google-site-verification: google0d91bc93cfc88895.html ປະຫວັດຄວາມເປັນມາໂດຍຫຍໍ້ການຂະຫຍາຍຕົວຂອງການກະສິກໍາ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, September 27, 2019

ປະຫວັດຄວາມເປັນມາໂດຍຫຍໍ້ການຂະຫຍາຍຕົວຂອງການກະສິກໍາ



ກະສິກໍາເປັນຂະແຫນງການຜະລິດຫນຶ່ງສະບຽງທີູ່ເກົູ່າແກູ່ທີ່ສຸດ, ມີປະຫວັດຄວາມເປັນມາຫູ່າງຈາກນີ້ 10.000 ປີ ຊຶ່ງເປັນເວລາທີ່ເລິ່ມມີການຄົມມະນາຄົມທາງນໍ້າຢູ່ໃນຍຸກຕົ້ນຂອງສະໄໝຫີນໃຫມູ່. ປະຊາກອນຫາກໍ່ມີປະມານ 1 ລ້ານຄົນຢາຍກະແຈກກະຈາຍຢູ່ຕາມທະວີບຕ່າງໆເທົ່ານັ້ນ.
ຜູູ້ຂຽນທັງຫຼາຍຕ່າງກໍ່ແບ່ງການຂະຫຍາຍຕົວທາງກະສິກໍາຕາມໄລຍະຂອງການຂະຫຍາຍຕົວຕ່າງໆແຕກຕ່າງກັນ.

ທ່ານ Markov (1972) ເວົ້າວ່າ: ປັດໄຈຕັດສິນການຂະຫຍາຍຕົວຂອງກະສິກໍາແມ່ນອຸປະກອນການຜະລິດ, ກ່ອນອື່ນໝົດແມ່ນອຸປະກອນການກຽມດິນ. ອີງຕາມຄວາມກ້າວຫນ້າຂອງອຸປະກອນການກຽມດິນ, ເພິ່ນໄດ້ແບ່ງປະຫວັດຄວາມເປັນມາການຂະຫຍາຍຕົວດ້ານກະສິກໍາອອກເປັນ 5 ສະໄໝຄື:

  • ສະໄໝໃຊ້ອຸປະກອນຂຸດດິນດ້ວຍຫິນ, ທອງແລະເຫຼັກ: ໄດ້ມີການກຽມດິນລະອຽດກວ່າຍຸກທີ່ສັກຫຼຸມປູກເມັດພືດ, ຮາກພືດຖືກທໍາລາຍສ່ວນຫນຶູ່ງ, ທົ່ງຫຍ້າໃນພື້ນທີ່ປູກໄດູ້ຫາຍໄປ, ເລິ່ມປະກົດຂອງພັນພືດປູກ, ມີການຄັດເລືອກແນວພັນປູກ. ເລິ່ມຕົ້ນມີການພົວພັນກັບທົ່ງໄຮ່ທົ່ງນາຂອງພືດປູກ.
  • ສະໄໝໄຖໄມ້: ມີການກຽມດິນໃນຄວາມເລິກຫລາຍກວ່າ, ຮາກຫຍູ້າຖືກທໍາລາຍຂື້ນ, ໄດູ້ມີການປັບປຸງແນວພັນພືດປູກຈໍານວນຫນຶ່ງ, ມີການຄັດເລືອກແນວພັນທີ່ເດັ່ນ, ໄດູ້ຮັບຜົນຜະລິດສູງ ຊຶ່ງມິການພົວພັນກັບທົ່ງນາໂດຍກົງ.
  • ສະໄໝໄຖເຫຼັກ: ເນື່ອງຈາກເຄື່ອງມືດັ່ງກວ່າມີການປະກອນຫມາກສົບໄຖດ້ວຍເຫຼັກ ດັ່ງນັ້ນການກຽມດິນຈຶ່ງມິປະສິດທິພາບສູງກວ່າ, ເທັກນິກການກຽມດິນໄດ້ມີການພັດທະນາຫລາຍຂື້ນ, ວຽກງານການຄັດເລືອກແນວພັນໄດ້ມີການຂະຫຍາຍຕົວຕາມຄວາມຕ້ອງການຂອງແນວພັນແຕ່ລະຊະນິດ ໃຫ້ເໝາະສົມກັບອຸປະກອນກຽມດິນ. ສະໄໝນີ້ມີການພົວພັນກັບທົ່ງນາຢ່າງເປັນປົກກະຕິ.
  • ສະໄໝໄຖດ້ວຍເຄື່ອງຈັກ: ອຸປະກອນການກຽມດິນໄດ້ໃຊ້ເຄື່ອງຈັກ, ປະສິດທິພາບແຮງງານເພິ່ມຂື້ນສູງຢ່າງຈະແຈ້ງ. ການຄັດເລືອກແລະພັດທະນາແນວພັນໄດູ້ມີຄວາມກ້າວຫນ້າ
  • ຕາມຄວາມເຫັນຂອງທ່ານ Harrison (1964), ໄດ້ກ່າວວ່າ: ຄວາມສໍາເລັດເບື້ອງຕົ້ນຂອງກະສິກໍາແມ່ນມາກການລ່າສັດແລະເກັບເຄື່ອງປ່າຂອງດົງ, ຈາກນັ້ນແມ່ນການກະສິກໍາໄດ້ຮັບການຈັດຕັ້ງແຕ່ຕໍ່າຂື້ນຫາສູງພາຍໃຕ້ຄວາມກກົດດັນທາງດ້ານການເພິ່ມຂື້ນຂອງປະຊາກອນ. ຜົນການຄົ້ນຄວ້າຂອງທ່ານໃຫູ້ຮູ້ວ່າ: ຈໍານວນຄົນທີ່ອາໄສຢູ່ໃນເນື້ອທີ່ 1 ມົນທົນ (1 ກມ2 = 0.368 ມົນທົນ) ຂອງບັນດາ 5 ແບບການຜະລິດທີ່ ແຕກຕ່າງກັນດັ່ງນີ້:

                 ກັບເຄ່ືອງປ່າຂອງດົງ   2 ຄົນ / 1 ມົນທົນ
                 ລ່າເນື້ອ                2 ຄົນ / 1 ມົນທົນ
                 ລ່າເນື້ອແລະຕຶກເບັດ  0.5-50 ຄົນ / 1 ມົນທົນ 
                 ປູກຝັງທໍາມະດາ      10-100 ຄົນ / 1 ມົນທົນ
                 ລ້ຽງສັດປ່ອຍ         10-100 ຄົນ / 1 ມົນທົນ
                 ປູກຝັງກ້າວຫນ້າ      10-100 ຄົນ / 1 ມົນທົນ


 
      ທ່ານ Grigg (1974) ເວົ້າວ່າ: ປັດໄຈຕັດສິນໃຫ້ບັນດາລະບົບກະສິກໍາແມ່ນການປ່ຽນແປງທາງດ້ານ ເສດຖະ ກິດ, ເທັກນິກ ແລະ ປະຊາກອນ.  ກ່ອນສະຕະວັດທ່ີ 17 ປະຊາກອນເພ່ີມຊ້າ, ຈາກນັ້ນ ປະຊາກອນເລ່ີມເພ່ີມ ຂື້ນໄວຢູ່ ຢູໂຣບ ໄດ້ຊຸກດັນໃຫ້ການກະສິກໍາໃນພາກພື້ນນີ້.  ກ່ອນປີ 1920 ລະດັບການເພ່ີ່ມຂອງປະຊາກອນຢູ່ ຢູ ໂຣບ ແລະ ບັນດາປະເທດທ່ີຄົນຢູໂຣບອົບພະຍົບໄປຢູ່ທະວີບອາເມລິກາເຫນືອ, ອົດສະຕາລີ, ອະຟຣິກກາໃຕ້, ອາເມ ລິກາ ລາຕີນເພ່ີມສູງກວ່າທະວີບອາຊີ ແລະ ທະວີບອະຟຣິກກາ. ພາຍຫລັງປີ 1920 ໃນບັນດາປະເທດທ່ີກໍາລັງພັດທະນາໃໝ່ ເພ່ີມຂື້ນຢ່າງໄວຍ້ອນອັດຕາການຕາຍໄດ້ລຸດລົງ.  ການຂະຫຍາຍຕົວທາງດ້ານການຄ້າຂາຍໃນສະຕະວັດທ່ີ 19 ກ່ໍຊຸກດັນ ແຮງໃຫ້ກະສິກໍາມີການຂະຫຍາຍຕົວຢ່ ູໃນເຂດທ່ີມີການອົບພະຍົບເຂົ້າໄປຢູ່ໃໝ່.  ຂະບວນ ການປະຕິວັດກະສິກໍາເລ່ີມ ຕົ້ນເກີດຂື້ນຢ່ ູປະເທດອັງກິດແລະບັນດາປະເທດໃນທະວີບຢູໂຣບ, ອາເມລິກາ(ມີການເລືອກພືດປູກ, ໃສຝຸ່ນວິທະຍາສາດ, ໃຊ້ຢາປາບສັດຕູພືດ, ເລືອກແນວພັນດ້ວຍພື້ນຖານທາງເທັກນິກ ແລະ ໃຊ້ເຄ່ືອງຈັກເຂົ້າໃນການ ຜະລິດ). 
       ສັງເກດເຫັນໄດ້ຢ່າງແຈມແຈ້ງວ່າ: ແຮງດັນຂອງປະຊາກອນເປັນກໍາລັງແຮງກົດດັນໃຫ້ມີການຂະຫຍາຍຕົວຂອງ ກະສິກໍາ.  ເນ່ືອງຈາກວ່າຕະລອດໄລຍະອັນຍາວນານຂອງປະຫວັດສາດ (ຈົນເຖິງສະຕະວັດທ່ີ 19), ຂະແຫນງກະສິກໍາໃນ ໂລກຂະຫຍາຍຕົວຊ້າທ່ີສຸດ ຫລັງຈາກນັ້ນຍ້ອນການເພ່ີມປະຊາກອນຂອງໂລກ ຈ່ືງເກີດມີຄວາມກ້າວຫນ້າທາງເທັກນິກ ການຜະລິດກະສິກໍາ.
       ບັນດາທ່ານເຊ່ັນເດືອງຫົງເຊີດ (ປີ1980),  ກາວລຽມ ແລະ ເຈີນດຶກວຽນ (ປີ1990) ໄດ້ແບ່ງໄລຍະຂອງ ປະ ຫວັດສາດການຂະຫຍາຍຕົວຂອງກະສິກໍາທັງໝົດອອກເປັນ 3 ໄລຍະ ໂດຍອີງຕາມພື້ນຖານປັດໃຈການດໍາລົງຊີວິດ ເຊ່ັນ: ວັດຖຸ, ອຸປະກອນເຄ່ືອງມື ແລະ ຫົວຄິດປະດິດສ້າງຂອງຄົນກະທົບເຂົ້າກັບທໍາມະຊາດ.
      -  ໄລຍະກະສິກາປະຖົມບູຮານ: ເລ່ີມຕົ້ນເມ່ືອຄົນຮູ້ຈັກເຮັດນາແລະລ້ຽງສັດ.  ໃນສະໄໝເລ່ີມຕົ້ນທ່ີຄົນໃຊ້ ຫີນເປັນເຄ່ືອງມື, ມະນຸດດໍາລົງຊີບດ້ວຍການລ່າເນື້ອ, ເກັບເຄ່ືອງປ່າຂອງດົງເປັນອາຫານ.  ລະບົບນິເວດກະສິກໍາເບື້ອງ ຕົ້ນ ແມ່ນລະບົບນິເວດໄມ້ປ່າ, ຈາກນັ້ນຄ່ອຍໆກາຍມາເປັນຕົ້ນໄມ້ປູກແລະຫຍ້າທ່ີມີຄວາມເໝາະສົມກັບເງ່ືອນໄຂທ່ີໄດ້ ສ້າງຂື້ນໃນພື້ນທ່ີໄຮ່ນາ.  ຫລັງຈາກນັ້ນລະບົບນິເວດກະສິກໍາໄດ້ມີການຂະຫຍາຍຕົວຂື້ນເລື້ອຍໆມາ.  ໃນສະຕະວັດນີ້ ຄົນເຮັດໃຫ້ມີຜົນກະທົບເຂົ້າໃສ່ ທໍາມະຊາດ ໂດຍສະເພາະແມ່ນການທໍາມາຫາກິນເພ່ືອລ້ຽງຊີບ, ການອອກແຮງານ, ສ່ວນດ້ານແນວຄວາມຄິດແມ່ນປະສົບການ, ການປະດິດສ້າງອຸປະກອນເຄ່ືອງມືທ່ີງ່າຍດາຍ ຊ່ືງອາດສະແດງດ່ັງຕ່ໍໄປນີ້: 




ໄລຍະກະສິກໍາກັບການຂະຫຍາຍຕົວທາງວັດຖຸເທັກນິກ ແລະອຸປະກອນເຄືູ່ອງມືທີູ່ທັນສະໄໝ: ມີການປະກົດຂືູ້ນຂອງເຄືູ່ອງຈັກອາຍນໍູ້າໃນສະຕະວັດທີູ່ 18, ອຸປະກອນເຄືູ່ອງມືເກີດຂືູ້ນໃໝູ່ ແລະເພິູ່ມການລົງທຶນເຂົູ້າໃນການກະສິກໍາ ຊຶູ່ງໄດູ້ເຮັດໃຫູ້ມີຄວາມກູ້າວກະໂດດ, ຄົນໄດູ້ປະຕິບັດວິທະຍາສາດ 5 ຂະແຫນງເຂົູ້າໃນກະສິກໍາເຊັູ່ນ:


- ວິທະຍາສາດທາງເຄື່ອງຈັກ      - ວິທະຍາສາດທາງນ້ຳຊົນລະປະທານ
- ວິທະຍາສາດທາງເຄມີ           - ວິທະຍາສາດທາງໄຟຟ້າ
- ວິທະຍາສາດທາງຊີວະ

ຍ້ອນແນວນັ້ນປະລິມານຜົນຜະລິດຈ່ືງເພ່ີມຂື້ນຢ່າງໃຫຍ່ຫລວງ.  ດ່ັງນັ້ນຄົນຈ່ຶງນໍາໃຊ້ຜົນຜະລິດເປັນຕົ້ນຕໍ, ໄດ້ນໍາໃຊ້ອຸປະກອນເຄ່ືອງມືທ່ີດີເຂົ້າໃນທໍາມະຊາດ ເຮັດໃຫ້ທໍາມະຊາດໄດ້ຮັບຜົນກະທົບຢ່າງຮ້າຍແຮງ ອັນເຮັດໃຫ້ເກີດຜົນ ຮ້າຍບາງຢ່າງທ່ີມະນຸດບ່ໍສາມາດຄວບຄຸມໄດ້.  ເນ່ືອງຈາກການສະທ້ອນຄືນຂອງທໍາມະຊາດ ຮຽກຮ້ອງໃຫ້ມະນຸດຕ້ອງ ລະມັດລະວັງໃນທຸກການເຄ່ືອນໄຫວ.  ມະນຸດໃນປະຈຸບັນບ່ໍພຽງແຕ່ ຂາດອາຫານການກິນ, ຂາດສ່ີງໃຊ້ສອຍນຸ່ງຖືເທ່ົາ ນັ້ນ, ແຕ່ຍັງຂາດສ່ິງແວດລ້ອມທ່ີເໝາະສົມຕ່ໍການດໍາລົງຊີວິດ.  ໃນໄລຍະນີ້ການພົ້ນເດ່ັນຄືວັດຖຸ ແລະ ອຸປະກອນເຄ່ືອງມື ອອກແຮງງານຄື: 

   -  ໄລຍະທ່ີກະສິກໍາຂະຫຍາຍຕົວບົນພື້ນຖານວິທະຍາສາດ (ຈຸດເດ່ັນຂອງການຜະລິດກະສິກໍາບົນພື້ນຖານ ນິເວດວິທະຍາ): ມະນຸດສືບຕ່ໍການຜະລິດກະສິກໍາບົນພື້ນຖານຄວາມເໝາະສົມກັບບັນດາກົດເກນຂອງທໍາມະຊາດ, ຂອງລະບົບນິເວດກະສິກໍາ.  ອີງຕາມພື້ນຖານຂອງແນວຄວາມຄິດ ເພ່ືອຄວບຄຸມການເຄ່ືອນໄຫວ, ສົມດຸນກັບບັນດາລະ ບົບການຜະລິດກະສິກໍາ ເພ່ືອກ່ໍສ້າງຂະແຫນງກະສິກໍາໃຫ້ເຂັ້ມແຂງ, ມີເທັກນິກວິທະຍາສາດອັນແທ້ຈິງ ກາຍເປັນ ກໍາລັງການຜະລິດ 




No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ