google-site-verification: google0d91bc93cfc88895.html ຫົວ​ຊິງ​ໄຄ ສະ​ມຸນ​ໄພ​ໃກ້​ຄົວ (Cymbopogon citratus) - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Sunday, September 30, 2018

ຫົວ​ຊິງ​ໄຄ ສະ​ມຸນ​ໄພ​ໃກ້​ຄົວ (Cymbopogon citratus)


ຫົວ​ຊິງ​ໄຄ ສະ​ມຸນ​ໄພ​ໃກ້​ຄົວ​ທີ່​ເຮົາ​ນຳ​ມາ​ໃຊ້​ປຸງ​ອາ­ຫານ​ກັນ​ມາ​ຢ່າງ​ຊ້າ​ດົນ ມາ​ເບິ່ງ​ເຈົ້າ​ປະ­ໂຫຍດ​ຂອງ​ມັນ​ທີ່​ເຮົາ​ອາດ​ບໍ່​ເຄີຍ​ຮູ້

ຫົວ​ຊິງ​ໄຄ ຊື່​ວິ­ທະ­ຍາ­ສາດ​ວ່າ Cymbopogon citratus ຈັດ​ເປັນ​ພືດ​ລົ້ມ​ລຸກ​ຊະ­ນິດ​ໜຶ່ງ ມີ​ລັກ­ສະ­ນະ​ເປັນ​ກໍ ມັກ​ນິ­ຍົມ​ປຸກ​ໄວ້​ຕາມ​ບ້ານ​ແລະ​ນຳ​ມາ​ປຸງ​ອາ­ຫານ ເປັນ​​ສະ­ມຸ​ນ​ໄພ​ທີ່​ມີ​ປະ­ໂຫຍດ​ ແລະ​ ຊ່ວຍ​ບັນເທົາ​ອາ­ການ​ຂອງ​ພະ­ຍາດ​ບາງ​ຊະ­ນິດ​ໄດ້ ແຕ່​​ຮູ້​ຫລື​ບໍ່​ວ່າ​ ພາຍ​ໃຕ້​ຕົ້ນ​ແຂງໆ ແລະ​ໃບ​ຂອງ​ຫົວ​ຊິງ​ໄຄ​ໄຄ​ຍັງ​ເຊື່ອງ​ປະ­ໂຫຍດ​ເອົາ​ໄວ້​ຫລວງ­ຫລາຍ​ຈົນ​ຄາດ​ບໍ່​ເຖິງ ມື້­ນີ້​ເຮົາ​ໄປ​ເບິ່ງ​ປະ­ໂຫຍດ​ຂອງ ​ຫົວ​ຊິງ​ໄຄ ທີ່​ຮູ້​ແລ້ວ​ຕ້ອງ​ຕະ­ລຶງ​ທີ່​ນຳ​ມາ​ຈາກ​ເວັບ​ໄຊ allwomenstalk ກັນ​ດີກ​ວ່າ ໃຜ​ທີ່​ມັກ​ກິນ​ຫອມ ໆ ຂອງ​ມັນ ຈະ​ຕ້ອງ​ຢິ່ງ​ຮັກ​ເຈົ້າ​ສ­ມຸ​ນ​ໄພ​​ຊະ­ນິດ​ນີ້​ຫລາຍ​ຂຶ້ນ​ກວ່າ​ເດີມ​ແນ່­ນອນ


ຫົວ​ຊີງ​ໄຄ ຫົວ​ສິງ​ໄຄ ຫົວ​ຊິງ​ໄຄ ຫົວ​ຊິງ​ໃຄ ຊິງ​ໄຄ ຊິງ​ໃຄ ຫົວ​ສິງ​ໃຄ ສີ​ໄຄ ສີ​ໃຄ

​ຫົວ​ຊິງ​ໄຄ ປະ­ໂຫຍດ​ດີ ໆ ຂອງ​ສ­ມຸ​ນ​ໄພ​​ໃກ້​ຕົ



ອຸ­ດົມ​ໄປ​ດ້ວຍ​ວິ­ຕາ­ມິນ 


         
ຢ່າ​ຄິດ​ວ່າ​​ຫົວ​ຊິງ​ໄຄມີ​ປະ­ໂຫຍດ​ແຕ່ໃຊ້​ປຸງ​ອາ­ຫານ​ເທົ່າ​ນັ້ນ ເພ​າ​ະ​ທີ່​ຈິງ​ແລ້ວ​ຫົວ​ຊິງ​ໄຄ​ນັ້ນ​ອຸ­ດົມ​ໄປ​ດ້ວຍ​ວິ­ຕາ­ມິນ​ແລະ​ແຮ້​ທາດ­ຫລວງ​ຫລາຍ ທັງ​ວິ­ຕາ­ມິນ​ເອ ວິ­ຕາ­ມິນ​ຊີ ແລະ​ວິ­ຕາ­ມິນ​ບີ ນອກ­ຈາກ​ນີ້​ຍັງ​ມີ​ໂຟ​ເລດ ແມ​ກນີຊຽມ ສັງ­ກະ­ສີ ທອງ­ແດງ ທາດ​ເຫຼັກ ໂພ​ແທດ​ຊຽມ ຟອດຟໍຣັດ ແຄ​ລຊຽມ ແມງ​ກາ​ນີດ ໂອ້​ໂຫ້ ... ວິ­ຕາ­ມິນ​ຫລາຍ​ຂະ­ໜາດ​ນີ້​ຄາວ​ໜ້າ​ເຈີ​ຫົວ​ຊິງ​ໄຄ​ໃນ​ອາ­ຫານ​ພ້ອມ​ຢ່າ​ເຂ່ຍ​ຖິ້ມ​ນະ

ຫົວ​ຊີງ​ໄຄ ຫົວ​ສິງ​ໄຄ ຫົວ​ຊິງ​ໄຄ ຫົວ​ຊິງ​ໃຄ ຊິງ​ໄຄ ຊິງ​ໃຄ ຫົວ​ສິງ​ໃຄ ສີ​ໄຄ ສີ​ໃຄ


ຊ່ວຍ​ໄລ່​ແມງໄມ້


         
ນອກ­ຈາກ​ຈະ​ນຳ​ມາ​ເຮັດ​ອາ­ຫານ​ແລ້ວ ຫົວ​ຊິງ​ໄຄ​ຍັງ​ມີ​ປະ­ໂຫຍດ​ໃນ​ການ​ໄລ່​ແມງ​ອີກ​ດ້ວຍ ເພ​ຣ​າ​ະ​ໃນ​ຫົວ​ຊິງ​ໄຄ​ມີ​ນ້ຳ­ມັນ​ຫອມ​​ລະ​ເ​ຫີຍ​ຢູ່​ທັງ​ໃນ​ໃບ​ແລະ​ໃນ​ລຳ­ຕົ້ນ ຊຶ່ງ​ນ້ຳ­ມັນ​ຫອມ​​ລະ​ເຫີຍຢ​ເຫຼົ່າ​ນີ້​ມີ​ຄຸນ­ສົມ­ບັດ​ໃນ​ການ​ໄລ່​ແມງ​ໄດ້​ຢ່າງ​ດີ ຈຶ່ງ​ບໍ່​ໜ້າ​ແປ​ລກ​ໃຈ​ທີ່​ເຮົາ​ຈະ​ໄດ້​ເຫັນ​ຜະ­ລິດ​ຕະ​ພັນ​ສ​ບູ ຜະ­ລິດ​ຕະ​ພັນ​ໄລ່​ແມງ​ທີ່​ມີ​ສ່ວນ​ປະ­ສົມ​ຂອງ​ຫົວ​ຊິງ​ໄຄ​ວາງ​ຂາຍ​ຢູ່​ໃນ​ທ້ອງ​ຕ­ລາດ​ຫລວງ­ຫລາຍ ໃຜ​ທີ່​ມັກ​ກິ່ນ​ຫົວ​ຊິງ​ໄຄ​ລະ​ພ້ອມ​ລອງ​ຫາ​ມາ​ໃຊ້​ໄດ້​ນະ​ຄະ

ຫົວ​ຊີງ​ໄຄ ຫົວ​ສິງ​ໄຄ ຫົວ​ຊິງ​ໄຄ ຫົວ​ຊິງ​ໃຄ ຊິງ​ໄຄ ຊິງ​ໃຄ ຫົວ​ສິງ​ໃຄ ສີ​ໄຄ ສີ​ໃຄ

ລ້າງ​ສານ­ພິດ


       
ສຳ​ລັບ​ຄົົນ​ທີ່​ຮັກ​ສຸກ­ຂະ­ພາບ​ແລະ​ມັກ​ລ້າງ​ພິດ​ໃນ​ຮ່າງ­ກາຍ​ເລື້ອຍ ໆ ບໍ່​ຄວນ​ພ​າດ​ເຈົ້າ​ຫົວ​ຊິງ​ໄຄ​​ເລຍ​ ເພ​າ​ະ​ວ່າ​ມັນ​ມີ​ຄຸນ­ສົມ­ບັດ​ໃນ​ການ​ລ້າງ​ສານ­ພິດ​ໃນ​ຮ່າງ­ກາຍ​ດ້ວຍ​ການ​ເຮັດ​ໃຫ້​ເຈົ້າ​ຍ່ຽວ​ເລື້ອຍ​ຂຶ້ນ ເນື່ອງ​ຈາກ​ສານ​ເຄ​ມີ​ທີ່­ຢູ່​ໃນ​ຫົວ​ຊິງ​ໄຄ​ຈະ​ຊ່ວຍ​ເຮັດ​ຄວາມ​ສະ­ອາດ​ລະ­ບົບ​ຍ່ອຍ​ອາ­ຫານ ຢ່າງ​ເຊັ່ນ ຕັບ ຕັບ​ອ່ອນ ຫມາກ​ໄຂ່­ຫລັງ ແລະ​ກະ­ເພາະ​ຍ່ຽວ ຂັບ​ສານ­ພິດ​ແລະ​ກົດ​ຢູຣິກ​ອອກ​ຈາກ​ຮ່າງ­ກາຍ ເຮັດ​ໃຫ້​ລະ­ບົບ​ຍ່ອຍ​ອາ­ຫານ​ຂອງ​ເຈົ້າ​ສະ­ອາດ​ຂຶ້ນ ແລະ​ເຮັດ​ວຽກ​ໄດ້​ຢ່າງ​ມີ​ປະ​ສິດ­ທິ​ພາບ​ຫລາຍ​ຂຶ້ນ​

ຫົວ​ຊີງ​ໄຄ ຫົວ​ສິງ​ໄຄ ຫົວ​ຊິງ​ໄຄ ຫົວ​ຊິງ​ໃຄ ຊິງ​ໄຄ ຊິງ​ໃຄ ຫົວ​ສິງ​ໃຄ ສີ​ໄຄ ສີ​ໃຄ

ຊ່ວຍ​ຍ່ອຍ​ອາ­ຫານ

       ຫົວ​ຊິງ​ໄຄ​ຊ່ວຍ​ເຮັດ​ໃຫ້​ລະ­ບົບ​ຍ່ອຍ​ອາ­ຫານ​ເຮັດ​ວຽກ​ໄດ້​ດີ​ຂຶ້ນ​ຄ່ະ ເພ​​າ​ະ​ມີ​ການ​ສຶກ­ສາ​ໜຶ່ງ​ພົບ​ວ່າ­ການ​ດື່ມ​ຊາ­ຫົວ​ຊິງ​ໄຄ​ຈະ​ຊ່ວຍ​ໃນ​ການ​ຍ່ອຍ ລຸ​ດ​ອາ­ການ​ປວດ​ທ້ອງ ແກ້​ຫວັດ ລຸ​ດ​ອາ­ການ​ຕະ​ຄຣິວ​ໃນ​ລຳ​ໄສ້ ແລະ​ທ້ອງ​ເສຍ​ໄດ້ ນອກ­ຈາກ​ນີ້​ຢັງ​ຊ່ວຍ​ປ້ອງ​ກັນ​ແລະ​ລຸ​ດ​ແກ​ສ໌​ໃນ​ລຳ​ໄສ້​ໄດ້​ອີກ​ດ້ວຍ
ຫົວ​ຊີງ​ໄຄ ຫົວ​ສິງ​ໄຄ ຫົວ​ຊິງ​ໄຄ ຫົວ​ຊິງ​ໃຄ ຊິງ​ໄຄ ຊິງ​ໃຄ ຫົວ​ສິງ​ໃຄ ສີ​ໄຄ ສີ​ໃຄ


ຊ່ວຍ​ຊ່ອມ​ແຊມ​ແລະ ​ບຳລຸງ​ລະ­ບົບ​ປະ­ສາດ


          ມີ​ການ​ສຶກ­ສາ​ຈຳ­ນວນ​ບໍ່​ນ້ອຍ​​ພົບ​ວ່າຫົວ​ຊິງ​ໄຄ​ສາ­ມາດ​ຊ່ວຍ​ຊ່ອມ​ແຊມ​ແລະ​ເສີມ​ຄວາມ​ແຂງ­ແຮງ​ໃຫ້​ກັບ​ລະ­ບົບ​ປະ­ສາດ​ໄດ້ ພິ­ສູດ​ໄດ້​ງ່າຍ ໆ ດ້ວຍ​ການ​ນຳ​ນ້ຳ­ມັນ​ຫອມ​​ລະ​ເຫີຍຫົວ​ຊິງ​ໄຄ​ມາ​​ຢົດ​ລົງ​ເທິງ​ຜິວ ເຈົ້າ​ຈະ​ຮູ້­ສຶກ​ໄດ້​ວ່າ​ມັນ​ອຸ່ນ ໆ ຊຶ່ງ​ມັນ​ຈະ​ເຮັດ​ໃຫ້​ກ​ລ້າ​ມ​ຊີ້ນ​ຂອງ​ເຈົ້າ​ຜ່ອນ​ຄ­ລາ​ຍ​ຫລາຍ​ລະ​ລຸ​ດ​ອາ­ການ​ຕະ​ຄິວ​ໄດ້ ແຕ່​ພ້ອມ​ຢ່າ​ລືມ​ວ່າ​ທຸກ​ເທື່ອ​ທີ່​ຈະ​ໃຊ້​ນ້ຳ­ມັນ​ຫອມ​ລະ​ເຫີຍຫົວ​ຊິງ​ໄຄ​ເຈົ້າ​ຄວນ​ທີ່​ຈະ​ປະ­ສົມ​ມັນ​ກັບ​ນ້ຳ­ມັນ​ຕົວ​ພາ (Carrier oil) ແລະ ​ຫ້າມ​ໃຊ້​ນ້ຳ­ມັນ​ຫອມ​ະ​ເຫີຍ​ໂດຍ​ກົງ​ກັບ​ຜິວ​ເດັດ­ຂາດ​



ຊ່ວຍ​ຖື​ຮັກ­ສາ​ອາ­ການ​ອັກ­ເສບ


          ຫົວ​ຊິງ​ໄຄສາ­ມາດ​ຊ່ວຍ​ເຮັດ​ໃຫ້​ເຈົ້າ​ຮູ້­ສຶກ​ຜ່ອນ​ຄ­າ​ຍ​ແລະ​ບັນ­ເທົາ​ອາ­ການ​ປວດ​ຕ່າງ ໆ ໄດ້ ນອກ­ຈາກ​ນີ້​ຢັງ​ຊ່ວຍ​ລຸ​ດ​ອາ­ການ​ອັກ­ເສບ​ຊຶ່ງ​ເປັນ​ສາ­ເຫດ​ຂອງ​ອາ­ການ​ປວດ​ຕ່າງ ໆ ເຊັ່ນ ປວດ​ແຂ້ວ ປວດ​ກ້າ​ມ​ຊີ້ນ ຫລື​ການ​ປວດ​ຕາມ​ຂໍ້​ໄດ້​ອີກ​ດ້ວຍ ດັ່ງ­ນັ້ນ​ຖ້າ​ຫາກ​ເຈົ້າ​ຮູ້­ສຶກ​ປວດ​ຕາມ​ສ່ວນ​ຕ່າງ ໆ ຂອງ​ຮ່າງ­ກາຍ ລອງ​ຫາ​ນ້ຳ­ມັນ​ທີ່​ປະ­ສົມ​ນ້ຳ­ມັນ​ຫອມ​​ລະ​ເຫີຍຫົວ​ຊິງ​ໄຄ​ມາ​​ເບິ່ງ​​ຮັບ­ຮອງ​ວ່າ​ຫາຍ​ແນ່­ນອນ

ຫົວ​ຊີງ​ໄຄ ຫົວ​ສິງ​ໄຄ ຫົວ​ຊິງ​ໄຄ ຫົວ​ຊິງ​ໃຄ ຊິງ​ໄຄ ຊິງ​ໃຄ ຫົວ​ສິງ​ໃຄ ສີ​ໄຄ ສີ​ໃຄ


ຊ່ວຍ​ບຳລຸງ​ຜິວ


          ຫົວ​ຊິງ​ໄຄ​ເປັນ​​ສະ­ມຸ​ນ​ໄພ​​ທີ່​ອຸ­ດົມ​ໄປ​ດ້ວຍ​ສານ​ຕ້ານ​ອນຸ​ມູນ​ອິດ­ສະ­ຫລະ ດັ່ງ­ນັ້ນ​ມັນ​ຈຶ່ງ​ສາມາດ​ຊ່ວຍ​ບຳລຸງ​ຜິວ​ຂອງ​ເຈົ້າ​ໄດ້ ເຮັດ​ໃຫ້​ຜິວ​ຂອງ​ເຈົ້າ​ເປັ່ງ​ປະ​ກາຍ​ຄວາມ​ມີ​ສຸກ­ຂະ­ພາບ​ດີ​ອອກ​ມາ ແຖມ​ຢັງ​ຊ່ວຍ​ເຮັດ​ໃຫ້​ຜິວ​ຂອງ​ເຈົ້າ​ເບິ່ງ​ອ່ອນ​ເຍົາ​ຢູ່​ສະ­ເໝີ ແລະ​ຊ່ວຍ​ລຸ​ດ​ສິວ​ຕ່າງ ໆ ໄດ້​ອີກ​ດ້ວຍ

         
ເຫັນ​ບໍ​ວ່າ ຫົວ​ຊິງ​ໄຄ ເປັນ​ສ­ມຸ​ນ​ໄພ​​ທີ່​ມີ​ປະ­ໂຫຍດ​ຕໍ່​ສຸກ­ຂະ­ພາບ​ຮ່າງ­ກາຍ​ຫລວງຫລາຍ ແລະ​ ເປັນ​ສ­ມຸ​ນ​ໄພ​ທີ່​ເຮົາ​ບໍ່​ຄວນ​ລະ​ເລີຍ ເພ​າ​ະ​ສະ­ນັ້ນ​ຖ້າ​ຫາກ​ຢາກ​ມີ​ສຸກ­ຂະ­ພາບ​ດີ​ດ້ວຍ​ສ­ມຸ​ນ​ໄພ​ ຫົວ​ຊິງ​ໄຄ​ພ້ອມ​ເປັນ​ໜຶ່ງ​ໃນ​ຕົວ​ເລືອກ​ທີ່​ບໍ່​ຂີ້​ລ້າຍ​ເ​ລີຍ ແຖມ​ຍັງ​ສາ­ມາດ​ປຸກ​ເປັນ​ພືດ​ສວນ​​ຄົວ​ໃນ​ຮົ້ວ​ບ້ານ​ໄດ້​ອີກ​ດ້ວຍ


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ