ປະຫວັດຄວາມເປັນມາຂອງການປູກມອນ-ລ້ຽງມ້ອນ
ການປູກມອນ-ລ້ຽງມ້ອນໄດ້ສັນນິຖານວ່າ ເລີ່ມຕົ້ນຈາກປະເທດຈີນປະມານ 4,700 ປີມາແລ້ວ ໂດຍມີຕໍານານເລົ່າ
ຂານວ່າ, ມະເຫສີຂອງພະເຈົ້າຈັກກະພັດຊວນຢວນ ໄດ້ພົບຮັງຂອງໃໜໂດຍບັງເອີນ ໃນຂະນະທີ່ຊົມສວນອຸທິຍານໃນ ພສ 206-220 ຈຶ່ງມີການສົ່ງທູດ ໄປເຊື່ອມສໍາພັນໄມຕີກັບປະເທດຕາເວັນຕົກເຊີ່ງເລີ່ມຈາກຕອນໃຕ້ ຂອງປະເທດລັດເຊຍເຂົ້າສູ່ບັນດາປະເທດເອເຊຍຝັ່ງທະເລເມເດເຕລາເນ ແລະ ບັນດາປະເທດອາລັບ. ຫຼັງຈາກນັ້ນອີກປະມານອີກ 3,000 ປີ ຈຶ່ງມີການແຜ່ກະຈາຍໄປປະເທດເກົາຫຼີ, ຍີ່ປຸ່ນ, ອິນເດຍ ແລະ ປະເທດໃນອິນດູຈີນໄດ້ແກ່ໄທ, ພະມ້າ, ກໍາປູເຈຍ, ວຽດນາມ ແລະ ລາວຈົນເຖິງປະຈຸບັນນີ້.
ຄວາມສໍາຄັນຂອງຕົ້ນມອນ-ລ້ຽງມ້ອນ
- ຄວາມສໍາຄັນຂອງຕົ້ນມອນ
ຕົ້ນມອນເປັນໄມ້ຢືນຕົ້ນທີ່ສາມາດ ໃຫ້ຜົນປະໂຫຍດ ແລະ ສາມາດມີຊີວິດຢູ່ໄດ້ຫຼາຍ 10 ປີ ແລະ ເປັນອາຫານທີ່ສໍາຄັນໃຫ້ແກ່ມ້ອນ, ໃບມອນສາມາດນໍາເອົາໄປປຸງແຕ່ງ ນໍ້າຊາໃບມອນເຊີ່ງເປັນຊາທີ່ມີຄຸນຄ່າທາງໂພສະນາການອື່ນໆສ່ວນລໍາຕົ້ນ, ຮາກ ແລະ ເປືອກຂອງຕົ້ນມອນຍັງສາມາດນໍາໄປປຸງແຕ່ງເຮັດຢາພື້ນເມືອງໄດ້ຫຼາຍຊະນິດ, ລໍາຕົ້ນ, ກິ່ງງ່າສາມາດນໍາເຂົ້າໂຮງງານອຸດສາຫະກໍາ ເພື່ອຜະລິດເປັນເຈ້ຍ ແລະ ອື່ນໆ.
- ຄວາມສໍາຄັນຂອງມ້ອນ
ຮັງມ້ອນ ຫຼື ຝັກຫຼອກ ສາມາດໃຫ້ເສັ້ນໃໝ, ເສັ້ນໃໝດັ່ງກ່າວສາມາດ ຕ່ໍາເປັນແຜ່ນແພໃໝ ແລະ ແພໃໝດັ່ງກ່າວຈະຜະລິດກາຍເປັນສິນຄ້າທີ່ຄົນເຮົາມີຄວາມນິຍົມກັນເປັນສ່ວນຫຼາຍ, ພ້ອມທັງມີລາຄາແພງ, ຜົ້ງຂອງມ້ອນຍັງສາມາດນໍາໄປປຸງແຕ່ງເຮັດເປັນເຄື່ອງສໍາອາງເພີ່ມຄວາມສວຍຄວາມງາມໃຫ້ແກ່ຄົນເຮົາ, ດັກແແດ້ຂອງຕົວມ້ອນ ຍັງສາມາດນໍາໄປປຸງແຕ່ງເຮັດເປັນອາຫານໄດ້ຫຼາຍປະເພດ ແລະ ທັງເປັນອາຫານທີ່ມີຄຸນຄ່າທາງໂພສະນາການຂອງຜູ້ບໍລິໂພກ.
- ພັນມອນທີ່ຫາໄດ້ໃນບ້ານເຮົາ
ມອນແກ້ວ: ເປັນມອນທີ່ເກີດຈາກທໍາມະຊາດ, ໃບໃຫຍ່ປູກງ່າຍ, ທົນທານຕໍ່ສະພາບແວດລ້ອມ ໄດ້ດີເໝາະສົມແກ່ການລ້ຽງມ້ອນອາຍຸ 4 ແລະ ອາຍຸ 5.
ມອນນ້ອຍ: ເປັນມ້ອນພື້ນບ້ານທີ່ເໝາະແກ່ການລ້ຽງມ້ອນຄູ່ກັບແມ່ຍິງລາວມາແຕ່ນານແສນນານ, ປູກງ່າຍທົນທານຕໍ່ພະຍາດຕໍ່ສະພາບແວດລ້ອມໄດ້ດີແຕ່ໃບນ້ອຍ.
ມອນຍອດກໍ່າ: ເປັນມອນພື້ນບ້ານອີກຊະນິດໜຶ່ງທີ່ນິຍົມກັນໃຊ້ປູກກໍ່ງ່າຍ, ທົນທານຕໍ່ສະພາບແວດລ້ອມໃບກໍ່ໃຫຍ່ແລະ ໃບໜາກວ່າໃບມອນນ້ອຍ, ນອກນີ້ຍັງມີອີກຫຼາຍຊະນິດຕາມທໍາມະຊາດທີ່ເອີ້ນຊື່ໄປຕາມແຕ່ລະທ້ອງຖິ່ນ.
ໂຕມ້ອນ
ໂຕມ້ອນຄ້າຍຄືໂຕບົ້ງ, ລໍາຕົວເປັນປ້ອງ 11 ປ້ອງ, ມີຮູດັງ 9 ຄູ່ ຢູ່ຂ້າງລໍາຕົວແຕ່ລະຂ້າງ, ມີຂາ 8 ຄູ່ (ໜ້າ 4 ຄູ່, ກາງ 3 ຄູ່ ແລະ ຫຼັງ 1 ຄູ່) ມີນໍຢູ່ສຸດທ້າຍເອີ້ນວ່າຫາງ ແລະ ມີຊີວິດຜ່ານ 4 ຂັ້ນຕອນ ຄື: ໄຂ່, ໂຕມ້ອນ, ດັກແດ້ ແລະ ແມງບີ້.
ຜົນໄດ້ຮັບຈາກການລ້ຽງມ້ອນ
ຟື້ນຟູມູນເຊື້ອຂອງປະຊາຊົນລາວບັນດາເຜົ່າ, ມີລາຍຮັບເພີ່ມຂື້ນຈາກການຂາຍ: ຂີ້ມ້ອນ, ແດ້ອ່ອນ (ດັກແດ້), ຝັກຫຼອກ ແລະ ເສັ້ນໃໝ.
ເລືອກສະຖານທີເຮັດສວນມອນ
- ເລືອກບ່ອນດິນຊາຍປົນດິນໝ້ຽວ ແລະ ຖ້າເປັນດິນແມ່ນໍ້າຍິ່ງເປັນການດີ.
- ບໍ່ໄກຈາກເຮືອນລ້ຽງມ້ອນເກີນໄປ.
- ບໍ່ໃກ້ກັບບ່ອນໃຊ້ສານເຄມີ ເຊັ່ນ: ຢາຂ້າແມງໄມ້, ຢາຂ້າຫ້ຍາ ແລະ ສວນຢາສູບ.
ການເລືອກສະຖານທີຕັ້ງເຮືອນລ້ຽງມ້ອນ
- ບ່ອນອາກາດປອດໂປ່ງ, ອາກາດສາມາດຖ່າຍເທໄດ້ສະດວກມີແສງສະຫວ່າງພຽງພໍ.
- ໃກ້ກັບແຫຼ່ງນໍ້າເພື່ອສະດວກ ໃນການອານາໄມທຸກຄັ້ງ ແລະ ຫຼັງການລ້ຽງມ້ອນຕ້ອງອານາໄມເຮືອນລ້ຽງມ້ອນ, ຖູພື້ນທັງໃນ ແລະ ນອກເຮືອນມ້ອນ, ລ້າງກະດົ້ງ, ໂຫ່ (ເຂິງ) ແລະ ເຄື່ອງໃຊ້ຕ່າງໆທຸກຄັ້ງທີ່ມີການປ່ຽນຖ່າຍ.
- ບໍ່ຫ່າງຈາກສວນມອນຈົນເກີນໄປບໍ່ສະດວກໃນການຂົນໃບມອນມາເກືອມ້ອນ, ໃບມອນຫ່ຽວກ່ອນມາເຖິງເຮືອນລ້ຽງມ້ອນ.
- ບໍ່ໃກ້ກັບສວນຢາສູບເພາະຢາສູບ ເປັນອັນຕະລາຍຕໍ່ໂຕມ້ອນເຮັດໃຫ້ໂຕມ້ອນຕາຍເມື່ອຖືກຄວັນຢາ ຫຼື ກິ່ນຢາສູບ.
- ບໍ່ຢູ່ສະຖານທີ່ຊຸມຊົນແອອັດ ເພື່ອຫຼີກເວັ້ນການໃຊ້ສານເຄມີ, ການສູບຢາຂອງຊຸມຊົນ, ການໃຊ້ຢາຍ້ອມມຸ້ງ, ການແຕ່ງອາຫານການກິນ ແລະ ອື່ນໆ.
- ບໍ່ຢູ່ໄຈກາງສວນມອນຫຼີ້ກເວັ້ນການຕິດພະຍາດຈາກເສດການລ້ຽງມ້ອນ, ການໃຊ້ຢາຂ້າພະຍາດເວລາອານາໄມອຸປະກອນ.
ລັກສະນະຂອງເຮືອນລ້ຽງມ້ອນ
- ຄວນມຸ່ງດ້ວຍຫຍ້າ ຫຼື ໃບຄໍ້ທີ່ຊາວບ້ານຫາໄດ້
- ມີຝາແອ້ມໃຫ້ແຈບດີບໍ່ໃຫ້ສັດຕູຂອງໂຕມ້ອນເຂົ້າໄປທໍາລາຍໄດ້ໂດຍສະເພາະໜູ ແລະ ແມງວັນລາຍ.
- ມີປ່ອງຢ້ຽມລະບາຍອາກາດ ແລະ ເພີ່ມແສງສະຫວ່າງໃຫ້ພຽງພໍ.
- ມີຮ່ອງນໍ້າກັນມົດບໍ່ໃຫ້ມົດເຂົ້າມາທໍາລາຍໂຕມ້ອນ.
- ມີແຍ່ງ (ຕານ່າງ) ກັນແມງວັນ, ມີຫ້ອງດັກແມງວັນ.
- ສາມາດກັນສັດຕູມ້ອນຈໍາພວກໜູ, ມົດ, ຈິໂກະ, ຈິກ້ຽມ ແລະ ແມງວັນລາຍເປັນຢ່າງດີ.
- ທາງໃນຄວນໃຊ້ເປັນຊັ້ນໆສໍາລັບ ວາງກະດົ້ງມ້ອນແລະ ຫ້ອງເກັບມ້ຽນໃບມອນ.
ເຄື່ອງມືຮັບໃຊ້ໃນການລ້ຽງມ້ອນທີ່ຈໍາເປັນ
ອຸປະກອນທີ່ຈໍາເປັນມີຄື: ກະດົ້ງ(ໂຫ່), ຮ້ານມ້ອນ, ຜ້າປົກມອນ, ຜ້າປົກມ້ອນ, ມີດ, ຂຽງ, ຂົນໄກ່, ໄມ້ຖູ່, ກະຕ່າ
ໃສ່ໃບມອນ, ກະຈາດໃສ່ໃບມອນ, ກະແຕະມ້ອນສຸກ, ຊາມນໍ້າລ້າງມືຈໍາພວກນີ້ເປັນຕົ້ນ
ອຸປະກອນຮັບໃຊ້ໃນເຮືອນລ້ຽງມ້ອນ: ຟອຍກວດ, ກະໂສະຂີ້ເຫື້ອຍ, ກະປ່ອງໃສ່ມ້ອນເປັນພະຍາດ, ແພອັດປາກ, ເກີບສະເພາະເຂົ້າເຮືອນມ້ອນ, ເຄື່ອງນຸ່ງປ່ຽນຖ່າຍເຂົ້າເຮືອນມ້ອນ, ຊາມນໍ້າຢາກຼໍລິນ, ຈໍ່ໄສ້ຊ້າງ ແລະ ຈໍ່ຄັວມເຄື່ອງມືທີ່ໃຊ້ແບບງ່າຍດາຍສາມາດຜະລິດໄດ້ເອງ ແລະ ໃຊ້ຕົ້ນທຶນຕໍ່າໂດຍສະເພາະຈໍ່ຕ້ອງເລືອກໃຊ້ຈໍ່ແບບຊາວບ້ານ ເຊ່ັນ: ຈໍ່ໄສ້ຊ້າງ ແລະ ຈໍ່ຄັອມ.
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ