google-site-verification: google0d91bc93cfc88895.html ໝາກ​ຫວດ Lepisanthes rubiginosa (Roxb.) Leenh. - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Sunday, April 25, 2021

ໝາກ​ຫວດ Lepisanthes rubiginosa (Roxb.) Leenh.

ໝາກ​ຫວດ ຈັດ​ເປັນ​ຫມາກໄມ້​ປ່າ​ທີ່​ພົບ​ຫລາຍ​ໃນ​ພາກ​ພື້ນແຕ່ໃຕ້ ເຖິງ​ພາກ​ເໜືອ ຂອງລາວ ໂດຍ​ນິຍົມ​ນຳ​ຜົນ​ສຸກ​ທີ່​ມີ​ສີ​ດຳ​ອົມ​ມ່ວງ​ມາ​ຮັບປະທານ​ສົດ​ເປັນ​ຫຼັກ ນອກ​ຈາກ​ນັ້ນ ບາງ​ທ້ອງ​ຖິ່ນ​ຍັງ​ແປຮູບ​ເປັນ​ຜະລິດຕະພັນ​ໄວ​ໝາກ​ຫວດ​ຈຳ​ໜ່າຍ ຊຶ່ງ​ໃຫ້​ໄວ​ມີ​ສີ​ມ່ວງ​ດຳ ແລະ​ໃຫ້​ລົດ​ຊາດ​ບໍ່​ພ່າຍແພ້​ໄວ​​ຫມາກໄມ້​ຊະນິດ​ອື່ນໆ  ວົງ : Sapindaceae ຖິ່ນ​ກຳ​ເນີດ : ໄທ ພ​ະມ່າ ລາວ ແລະ​ຈີນ​ຕອນ​ໃຕ້ ຊື່​ວິທະຍາ​ສາດ : Lepisanthes rubiginosa (Roxb.) Leenh. ຊື່​ພ້ອງ​ວິທະຍາ​ສາດ : Eriogussum rubiginosum.


ໝາກ​ຫວດ ຈັດ​ເປັນ​ຫມາກໄມ້​ປ່າ​ທີ່​ພົບ​ຫລາຍ​ໃນ​ພາກ​ພື້ນແຕ່ໃຕ້ ເຖິງ​ພາກ​ເໜືອ ຂອງລາວ ໂດຍ​ນິຍົມ​ນຳ​ຜົນ​ສຸກ​ທີ່​ມີ​ສີ​ດຳ​ອົມ​ມ່ວງ​ ມາ​ຮັບປະທານ​ສົດ​ເປັນ​ຫຼັກ ນອກ​ຈາກ​ນັ້ນ ບາງ​ທ້ອງ​ຖິ່ນ​ຍັງ​ແປຮູບ​ເປັນ​ຜະລິດຕະພັນ​ໄວ​ໝາກ​ຫວດ​ຈຳ​ໜ່າຍ ຊຶ່ງ​ໃຫ້​ໄວ​ມີ​ສີ​ມ່ວງ​ດຳ ແລະ​ໃຫ້​ລົດ​ຊາດ​ບໍ່​ພ່າຍແພ້​ໄວ​​ຫມາກໄມ້​ຊະນິດ​ອື່ນໆ

  • ວົງ : Sapindaceae
  • ຖິ່ນ​ກຳ​ເນີດ : ໄທ ພ​ະມ່າ ລາວ ແລະ​ຈີນ​ຕອນ​ໃຕ້
  • ຊື່​ວິທະຍາ​ສາດ : Lepisanthes rubiginosa (Roxb.) Leenh.
  • ຊື່​ພ້ອງ​ວິທະຍາ​ສາດ : Eriogussum rubiginosum.

ລັກສະນະ​ທາງ​ພ​ຶດ​ສາດ

ລຳ​ຕົ້ນ

ໝາກ​ຫວດ​ເປັນ​ໄມ້​ຢືນ​ຕົ້ນ​ຊະນິດ​ປ່ຽນ​ໃບ ລຳ​ຕົ້ນ​ສູງ​ປະ​ມານ 5 – 10 ແມັດ ຫລື​ ຫລາຍກວ່າ ລຳ​ຕົ້ນ​ແຕກ​ກິ່ງ​ບໍ່​ຫລາຍ​ເຮັດໃຫ້​ມີ​ຊົງ​ພຸ່ມ​ບາງ ​ເບິ່ງ​ຄ່ອນ​ຂ້າງ​ໂປ່ງ ເປືອກ​ລຳ​ຕົ້ນ​ສີ​ນ້ຳ​ຕານ ຜິວ​ເປືອກ​ແຕກ​ເປັນ​ຮ່ອງ ກິ່ງ​ມັກ​ແຕກ​ອອກ​ຕັ້ງ​ແຕ່ລະ​ດັບ​ລຸ່ມ​ຂອງ​ລຳ​ຕົ້ນ ກິ່ງ​ແໜງ​ມັກ​ແຕກ​ອອກ​ບໍລິເວນ​ສ່ວນ​ປາຍ​ຂອງ​ກິ່ງ​ຫຼັກ ປາຍ​ກິ່ງ​ແໜງ​ມີຂົນປົກຄຸມ ສ່ວນ​ຊີ້ນ​ໄມ້​ແຂງ​ປານ​ກາງ ມີ​ສີ​ເຫຼືອງ​ອົມ​ນ້ຳ​ຕານ

ໃບ

ໃບ​ໝາກ​ຫວດ ເປັນ​ໃບ​ປະກອບ​ແບບ​ໃບ​ຄູ່ ຄື ໃບ​ສຸດ​ທ້າຍ​ມີ 2 ໃບ ມີ​ກ້ານ​ໃບ​ຫຼັກ​ທີ່​ແທງ​ອອກ​ບໍລິເວນ​ປາຍ​ກິ່ງແໜງ ກ້ານ​ໃບ​ຫຼັກ​ຢາວ 25-40 ຊັງ​ຕິ​ແມັດ ຕາມ​ກ້ານ​ໃບ​ມີກາບ​ຄຸມ ເທິງ​ກ້ານ​ໃບ​ມີ​ໃບ​ຍ່ອຍ 4-6 ຄູ່ ອອກ​ຮຽງ​ສະ​ລັບ​ກັນ ແລະ​ເຢື້ອງ​ກັນ​ຕາມ​ຄວາມຍາວ​ຂອງ​ກ້ານ​ໃບ​ຫຼັກ

ໃບ​ຍ່ອຍ​ມີ​ກ້ານ​ໃບ​ສັ້ນ ໃບ​ມີ​ຮູບ​ໄຂ່ ແລະ​ ຮີຍາວ ຂະໜາດ​ປະ​ມານ 5-8 ຊັງ​ຕິ​ແມັດ ຍາວ​ປະ​ມານ 10-20 ຊັງ​ຕິ​ແມັດ ໂຄນ​ໃບ​ມົນ ປາຍ​ໃບ​ແຫຼມ ແຜ່ນ​ໃບ​ລຽບ ຂອບ​ບໍ່​ເປັນ​ຍັກ ແຜ່ນ​ໃບ​ມີ​ສີ​ຂຽວ​ເຂ້ັມ ສ່ວນ​ສີ​ດ້ານ​ລຸ່ມ​ຄ່ອນ​ຂ້າງ​ຈາງ​ກວ່າ ແລະ​ໃບ​ທັງ​ສອງ​ດ້ານ​ມີ​ຂົນ​ອ່ອນ​ສີ​ນ້ຳ​ຕານ​ປົກ​ຄຸມ ຊີ້ນ​ໃບ​ຄ່ອນ​ຂ້າງ​ໜຽວ ນອກ​ຈາກ​ນັ້ນ ໃບ​ມີ​ເສັ້ນ​ກາງ​ໃບ ແລະ​ເສັ້ນ​ຂະແໜງ​ເບິ່ງ​ເຫັນ​ຊັດເຈນ ໂດຍ​ເສັ້ນ​ແໜງ​ບໍລິເວນ​ໂຄນ​ໃບ​ຈະ​ອອກ​ກົງ​ກັນ​ຈົນ​ເຖິງ​ປະ​ມານ​ກາງ​ໃບ​ຄ່ອຍ​ອອກ​ເຍື້ອງ​ກັນ​ໃນ​ທິດ​ຈາກ​ເສັ້ນ​ກາງ​ໃບ​ໄປ​ຈົນ​ດ​ຂອບ​ໃບ ມີ 7-8 ຄູ່ ຫລື​ ອາດ​ເປັນ​ເລກ​ຄີ່ ບໍ່​ເປັນ​ຄູ່

 

ດອກ

ດອກ​ມະ​ຫວດ​ແທງ​ອອກ​ເປັນ​ຊໍ່​ບໍລິເວນ​ປາຍ​ສຸດ​ຂອງ​ກິ່ງ ປະກອບ​ດ້ວຍ​ກ້ານ​ຊໍ່​ຫຼັກ ຍາວ​ປະ​ມານ 30-50 ຊັງ​ຕິ​ແມັດ ແລະ ​ກ້ານ​ຊໍ່​ຂະແໜງ ຍາວ​ປະ​ມານ 15-25 ຊັງ​ຕິ​ແມັດ 5-10 ຊໍ່​ແໜງ ແຕ່​ລະ​ຊໍ່​ແໜງ​ມີດ​ອກ​ຈຳນວນ​ຫລາຍ 20-30 ດອກ ແລະ​ຈະ​ມີ​ຈຳນວນ​ຫລາຍ​ເທິງ​ປາຍ​ກ້ານ​ຊໍ່​ຫຼັກ ໂດຍ​ດອກໝາກ​ຫວດ​ມີ​ຂະໜາດ​ນ້ອຍ ມີກ​ີບ​ລ້ຽງ​ສີ​ຂຽວ​ສົດ ແລະ​ມີຂົນປົກ​ຄຸມ ສ່ວນ​ກີບ​ດອກ​ມີ​ສີ​ຂາວ​ຂະນະ​ເປັນ​ດອກ​ຕູມ ແລະ​ເມື່ອ​ບານ​ຈະ​ມີ​ສີ​ເຫຼືອງ ດ້ານ​ໃນ​ປະກອບ​ດ້ວຍ​ເກ​ສົນ​​ຜູ້ ແລະ​ ​ເມຍ ຊຶ່ງ​ເປັນ​ດອກ​ສົມບູນ​ເພດ ເຮັດໃຫ້​ຕິດ​ຜົນ​ໄດ້​ເກືອບ​ທຸກ​ດອກ ໂດຍ​ດອກໝາກ​ຫວດ​ຈະ​ເລີ່ມ​ອອກ​ຕັ້ງ​ແຕ່​ເດືອນ​ ມັງກອນ (1) ແລະ​ ທ​ະຍອຍ​ອອດ​ອົກ​ຈົນ​ເຖິງ​ເດືອນ ມີນາ (3)


ໝາກ​ຫວດ ຈັດ​ເປັນ​ຫມາກໄມ້​ປ່າ​ທີ່​ພົບ​ຫລາຍ​ໃນ​ພາກ​ພື້ນແຕ່ໃຕ້ ເຖິງ​ພາກ​ເໜືອ ຂອງລາວ ໂດຍ​ນິຍົມ​ນຳ​ຜົນ​ສຸກ​ທີ່​ມີ​ສີ​ດຳ​ອົມ​ມ່ວງ​ມາ​ຮັບປະທານ​ສົດ​ເປັນ​ຫຼັກ ນອກ​ຈາກ​ນັ້ນ ບາງ​ທ້ອງ​ຖິ່ນ​ຍັງ​ແປຮູບ​ເປັນ​ຜະລິດຕະພັນ​ໄວ​ໝາກ​ຫວດ​ຈຳ​ໜ່າຍ ຊຶ່ງ​ໃຫ້​ໄວ​ມີ​ສີ​ມ່ວງ​ດຳ ແລະ​ໃຫ້​ລົດ​ຊາດ​ບໍ່​ພ່າຍແພ້​ໄວ​​ຫມາກໄມ້​ຊະນິດ​ອື່ນໆ  ວົງ : Sapindaceae ຖິ່ນ​ກຳ​ເນີດ : ໄທ ພ​ະມ່າ ລາວ ແລະ​ຈີນ​ຕອນ​ໃຕ້ ຊື່​ວິທະຍາ​ສາດ : Lepisanthes rubiginosa (Roxb.) Leenh. ຊື່​ພ້ອງ​ວິທະຍາ​ສາດ : Eriogussum rubiginosum.

ຂອບໃຈຮູບຈາກ: www.technologychaoban.com

ໝາກ ແລະ​ ແກ່ນ

ໜ່ວຍຫມາກ​ຫວດ​ມີ​ລັກສະນະ​ເປັນ​ຮູບ​ໄຂ່ ຊຶ່ງ​ເກີດ​ຈາກ​ຮວຍໄຂ່3ຊ່ອງ ຈຶ່ງ​ສາມາດ​ໃຫ້​ຜົນ​ໄດ້​ເຖິງ 3 ຜົນ ໃນ​ດອກ​ດຽວ ໂດຍ​ຜົນ​ທັງ 3 ຜົນ​ທີ່​ເກີດ​ຈາກ 1 ດອກ ຈະ​ມີ​ຖານ​ຜົນ​ຕິດ​ກັນ​ເປັນ​ຮູບ​ສາມ​ຫຼ່ຽມ ແລະ​ແຕ່​ລະ​ຜົນ​ອາດ​ຈະເລີນ​ຈົນ​ສຸກ​ພຽງ​ຜົນ​ດຽວ ​ຫລື​ ຈະເລີນ​ຈົນ​ສຸກ​ໄດ້​ຄົບ​ທັງ​ສາມ​ໜ່ວຍ ຂະໜາດ​ໜາວຍ​ປະ​ມານ 0.8-1.2 ຊັງ​ຕິ​ແມັດ ຍາວ​ປະ​ມານ 1.5-2 ຊັງ​ຕິ​ແມັດ ໝາກ​ອ່ອນ​ມີ​ສີ​ຂຽວ ເມື່ອ​ຈະເລີນ​ຕໍ່​ຈະ​ປ່ຽນ​ເປັນ​ສີ​ເຫຼືອງ ສີ​ສົ້ມ ສີ​ແດງ ແລະ​ຄ່ອຍ​ໆ​ສຸກ​ປ່ຽນ​ເປັນ​ສີ​ແດງ​ອົມ​ມ່ວງ ຈົນ​ສຸກ​ເຕັມ​ທີ່​ຈະ​ມີ​ສີ​ດຳ

ໜ່ວຍຫມາກ​ຫວດ​ມີ​ເປືອກ​ກັບ​ຊີ້ນ​ຕິດ​ເປັນ​ສ່ວນ​ດຽວ​ກັນ ຊີ້ນ​ຜົນ​ສຸກ​ຄ່ອນ​ຂ້າງ​ໜາ ມີ​ສີ​ດຳ​ອົມ​ມ່ວງ ຊີ້ນ​ນຸ່ມ ໃຫ້​ລົດຊາດ​ຫວານ ຖັດ​ມາ​ຈາກ​ຊີ້ນ​ຜົນ​ຈະ​ເປັນ​ສ່ວນ​ຂອງແກ່ນ​ທີ່​ມີ​ລັກສະນະ​ເປັນ​ຮູບ​ໄຂ່ ເປືອກ​ເມັດ​ຄ່ອນ​ຂ້າງ​ແຂງ ມີ​ສີ​ເປືອກ ​ສີ​ນ້ຳ​ຕານ ໂດຍ 1 ຜົນ ຈະ​ມີ 1 ເມັດ

ໜ່ວຍຫມາກ​ຫວດ​ຈະ​ເລີ່ມ​ຕິດ​ຜົນ​ຂະໜາດ​ນ້ອຍ​ປະ​ມານ​ປາຍ​ເດືອນ​ມັງກອນ (1) ​ແລະ ໝາກ​ຈະ​ເຣີ່ມ​ສຸກ​ປະ​ມານ​ເດືອນ​ພືດສະພາ ​ຊຶ່ງ​ຈະ​ທະຍອຍ​ສຸກ​ໄປ​ເລື້ອຍ​ຈົນ​ເຖິງ​ເດືອນ​ມິ​ຖຸ​ນາ

ປະໂຫຍດ​ຂອງໝາກ​ຫວດ

  1. ຜົນ​ໝາກ​ຫວດ​ສຸກ​ທີ່​ມີ​ສີ​ດຳ​ອົມ​ມ່ວງ ນິຍົມ​ຮັບປະທານ​ເປັນ​ຫມາກໄມ້ ຊີ້ນ​ຜົນ​ໜາ ແລະ​ນຸ່ມ ຊີ້ນ​ໃຫ້​ລົຊາດດ​ຫວານ​ອົມ​ຝາດ​ນ້ອຍໆ
  2. ຜົນ​ໝາກ​ຫວດ​ສຸກ​ນຳ​ມາ​ໝັກ​ວ​າຍຈະ​ໄດ້​ໄວາຍສີ​ມ່ວງ ໃຫ້​ລົດ​ຫວານ ແລະ​ໃຫ້​ແອນ​ກໍ​ຮ​ໍໄດ້​ດີ
  3. ເປືອກ​ລຳ​ຕົ້ນ​ໃຊ້​ຕົ້ມ​ຍ້ອມ​ຜ້າ ຢ້ອມ​ແຫ ໃຫ້​ສີ​ດຳ​ມ່ວງ ສ່ວນ​ໃບ​ກໍ​ໃຊ້​ຍ້ອມ​ໄດ້​ເຊັ່ນ​ກັນ ຊຶ່ງ​ຈະໃຫ້​ສີ​ຂຽວ​ຂີ້​ມ້າ
  4. ຊີ້ນ​ໄມ້​ຫມາກຫວດ​ມີ​ຄວາມ​ແຂງ​ປານ​ກາງ ສາມາດ​ນຳ​ມາ​ເປັນ​ໄມ້​ໃຊ້​ສອຍ ເຊັ່ນ ເຮັດ​ດ້າມ​ມີດ ເສົາ​ຮົ້ວ ເຮັດ​ໄມ້​ຟືນ ເປັນ​ຕົ້ນ ແຕ່​ບໍ່​ນິຍົມ​ແປ​ຮູບ​ເປັນ​ໄມ້​ເຮັດ​ບ້ານ ເພາະ​ລຳ​ຕົ້ນ​ຄ່ອນ​ຂ້າງ​ນ້ອຍ ແລະ​ຊີ້ນ​ໄມ້​ບໍ່​ຄ່ອຍ​ແຂງ​ແຮງ
  5. ຕົ້ນ​ມະ​ຫວດ​ຕາມ​ປ່າ​ເປັນ​ປະໂຫຍດໃນ​ແງ່​ອາຫານ​ສັດ​ປ່າ ໂດຍ​ສະເພາະ​ນົກ ແລະ​ກະ​ຮອກ

ສັບພະຄຸນຂອງໝາກ​ຫວດ

ຜົນ (ຫວານ​ອົມ​ຝາດ)

  • ຊ່ວຍ​ລຸດ​ການ​ເກີດ​ເຊ​ລ​ລ​໌​ມະ​ເຣັງ
  • ຊ່ວຍ​ປິ່ນປົວພະຍາດ​ທ້ອງ​ຣ່ວງ ທ້ອງ​ເສຍ
  • ແກ້​ໄຂ້​ຮາກ​ສາດ
  • ຊ່ວຍ​ລຸດ​ກົດ​ໃນ​ກະເພາະ ລຸດ​ອາການ​ແສບ​ກະເພາະ​ຈາກ​ພະຍາດ​ອາຫານ
  • ຊ່ວຍ​ຮັກສາ​ແຜ​ໃນ​ກະເພາະ​ອາຫານ
  • ຊ່ວຍ​ຟື້ນ​ຟູ​ສະພາບ​ຜິວ​ໃຫ້​ແລ​ເບິ່ງ​ສົດ​ໃສ
  • ຊ່ວຍ​ຜ່ອນ​ຄາຍ​ກ້າມ​ຊີ້ນ ແກ້​ອາການ​ເມື່ອຍ​ລ້າ
  • ຜົນ​ມີ​ລົດ​ຝາດ ຊ່ວຍ​ສະ​ມານ​ແຜ ລຸດ​ອາການ​ແສບ​ຂອງ​ແຜ ແລະ​ຮັກສາ​ແຜໃນ​ຊ່ອງ​ປາກ
  • ຜົນ​ດິບ​ນຳ​ມາບົ​ດ​ທາ​ແຜ ຊ່ວຍ​ຮັກສາ​ແຜ​ໃຫ້​ຫາຍ​ໄວ ແຜ​ບໍ່​ເປື່ອຍ​ເນົ່າ​ງ່າຍ

ເມັດ

  • ນ້ຳ​ຕົ້ມ​ເມັດ ນຳ​ມາ​ດື່ມ ຊ່ວຍ​ແກ້​ອາການ​ໄອ​ຊຳເຮື້ອ
  • ຊ່ວຍ​ຂັບ​ພະຍາດ
  • ແກ້​ຍ່ຽວ​ຂຸ່ນ
  • ບັນ​ເທົາ​ພະຍາດ​ຫອບ​ຫືດ
  • ແກ້​ຊາງ​ໃນ​ເດັກ

ໃບ

  • ນຳ​ໃບ 5-10 ໃບ ມາ​ຕົ້ມ​ນ້ຳ​ດື່ມ ຊ່ວຍ​ແກ້​ອາການ​ຕົວ​ຮ້ອນ ແລະ​ ເປັນ​ໄຂ້
  • ນ້ຳ​ຕົ້ມ​ຊ່ວຍ​ລຸດ​ຍ່ຽວຢອດ
  • ນ້ຳ​ຕົ້ມ​ຊ່ວຍ​ແກ້​ຍ່ຽວ​ຂຸ່ນ
  • ນ້ຳ​ຕົ້ມ​ໃຊ້​ອາບ ແກ້​ພະຍາດ​ຜິວ​ໜັງ

ເປືອກ​ລຳ​ຕົ້ນ ແລະ ​ແກ່ນ

  • ເປືອກ​ສັບ​ເປັນ​ຕ່ອນ ກ່ອນ​ຕົ້ມ​ນ້ຳ​ດື່ມ ຊ່ວຍ​ແກ້ ​ບິດ​ມູກ​ເລືອດ (ທ້ອງເສຍຢ່າງຮຸນແຮງ)
  • ແກ້​ທ້ອງ​ເສຍ
  • ນຳ​ມາ​ອາບ​ສຳລັບ​ປິ່ນປົວພະຍາດ​ຜິວ​ໜັງ
  • ນຳ​ມາບົ​ດ ໃຊ້​ປະ​ຄົບ​ແຜ ຊ່ວຍ​ໃຫ້​ແຜລແຫ້ງ ລຸດ​ນ້ຳ​ເຫຼືອງ​ໄຫຼ

 

ຮາກ

  • ລຸດ​ຕົວ​ຮ້ອນ ແກ້​ໄຂ້
  • ຮາກ​ນຳ​ມາ​ຕົ້ມ​ດື່ມ ແກ້​ອາຫານ​ເປັນ​ພິດ
  • ຮັກສາ​ຝີ​ພາຍ​ໃນ
  • ຮັກສາ​ວັນນະໂຣກ ລຸດ​ອາການ​ໄອ
  • ແກ້​ອາການ​ຮ້ອນ​ໃນ ລຸດ​ການ​ກະ​ຫາຍ​ນ້ຳ
  • ຊ່ວຍ​ຂັບ​ພະຍາດ
  • ແກ້​ເສັ້ນ​ເອັນ​ດຶງ​ຣັ້ງ
  • ແກ້​ຊາງ​ຕາຂະເຫມັ່ນ
  • ປິ່ນປົວພະຍາດ​ງູດ​ວັດ
  • ຊ່ວຍ​ຂັບ​ຍ່ຽວ
  • ນ້ຳ​ຕົ້ມ​ໃຊ້​ອາບ ຕ້ານ​ເຊື້ອ​ຣາ ປິ່ນປົວພະຍາດ​ຜິວ​ໜັງ
ໝາກ​ຫວດ ຈັດ​ເປັນ​ຫມາກໄມ້​ປ່າ​ທີ່​ພົບ​ຫລາຍ​ໃນ​ພາກ​ພື້ນແຕ່ໃຕ້ ເຖິງ​ພາກ​ເໜືອ ຂອງລາວ ໂດຍ​ນິຍົມ​ນຳ​ຜົນ​ສຸກ​ທີ່​ມີ​ສີ​ດຳ​ອົມ​ມ່ວງ​ມາ​ຮັບປະທານ​ສົດ​ເປັນ​ຫຼັກ ນອກ​ຈາກ​ນັ້ນ ບາງ​ທ້ອງ​ຖິ່ນ​ຍັງ​ແປຮູບ​ເປັນ​ຜະລິດຕະພັນ​ໄວ​ໝາກ​ຫວດ​ຈຳ​ໜ່າຍ ຊຶ່ງ​ໃຫ້​ໄວ​ມີ​ສີ​ມ່ວງ​ດຳ ແລະ​ໃຫ້​ລົດ​ຊາດ​ບໍ່​ພ່າຍແພ້​ໄວ​​ຫມາກໄມ້​ຊະນິດ​ອື່ນໆ  ວົງ : Sapindaceae ຖິ່ນ​ກຳ​ເນີດ : ໄທ ພ​ະມ່າ ລາວ ແລະ​ຈີນ​ຕອນ​ໃຕ້ ຊື່​ວິທະຍາ​ສາດ : Lepisanthes rubiginosa (Roxb.) Leenh. ຊື່​ພ້ອງ​ວິທະຍາ​ສາດ : Eriogussum rubiginosum.


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ