- ກຸ່ມສິ່ງມີຊີວິດ (Community) ໝາຍເຖິງສິ່ງມີຊີວິດຕັ້ງແຕ່ສອງຊະນິດຂຶ້ນໄປອາໄສຢູ່ຮ່ວມກັນໃນແຫຼ່ງທີ່ຢູ່ໃດໜຶ່ງເຊັ່ນ ຕົວຢ່າງ: ກຸ້ງ, ຫອຍ, ປູ, ປາ, ໄຄ, ... ອາໄສຢູ່ໃນໜອງນໍ້າ. ແຕ່ຖ້າມີສິ່ງມີຊີວິດພຽງຊະນິດດຽວ ມີຈໍານວນໜ້ອຍ ຫຼື ມີຈໍານວນຫຼາຍກໍ່ຕາມອາໄສຢູ່ຮ່ວມກັນໃນບໍລິເວນໃດໜຶ່ງ ເອີ້ນວ່າ: ປະຊາກອນ (Population).
- ລະບົບນິເວດ (Ecosystem) ໝາຍເຖິງ ລະບົບຄວາມສໍາພັນລະຫວ່າງສິ່ງມີຊີວິດກັບສິ່ງແວດລ້ອມ ຊຶ່ງອາດຈະເປັນສິ່ງມີຊີວິດດ້ວຍກັນ ຫຼື ອາດຈະເປັນສະພາບແວດລ້ອມຂອງແຫຼ່ງທີ່ຢູ່ອາໄສກໍ່ໄດ້. ໃນການຈໍາແນກອົງປະກອບຂອງລະບົບນິເວດໃດໜຶ່ງສ່ວນໃຫຍ່ຈະຈໍາແນກເປັນ 2 ອົງປະກອບໃຫຍ່ໆ ຄື: ອົງປະກອບທີ່ມີຊີວິດ ແລະ ອົງປະກອບທີ່ບໍ່ມີຊີວິດ.
- ອົງປະກອບຂອງລະບົບນິເວດ
ການຈໍາແນກອົງປະກອບຂອງລະບົບນິເວດ ແຍກຕາມໜ້າທີ່ໃນລະບົບ ໄດ້ແກ່ພວກທີ່ສ້າງອາຫານໄດ້ເອງ (Autotroph), ແລະ ສິ່ງມີຊີວິດໄດ້ຮັບອາຫານຈາກສິ່ງມີຊີວິດອື່ນ(Heterotroph) ຢ່າງໃດກໍ່ຕາມການຈໍາແນກອົງປະກອບຂອງລະບົບນິເວດໂດຍທົ່ວໄປມັກປະກອບໄປດ້ວຍອົງປະກອບທີ່ມີຊີວິດ (Biotic) ແລະ ອົງປະກອບທີ່ບໍ່ມີຊີວິດ (Abiotic)1.1. ອົງປະກອບທີ່ມີຊີວິດ (Biotic components)
ໝາຍເຖິງ ສະພາບແວດລ້ອມທີ່ມີຊີວິດ ຊຶ່ງໄດ້ແກ່ກຸ່ມສິ່ງທີ່ມີຊີວິດນັ້ນເອງ, ສິ່ງມີຊີວິດໃນລະບົບນິເວດມີບົດບາດແຕກຕ່າງກັນຈໍາແນກອອກເປັນ 3 ກຸ່ມຄື:- ຜູ້ຜະລິດ (Producer ຫຼື Autotrophic organism) ໄດ້ແກ່: ສິ່ງມີຊີວິດທີ່ສາມາດສ້າງອາຫານດ້ວຍຕົນເອງໄດ້ຈາກທາດອະນົງຄະທາດ ຊຶ່ງສ່ວນໃຫຍ່ໄດ້ແກ່ພວກພືດທີ່ມີເມັດສີຂຽວຄຼໍໂລຟິລ (Chlorophyll).
- ຜູ້ບໍລິໂພກ (Consumer) ໝາຍເຖິງ ສິ່ງມີຊີວິດທີ່ບໍ່ສາມາດສ້າງອາຫານເອງໄດ້(Heterotrophic Organism) ແບ່ງອອກເປັນ 4 ກຸ່ມດັ່ງນີ້:
- ສັດກິນພືດ (Herbivores) ໝາຍເຖິງສິ່ງມີຊີວິດທີບໍລິໂພກພືດເປັນອາຫານຈັດເປັນຜູ້ບໍລິໂພກອັນດັບນື່ງ ຫຼື ຜູ້ບໍລິໂພກຂັ້ນຕົ້ນ (Primary consumers) ເພາະ ໄດ້ຮັບການຖ່າຍທອດພະລັງງານຈາກພືດໂດຍກົງເຊັ່ນ: ງົວ, ຄວາຍ, ແບ້, ແກະ, ກະຕ່າຍ,ຕັກແຕນ ແລະ ອື່ນໆ.
- ຜູ້ບໍລິໂພກສັດ (Carnivores) ໝາຍເຖິງສິ່ງມີຊີວິດທີ່ກິນສັດເປັນອາຫານເຊັ່ນ:ເສືອ, ສິງ, ງູ ແລະ ອື່ນໆ.
- ຜູ້ບໍລິໂພກຊາກພືດ ແລະ ສັດ (Scavenger) ໝາຍເຖິງສິ່ງມີຊີວິດທີ່ກິນຊາກສັດຊາກພືດເປັນອາຫານເຊັ່ນ: ແຮ້ງ, ຂີ້ກະເດືອນ, ບົ້ງກື, ປວກ ເປັນຕົ້ນ.
- ຜູ້ຍ່ອຍສະຫຼາຍ (Decomposer; Saprotroph ແລະ Osmotroph micro consumers) ໝາຍເຖິງ ສິ່ງມີຊີວິດຂະໜາດນ້ອຍທີ່ສ້າງອາຫານເອງບໍ່ໄດ້ດໍາລົງຊີວິດໂດຍການປ່ອຍເອັນໄຊມ໌ (Enzyme) ອອກມາຍ່ອຍສະຫຼາຍຊາກພືດຊາກສັດກາຍເປັນສານອົງຄະທາດໂມເລກຸນນ້ອຍໆ ຫຼື ຢູ່ໃນຮູບຂອງສານອາຫານ (Nutrients) ເພື່ອໃຫ້ຜູ້ຜະລິດນໍາໄປໃຊ້ປະໂຫຍດຕໍ່ໄປ ຕົວຢ່າງຜູ້ຍ່ອຍສະຫຼາຍໄດ້ແກ່: ແບກທີເຣຍ (Bacteria),ເຫັດຣາ (Fungi) ແລະ ແອກທີໂນໄມຊີທ (Actinomycetes). ຫາກບໍ່ມີຜູ້ຍ່ອຍສະຫຼາຍສານອົງຄະທາດ ຊາກພືດຊາກສັດຈະບໍ່ເນົ່າເປື່ອຍ ແລະ ກອງທັບຖົມກັນຈົນລົ້ນໂລກການຍ່ອຍສະຫຼາຍສານອົງຄະທາດເປັນໂຕເຊື່ອມໂຍງການໜູນວຽນທາດສານໃນລະບົບນິເວດ ແລະ ໄດ້ຮັບການຖ່າຍທອດພະລັງງານເປັນອັນດັບສຸດທ້າຍ.
1.2. ອົງປະກອບທີ່ບໍ່ມີຊີວິດ (Abiotic components) ໄດ້ແກ່:
1) ທາດອະນົງຄະທາດ (Inorganic substances) ປະກອບດ້ວຍ ແຮ່ທາດ ແລະ ທາດອະນົງຄະທາດທີ່ເປັນອົງປະກອບສໍາຄັນຂອງຈຸລັງສິ່ງມີຊີວິດເຊັ່ນ: ຄາບອນ, ອອກຊີເຈນ, ໄນໂຕຼເຈນ, ຄາບອນໄດອອກໄຊສ໌ ແລະ ນໍ້າ. ສານເຫຼົ່ານີ້ມີການໝູນວຽນໃຊ້ຢູ່ໃນລະບົບນິເວດເອີ້ນວ່າ: ວົງຈອນຂອງສານເຄມີທໍລະນີຟີຊິກ (Biogeochemical cycle)
2) ທາດອົງຄະທາດ (Organic compound) ໄດ້ແກ່ ທາດອົງຄະທາດທີ່ຈໍາເປັນຕໍ່ຊີວິດເຊັ່ນ: ໂພຣທີນ, ຄາໂບໄຮເດຣສ໌, ໄຂມັນ ແລະ ຊາກສິ່ງມີຊີວິດທີ່ເນົ່າເປື່ອຍທັບຖົມກັນໃນດິນ ຮິວມັສ (Humus) ເປັນຕົ້ນ.
3) ສະພາບພູມອາກາດ (Climate regime) ໄດ້ແກ່ປັດໄຈທາງກາຍຍະພາບທີ່ມີອິທິພົນຕໍ່ການດໍາລົງຊີວິດຂອງສິ່ງມີຊີວິດໃນລະບົບນິເວດ, ປັດໄຈໃດເມື່ອຂາດໄປແລ້ວເຮັດໃຫ້ສິ່ງມີຊີວິດເຫຼົ່ານັ້ນດໍາລົງຊີວິດຢູ່ບໍ່ໄດ້ຊຶ່ງເອີ້ນວ່າ: ປັດໄຈຈໍາກັດ (Limiting factors) ຫຼື (Climate regime) ເຊັ່ນ:
- ອຸນຫະພູມ ມີອິດທິພົນຕໍ່ຂະບວນການທາງສະລີລະວິທະຍາຂອງພືດ ແລະ ສັດເລືອດເຢັນ, ມີຜົນຕໍ່ການອົບພະຍົກຍ້າຍຖິ່ນຂອງສັດເລືອດອຸ່ນ ແລະ ມີຜົນຕໍ່ການແຜ່ກະຈາຍຂອງພືດ ແລະ ສັດຕ່າງໆ.
- ແສງສະຫວ່າງມີອິດທິພົນຕໍ່ອັດຕາການສັງເຄາະດ້ວຍແສງຂອງພືດ, ການຫຸບບານຂອງດອກໄມ້ ການອອກດອກ ແລະ ການເກີດໝາກຂອງພືດ, ມີຜົນຕໍ່ພຶດຕິກໍາການຫາອາຫານຂອງສັດ.
- ຄວາມຊຸ່ມ (ນໍ້າ) ມີອິດທິພົນຕໍ່ການແຜ່ກະຈາຍຂອງພືດ ແລະ ສັດ, ມີຜົນຕໍ່ການດໍາລົງຊີວິດຂອງສິ່ງມີຊີວິດທຸກຊະນິດ.
ຂະບວນການຫຼັກສອງຢ່າງຂອງລະບົບນິເວດມີຄື: ການເຄື່ອນຍ້າຍຂອງພະລັງງານແລະ ການໜູນວຽນຂອງສານເຄມີ ການເຄື່ອນຍ້າຍຂອງພະລັງງານ (Energy flow)ເປັນການສົ່ງຜ່ານຂອງພະລັງງານໃນອົງປະກອບຂອງລະບົບນິເວດ. ສ່ວນການໜູນວຽນຂອງສານເຄມີ (Chemical cycle) ເປັນການໃຊ້ປະໂຫຍດ ແລະ ນໍາກັບມາໃຊ້ໃໝ່ຂອງແຮ່ທາດໃນລະບົບນິເວດເຊັ່ນ: ຄາບອນ ແລະ ໄນໂຕຣເຈນ.
ພະລັງງານທີ່ສົ່ງມາເຖິງລະບົບນິເວດສ່ວນຫຼາຍແມ່ນຢູ່ໃນຮູບຂອງແສງຕາເວັນພືດ ແລະ ຜູ້ຜະລິດອື່ນໆ ຈະປ່ຽນພະລັງງານແສງໃຫ້ເປັນພະລັງງານເຄມີ ຢູ່ໃນຮູບຂອງອາຫານທີ່ ໃຫ້ພະລັງງານເຊັ່ນ: ແປ້ງ ຫຼື ຄາໂບໄຮເດຣສ໌ ພະລັງງານຈະເຄື່ອນຍ້າຍໄປຍັງສັດໂດຍການກິນພືດ ແລະ ຜູ້ຜະລິດອື່ນໆ ຜູ້ຍ່ອຍສະຫຼາຍທີ່ສໍາຄັນໄດ້ແກ່ ແບກທີເຣຍ
ແລະ ເຫັດຣາໃນດິນ ໂດຍໄດ້ຮັບພະລັງງານຈາກການຍ່ອຍສະຫຼາຍຊາກພືດ ແລະ ຊາກສັດລວມ ທັງສິ່ງມີຊີວິດຕ່າງໆທີ່ຕາຍລົງໄປ. ໃນການໃຊ້ພະລັງງານເຄມີເພື່ອເຮັດໜ້າທີ່ແລະ ເຄື່ອນໄຫວຕ່າງໆ ສິ່ງມີຊີວິດຈະປ່ອຍພະລັງງານຄວາມຮ້ອນໄປສູ່ບໍລິເວນອ້ອມຮອບຕົວ, ດັ່ງນັ້ນພະລັງງານຄວາມຮ້ອນນີ້ ຈິ່ງບໍ່ສາມາດໝູນກັບມາໃຊ້ໃນລະບົບນິເວດໄດ້ອີກ, ແຕ່ໃນທາງກົງກັນຂ້າມການໝູນວຽນພະລັງງານຜ່ານລະບົບນິເວດສານເຄມີຕ່າງໆສາມາດນໍາກັບມາໃຊ້ໄດ້ອີກລະຫວ່າງຊຸມຊົນຂອງສິ່ງທີ່ມີຊີວິດ ແລະ ສິ່ງແວດລ້ອມທີ່ບໍ່ມີຊີວິດ. ພືດ ແລະ ຜູ້ຜະລິດລ້ວນແຕ່ຕ້ອງການທາດຄາບອນໄນໂຕຼເຈນ ແລະ ແຮ່ທາດອື່ນໆ ທີ່ຢູ່ໃນຮູບຂອງທາດອະນົງຄະທາດຈາກອາກາດ ແລະ ດິນ.
ການສັງເຄາະດ້ວຍແສງ (Photosynthesis) ໄດ້ລວມເອົາທາດເຫຼົ່ານີ້ເຂົ້າໄວ້ໃນທາດປະກອບອົງຄະທາດເຊັ່ນ: ຄາໂບໄຮເດຣສ໌ ແລະໂພຣທີນ. ສັດຕ່າງໆໄດ້ຮັບທາດເຫຼົ່ານີ້ໂດຍການກິນທາດອົງຄະທາດ ເມຕາບໍລິຊິມ໌ (Metabolism) ຂອງທຸກຊີວິດປ່ຽນສານເຄມີບາງສ່ວນກັບໄປເປັນສານບໍ່ມີຊີວິດໃນສິ່ງແວດລ້ອມຢູ່ໃນຮູບຂອງທາດອະນົງຄະທາດ.ກາານຫາຍໃຈລະດັບຈຸລັງ (Respiration) ເປັນການເຮັດໃຫ້ໂມເລກຸນຂອງທາດອົງຄະທາດແຕກສະຫຼາຍອອກເປັນຄາບອນໄດອອກໄຊສ໌ ແລະ ນໍ້າ. ການໝູນວຽນຂອງທາດສໍາເລັດລົງໄດ້ດ້ວຍຈຸລະຊີບທີ່ຍ່ອຍທາດອົງຄະທາດທີ່ຕາຍໄປ ແລະ ຂອງເສດເຫຼືອເຊັ່ນ: ອາຈົມ ແລະ ເສດໃບໄມ້, ຜູ້ຍ່ອຍສະຫຼາຍເຫຼົ່ານີ້ຈະກັກເກັບທາດຕ່າງໆໄວ້ໃນດິນ,ໃນນໍ້າ ແລະ ໃນອາກາດ ໃນຮູບຂອງທາດອະນົງຄະທາດ ຊຶ່ງພືດ ແລະ ຜູ້ຜະລິດສາມາດນໍາມາສ້າງເປັນທາດອົງຄະທາດໄດ້ອີກຄັ້ງໃໝ່ ໝູນວຽນກັນໄປເປັນວົງຈອນ.
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ