google-site-verification: google0d91bc93cfc88895.html ໝາກ​ເດື່ອ Ficus carica L. - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Monday, April 26, 2021

ໝາກ​ເດື່ອ Ficus carica L.

ໝາກ​ເດື່ອ Ficus carica L.

ໝາກ​ເດື່ອ

ໝາກ​ເດື່ອ ຊື່​ສາ​ມັນ                 Fig, Common Fig

ໝາກ​ເດື່ອ ຊື່​ວິທະຍາ​ສາດ          Ficus carica L.

ຈັດ​ຢູ່ໃນ​ວົງ​ ຂອງຫມາກມີ້         (MORACEAE)

ສະຫມຸນໄພຫມາກ​ເດື່ອ ຊະນິດ​ນີ້​ມີ​ຊື່​ຮຽກ​ອື່ນ​ວ່າ ມະ​ເດື່ອ​ຝ​ຣັ່ງ, ມະ​ເດື່ອ​ຍີ່​ປຸ່ນ (ລູກ​ຟິກ)

ໝາຍ​ເຫດ : ໝາກ​ເດື່ອ​ທີ່​ເວົ້າ​ເຖິງ​ໃນ​ບົດ​ຄວາມ​ນີ້​ຈະ​ເປັນ​ຄົນ​ລະ​ຊະນິດ​ກັບ​ມະ​ເດື່ອ​ໄທ (ມະ​ເດື່ອ​ຊຸມ​ພົນ) ທີ່​ມີ​ຊື່​ວິທະຍາ​ສາດ​ວ່າ Ficus racemosa L.

ລັກສະນະ​ຂອງ​ມໝາກເດື່ອ

ຕົ້ນ​ໝາກເດື່ອ ເປັນ​ພືດ​ທີ່​ມີ​ຖິ່ນ​ກຳ​ເນີດ​ໃນ​ແຖບ​ຕະເວັນ​ອອກ​ກາງ ພົບ​ຫລາຍ​ໃນ​ປະເທດ​ຕວກກີ​ ແລະ ​ກຣີກ ຈັດ​ເປັນ​ພັນ​ໄມ້​ຢືນ​ຕົ້ນ​ຂະໜາດ​ກາງ ລຳ​ຕົ້ນ​ຈະ​ເປັນ​ປຸ່ມ​ແຕກ​ກິ່ງ​ກ້ານ​ອອກ ລຳ​ຕົ້ນ​ມີ​ຢາງ​ສີ​ຂາວ ລັກສະນະ​ຂອງ​ໃບ​ເປັນ​ໃບ​ດ່ຽວ​ໜາ​ຄ່ອນ​ຂ້າງ​ແຂງ ດ້ານ​ໜຶ່ງ​ມີ​ຂົນ​ອ່ອນ ສ່ວນ​ຜິວ​ດ້ານ​ເທິງ​ຈະ​ຢາບ ຂອບ​ໃບ​ຍັກ​ເລິກ 3-5 ຍັກ ສ່ວນ​ໜ່ວຍໝາກ​ເດື່ອ​ຈະ​ອອກ​ເປັນ​​ຈຸກ ໜ່ວຍກົມ​ແປ້ນ​ຫລື​ຮູບ​ໄຂ່ ມີ​ເປືອກ​ບາງ ໂດຍ​ຜົນ​ອ່ອນ​ຈະ​ສີ​ຂຽວ ແຕ່​ເມື່ອ​ສຸກ​ແລ້ວ​ຈະ​ປ່ຽນ​ເປັນ​ສີ​ເຫຼືອງ ສີ​ແດງ ຫລື​ສີ​ຊົມ​ພູ ທັງ​ນີ້​ຂຶ້ນ​ຢູ່​ກັບ​ແຕ່​ລະ​ສາຍ​ພັນ ດ້ານ​ໃນ​ມີ​ຊີ້ນ​ສີ​ແດງ​ເຂັ້ມ ເມື່ອ​ສຸກ​ແລ້ວ​ຈະ​ມີກິ່ນຫອມ ນອກ​ຈາກ​ນີ້​ໝາກ​ເດື່ອ​ຍັງ​ຈັດ​ເປັນ​ຫມາກໄມ້​ສັກສິດ​ຂອງ​ປະເທດ​ອີ​ຢິ​ປ​ ອິ​ຕາ​ລີ ແລະ​ກຣີ​ຊ ​ອີກ​ດ້ວຍ

ໝາກ​ເດື່ອ  ໝາກ​ເດື່ອ ຊື່​ສາ​ມັນ                 Fig, Common Fig  ໝາກ​ເດື່ອ ຊື່​ວິທະຍາ​ສາດ          Ficus carica L.  ຈັດ​ຢູ່ໃນ​ວົງ​ຂອງຫມາກມີ້         (MORACEAE)  ສະຫມຸນໄພຫມາກ​ເດື່ອ ຊະນິດ​ນີ້​ມີ​ຊື່​ຮຽກ​ອື່ນ​ວ່າ ມະ​ເດື່ອ​ຝ​ຣັ່ງ, ມະ​ເດື່ອ​ຍີ່​ປຸ່ນ (ລູກ​ຟິກ)  ໝາຍ​ເຫດ : ໝາກ​ເດື່ອ​ທີ່​ເວົ້າ​ເຖິງ​ໃນ​ບົດ​ຄວາມ​ນີ້​ຈະ​ເປັນ​ຄົນ​ລະ​ຊະນິດ​ກັບ​ມະ​ເດື່ອ​ໄທ (ມະ​ເດື່ອ​ຊຸມ​ພົນ) ທີ່​ມີ​ຊື່​ວິທະຍາ​ສາດ​ວ່າ Ficus racemosa L

ໝາກຂອງໝາກເດື່ອ

ໝາກເດື່ອ ເປັນໝາກໄມ້ທີ່ສາມາດນຳມາຮັບປະທານໄດ້ທັງດິບ ແລະ ສຸກ ໄລຍະດິບ ນິຍົມນຳມາກິນສົ້ມ ກັບແຈ່ວປາແດກເຄື່ອງ ແຈ່ວຂີງ ແຈ່ວຫົວສີໄຄ ນອກນັກຍັງນຳມາຫນ່ວຍດິບ ມາກິນກັບລາບ, ກ້ອຍ ແລະ ຫລາຍໆເມນູ ຖືວ່າເປັນອາຫານຫລັກ ແລະ ສຳຮອງໄດ້ດີສົມຄວນ ສຳລັບຫນ່ວຍສຸກ ນິຍົມກິນເປັນຂອງຫວ່າງເນື່ອງຈາກ ຫມາກເດືອນມີລົດຊາດຫວານ ຕ່າງຈາກຕອນດິບ ຈະມີລົດຊາດສົ້ມ ອົມຝາດ

ຫມາກເດືອ ຍັງເປັນອາຫານສັດໄດ້ແກ່ ນົກ ຫນູ ກະຮອກ ອື່ນໆ

ສັບ​ພະຄຸນ​ຂອງ​ມະ​ເດື່ອ

  1. ຊ່ວຍ​ບຳ​ຣຸງ​ຮ່າງກາຍ ​ແລະ ​ຕໍ່​ຕ້ານ​ອາ​ນຸ​ມູນ​ອິດສະຫລະ
  2. ຊ່ວຍ​ຢັບ​ຢັ້ງ​ເຊ​ລ​ລ​໌​ມະ​ເຣັງ​ແລະ​ລຸດ​ຄວາມ​ສ່ຽງ​ຂອງ​ການ​ເກີດ​ພະຍາດ​ມະ​ເຣັງ​ຕ່າງ ໆ
  3. ຊ່ວຍ​ລຸດ​ຄວາມ​ສ່ຽງ​ຂອງ​ການ​ເກີດ​ພະຍາດ​ຫົວ​ໃຈ ​ແລະ​ ຫຼອດ​ເລືອດ
  4. ຊ່ວຍ​ເຮັດໃຫ້​ຫົວ​ໃຈ​ເຮັດວຽກ​ໄດ້​ຢ່າງ​ເປັນ​ປົກກະຕິ ​ແລະ​ ຊ່ວຍ​ປ້ອງ​ກັນ​ການ​ເກີດ​ພະຍາດ​ຄວາມ​ດັນ​ເລືອດ​ສູງ
  5. ຊ່ວຍ​ປ້ອງ​ກັນ​ພະຍາດ​ເລືອດ​ຈາງ ເນື່ອງ​ຈາກ​ມີ​ທາດ​ເຫຼັກ ​ແລະ​ໂຟ​ເລດ​ສູງ
  6. ຊ່ວຍ​ບຳ​ຣຸງ ​ແລະ ຮັກສາ​ສາຍ​ຕາ
  7. ຊ່ວຍ​ບຳ​ຣຸງ​ກະດູກ ​ແລະ ​ແຂ້ວ​ໃຫ້​ແຂງ​ແຮງ ປ້ອງ​ກັນ​ພະຍາດ​ກະດູກ​ພ່ອຍ
  8. ຊ່ວຍ​ປັບ​ສົມ​ດຸນ​ຂອງ​ກົດ​ດ່າງ​ໃນ​ຮ່າງກາຍ
  9. ຊ່ວຍ​ບັນ​ເທົາ​ອາການ​ເຈັບ​ຄໍ
  10. ຊ່ວຍ​ສ​ະຫມານ​ແຜ​ໃນ​ຊ່ອງ​ປາກ
  11. ໝາກ​ເດື່ອ​ເປັນ​ຫມາກໄມ້​ທີ່​ມີ​ເສັ້ນ​ໃຍ​ອາຫານ​ສູງ ຈຶ່ງ​ຊ່ວຍ​ໃນ​ການ​ຍ່ອຍ​ອາຫານ ຊ່ວຍ​ໃນ​ການ​ຂັບ​ຖ່າຍ ​ແລະ​ ກຳຈັດ​ຂອງ​ເສຍ​ອອກຈາກ​ຮ່າງກາຍ​ໄດ້​ເປັນ​ຢ່າງ​ດີ ແລະ ຍັງ​ຊ່ວຍ​ປ້ອງ​ກັນ​ອາການ​ທ້ອງ​ຜູກ​ໄດ້​ອີກ​ດ້ວຍ
  12. ໃຊ້​ເປັນ​ຢາ​ລະບາຍ ປ້ອງ​ກັນ​ອາການ​ທ້ອງ​ຜູກ
  13. ຊ່ວຍ​ປ້ອງ​ກັນ ​ແລະ ​ລຸດ​ຄວາມ​ສ່ຽງ​ຂອງ​ການ​ເກີດ​ພະຍາດ​ມະ​ເຣັງ​ລຳ​ໄສ້​ໃຫຍ່
  14. ຊ່ວຍ​ປ້ອງ​ກັນ​ນິ່ວ​ໃນ​ຫມາກໄຂ່ຫລັງ​ ແລະ​ ກະເພາະ​ຍ່ຽວ​ອັກ​ເສບ
  15. ຊ່ວຍ​ຟອກ​ຕັບ​ແລະ​ມ້າມ
  16. ຊ່ວຍ​ບັນ​ເທົາ​ອາການ​ຂອງ​ພະຍາດ​ກາມມະໂລກ
  17. ເຊື່ອ​ວ່າ​ຫມາກ​ເດື່ອ​ສາມາດ​ຊ່ວຍ​ເສີມ​ສ້າງ​ພະລັງ​ທາງ​ເພດ ເນື່ອຈາກມີສານທີ່ຊ່ວຍເສີມສະມັດຕະພາບທາງເພດໄດ້
  18. ຊ່ວຍ​ປ້ອງ​ກັນ​ ແລະ​ ລຸດ​ຄວາມ​ສ່ຽງ​ຂອງ​ການ​ເກີດ​ພະຍາດ​ມະ​ເຣັງ​ເຕົ້າ​ນົມ​ໃນ​ໄວ​ທອງ

ຄຸນຄ່າ​ທາງ​ໂພສະນາ​ການ​ຂອງ​ມະ​ເດື່ອ​​ແຫ້ງ ຕໍ່ 100 ກຣາມ

  • ພະລັງ​ງານ                             249 ກິ​ໂລ​ແຄ​ລໍ​ຣີ
  • ຄາ​ຣ​໌​ໂບ​ໄຮ​ເດ​ຣົດ                      63.87 ກຣາມ
  • ນ້ຳ​ຕານ                               47.92 ກຣາມ
  • ເສັ້ນ​ໃຍ                               9.8 ກຣາມ
  • ໄຂ​ມັນ                                0.93 ກຣາມ
  • ໂປຣ​ຕີນ                               3.3 ກຣາມ
  • ວິ​ຕາ​ມິນ​ບີ 1                          0.085 ມິນ​ລິກ​ຣັມ 7%
  • ວິ​ຕາ​ມິນ​ບີ 2                          0.082 ມິນ​ລິກ​ຣັມ 7%
  • ວິ​ຕາ​ມິນ​ບີ 3                          0.619 ມິນ​ລິກ​ຣັມ 4%
  • ວິ​ຕາ​ມິນ​ບີ 5                          0.434 ມິນ​ລິກ​ຣັມ 9%
  • ວິ​ຕາ​ມິນ​ບີ 6                          0.106 ມິນ​ລິກ​ຣັມ 8%
  • ວິ​ຕາ​ມິນ​ບີ 9                          9 ໄມ​ໂຄຣກ​ຣັມ 2%
  • ໂຄ​ລີນ                                15.8 ມິນ​ລິກ​ຣັມ 3%
  • ວິ​ຕາ​ມິນ​ຊີ                             1.2 ມິນ​ລິກ​ຣັມ 1%
  • ວິ​ຕາ​ມິນ​ເຄ                            15.6 ໄມ​ໂຄຣກ​ຣັມ 15%
  • ທາດ​ແຄລ​ຊຽມ                        162 ມິນ​ລິກ​ຣັມ 16%
  • ທາດ​ເຫຼັກ                             2.03 ມິນ​ລິກ​ຣັມ 16%
  • ທາດ​ແມກ​ນີ​ຊຽມ                      68 ມິນ​ລິກ​ຣັມ 19%
  • ທາດ​ແມງ​ກາ​ນີດ                       0.51 ມິນ​ລິກ​ຣັມ 24%
  • ທາດ​ຟອດ​ຟໍ​ຣັດ                       67 ມິນ​ລິກ​ຣັມ 10%
  • ທາດ​ໂພ​ແທດ​ຊຽມ                    680 ມິນ​ລິກ​ຣັມ 14%
  • ທາດ​ໂຊ​ດຽມ                          10 ມິນ​ລິກ​ຣັມ 1%
  • ທາດ​ສັງ​ກະ​ສີ                          0.55 ມິນ​ລິກ​ຣັມ 6%


ໝາກ​ເດື່ອ  ໝາກ​ເດື່ອ ຊື່​ສາ​ມັນ Fig, Common Fig  ໝາກ​ເດື່ອ ຊື່​ວິທະຍາ​ສາດ          Ficus carica L.  ຈັດ​ຢູ່ໃນ​ວົງ​ຂອງຫມາກມີ້         (MORACEAE)  ສະຫມຸນໄພຫມາກ​ເດື່ອ ຊະນິດ​ນີ້​ມີ​ຊື່​ຮຽກ​ອື່ນ​ວ່າ ມະ​ເດື່ອ​ຝ​ຣັ່ງ, ມະ​ເດື່ອ​ຍີ່​ປຸ່ນ (ລູກ​ຟິກ)  ໝາຍ​ເຫດ : ໝາກ​ເດື່ອ​ທີ່​ເວົ້າ​ເຖິງ​ໃນ​ບົດ​ຄວາມ​ນີ້​ຈະ​ເປັນ​ຄົນ​ລະ​ຊະນິດ​ກັບ​ມະ​ເດື່ອ​ໄທ (ມະ​ເດື່ອ​ຊຸມ​ພົນ) ທີ່​ມີ​ຊື່​ວິທະຍາ​ສາດ​ວ່າ Ficus racemosa L

ໝາກ​ເດື່ອ  ໝາກ​ເດື່ອ ຊື່​ສາ​ມັນ                 Fig, Common Fig  ໝາກ​ເດື່ອ ຊື່​ວິທະຍາ​ສາດ          Ficus carica L.  ຈັດ​ຢູ່ໃນ​ວົງ​ຂອງຫມາກມີ້         (MORACEAE)  ສະຫມຸນໄພຫມາກ​ເດື່ອ ຊະນິດ​ນີ້​ມີ​ຊື່​ຮຽກ​ອື່ນ​ວ່າ ມະ​ເດື່ອ​ຝ​ຣັ່ງ, ມະ​ເດື່ອ​ຍີ່​ປຸ່ນ (ລູກ​ຟິກ)  ໝາຍ​ເຫດ : ໝາກ​ເດື່ອ​ທີ່​ເວົ້າ​ເຖິງ​ໃນ​ບົດ​ຄວາມ​ນີ້​ຈະ​ເປັນ​ຄົນ​ລະ​ຊະນິດ​ກັບ​ມະ​ເດື່ອ​ໄທ (ມະ​ເດື່ອ​ຊຸມ​ພົນ) ທີ່​ມີ​ຊື່​ວິທະຍາ​ສາດ​ວ່າ Ficus racemosa L

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ