google-site-verification: google0d91bc93cfc88895.html ຈຸດປະສົງຂອງວຽກງານ ວາງແຜນນຳໃຊ້ທີ່ດິນກະສິກຳ ແລະ ປ່າໄມ້ ແບບມີສ່ວນຮ່ວມ ຂັ້ນບ້ານ ແລະ ກຸ່ມບ້ານ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Sunday, September 22, 2019

ຈຸດປະສົງຂອງວຽກງານ ວາງແຜນນຳໃຊ້ທີ່ດິນກະສິກຳ ແລະ ປ່າໄມ້ ແບບມີສ່ວນຮ່ວມ ຂັ້ນບ້ານ ແລະ ກຸ່ມບ້ານ


ຈຸດປະສົງລວມ:

ເພື່ອສ້າງເປັນເອກະສານ ກ່ຽວກັບການປັບປຸງລະບຽບການ ທີ່ສາມາດນຳໃຊ້ໄດ້ ສຳຫລັບວຽກງານວາງແຜນ ນຳໃຊ້
ທີ່ດິນກະສິກຳ ແລະ ປ່າໄມ້ ແບບມີສ່ວນຮ່ວມ ຂັ້ນບ້ານ ແລະ ກຸ່ມບ້ານ ທີ່ມີສະພາບ ເງື່ອນໄຂ ແຕກຕ່າງກັນ ຂອງ
ສປປ ລາວ.

ຈຸດປະສົງສະເພາະ:


  1. ເພື່ອອະທິບາຍ ກ່ຽວກັບ ແນວທາງນະໂຍບາຍ ຂອງພັກ-ລັດຖະບານ ທີ່ພົວພັນເຖິງວຽກງານ ວາງແຜນນຳໃຊ້ທີ່ດິນ ກະສິກຳ ແລະ ປ່າໄມ້ ແບບມີສ່ວນຮ່ວມ ຂັ້ນບ້ານ ແລະ ກຸ່ມບ້ານ.
  2. ເພື່ອອະທິບາຍກ່ຽວກັບ ຮູບແບບ, ບາດກ້າວ, ຂັ້ນຕອນ ແລະ ລະບຽບການ ໃນການຈັດຕັ້ງປະຕິບັດວຽກງານວາງແຜນນຳໃຊ້ທີ່ດິນ ກະສິກຳ ແລະ ປ່າໄມ້ ແບບມີສ່ວນຮ່ວມ ທີ່ສອດຄ່ອງ ແລະ ຖືກຕ້ອງ ຕາມສະພາບເງື່ອນໄຂຕົວຈິງ.
  3. ເພື່ອອະທິບາຍ ທາງດ້ານສິດ, ໜ້າທີ່, ພາລະບົດບາດ ແລະ ຄວາມຮັບຜິດຊອບ ຂອງພາກສ່ວນທີ່ກ່ຽວຂ້ອງໃຫ້ເຂົ້າມາມີສ່ວນຮ່ວມ ໃນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ວຽກ ງານວາງແຜນນຳໃຊ້ທີ່ດິນ ກະສິກຳແລະ ປ່າໄມ້ ແບບມີສ່ວນຮ່ວມ.
  4. ເພື່ອເປັນການແນະນຳແນວທາງ ການພົວພັນ ແບບມີສ່ວນຮ່ວມ ລະຫ່ວາງ ວຽກງານວາງແຜນນຳໃຊ້ທີ່ດິນກະສິກຳ ແລະ ປ່າໄມ້ ກັບການຂຶ້ນທະບຽນທີ່ດິນ, ການອອກໃບຕາດິນຢູ່ເຂດ ຊົນນະບົດ.
  5. ເພື່ອຍົກລະດັບຄວາມຮູ້, ຄວາມສາມາດທາງດ້ານເຕັກນິກວິຊາການ ກ່ຽວກັບວຽກງານວາງ ແຜນນຳໃຊ້ທີ່ດິນກະສິກຳ ແລະ ປ່າໄມ້ ແບບມີສ່ວນຮ່ວມ ໃຫ້ພະນັກງານເມືອງ, ແຂວງ, ແລະ ບັນດາໂຄງການ ໃຫ້ມີຄວາມເປັນເອກະພາບ ໃນຂອບເຂດທົ່ວປະເທດ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ