google-site-verification: google0d91bc93cfc88895.html ຄຸນປະໂຫຍດ ຂອງຫົວຜັກກາດຂາວ [Chinese radish] - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, October 11, 2019

ຄຸນປະໂຫຍດ ຂອງຫົວຜັກກາດຂາວ [Chinese radish]

ຜັກ​ກາດ​ຂາວ ຫົວ​ຜັກ​ກາດ ຜັກ​ກາດ​ຫົວ ຊື່ວິທະຍາສາດ: Raphanus sativus L. ຊື່ສາມັນ: Chinese radish ຕະກຸນ: Brassicaceae (Cruciferae)      ຜັກ​ກາດ​ຫົວ Daikon.Japan.jpg ​ຜັກ​ກາດ​ຫົວ (ສີ​ຂາວ) ການ​ຈຳ​ແນກ​ຊັ້ນ​ທາງວິ​ທະ​ຍາ​ສາດ

ຊື່ວິທະຍາສາດ: Raphanus sativus L.
ຊື່ສາມັນ: Chinese radish
ຕະກຸນ: Brassicaceae (Cruciferae)


ຜັກ​ກາດ​ຫົວ
ຜັກ​ກາດ​ຂາວ ຫົວ​ຜັກ​ກາດ ຜັກ​ກາດ​ຫົວ ຊື່ວິທະຍາສາດ: Raphanus sativus L. ຊື່ສາມັນ: Chinese radish ຕະກຸນ: Brassicaceae (Cruciferae)      ຜັກ​ກາດ​ຫົວ Daikon.Japan.jpg ​ຜັກ​ກາດ​ຫົວ (ສີ​ຂາວ) ການ​ຈຳ​ແນກ​ຊັ້ນ​ທາງວິ​ທະ​ຍາ​ສາດ
​ຜັກ​ກາດ​ຫົວ (ສີ​ຂາວ)
​ການ​ຈຳ​ແນກ​ຊັ້ນ​ທາງວິ​ທະ​ຍາ​ສາດ
​ອາ​ນາ​ຈັກ:Plantae
​ບໍ່​ໄດ້​ຈັດ
​ອັນ​ດັບ
:
Angiosperms
ບໍ່​ໄດ້​ຈັດ
​ອັນ​ດັບ
:
Eudicots
ບໍ່​ໄດ້​ຈັດ
​ອັນ​ດັບ
:
Rosids
ອັນ​ດັບ:Brassicales
​ວົງ:Brassicaceae
​ສະ​ກຸນ:Raphanus
​ສະ​ປີ​ຊີ:R.  sativus
​ຊະ​ນິດ ຍ່ອຍ/noitalics:R.  sativus subsp. longipinnatus[1]
Trinomial name
Raphanus sativus subsp. longipinnatus
L.

ລັກສະນະທາງພືດສາດ: 

ຮາກ ແລະ ຫົວ: ຮາກ ຫຼື ຫົວຂອງຫົວຜັກກາດຂາວ (ຫົວໄຊໂປ້) ມີລັກສະນະຊົງກົມຮູບຊົງກະບອກ ຫຼື ຮູບກວຍຍາວ ຫຼື ຮູບຊົງອື່ນໆຕາມສາຍພັນ, ຫົວມີສີຂາວຈົນເຖິງສີແດງເປັນສ່ວນທີ່ນາໍ ມາປະກອບອາຫານສ່ວນປາຍຂອງຮາກ ຫຼື ຫົວມີຮາກຝອຍຂະໜາດນ້ອຍແທງດິ່ງລົງດ້ານລຸ່ມ.

ລໍາຕົ້ນ: 

ລໍາຕົ້ນຂອງຫົວຜັກກາດມີຂະໜາດສັ້ນ, ກົມ ແລະ ເປັນຂໍ້ສັ້ນບໍ່ມີກິ່ງກ້ານແທງອອກມາບໍລິເວນກາງ ຫຼື ຮາກ
ຂອງຫົວຜັກກາດຂາວ.

ໃບ: 

ໃບຂອງຫົວຜັກກາດຂາວ ເປັນໃບດ່ຽວແທງອອກບໍລິເວນຂໍ້ຂອງລໍາຕົ້ນ, ມີທັງຊະນິດຂອບໃບລຽບ ແລະ ຂອບ
ໃບວໍ້າສີກຂາດເຂົ້າ.

ດອກ: 

ດອກຂອງຫົວຜັກກາດຂາວ ເປັນດອກສົມບູນເພດອອກຈາກກາງລໍາຕົ້ນມີກ້ານດອກຍາວ 50-100 ຊມ.
ດອກມີສີຂາວ ຫຼື ຂາວມ້ວງປະກອບດ້ວຍກີບລ້ຽງ 5 ອັນ ລຽງຕົວເປັນ 2 ຊັ້ນ, ສ່ວນກີບດອກມີ 5 ອັນ ມີທໍ່ນໍ້າຫວານຢູ່ຖານກີບ, ພາຍໃນດອກມີເກສອນຜູ້ 6 ອັນ ແລະ ເກສອນໂຕແມ່ 1 ອັນ, ດອກບານໃນຊ່ວງເຊົ້າ.

ຝັກ ແລະ ແກ່ນ: 

ຝັກຂອງຫົວຜັກກາດຂາວຍາວປະມານ 2-6 ຊມ, ມີສີຂຽວເຂັ້ມຝັກຈະແກ່ຈາກດ້ານລຸ່ມຂື້ນຫາດ້ານເທິງ ເມື່ອຝັກແກ່ຈະມີສີນໍ້າຕານ ເປືອກແຂງບໍ່ມີຮອຍແຕກຕາມຮອຍຕະເຂັບພາຍໃນມີແກ່ນປະມານ1-10 ແກ່ນ ມີລັກສະນະກົມສີນໍ້າຕານເຖີງສີນໍ້າຕານແດງ, ບາງພັນຈະເປັນສີເຫຼືອງຂະໜາດແກ່ນປະມານ 3 ມມ.

ປະໂຫຍດຈາກການແປຮູບ

  • ເນື່ອງຈາກຫົວຜັກກາດຂາວມີລົດຊາດເຂັ້ມຈື່ງນິຍົມນໍາມາປະກອບອາຫານໄດ້ຫຼາຍຢ່າງ.
  • ຈະເອົາມາແປຮູບເປັນຫົວຜັກກາດດອງເຄັມ ແລະ ດອງຫວານໄວ້ກິນດົນ.
  • ຫຼື ຈະແປຮູບໃນຮູບແບບຕາກແຫ້ງ.
  • ນໍາມາຝານເປັນແຜ່ນບາງໆ ນິຍົມເອົາມາແປະໄວ້ເທິງ
  • ໜ້າເພື່ອບໍາລຸງຜິວໜ້າຊ່ວຍລົບເລືອນຮອຍຫ້ຽວ, ຮັກສາຟ້າ ແລະ ຈຸດດ່າງດໍາໄດ້.
  • ສານສະກັດຈາກຫົວຜັກກາດຂາວ ແມ່ນນໍາມາສະກັດເປັນຢາຮັກສາຟ້າ ແລະ ຈຸດດ່າງດໍາເນື່ອງຈາກວ່າມີສານຫຼາຍຊະນິດ ທີ່ອອກລິດຍັບຢັ້ງເອັນໄຊໄທໂຣຊິເນສ (AntivrosinaseActivity) ທີ່ເປັນສານສໍາຄັນໃນຂະບວນການສ້າງເມັດສີຂອງຜິວໜັງເຮັດໃຫ້ຜິວພັນຄໍ້າ.
  • ໃບ ແລະ ລໍາຕົ້ນ ຫຼັງການເກັບກ່ຽວນໍາມາໃຊ້ເປັນອາຫານສັດລ້ຽງໄດ້ແກ່: ໝູ, ງົວ ແລະ ຄວາຍ.
  • ໃບ ແລະ ລໍາຕົ້ນ ນໍາມາຜະລິດເປັນນໍ້າໝັກຊີວະພາບ ຫຼື ໃຊ້ເຮັດປຸ໋ຍໝັກ

ຄຸນປະໂຫຍດ

  • ຊ່ວຍກະຕຸ້ນຄວາມຢາກກິນອາຫານໄດ້ດີ.
  • ຊ່ວຍຍ່ອຍອາຫານ, ຊ່ວຍໃຫ້ລະບາຍ.
  • ມີລິດຂ້າເຊື້ອລາ.
  • ຊ່ວຍຫຼຸດນໍ້າຕານໃນເລືອດ.
  • ຊ່ວຍກະຕຸ້ນການໄຫຼວຽນຂອງນໍ້າບີ.
  • ຕ້ານອະນຸມູນລິດສະລະ ແລະ ຊ່ວຍຫຼຸດຮອຍຫ້ຽວ.
  • ຕ້ານການອັກເສບ.
  • ຕ້ານມະເຮັງ.
  • ວິຕາມິນຊີ ແລະ ສານປະກອບຟີນອບ ໃນຫົວຜັກກາດຂາວມີຄຸນສົມບັດຊ່ວຍໃຫ້ຜິວຂາວ.
  • ໃຊ້ບົດແລ້ວເອົາໄປພອກໃສ່ບາດເແຜເກີດຈາກໄຟໄໝ້, ນໍ້າຮ້ອນລວກໄດ້.
ໃບ: ນໍ້າຄັ້ນສົດທີ່ໄດ້ຈາກໃບມີລິດຂັບປັດສະຫວະ ແລະ ເປັນຢາລະບາຍ.

ຂໍ້ຄວນລະວັງ

  • ຫົວຜັກກາດຂາວມີສານ Allyl isothiocyanateແລະ Thioglycoside ທີ່ສາມາດເຮັດໃຫ້ເກີດອາການຜື່ນແພບໍລິເວນຜິວໜັງໄດ້.
  • ຫົວຜັກກາດຂາວມີສານ Saponin ທີ່ອອກລິດທໍາລາຍລະບົບປະສາດ ທີ່ນິຍົມໃຊ້ເປັນສ່ວນປະສົມຂອງຢາຂ້າແມງໄມ້ເມື່ອຮັບປະທານດິບອາດເຮັດໃຫ້ເກີດອັນຕະລາຍໄດ້.

ຄຸນປະໂຫຍດດ້ານໂພສະນາການ

ພະລັງງານ 14 ກິໂລແຄລໍລີ, ໂປຼຕີນ 0.6 ກຼາມ, ຄາໂບຣາຍເດຼດ 3 ກຼາມ, ແຄນຊຽມ 24 ກຼາມ, ຟອດສະຟໍລັດ 14
ກຼາມ, ເຫຼັກ 0.4 ມິນລີກຼາມ, ວິຕາມິນຊີ 22 ມິນລີກຼາມ, ວິຕາມິນ B1.

ສານສໍາຄັນທີ່ພົບ: ໃນສ່ວນຂອງຮາກກົກຜັກກາດຂາວ ສົດພົບອົງປະກອບທາງເຄມີຫຼາຍຊະນິດໄດ້ແກ່.
  • Kaempferol.
  • Cyanide.
  • Triterpenes.
  • Gentisic acid.
  • Hydrocinnamic acid.
  • Vanillic acid.
  • Pelargonidin.
  • Luteolin.
  • Myricetin.
  • Quercetin.
  • Flavonoid.
  • Alkaloids.
  • Saponins.
  • Coumarins -(Methylthio)- butenyl isothiocyanate.
  • Allyl isothiocyanate
  • Benzyl isothiocyanate
  • Phenethyl isothiocyanate
  • L-ascorbic acid





No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ