈາກການທົດລອງຂອງ Dugumaetal (1988) ພົບວ່າຜົນຜະລິດ ຂອງຮົ້ວໄມ້ກະຖິນຊ້າງ, ແຄບ້ານ, ແຄຝະລ່ັງ ທ່ີປູກເປັນຮົ້ວໂດຍໄລຍະປູກລະຫວ່າງຕົ້ນ 25 ຊັງຕີແມັດ ແລະ ໄລຍະລະຫວ່າງແຖວ 2 ມ ທໍາການລິກ່ິງງ່າທຸກໆ 6 ເດືອນ (2ຄັ້ງ/ ປີ) ໂດຍຄວາມສູງທ່ີລິກ່ິງແມ່ນເທ່ົາກັນ 1ແມັດ ຈາກພື້ນດິນ. ໄມ້ກະຖິນຊ້າງຈະໃຫ້ປຸຍພືດ ສົດຄິດເປັນນໍ້າໜັກແຫ້ງປີລະປະມານ 2000 – 2500 ກິໂລກຣາມ/ໄລ່ ຖ້າຄິດເປັນ ປະລິມານຂອງ N ຈະເທ່ົາກັບ 40 – 45 ກິໂລກຣາມ/ໄລ່, ແຄບ້ານຈະໃຫ້ປະລິມານປຸຍ ພືດສົດຄິດເປັນນໍ້າໜັກແຫ້ງປີລະປະມານ 1000 – 1500 ກິໂລກຣາມ/ໄລ່ ຄິດເປັນ ປະລິມານ N ເທ່ົາກັບ 16 –20 ກິໂລກຣາມ/ໄລ່, ແຄຝລ່ັງຈະໃຫ້ປຸຍພືດສົດ ຄິດເປັນນໍ້າ ໜັກແຫ້ງປະມານ 1000 – 1500 ກິໂລກຣາມ/ໄລ່ ຄິດເປັນປະລິມານ N ເທ່ົາກັບ 30 – 35 ກິໂລກຣາມ/ໄລ່.
ຫາກພິຈາລະນາເຖິງຄວາມຕ້ອງການທາດອາຫານຂອງພືດໄຮ່ແຕ່ລະຊະນິດແລ້ ການໃສ່ປຸ໋ຍໃນຕົວຈະຊ່ວຍເພີ້ມຜົນຜະລິດຂື້ນຢ່າງຕ່ໍເນ່ືອງ ຊ່ຶງອາດວ່າການຜະລິດປຸ້ຍພືດ ສົດຈາກໃບກະຖີນແຫ້ງຈະສາມາດທົດແທນການໃສ່ປຸຍວິທະຍາສາດໄດ້ດ່ັງລຸ່ມນີ້: ຕາຕະລາງທີ 01: ການຜະລິດຝຸ່ນພືດສົດປຽບທຽບກັບຝຸ່ນວິທະຍາສາດ
ສະຫຸຼບໄດ້ວ່າ ໃບກະຖີນຊ້າງທ່ີໄດ້ຈາກປູກ ແລະ ວິທີການຈັດການດ່ັງກ່າວໃນ ເນື້ອທ່ີ 1 ໄລ່ ຈະສາມາດໄດ້ໃຫ້ປຸຍແກ່ເຂົ້າເກືອບ 4 ໄລ່ ຫຼື ຈະຊ່ວຍໃຫ້ປຸ້ຍແກ່ສາລີເຖີງ 3 ໄລ່.
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ