google-site-verification: google0d91bc93cfc88895.html ພືດ​ສະ​ຫມຸນ​ໄພ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Thursday, September 20, 2018

ພືດ​ສະ​ຫມຸນ​ໄພ


ຊື່ພາສາລາວ: ກະຊາຍ

ຊື່ວິທະຍາສາດ: Boesenbergia rotunda (L.) Mansf.

ຊື່ທົ່ວໄປ:  ZINGIBERACEAE

ຮູບປະກອບ





ລັກສະນະພືດສາດ: ເປັນພືດລົ້ມລຸກ, ທັງຕົ້ນ ແລະ ໃບ ສູງ 40-50 ຊມ, ມີເຫງົ້າສັ້ນ, ຮາກອວບຮູບຊົງກະບອກສ້ວຍເຂົ້າຫາປາຍ ດ້ານໃນສີຂາວ ແລະ ດ້ານນອກສີເຫຼືອງອົມເທົາ. ໃບດ່ຽວ, ຮູບຮີແກມຮູບຂອບຂະໜານ, ເສັ້ນກາງໃບດ້ານເທິງເປັນຮ່ອງ, ດ້ານລຸ່ມນູນເປັນສັນ, ໃບກ້ວາງ 8-15 ຊມ, ຍາວ 15-40ຊມ, ຜິວໃບດ້ານເທິງກ້ຽງສີຂຽວເຂັ້ມ, ດ້ານລຸ່ມສີຂຽວຈາງມີຂົນສັ້ນ, ຂອບໃບລຽບ, ກົກໃບມົນ, ປາຍໃບແຫຼມ; ກາບຫຸ້ມໜໍ່ອ່ອນມັກເປັນສີແດງເຂັ້ມ. ດອກ ອອກເປັນຊໍ່ທີ່ຍອດລະຫວ່າງກາບໃບຄູ່ໃນສຸດ, ມີສີບົວອົມແດງ ແລະ ຂາວ, ດອກບານເຕັມທີ່ຂະໜາດ 3-6 ຊມ, ກາບດອກຖານເຊື່ອມຕິດກັນເປັນຫຼອດປາຍແຍກເປັນ 3 ແສກ, ກີບດອກຖານເຊື່ອມຕິດກັນເປັນຫຼອດປາຍກ້ວາງ ຍາວ 4-5.5 ຊມ, ປາຍກີບແຍກເປັນ 3 ແສກ, ກີບປາກຮູບໄຂ່ກັບຍາວເຖິງ 3 ຊມ, ສ່ວນປາຍສີບົວອົມແດງ ແລະ ສີຈາງເຂົ້າໄປທາງດ້ານໃນຜິວດ້ານນອກສີຂາວ, ເກສອນຜູ້ທີ່ເປັນໝັນສີບົວ ຍາວ 1.5 ຊມ, ເກສອນຜູ້ທີ່ສົມບູນ ຍາວ 1 ຊມ, ຮັງໄຂ່ຜິວກ້ຽງ. ໝາກ ຮູບຮີ ແກ່ແລ້ວແຕກກາງສັນ.

ປິ່ນປົວພະຍາດ: ແກ້ທ້ອງອືດ ແລະ ເປັນຢາບຳລຸງຫົວໃຈ

ສ່ວນທີ່ໃຊ້: ໃຊ້ເຫງົ້າ ແລະ ຮາກ

ວິທີການນຳໃຊ້: ແກ້ທ້ອງອືດໃຊ້ເຫງົ້າ ແລະ ຮາກປະມານ 1 ກຳມືຕົ້ມເອົານ້ຳດື່ມ ຫຼື ໃຊ້ປຸງເປັນອາຫານກິນ,ສຳລັບເປັນຢາບຳລຸງຫົວໃຈແມ່ນໃຊ້ເຫງົ້າ ແລະ ຮາກກະຊາຍປອກເປືອກລ້າງນ້ຳໃຫ້ສະອາດແລ້ວຫັ່ນແຕກແດດແລ້ວບົດໃຫ້ເປັນຜົງຊົງໃສ່ນ້ຳຮ້ອນດື່ມ.ການປູກຂະຫຍາຍພັນ: ກະຊາຍເປັນພືດເສດຖະກິດທີ່ປູກງ່າຍມັກດິນຜຸຜຸ່ຍລະບາຍນ້ຳໄດ້ດີ ຂະຫຍາຍພັນດ້ວຍການແຍກເຫງົ້າແມ່ນເປັນວິທີທີ່ງ່າຍທີ່ສຸດ ຈະເລີ່ມປູກໃນຊ່ວງຕົ້ນລະດູຝົນ ໃນເດືອນເມສາ ຫຼື ພຶດສະພາ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ