google-site-verification: google0d91bc93cfc88895.html ຫຼັກການກະສິກໍາອິນຊີ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, September 27, 2019

ຫຼັກການກະສິກໍາອິນຊີ

https://hukased.blogspot.com/2019/09/blog-post_17.html


ເຊ່ັນດຽວກັນກັບຄໍານິຍາມ ມີຫຼາຍຝ່າຍທີ່ພະຍາຍາມສະຫຸຼບກະສິກໍາອິນຊີ ແຕ່ ຫຼັກການກະສິກໍາອິນຊີທ່ີ ຍອມຮັບກັນທ່ົວໄປຄືທ່ີກໍານົດໂດຍສະຫະພັນກະສິກໍາອິນຊີນານາຊາດ ໂດຍສະຫະພັນໄດ້ລະດົມຄວາມ ຄິດເຫັນຂອງ ນັກວິຊາການ ແລະ ຜູ້ຊ່ຽວຊານທ່ີມີປະສົບການດ້ານກະສິກໍາອິນຊີໂດຍຕົງຈາກທ່ົວໂລກ ແລະ ຍົກຮ່າງຫຼັກການກະສິກໍາ ອິຊີນີ້ໄດ້ຮັບການນໍາສະເໜີຕ່ໍທ່ີປະຊຸມໃຫ່ຍຂອງສະຫະພັນເມ່ືອທ້າຍປີ 2005 ແລະ ທ່ີປະຊຸມໃຫ່ຍໄດ້ລົງມະຕິຮັບຮອງ ຫຼັກການກະສິກໍາອິນຊີດ່ັງກ່າວ ໂດຍຫຼັກການກະສິກໍາອິນຊີຂອງສະຫະພັນ ປະກອບດ້ວຍຫຼັກການ 4 ຂໍ້ສໍາຄັນຄື: ສຸຂະພາບ, ນິເວດວິທະຍາ, ຄວາມເປັນທໍາ ແລະ ການເບ່ິງແຍ່ງເອົາໃຈໃສ່ (health, ecology, fairness, and care)

ກ) ມິຕີດ້ານສຸຂະພາບ  (health)
ກະສິກໍາອິນຊີຄວນສ່ົງເສີມ ແລະ ສ້າງຄວາມຢ່ ັງຢືນໃຫ້ກັບສຸຂະພາບຢ່າງເປັນອົງລວມ ບ່ໍວ່າຈະເປັນສຸຂະພາບ ຂອງດິນ, ພືດ, ສັດ, ມະນຸດ ແລະ ໂລກ.
     ສຸຂະພາບຂອງສ່ິງທ່ີມີຊີວີດຂອງແຕ່ ລະປັດໃຈຄົນ ແລະ ຂອງຊຸມຊົນເປັນໜ່ຶງດຽວກັນກັບສຸຂະພາບຂອງລະບົບນິເວດ ການທ່ີຜືນດິນມີຄວາມອຸດົມສົມບູນຈະເຮັດໃຫ້ພືດພັນຕ່າງໆ ແຂງແຮງ ມີສຸຂະພາບທ່ີດີສ່ົງຜົນຕ່ໍສັດລ້ຽງ ແລະ ມະນຸດທ່ີອາໄສພືດພັນເຫ່ຼົານັ້ນເປັນອາຫານ.
     ສຸຂະພາບທ່ ີເປັນອົງປະກອບເປັນປັດໄຈທ່ີສໍາຄັນຂອງສ່ິງທ່ີມີຊີວີດ ການມີສຸຂະພາບທ່ີດີບ່ໍແມ່ນການປະສະ ຈາກໂຣກໄພໄຂ້ເຈັບ ແຕ່ລວມເຖີງພາວະແຫ່ງຄວາມເປັນຢູ່ທ່ີດີຂອງຮ່າງກາຍ ຈິດໃຈ ຈິດວີນຍານ ສັງຄົມ ແລະ ສະພາບ ແວດລ້ອມໂດຍລວມ ຕະຫຼອດເຖີງຄວາມແຂງແຮງ, ມີພູມຕ້ານທານ ແລະ ຄວາມສາມາດໃນການຟື້ນຟູດ້ວຍຕົນເອງ ຈາກຄວາມເຊ່ືອມຖອຍ ເຫ່ຼົ້ານີ້ເປັນອົງປະກອບທ່ີສໍາຄັນຂອງການມີສຸຂະ ພາບທ່ີດີ.
      ບົດບາດຂອງກະສິກໍາອິນຊີ ບໍ່ວ່າຈະເປັນການຜະລິດໃນໄຮ່ນາ, ການແປຮູບ ການກະຈາຍຜົນຜະລິດ ຫຼື ການ ບໍລິໂພກ ຕ່າງກ່ໍມີເປົ້າໜາຍເພ່ືອເສີມສ້າງສຸຂະພາບທ່ີດີຂອງລະບົບນິເວດ ແລະ ສ່ິງທ່ີມີຊິວິດທັງປວງ ຕັ້ງແຕ່ ສ່ິງທ່ີມີຊີວິດ ຂະໜາດນ້ອຍໃນດິນຈົນເຖີງຕົວມະນຸດເຮົາເອງ ກະສິກໍາອິນຊີມຸ່ງທ່ີຈະຜະລິດອາຫານທ່ີມີຄຸນນະພາບສູງ ແລະ ມີຄຸນຄ່າ ທາງດ້ານໂພສະນາການ ເພ່ືອສະໜັບສະໜູນໃຫ້ມະນຸດໄດ້ມີສຸຂະພາບທ່ີດີຂື້ນ ດ້ວຍເຫດນີ້ກະສິກໍາອິນຊີຈ່ຶງເລືອກທ່ີຈະ ປະຕິເສດການໃຊ້ປຸ໋ຍເຄມີ, ສານເຄມີກໍາຈັດສັດຕູພືດ, ຢາປະຕິຊີວະນະຂອງສັດ ແລະ ສານປຸງແຕ່ງອາ ຫານ ທ່ີອາດຈະ ອັດຕະລາຍຕ່ໍສຸຂະພາບ.

ຂ) ດ້ານນິເວດວິທະຍາ (ecology)
ກະສິກໍາອິນຊີຄວນຕັ້ງຢູ່ບົນພື້ນຖານຂອງລະບົບນິເວດວິທະຍາ ແລະ ວັດຖະຈັກແຫ່ງທໍາມະຊາດ ການຜະລິດ ກະສິກໍາ ຈະຕ້ອງສອດຄ້ອງກັບວິຖີແຫ່ງທໍາມະຊາດ ແລະ ຊ່ວຍເຮັດໃຫ້ລະບົບ ແລະ ວັດທະຈັກທໍາມະຊາດເພ່ີມພູນ ແລະ ຢ່ັງຢືນຫຼາຍຂື້ນ.
      ຫຼັກການກະສິກໍາອິນຊີໃນເລ່ືອງນີ້ຕັ້ງຢູ່ເທິງຂະບວນທ່ີເບ່ີງກະສິກໍາອິນຊີ ໃນຖານະອົງປະກອບໜ່ືງຂອງລະບົບນິເວດຂອງສ່ິງທ່ີມີຊີວິດ ດ່ັງນັ້ນ ການຜະລີດການກະສິກໍາຈ່ຶງອາໄສຂະບວນການທາງນິເວດວິທະຍາ ແລະ ວົງຈອນຂອງ ທໍາມະຊາດ ໂດຍການສ້າງລະບົບນິເວດໃຫ້ເໜາະສົມກັບການຜະລິດແຕ່ ລະຊະນິດ ຍົກຕົວຢ່າງເຊ່ັນໃນກໍລະນີຂອງການ ປູກພືດ ກະສິກໍາ ຈະຕ້ອງປັບປຸງດິນໃນຊິວິດ ຫຼື ໃນການລ້ຽງສັດການກະສິກໍາຈະຕ້ອງເອົາໃຈໃສ່ ກັບລະບົບນິເວດ ໂດຍລວມຂອງຟາມ ຫຼື ການເພາະລ້ຽງສັດນໍ້າ ກະສິກໍາ ຕ້ອງໃສ່ ໃຈກັບລະບົບນິເວດບໍ່ລ້ຽງ ເປັນຕົ້ນ.
      ການເພາະປູກ, ການລ້ຽງສັດ ຫຼື ແມ້ແຕ່ ການເກັບກ່ຽວຜົນຜະລິດຈາກປ່າ ຈະຕ້ອງສອດຄ້ອງກັບວັດຖະຈັກ ແລະ ສົມດຸນທາງທໍາມະຊາດ ແມ້ວ່າວັດທະຈັກທໍາມະຊາດຈະເປັນສາກົນ ແຕ່ ນິເວດທ້ອງຖ່ິນອາດຈະມີລັກສະນະ ສະເພາະໄດ້ ດ່ັງນັ້ນ ການຈັດການກະສິກໍາອິນຊີຈ່ຶງຈໍາເປັນຕ້ອງສອດຄ້ອງກັບເງ່ືອນໄຂທ້ອງຖ່ິນ, ນິເວດ, ວັດທະນະທໍາ ແລະ ເໜາະສົມກັບຂະໜາດຂອງຟາມ ກະສິກໍາ ຄວນໃຊ້ປັດໃຈການຜະລິດ ແລະ ພະລັງງານຢ່າງມີປະສິດທິພາບ ເນັ້ນ ການໃຊ້ຊໍ້າ ແລະ ການໃຊ້ຢ່າງໜຸນວຽນ ເພ່ືອທ່ີຈະອະນຸລັກຊັບພະຍາກອນ ແລະ ສ່ິງແວດລ້ອມໃຫ້ມີຄວາມຍືນຍົງ.
      ຟາມກະສິກໍາອິນຊີຄວນມີສົມດຸນກັບນິເວດກະສິກໍາ  ເຊ່ິງກະສິກໍາ ອາດເຮັດໄດ້ໂດຍການອອກແບບລະບົບ ຟາມທ່ີເໜາະສົມ ໂດຍການຟື້ນຟູລະບົບນິເວດທ້ອງຖ່ິນ ແລະ ການສ້າງຄວາມຫຼາກຫຼາຍທັງທາງພັນຖຸກໍາ ແລະ ກິດຈະກໍາທາງການກະເສດ ຜູ້ຄົນຕ່າງໆ ທ່ີກ່ຽວຂ້ອງກັບການຜະລິດ ການແປຮູບ ການຄ້າ ແລະ ການບໍລິໂພກ ຜົນຜະລິດກະສິກໍາອິນຊີ ຄວນມີສ່ວນຊ່ວຍໃນການອະນຸລັກສ່ິງແວດລ້ອມ ທັງໃນແງ່ຂອງພູມນິເວດ ສະພາບບັນຍາກາດ ນິເວດທ້ອງຖ່ິນ ຄວາມຫຼາກຫຼາຍທາງຊິວີພາບ, ອາກາດ ແລະ ນ້ຳ.

ຄ) ມິຕິດ້ານຄວາມເປັນທໍາ (Fairness) 
ກະສິກໍາອິນຊີຄວນຕັ້ງຢູ່ບົນຄວາມສໍາພັນທ່ີມີຄວາມເປັນທໍາລະຫວ່າງສ່ິງແວດລ້ອມໂດຍລວມ ແລະ ສ່ິງທ່ີມີຊີ​ວິດ
        ຄວາມເປັນທໍານີ້ລວມເຖີງຄວາມເທ່ ົາທຽບ, ການເຄົາລົບ, ຄວາມຍຸດຕິທໍາ ທັ້ງໃນລະຫວ່າງມະນຸດດ້ວຍກັນເອງ ແລະ ລະຫວ່າງມະນຸດກັບສ່ິງທ່ິມີຊີວິດອ່ຶ່ນໆ ລວມທັງການປົກປ້ອງ ແລະ ຮັກສາໂລກທ່ີເຮົາອາໄສຢູ່.
       ໃນຫຼັກການດ້ານນີ້ ຄວາມສໍາພັນຂອງຜູ້ຄົນທ່ ີກ່ ຽວຂ້ອງກັບຂະບວນການຜະລິດ ແລະ ການຈັດການຜົນຜະ ລິດ ກະສິກໍາອິນຊີໃນທຸກລະດັບ ຄວນມີຄວາມສໍາພັນກັນຢ່ າງເປັນທໍາທັງກະສິກໍາ  ຄົນງານ, ຜູ້ແປຮູບ, ຜູ້ຈໍາໜ່າຍ, ຜູ້ຄ້າ ແລະ ຜູ້ບໍລິໂພກ ທຸກຄົນຄວນໄດ້ຮັບໂອກາດໃນການມີຄຸນນະພາບຊີວິດທ່ ີດີ ມີສ່ ວນຊ່ ວຍຮັກສາອະທິປະໄຕທາງ ອາຫານ ແລະ ຊ່ ວຍແກ້ໄຂບັນຫາຄວາມຍາກຈົນ ກະສິກໍາອິນຊີມີເປົ້າໜາຍໃນການຜະລິດອາຫານ ແລະ ຜົນຜະລິດ ການກະເສດອ່ືນໆ ທ່ີພຽງພໍ ແລະ ມີຄຸນນະພາບທ່ີດີ.
       ຫຼັກການຂໍ້ນີ້ຍັງໜາຍຄວາມລວມເຖີງການປະຕິບັດຕ່ໍສັດລ້ຽງຢ່າງເໜາະສົມໂດຍສະເພາະຢ່າງຍ່ິງການຈັດ ສະ ພາບການລ້ຽງໃຫ້ສອດຄ້ອງກັບລັກສະນະ ແລະ ຄວາມຕ້ອງການທາງທໍາມະຊາດຂອງສັດ ລວມທັງເບ່ິງແຍ່ງ ເອົາໃຈໃສ່ຄວາມເປັນຢູ່ຂອງສັດໃຫ້ມີສະພາບຄວາມເປັນຢູ່ທ່ີເໜາະສົມ.
       ຊັບພະຍາກອນທໍາມະຊາດ ແລະ ສ່ິງແວດລ້ອມທ່ີນໍາມາໃຊ້ໃນການຜະລິດ ແລະ ການບໍລິໂພກຄວນຈະຕ້ອງ ດໍາເນີນການຢ່າງເປັນທໍາ ທັ້ງທາງສັງຄົມ ແລະ ທາງນິເວດວິທະຍາ ຄວນຕ້ອງອະນຸລັກ ແລະ ປົກປ້ອງ ຊັບພະຍາກອນທໍາ ມະຊາດເຫ່ຼົ່ານີ້ສໍາຫຼັບໃຫ້ກັບອະນຸຊົນຮຸ່ນຫຼັງ ຄວາມເປັນທໍານີ້ຈະລວມເຖີງວ່າ ລະບົບການຜະລິດ, ການຈໍາໜ່າຍ ແລະ ການຄ້າຜະລິດກະສິກໍາອິນຊີຈະຕ້ອງໂປ່ງໃສ ມີຄວາມເປັນທໍາ ແລະ ມີການນໍາຕົ້ນທືນທາງສັງຄົມ ແລະ ສ່ິງແວດ ລ້ອມມາພິຈາລະນາເປັນຕົ້ນທຶນການຜະລິດດ້ວຍ.

ງ) ມິຕີດ້ານການເບ່ິງແຍ່ງເອົາໃຈໃສ່ (care)
       ການບໍລິຫານຈັດການກະສິກໍາອິນຊີຄວນຈະຕ້ອງດໍາເນີນການຢ່ າງລະມັດລະວັງ ແລະ ຮັບຜິດຊອບເພືອປົກ ປ້ອງສຸຂະພາບ ແລະ ຄວາມເປັນຢ່ ູຂອງຜູ້ຄົນທັ້ງໃນປັດຈຸບັນ ແລະ ອານາຄົດ ລວມທັງປົກປ້ອງສະພາບແວດລ້ອມ ໂດຍລວມດ້ວຍ.
      ກະສິກໍາອິນຊີເປັນລະບົບທ່ ີມີການວັດ ແລະ ມີຊີວິດດ້ວຍຕົນເອງ ເຊ່ິງການປ່ຽນແປງຈະເກີດຂື້ນໄດ້ທັງປັດໄຈ ພາຍໃນ ແລະ ພາຍນອກ ຜູ້ກ່ຽວຂ້ອງກັບກະສິກໍາອິນຊີຄວນດໍາເນີນກິດຈະກໍາຕ່າງໆ ເພ່ືອເພ່ີມປະສິດທິພາບ ແລະ ເພ່ີມ ຜົນຜະລິດໃນການຜະລິດ ແຕ່ ໃນຂະນະດຽວກັນຈະຕ້ອງລະມັດລະວັງຢ່າໃຫ້ເກີດຄວາມສ່ຽງຕ່ໍສຸຂະພາບ ແລະ ສ່ິງ ແວດລ້ອມ ດ່ັງນັ້ນ ກ່ອນທ່ີຈະນໍາເທັກໂນໂລຢີການຜະລິດໃໝ່ ໆ ມາໃຊ້ຄວນຈະຕ້ອງມີການປະເມີນຜົນກະທົບຢ່າງຈິງຈັງ  ແລະ ແຕ່ເທັກໂນໂລຢີທ່ີມີການໃຊ້ຂໍ້ມູນຢູ່ແລ້ວກໍຄວນຈະຕ້ອງມີການທົບທວນ ແລະ ປະເມີນຜົນກັນຢູ່ເປັນຊ່ວງໆ ທັ້ງນີ້ເພາະມະນຸດເຮົາບ່ໍໄດ້ມີຄວາມຮູ້ຄວາມເຂົ້າໃຈຢ່າງດີພໍກ່ຽວກັບລະບົບນິເວດການກະສິກໍາທ່ີມີຄວາມສະລັບຊັບຊ້ອນ ດ່ັງນ່ັ້ນ ເຮົາຈ່ຶງຕ້ອງດໍາເນີນການຕ່າງໆ ດ້ວຍຄວາມລະມັດລະວັງ ແລະ ເອົາໃຈໃສ່.
       ໃນຫຼັກການນີ້ ການດໍາເນີນການຢ່າງລະມັດລະວັງ ແລະ ຮັບຜິດຊອບເປັນຫົວໃຈສໍາຄັນຂອງການບໍລິຫານ, ການຈັດການ, ການພັດທະນາ ແລະ ການຄັດເລືອກເທັກໂນໂລຢີທ່ີຈະນໍາມາໃຊ້ໃນການກະສິກໍາອິນຊີ ຄວາມຮູ້ທາງ
ວິທະຍາສາດເປັນສ່ິງຈໍາເປັນເພ່ຶອສ້າງຫຼັກປະກັນຄວາມໜັ້ນໃຈວ່າ ກະສິກໍາອິນຊີນັ້ນປອດໄພ ແລະ ເໜາະສົມກັບສ່ິງ ແວດລ້ອມ ແຕ່ ຈັງໃດກໍຕາມ ຄວາມຮູ້ທາງວິທະຍາສາດແຕ່ ພຽງຢ່າງດຽວບ່ໍພຽງພໍ ປະສົບການຈາກການປະຕິບັດ ແລະ ພູມປັນຍາທ້ອງຖ່ີນທ່ີສະສົມຖ່າຍທອດກັນມາກ່ໍອາດມີບົດບາດໃນການແກ້ບັນຫາຕ່າງໆ ໄດ້ເຊ່ັນກັນຊາວກະ ສິກອນ ແລະ ຜູ້ປະກອບການຄວນມີການປະເມີນຄວາມສ່ຽງ ແລະ ກຽມການປ້ອງກັນບັນຫາ ແລະ ຜົນກະທົບຈາກການນໍາ ເທັກໂນໂລຢີຕ່າງໆ ທີ່ນໍາມາໃຊ້ ລວມທັງຄວນປະຕິເສດເທັກໂນໂລຢີທ່ີມີຄວາມແປປວນຫຼາຍ ເຊ່ັນ: ເທັກ ໂນໂລຢີ ວິສະວະກໍາ, ການຕັດສິນໃຈເລືອກເທັກໂນໂລຢີຕ່າງໆ ຈະຕ້ອງພິຈາລະນາເຖີງຄວາມຈໍາເປັນ ແລະ ລະບົບຄຸນຄ່າຂອງຜູ້ ທ່ີກ່ຽວຂ້ອງ ໂດຍສະເພາະຜູ້ທ່ີອາດໄດ້ຮັບຜົນກະທົບ ລວມທັງຈະຕ້ອງມີການປືກສາຫາລື ໂປ່ງໃສ ແລະ ມີສ່ວນຮ່ວມ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ